Breaking News

ຂ່າວບັນເທີງໃນປະເທດ

ນັກສະແດງຊື່ດັງ ວິວ ວັນນະຣົດ ແລະ ສົນ ສົນຍຸກ ເດີນທາງມາຫຼວງພະບາງ!!! (ມີຄລິບ)

ວິວ ວັນນະຣົດ  ແລະ ສົນ ຍຸກສົນ  ນັກສະແດງຊື່ດັງຈາກປະເທດໄທ ຄູ່ພະນາງໃນລະຄອນ ແຕ່ປາງກ່ອນ ທີ່ກຳລັງຖືກເວົ້າເຖິງຫຼາຍທີ່ສຸດໃນຕອນນີ້, ໄດ້ເດີນທາງມາຢ້ຽມຢາມປະເທດລາວ ແລະໄດ້ເດີນທາງໄປທີ່ ແຂວງຫຼວງພະບາງ ເຊິ່ງດາລາດັງທັງສອງກໍມາໃນແບບທີ່ນຸ່ງເຄື່ອງແບບສະບາຍ ແລະ ຍັງມີໂອກາດໄດ້ກິນອາຫານລາວ ເປັນອາຫານພື້ນບ້ານຂອງລາວເຮົານຳ…ຈະເປັນແນວໃດລອງມາເບິ່ງຄລິບໄດ້ເລີຍ!!! #ແຊຣໄປໃຫ້ໂລກຮູ້ເຖິງຄວາມງົດງາມຂອງປະເທດລາວ สะบายดีหลวงพระบาง เจ้านางม่านแก้วกลับบ้านพาท่านชายรังสิธรมาด้วย รับรองด้วยอาหารถิ่น ไคแผ่นทอด @villwannarot @sonyuke #แต่ปางก่อน #สะบายดีหลวงพระบางรอคอยมานานแสนนาน @santsalaya @oammy_sr @tronexact @tahyani @depanum A post shared by Kate Sonthichai (@kate_sonthichai) on May 16, 2017 at 1:52am PDT เจอกับอันตราและจิราคมคืนนี้20.30น. ช่องONE31 #แต่ปางก่อน @sonyuke @villwannarot A …

Read More »

ຢ່າປ່ອຍໃຫ້ຄຳຖາມຈາກສັງຄົມມາກະທົບຄຸນຄ່າໃນຕົວເຮົາ!!!

ແລງໆແບບນີ້ມາພົບກັນອີກແລ້ວກັບບົດຄວາມດີໆທີ່ຈະຊ່ວຍສ້າງຄຸນຄ່າ ສ້າງພະລັງ ສ້າງແຮງບັນດານໃຈດີໆໃຫ້ກັບໝູ່ເພື່ອນທຸກຄົນ ເຊິ່ງມື້ນີ້ ຊະນີIndy ກໍໄດ້ໄປຊອກເຟັ້ນເອົາບົດຄວາມດີໆຈາກບົດຄວາມຂອງແມ່ຍິງເກັ່ງຂອງລາວເຮົາອີກໜຶ່ງທ່ານນັ້ນກໍຄືບົດຄວາມຈາກ ເອື້ອຍ ວັນທະວີ ສຸພານຸວົງ ເຊິ່ງເພິ່ນກໍເປັນແມ່ຍິງທີ່ເກັ່ງຮອບດ້ານ ນັກປົກປ້ອງສິດທິຂອງແມ່ຍິງ ແລະ ເດັກນ້ອຍ, ທີ່ປຶກສາທາງດ້ານກົດໝາຍ ແລະ ເພິ່ນກໍຍັງເປັນ ບັນນາທິການ ວາລະສານ ຂວັນໃຈ ຂອງເຮົານຳ, ເຊິ່ງບົດຄວາມທີ່ນຳມາຝາກກັນໃນມື້ນີ້ກໍຄື “ຄຳຖາມສັງຄົມກັບຄຸນຄ່າໃນຕົວເຮົາ” ລອງມາອ່ານບົດຄວາມດີໆນີ້ໄດ້ເລີຍ!!! #ຢ່າລືມແຊຣບົດຄວາມດີໆເພື່ອເປັນກຳລັງໃຈໃຫ້ແມ່ຍິງທຸກໆຄົນ “ຢ່າປ່ອຍໃຫ້ຄຳຖາມເຫຼົ່ານີ້ .. ກະທົບຄຸນຄ່າໃນຕົວເຮົາ” … ສາວໂສດຮູ້ສຶກແນວໃດ ເມື່ອໄດ້ຍິນຄຳຖາມເຫຼົ່ານີ້: “ມີແຟນລະ?” “ແຕ່ງງານລະ?” ຫຼື “ປານໃດຊິແຕ່ງ?” ແລ້ວຍັງແຖມທ້າຍອີກວ່າ “ຫັ້ນແຫຼະ ເລືອກຫຼາຍນະ” … ມັນກະທົບຄຸນຄ່າທີ່ເຮົາໃຫ້ໂຕເອງແມ່ນບໍ່? ບາງຄົນອາດຈະຮູ້ສຶກວ່າ ເຮົາບົກພ່ອງ? ເຮົາບໍ່ດີພໍ? ເຮົາຕັ້ງເງື່ອນໄຂຫຼາຍໂພດ? ຫຼືເຮົາບໍ່ແມ່ນແບບທີ່ຜູ້ຊາຍຕ້ອງການ? ຈຶ່ງໄຮ້ຄູ່ຄຽງຂ້າງກາຍ. ນາງນຸດ (ນາມສົມມຸດ) ກໍ່ເປັນຜູ້ໜຶ່ງທີ່ຕົກຢູ່ໃນສະຖານະການດຽວກັນນີ້. ນຸດເປັນສາວຄວາມສາມາດສູງ, ມັກເຮັດວຽກສັງຄົມ, …

Read More »

ລູກນໍ້າ ແລະ ພິ້ງກີ້ ຖ່າຍຮູບຮ່ວມກັນເບິ່ງແລ້ວໜ້າຮັກຫຼາຍ!!!

 ລູກນໍ້າ ທິດາລັດ ວົງສິຣິ ນັກສະແດງຊື່ດັງຂອງປະເທດລາວເຮົາ ແລະ ພິ້ງກີ້ ສາວິກາ ໄຊຍະເດດ ສາວໃນຕາຄົມ ນັກສະແດງຊື່ດັງຂອງປະເທດເພື່ອນບ້ານໄດ້ຖ່າຍຮູບຮ່ວມກັນ ເຊິ່ງໃນຮູບພາບເບິ່ງແລ້ວໜ້າຮັກແລະງາມທັງສອງສາວ ບໍ່ວ່າຈະເປັນສາວລາວ-ສາວໄທກໍງາມບໍ່ດ້ອຍໜ້າກັນ, ດັ່ງນັ້ນລອງມາເບິ່ງກັນວ່າຈະງາມສົມກັບ ຊະນີIndy ຍ້ອງແທ້ບໍ່? ແຟນໆຄິດວ່າແນວໃດ ໃຜຈະງາມກວ່າໃຜຄອມເມັ້ນບອກກັນແດ່ເດີ້…. ຍັງມີຮູບພາບຂອງສອງສາວມາຝາກອີກເດີ້… ລູກນໍ້າ ທິດາລັດ ວົງສິຣິ ພິ້ງກີ້ ສາວິກາ ໄຊຍະເດດ ຂໍຂອບໃຈຮູບພາບຈາກ: pinkysavika , Louknum Vongsili

Read More »

ເຮັດເອົາແຟນຄລັບນໍ້າຕາແຕກ!!! ເມື່ອ ເຈ້ຍ ປາຊິຟິກ ໂພສຂໍ້ຄວາມຊຶ້ງກິນໃຈແບບນີ້…

ຄົບກັນມາກໍຫຼາຍປີສຳລັບຄູ່ຮັກຢ່າງ ອ້າຍ ເຈ້ຍ ປາຊີຟິກ ແລະ ເອື້ອຍ ໄຊ ຫວານໃຈຂອງເພິ່ນ ຈົນຫຼ້າສຸດວັນທີ 14 ພຶດສະພາ 2017 ທີ່ຜ່ານມາ ອ້າຍ ເຈ້ຍ ກໍໄດ້ອອກມາໂພສຮູບພາບ ແລະ ຄຳອະທິບາຍທີ່ຊວນໃຫ້ແຟນຄລັບນໍ້າຕາແຕກ ເພາະໃນຂໍ້ຄວາມນັ້ນ ອ້າຍ ເຈ້ຍ ໄດ້ໂພສວ່າ: “ຄົບຮອບ 15ປີ 6ເດືອນ ຂ້ອຍເປັນຜູ້ຊາຍທີ່ໂຊກດີຫລາຍ ທີ່ໄດ້ພົບກັບແມ່ຍິງຄົນນີ້ ເລື່ອງຫນ້າຕາເຮົາກະຕ່າງກັນໄກ ເລື່ອງຖານະ ແຫ່ງບໍ່ໄກ້ ແຕ່ລາວຍັງໃຫ້ໂອກາດຂ້ອຍພິສູດໂຕເອງ ຈົນມາຮອດມື້ນີ້ຂ້ອຍຍັງບໍມີຫຍັງເປັນຊີ້ນເປັນອັນ ແຕ່ດຽວນີ້ທີ່ຍັງມີຢູ່ນັ້ນກໍ່ຄື ຄວາມສະເຫມີຕົ້ນສະເຫມີປາຍ ຂອບໃຈ ໄຊ ທີ່ຮັກ ເຈ້ຍ ມາຕະຫລອດ 15ປີ ຜ່ານມາເຄີຍເປັນແນວ ຕໍ່ໄປນີ້ ເຈ້ຍ ຈະເຮັດໃຫ້ດີທີ່ສຸດ” ພໍແຕ່ໂພສກໍເຮັດໃຫ້ມີແຟນໆເຂົ້າມາໃຫ້ກຳລັງໃຈ ແລະ ກົດໄລ້ກົດແຊຣກັນແບບສະໜັ່ນຫວັ່ນໄຫວ… ຄວາມຮັກເປັນສິ່ງທີ່ງົດງາມ ບໍ່ວ່າເຮົາຈະແຕກຕ່າງກັນເລື່ອງໜ້າຕາ ຖານະ …

Read More »

ມາຮູ້ຈັກ! ໜິງ ສາຍສຸລິນທອນ ນັກເຄມີສາວລາວຄົນເກັ່ງ ຜູ້ກວດກາຄຸນນະພາບນໍ້າ!!!

ໝູ່ເພື່ອນຄົນໃດທີ່ກຳລັງເໝື່ອຍກັບຊີວິດ ຄິດຫຍັງບໍ່ອອກ ຊອກຫາຫົນທາງບໍ່ຖືກ, ມື້ນີ້ ຊະນີIndy ບໍ່ໄດ້ມາຫຼິ້ນໆເດີ້ ແຕ່ຈະມາເອົາບົດຄວາມດີໆທີ່ຊ່ວຍສ້າງແຮງບັນດານໃຈໃຫ້ແກ່ໝູ່ເພື່ອນທຸກຄົນ ເຊິ່ງບົດຄວາມນີ້ເປັນບົດຄວາມຂອງຄໍລຳສຳພາດພິເສດໃນ (Special Scoop) ໃນວາລະສານ ຂວັນໃຈ ສະບັບທີ 114, ເຊິ່ງເຮົາໄດ້ລວບລວມເອົາແມ່ຍິງເກັ່ງ ແມ່ຍິງລາວຍຸກໃໝ່ທີ່ມີຄວາມກ້າຫານ ຜູ້ທີ່ສາມາດອອກຈາກກອບເກົ່າໆ ມາແນະນຳໃຫ້ທຸກຄົນໄດ້ຮູ້ຈັກ ສຳລັບມື້ນີ້ຈະຂໍແນະນຳ ສາຍສຸລິນທອນ ສໍປຣະເສີດ (ໜິງ) ອາຍຸ 25 ປີ ຜູ້ກວດກາຄຸນນະພາບນໍ້າບໍລິສັດນໍ້າເທີນ 2 ສາວນັກຮຽນນອກດີກຼີ ປະລິນຍາໂທມາຈາກ ປະເທດ ຝຣັ່ງ. ດັງນັ້ນລອງມາອ່ານບົດສຳພາດຂອງ ໜິງ ສາຍສຸລິນທອນ ເບິ່ງເດີ້!!! #ແຊຣໄປໃຫ້ໂລກຮູ້ເຖິງຄວາມສາມາດຂອງແມ່ຍິງລາວ ຄວາມສຸກມັນຢູ່ລະຫວ່າງທາງ ຄວາມສຸກທີ່ໄດ້ເຮັດ ໄດ້ຢູ່ກັບສິ່ງທີ່ມັກ  ຄວາມຈິງແລ້ວໜິງເອງເປັນຄົນທີ່ມັກຮຽນວິຊາເຄມີມາຕັ້ງແຕ່ນ້ອຍໆແລ້ວ ຕັ້ງແຕ່ມັດທະຍົມພຸ້ນແຫຼະ ແຕ່ຕອນນັ້ນກໍບໍ່ດອກຮູ້ວ່າ ນອກຈາກການເປັນຄູເຄມີແລ້ວ ສາມາດເລືອກເຮັດວຽກຫຍັງໄດ້ອີກ ຮູ້ແຕ່ວ່ານາງມີຄວາມສຸກທີ່ໄດ້ຮຽນຮູ້ ມ່ວນທີ່ໄດ້ຢູ່ກັບມັນ ເລື່ອງຍາກກໍກາຍເປັນເລື່ອງງ່າຍໆ ຕອນໄດ້ທຶນໄປຮຽນຢູ່ຝະລັ່ງ ໜິງເອງກໍຂ້ອນຂ້າງຄິດໜັກ ເພາະວ່າສາຂານີ້ໃນເມືອງລາວຍັງບໍ່ທັນເປີດກວ້າງ …

Read More »