Breaking News

ຂ່າວບັນເທີງໃນປະເທດ

ຈີ່ຈີ່ ມີຄວາມຮ້ອນແຮງທະລຸອົງສາ!!!

ມາແລ້ວວວວວວ!!! ຊະນີIndy ຂາເມົ້າຂາຝອຍມາແລ້ວ ອາກາດຮ້ອນໆໃນຊ່ວງເດືອນ ເມສາ ໜ້າປີໃໝ່ລາວແບບນີ້ ແຕ່ຍັງບໍ່ຮ້ອນເທົ່າກັບ ເນັດໄອດໍ້ຕະຫຼອດການ ຈີ່ຈີ່ ພອຍໄພລິນ ສີວິໄລ ທີ່ຄອງຕຳແໜ່ງ ເນັດໄອດໍ້ມາກໍຫຼາຍປີ ແລະຍັງບໍ່ມີທ່າທີວ່າຈະຕົກກະແສຈັກເທື່ອບອກເລີຍບໍ່ທຳມະດາ! ສຳລັບສາວຄົນນີ້ ຫຼ້າສຸດນາງກໍໄປທ່ຽວລັນລາໄກເຖິງ Italy ແລະ ນາງກໍຍັງໄດໂພສຮູບພາບງາມໆບວກຄວາມເຊັກຊີ່ຕາມແບບຂອງນາງ ບອກເລີຍວ່າແຕ່ລະຮູບນິນະ ໂອ້ຍ…ໃຜໄດ້ເບິ່ງເຖິງຂັ້ນເຫື່ອແຕກເຫື່ອໄຫຼພຸ້ນເດີ້… ແນະໆ ຊະນີIndy ເວົ້າແລ້ວເຮັດບໍ່ເຊື່ອ ຊັ້ນລອງມາເບິ່ງ ຄວາມງາມ ຄວາມຮ້ອນແຮງທະລຸ 100 ອົງສາຂອງ ຈີ່ຈີ່ ເນັດໄອດໍ້ຕະຫຼອດການຄົນນີ້ກັນເລີຍ… #ແຊຣໄປໃຫ້ໂລກຮູ້ເຖິງຄວາມຮ້ອນແຮງຂອງສາວລາວ ?? A post shared by CHICHI (@chichisvl) on Apr 11, 2017 at 5:27pm PDT ? A post shared …

Read More »

ວານີພອນ ພູມີໄຊ (ໂຢ່ໂຢ່) ສາວງາມທີ່ສາມາດຄວ້າລາງວັນມາໄດ້ຄອບຄອງເຖິງ 5 ຕຳແໜ່ງ!

ປະກາດຜົນກັນໄປເປັນທີ່ຮຽບຮ້ອຍແລ້ວສຳລັບການປະກວດ ນາງສາວນະຄອນຫຼວງວຽງຈັນ 2017  ໃນວັນທີ 8 ເມສາ 2017 ທີ່ຜ່ານມາ  ແລະ ຕ້ອງຂໍສະແດງຄວາມຍິນດີກັບ ນາງ ວານີພອນ ພູມີໄຊ ຫຼຶ ໂຢ່ໂຢ່ ທີ່ໄດ້ຮັບຕຳແໜ່ງນາງສາວນະຄອນຫຼວງວຽງຈັນ 2017  ແລະ ກາຍເປັນປະກົດການທີ່ກຳລັງຮືຮາຫຼາຍທີ່ສຸດໃນຕອນເວລານີ້ ເພາະສາວງາມຄົນນີ້ສາມາດກວດມາໄດ້ທັງໝົດເຖີງ 5 ຕຳແໜ່ງຖືເປັນນາງສາວງາມ ຄົນທຳອີດທີ່ໄດ້ຮັບລາງວັນຫຼາຍທີ່ສຸດ ຕຳແໜ່ງທີ່ ວານີພອນ ພູມີໄຊ (ໂຢ່ໂຢ່) ໄດ້ຮັບມີດັ່ງລູ່ມນີ້: 1. ນາງສາວ ນະຄອນຫຼວງວຽງຈັນ 2017 2. ຂວັນໃຈຊ່າງພາບ 3. ນາງສາວ ຜິວງາມ 4. ນາງສາວ ໜ້າໃສ 5. ນາງສາວ ທັນສະໄໝ #ແຊຣໄປໃຫ້ໂລກຮູ້ເຖິງຄວາມສາມາດແລະຄວາມງາມຂອງແມ່ຍິງລາວ ຂໍຂອບໃຈ: Miss Vientiane ນາງສາວນະຄອນຫຼວງວຽງຈັນ

Read More »

ຊົມເຊີຍແມ່ຍິງລາວຄົນເກັ່ງ! ສາວລາວຄົນທຳອິດທີ່ໄດ້ທຶນ ປະລິນຍາເອກ ຈາກມະຫາວິທະຍາໄລ Oxford

ເພື່ອເປັນແຮງບັນດານໃຈໃຫ້ກັບທຸກໆຄົນມື້ນີ້ ຊະນີIndy ຂໍນຳບົດຄວາມດີໆຈາກ ວາລະສານ ຂວັນໃຈ ສະບັບເດືອນ ມັງກອນ 2017 ມາໃຫ້ແຟນໆໄດ້ອ່ານເພື່ອອາດຈະໄດ້ Idea ໄດ້ແຮງບັນດານໃຈ ໄດ້ຄວາມຄິດດີໆໃນການດຳລົງຊີວິດຕໍ່ໄປ  ຂໍແນະນຳ ອັກຈຸສັນ ຣາຊພົນ ອາຍຸ 34 ປີ ແມ່ຍິງເກັ່ງ ນິໃສດີ ອີກໜຶ່ງຄົນທີ່ມີດີກຼີ ເປັນເຖິງນັກສຶກສາຍິງລາວທີ່ສາມາດພິຊິດທຶນ ປະລິນຍາເອກ ຈາກມະຫາວິທະຍາໄລ Oxford #ແຊຣໄປໃຫ້ໂລກຮູ້ເຖິງຄວາມສາມາດຂອງແມ່ຍິງລາວ ເມື່ອເວົ້າເຖິງມະຫາວິທະຍາໄລ Oxford ແນ່ນອນວ່າ ບໍ່ມີໃຜທີ່ບໍ່ຮູ້ຈັກ ເພາະເປັນມະຫາວິທະຍາໄລເກົ່າແກ່ ຂອງປະເທດອັງກິດ ແລະມີຊື່ສຽງອັນດັບຕົ້ນໆຂອງໂລກ ຜູ້ທີ່ໄດ້ມີໂອກາດເຂົ້າຮຽນຢູ່ທີ່ນັ້ນ ກໍຕ້ອງບໍ່ທຳມະດາແນ່ນອນ ໂດຍສະເພາະ ຜູ້ທີ່ທີມງານຂວັນໃຈເຮົາ ມີຄວາມຕື່ນເຕັ້ນ ແລະ ຢາກແນະນຳໃຫ້ຮູ້ຈັກໃນມື້ນີ້ ນາງຊື່ ອັກຈຸສັນ ຣາຊພົນ ອາຍຸ 34 ປີ ເປັນສາວລາວຄົນທຳອິດ ທີ່ໄດ້ຮັບທຶນລະດັບປະລິນຍາເອກ ສາຂາສັດຕະສາດ (Zoology) …

Read More »

ງາມຫຼາຍ! ນັກສະແດງປະເທດໄທນຸ່ງຊຸດໄໝລາວໃນລະຄອນ “ແຕ່ປາງກ່ອນ”

ຄວາມໜ້າຮັກຂອງ ວິວ ວັນນະຣົດ ນັກສະແດງຍິງຈາກປະເທດໄທ ໃນບົດບາດ ເຈົ້າຍິງມ່ານແກ້ວ ກັບເຄື່ອງແຕ່ງກາຍຊຸດໄໝລາວ ທີ່ມີຄວາມປານີດ ເບິ່ງແລ້ວງາມຫຼາຍ ໃນລະຄອນເລື່ອງ “ແຕ່ປາງກ່ອນ” ທີ່ກຳລັງດຳເນີນໄປຢ່າງເຂັ້ມຂຸ້ນ, ສຳລັບຊຸດໄໝລາວແລ້ວ ເປັນຊຸດປະຈຳຊາດ ເປັນເອກະລັກປະເພນີລາວຂອງຊາດລາວເຮົາ ບໍ່ວ່າຈະເປັນຄົນລາວ ຫຼື ຕ່າງຊາດໄດ້ນຸ່ງ ຊຸດໄໝລາວນັ້ນກໍຍັງຊົງຄຸນຄ່າບົ່ງບອກເຖິງເອກະລັກຄວາມເປັນລາວທີ່ງົດງາມສືບທອດມາແຕ່ບູຮານນະການ. #ແຊຣໄປໃຫ້ໂລກຮູ້ເຖິງຄວມງົດງາມຂອງຊຸດໄໝລາວ ສຳລັບລະຄອນ “ແຕ່ປາງກ່ອນ” ແຟນໆສາມາດຕິດຕາມທຸກໆວັນ ພຸດ-ພະຫັດ ເວລາ 20:30 ທາງຊ່ອງ One (ປະເທດໄທ) ຂໍຂອບໃຈຮູບພາບຈາກ: google

Read More »

ຈັ່ງແມ່ນເປັນຕາສະອອນສາວລາວ ມີແຕ່ຄົນງາມໆ ຕື່ນເຕັ້ນໃຜຈະເປັນ ນາງສາວນະຄອນຫຼວງວຽງຈັນ 2017

ໃກ້ເຂົ້າມາແລ້ວສຳລັບການປະກວດ ນາງສາວນະຄອນຫຼວງວຽງຈັນ ປະຈຳປີ 2017 ເຊິ່ງຈະມີການຕັດສິນໃນວັນທີ 8 ເມສາ 2017 ນີ້, ເຊິ່ງທາງກອງປະກວດນາງສາວ ນະຄອນຫຼວງກໍໄດ້ເປີດໂຕ 20 ນ້ອງນາງສາວງາມຜູ້ຜ່ານເຂົ້າຮອບມາແລ້ວ ແລະ ມື້ນີ້ ຊະນີIndy ກໍໄດ້ໄປຊອກເອົາຮູບພາບຂອງນາງສາວງາມນະຄອນຫຼວງມາຝາກ ແຟນໆ ລອງມາເບິ່ງວ່າໃຜຈະງາມ ແລະ ມີຄວາມເໝາະສົມທີ່ຈະເປັນ ນາງສາວນະຄອນຫຼວງ ໃນປີນີ້ ແລະ ຢ່າລືມມາລຸ້ນມາເຊີຍໃນມື້ຕັດສິນ ວັນທີ 8 ເມສາ 2017 ນີ້ ຫຼື ຈະຮ່ວມໂຫວດຮ່ວມເຊີຍໃຫ້ກຳລັງໃຈໃຫ້ທັງ 20 ນາງສາວງາມໄດ້ເລີຍທີ່ເພສ Miss Vientiane ນາງສາວນະຄອນຫຼວງວຽງຈັນ #ແຊຣໄປໃຫ້ໂລກຮູ້ວ່າສາວລາວງາມຫຼາຍ MVTO1 ນາງ ນໍ້າເຜິ້ງ ຈັນທຸມມີ 2. MVTO2 ນາງ ພຸດທະວີນັນ ຫຼວງລາດ 3. MVTO3 ນາງ ດວງພະໄທ ເມກສີທອງ …

Read More »