Breaking News

ຂ່າວບັນເທີງໃນປະເທດ

ບົດເພງ: “ຍອມ” ຈາກ Tou Hero

  Update ເພງສະຕຣິງລາວໃໝ່ຫຼ້າສຸດກັນແດ່ກັບບົດເພງ  “ຍອມ” ຂອງໝຸ່ມ Tou Hero ເຊິ່ງບົດເພງນີ້ເປັນບົດເພງທີ່ບອກໄດ້ຄຳດຽວເລີຍເພາະວ່າຍອມ… ສົມກັບຊື່ເພງ ເພາະວ່າພໍແຕ່ປ່ອຍເພງນີ້ໄດ້ບໍ່ເຖິງອາທິດກໍມີແຟນເພງຂອງໝຸ່ມ Tou Hero ເຂົ້າມາກົດໄລ້ກົດແຊຣ ຄອມເມັ້ນ ກັນຢ່າງລົ້ນເຫຼືອ, ສ່ວນເນື້ອຫາ ແລະ MV ຂອງເພງດັ່ງກ່າວກໍເຖິງໃຈເຖິງອາລົມແທ້ໆ ບໍ່ເຊື່ອແຟນໆລອງມາເບິ່ງກັນວ່າຈະສົມກັບຄຳວ່າ “ຍອມ” ສົມກັບຊື່ເພງແທ້ບໍ່? #ກົດໄລ້ກົດແຊຣໄປໃຫ້ໂລກຮູ້ເຖິງຄວາມສາມາດຂອງຄົນລາວ     ທີ່ມາຈາກ: HERO MUSIC Official

Read More »

ມາເບິ່ງ! Life Style ຂອງ ຫຼິງຫຼິງ ປິຍະດາ ສາວປະເພດສອງອັນດັບໜຶ່ງ!

  ບໍ່ວ່າຈະເບິ່ງຍາມໃດສາວ ຫຼິງຫຼິງ ປິຍະດາ ສາວປະເພດສອງອັນດັບໜຶ່ງຂອງລາວເຮົາກໍມີຄວາມງາມ ໜ້າຮັກ ມີຄວາມລຽບຫຼູດູດີຢູ່ຕະລອດເວລາ, ໃນມື້ນີ້ ຊະນີIndy ກໍມີໂອກາດໄດ້ໄປສ່ອງ IG ຂອງດາລາ-ນັກສະແດງສາວຄົນນີ້ ເລີຍເຫັນ Life Style ສຸດເລີດ…ຂອງນາງ ບໍ່ວ່າຈະເປັນການໃຊ້ຊີວິດເພາະນາງມັກໂພສຮູບພາບໄປທ່ອງທ່ຽວໃນສະຖານທີ່ ແລະ ປະເທດຕ່າງໆ ແຖມເສື້ອຜ້າໜ້າຜົມນາງກໍມີຄວາມງາມຄົບເຄື່ອງຢູ່ຕະຫຼອດເວລາ ບອກໄດ້ເລີຍວ່າສາວຄົນນີ້ນອກຈາກຈະມັກຄວາມສວຍຄວາມງາມສົມກັບເປັນສາວປະເພດສອງອັນດັບໜຶ່ງຂອງບ້ານເຮົາແລ້ວ ນາງຍັງມັກການທ່ອງທ່ຽວເປັນຊີວິດຈິດໃຈ #ແຊຣໄປໃຫ້ໂລກຮູ້ວ່າສາວສອງບ້ານເຮົາເລີດ…ສຸດໆ #ท่านั่งของลิงลิง??? A post shared by I'm Lingling Piyadar(laos) (@lingpiyadar) on Mar 21, 2017 at 7:17pm PDT ใช้ชีวิตในฝัน ฝันที่เป็นจริง ? A post shared by I'm Lingling Piyadar(laos) (@lingpiyadar) on Mar …

Read More »

ແອບເປີ້ນ ສີສະຫວຽນ ແລະ ຟຸກ ຈິລະ ກຳລັງຈະເຂົ້າພິທີວິວາໃນໄວໆນີ້

ເປັນຄູ່ຮັກ Idol ເລີຍກໍວ່າໄດ້ສຳລັບ ແອບເປີ້ນ ສີສະຫວຽນ (ນັກສະແດງ-ພິທີກອນຊື່ດັງຂອງລາວເຮົາ) ແລະ ຟຸກ ຈິລະ (ນັກຮ້ອງ-ນັກສະແດງຂອງປະເທດໄທ) ທີ່ຄົບຫາກັນມາຢ່າງຍາວນານກວ່າ 10 ປີ ແລະ ຫຼ້າສຸດໜຸ່ມ ຟຸກ ກໍໄດ້ອອກມາເປີດເຜີຍຂ່າວດີວ່າທັງສອງໄດ້ເລິກງາມຍາມດີ ຈັດພິທີງານແຕ່ງດອງໃນວັນທີ 3 ພະຈິກ 2017 ທີ່ຈະມາເຖິງນີ້, ເຊິ່ງພິທີໃນງານມົງຄົນສົມລົດທີ່ຈະຈັດຂຶ້ນໄວໆນີ້ ໜຸ່ມ ຟຸກ ຍັງເປີດເຜີຍອີກວ່າຈະຈັດຂຶ້ນທີ່ເຮືອນຫໍຂອງທັງສອງໃນເຂດ ບາງນາ (ປະເທດໄທ) ຈະຈັດເປັນ 3 ປະເພນີເຊັ່ນ: ປະເພນີແບບໄທ (ຕັກບາດ-ແຫ່ຂັນໝາກ), ປະເພນີແບບ ຈີນ (ປະເພນີຍົກນໍ້າຊາ) ແລະ ປະເພນີແບບລາວຄື ບາສີ-ສູ່ຂວັນ, ຄາດວ່າໃນງານຈະໃຊ້ຊຸດທັງໝົດ 4 ຊຸດດ້ວຍກັນ. ຢ່າງໃດ ເວັບໄຊ້ ຂວັນໃຈ ແລະ ແຟນໆ ກໍຂໍສະແດງຄວາມຍິນດີກັບທັງສອງຄົນນຳເດີ້ ຂໍໃຫ້ມີຄວາມສຸກ ມີລູກເຕັມບ້ານຫຼານເຕັມເມືອງ …

Read More »

ນາງແບບ-ນາຍແບບ ຈາກລາວຮ່ວມເດີນແບບທີ່ປະເທດໄທ

ນາງແບບ ແລະ ນາຍແບບ ຈາກປະເທດລາວເຮົາ  ຈາກຄ້າຍ First Modeling ຮ່ວມເດີນແບບໃນງານ “ເທສະການຮູບເງົາເມືອງແຄນ” ຄັ້ງທີ 3 ທີ່ຈັງຫວັດ ຂອນແກ່ນ ປະເທດໄທ, ເຊິ່ງໃນງານເຕັມໄປດ້ວຍການເດີນແບບສຸດອະລັງການຂອງນາງແບບ ນາຍແບບ ຈາກລາວ ແລະ ໄທ, ສຳລັບນາງແບບ-ນາຍແບບ ຈາກລາວເຮົານັ້ນນຳທີມໂດຍ ເມ ວະລິສະລາ ຕັງສຸວັນ,ເບບີ້ ປິຍະມາດ, ຈ່ອນນີ່ ໄຊຍະສານ, ມິມີ່ ພູນຊັບ  ແລະ ຍັງມີນ້ອງໆນາງແບບ-ນາຍແບບ ອີກຈຳນວນຫຼວງຫຼາຍ ໃນການເດີນແບບໃນຄັ້ງນີ້ ຖືເປັນການໄດ້ເຜີຍແຜ່ຊຸດໄໝລາວ ເອກະລັກປະເພນີລາວ ແລະ ໄດ້ເຜີຍແຜ່ຄວາມສາມາດຂອງໄວໜຸ່ມຍຸກໃໝ່ຂອງລາວເຮົາ ທີ່ມີຄວາມສາມາດບໍ່ດ້ອຍຈາກປະເທດອື່ນ. #ແຊຣໄປໃຫ້ໂລກຮູ້ວ່າລາວເຮົາມີດີ       ຂໍຂອບໃຈຮູບພາບຈາກ: Firstmodelinglao

Read More »

ນາງສາວນະຄອນຫຼວງວຽງຈັນ 2017 ປີນີ້ຈະແມ່ນໃຜ?

  ໃກ້ເຂົ້າມາແລ້ວສຳລັບການປະກວດ ນາງສາວນະຄອນຫຼວງວຽງຈັນ ປະຈຳປີ 2017 ເຊິ່ງຈະມີການຕັດສິນໃນວັນທີ 8 ເມສາ 2017 ນີ້, ເຊິ່ງທາງກອງປະກວດນາງສາວນະຄອນຫຼວງກໍໄດ້ເປີດໂຕ 20 ນ້ອງນາງສາວງາມຜູ້ຜ່ານເຂົ້າຮອບມາແລ້ວ ແລະ ມື້ນີ້ ຊະນີIndy ກໍໄດ້ໄປຊອກເອົາຮູບພາບຂອງນາງສາວງາມນະຄອນຫຼວງມາຝາກແຟນໆ ລອງມາເບິ່ງວ່າໃຜຈະງາມ ແລະ ມີຄວາມເໝາະສົມທີ່ຈະເປັນ ນາງສາວນະຄອນຫຼວງ ໃນປີນີ້. #ແຊຣໄປໃຫ້ໂລກຮູ້ວ່າສາວລາວງາມຫຼາຍ MVTO1 ນາງ ນໍ້າເຜິ້ງ ຈັນທຸມມີ 2. MVTO2 ນາງ ພຸດທະວີນັນ ຫຼວງລາດ 3. MVTO3 ນາງ ດວງພະໄທ ເມກສີທອງ 4. MVTO4 ນາງ ຫຍິງງາມ ໜໍ່ຄຳ 5. MVTO5 ນາງ ສຸດາລັດ ສີນະລາດ 6. MVTO6 ນາງ ມະນິດາ ເອ້ກັນຫາ 7. MVTO7 ນາງ ວິນັດ …

Read More »