Breaking News

ຂ່າວບັນເທີງໃນປະເທດ

ສົມຈັນ ຝຣັ່ງເວົ້າລາວ ເບິ່ງຄລິບແລ້ວໜ້າຮັກດີ!!!

  ສົມຈັນ ຝຣັ່ງເວົ້າລາວ ເຊື່ອວ່າແຟນເພສຫຼາຍໆທ່ານກໍຄົງຈະຮູ້ຈັກກັບໜຸ່ມຝຣັ່ງສັນຊາດ ອາເມຣິກາ ຄົນນີ້ ເພາະທ້າວມີຄວາມໂດ່ງດັງມາຈາກຄລິບຕ່າງໆທີ່ໄດ້ໂພສລົງທາງເພສ Facebook ຂອງ ສົມຈັນ ເອງ, ແຕ່ຖ້າແຟນໆທ່ານໃດທີ່ຍັງບໍ່ຮູ້ວ່າໜຸ່ມ ຝຣັ່ງ ຄົນນີ້ແມ່ນໃຜ ຊະນີIndy ກໍໄດ້ໄປສືບມາແລ້ວວ່າ ໜຸ່ມຄົນນີ້ມີຊື່ແທ້ວ່າ: Gabriel Kupeman ແຕ່ສ່ວນຫຼາຍຄົນລາວເຮົາຈະຮູ້ທ້າວໃນນາມວ່າ ສົມຈັນ, ເປັນຜູ້ກໍ່ຕັ້ງ ບຸນມະໂຫລານ ຮູບເງົາຫຼວງພະບາງ (Luang Prabang Film, Festival) ເປັນຄົນສັນຊາດ ອາເມຣິກາ ຈາກລັດ ວໍຊິງຕັນ ດີຊີ, ຍ້າຍມາຢູ່ລາວຕັ້ງແຕ່ປີ 2008 ເພື່ອມາຊ່ວຍພັດທະນາອຸດສາຫະກຳຮູບເງົາ, ປັດຈຸບັນອາໄສຢູ່ ແຂວງ ຫຼວງພະບາງ. ຊະນີIndy ເບິ່ງຄລິບ ໜຸ່ມຝຣັ່ງ ສົມຈັນແລ້ວ ຮູ້ສຶກວ່າມີຄວາມໜ້າຮັກດີ ເພາະເວົ້າສຳນຽງລາວຢ່າງຊັດຖ້ອຍຊັດຄຳ ເລີຍນຳມາຝາກແຟນເພສ ລອງມາເບິ່ງກັນເບິ່ງເດີ້ ວ່າຈະໜ້າຮັກແທ້ບໍ່ນໍ… ? ? …

Read More »

ແພນເຄັກ ໂພສຂອບໃຈແຟນໆຊາວລາວ ພ້ອມຈັດງານ Meet and Greet ບັນຍາກາດເຕັມໄປດ້ວຍຄວາມອົບອຸ່ນ!!!

ແພນເຄັກ ເຂມມະນິດ ຈາມິກອນ ດາລາ-ນາງແບບແຖວໜ້າ ຈາກປະເທດໄທ ໂພສຂອບໃຈແຟນຊາວລາວໃນອິນສະຕຣາແກຼມສ່ວນຕົວ ໃນວັນທີ 19 ມີນາ 2017, ພ້ອມທັງຈັດງານ Meet and Greet ໃຫ້ແຟນໆໄດ້ໃກ້ຊິດກັນຢ່າງອົບອຸ່ນ ແລະ ດາລາຊື່ດັງຍັງໄດ້ໂພສຄລິບກິນເຂົ້າຈີ່ປາເຕ້ຂອງລາວເຮົາເປັນເທື່ອທຳອິດ ພ້ອມທັງບອກວ່າແຊບຫຼາຍ ກິນເທື່ອດຽວເຖິງຂັ້ນຕິດໃຈ, ຍັງບໍ່ໝົດນາງຍັງມີຄວາມດີໃຈທີ່ແຟນຄຣັບຊາວລາວມອບສິ້ນຜືນງາມເປັນຂອງຝາກໃຫ້ດາລາສາວກັບບ້ານ ແລະ ນາງຍັງສັນຍາວ່າຖ້າມີໂອກາດໄດ້ມາ ປະເທດລາວ ອີກນາງກໍຈະນຸ່ງສິ້ນຜືນງາມມາໃຫ້ເບິ່ງແນ່ນອນ. Lovely time with all fans ka. Thank you for coming na ka. ขอบใจหลายหลายเด้อ!!!! ?????????? #khemanito #pancakekhemanitofficial A post shared by PANCAKE KHEMANIT JAMIKORN (@khemanito) on Mar 18, …

Read More »

ມ່ວນຫຼາຍ!!! Joss Stone ສິລະປິນສາວຊື່ດັງລະດັບໂລກ Cover ເພງ “ຈໍາປາເມືອງລາວ” (ມີ Clip)

ສິລະປິນສາວສັນຊາດ ອັງກິດ Joss Stone ນັກຮ້ອງ-ສິລະປິນລະດັບໂລກ Cover ເພງ “ຈຳປາເມືອງລາວ” ຮ່ວມກັບ ໂຈ ພູມະໂນ ສິລະປິນໜຸ່ມລາວ, ເຊິ່ງບົດເພງ “ຈຳປາເມືອງລາວ”  ເປັນບົດເພງປະຈຳຊາດຂອງລາວເຮົາ ແລະ  ເປັນອີກບົດເພງໜຶ່ງທີ່ມ່ວນຫຼາຍຈົນເຮັດໃຫ້  Joss ມີຄວາມສົນໃຈໃນບົດເພງນີ້ ແລະ Cover ບົດເພງ “ຈຳປາເມືອງລາວ” ແລ້ວປ່ອຍລົງໃນ YouTube ເພື່ອໃຫ້ຜູ້ຄົນໄດ້ເຫັນກັນທົ່ວໂລກ. Joss Stone ເປັນນັກຮ້ອງສິລະປິນຍິງທີ່ມີພະລັງສຽງຊົງພະລັງ ແລະ ມີຊື່ສຽງລະດັບໂລກ ໂດຍເພງຮິດຂອງສາວຄົນນີ້ກໍມີຫຼາຍບົດເພງເຊັ່ນ: Stuck On You, The Love We Had, You Had Me, It’s a Man’s World ແລະ ຍັງມີອີກຫຼາຍຫຼາຍບົດເພງທີ່ມ່ວນ, ຫຼ້າສຸດນັກຮ້ອງສາວ Joss Stone …

Read More »

ເພງສາກົນ”Shape Of You” ຂອງ Ed Sheeran ຄອງຕໍາແໜ່ງເພງຍອດຮິດໃນ Billboard

  ເພງຂອງນັກຮ້ອງຊື່ດັງ Ed Sheeran ນັກຮ້ອງໜຸ່ມຈາກເມືອງຜູ້ດີຈາກ ປະເທດ ອັງກິດ ເພງນັ້ນກໍຄື “Shape Of You” ຂຶ້ນຄອງຕຳແໜ່ງເພງຍອດຮິດໃນ www.billboard.com hot 100 ມາແລ້ວເຖິງ 8 ອາທິດຕິດຕໍ່ກັນ ແລະ ຍັງບໍ່ມີທີທ່າວ່າເພງນີ້ຈະລົງຈາກ Chart Billboard  ງ່າຍໆ ເພາະເປັນເພງທີ່ກຳລັງໄດ້ຮັບຄວາມນິຍົມ ຈົນເຮັດໃຫ້ມີຄົນນຳເພງນີ້ໄປ Cover ເປັນຈຳນວນຫຼວງຫຼາຍ, ສຳລັບໜຸ່ມຄົນນີ້ມີຜົນງານມາແລ້ວຢ່າງຫຼາກຫຼາຍເຊັ່ນເພງ: Thinking Out Loud, Photograph, Castle On The Hill ແລະ ຍັງມີອີກຫຼາຍໆບົດເພງຂອງໜຸ່ມຄົນນີ້. ດັ່ງນັ້ນລອງມາຟັງກັນເບິ່ງ ແລະ ຮັບຮອງເພງນີ້ມ່ວນແນ່ນອນ… via: Ed Sheeran

Read More »

ນໍ້າຝົນ ປ່ອຍເພງໃໝ່ “ມືສັງຫານ”

  ນໍ້າຝົນ ນັກຮ້ອງສາວສຽງດີ ຈາກຄ່າຍເພງ ອິນດີ້ ເລັກຄອດ ໄດ້ປ່ອຍ Single ເພງໃໝ່ຫຼ້າສຸດໃນບົດເພງທີ່ມີຊື່ວ່າ: “ມືສັງຫານ” ເຊິ່ງເພງນີ້ກໍໄດ້ ອ້າຍ ສັກ ແຫ່ງ ວົງ Cells ນັກຮ້ອງສີລະປິນຊື່ດັງມາເປັນຄົນຂຽນເນື້ອຮ້ອງໃຫ້, ບົດເພງດັ່ງກ່າວເປັນບົດເພງຊຶ້ງກິນໃຈເອົາໃຈຄົນທີ່ຕົກຂຸມຮັກຄົນທີ່ມີເຈົ້າຂອງແລ້ວ. ບົດເພງນີ້ຈະມີຄວາມມ່ວນ ຊຶ້ງ ກິນໃຈພຽງໃດ ລອງມາຟັງຜົນງານເພງທີ່ສ້າງມາຈາກຄົນລາວເຮົາກັນເລີຍ #ຢ່າລືມແຊຣໃຫ້ໂລກຮູ້ວ່າຄົນລາວເຮົາມີຄວາມສາມາດ   ຄລິບຈາກ: Indee Laos ຮູບພາບຈາກ: Namfon Indee

Read More »