Breaking News

ຂ່າວບັນເທີງໃນປະເທດ

ວັນໃໝ່ ໄປອອກລາຍການຊື່ດັງຂອງ ປະເທດໄທ (ມີ Clip)

  ຫຼັງຈາກທີ່ສ້າງຊື່ສຽງໃຫ້ ປະເທດລາວ ໂດຍສາມາດຄວ້າລາງວັນ ຊຸດປະຈຳຊາດດີເດັ່ນ ໃນການປະກວດສາວງາມປະເພດສອງ “Miss International Queen 2016”  ນ້ອງ ວັນໃໝ່ ມົນຈຳປາ ທຳມະວົງ ຈົນກາຍເປັນກະແສຮືຮາມາແລ້ວ, ຫຼ້າສຸດ ວັນໃໝ່ ກໍໄດ້ໄປອອກລາຍການຊື່ດັງຂອງປະເທດເພື່ອນບ້ານເຮົາ ເປັນລາຍການຊື່ດັງ “ຫຼິ້ນໃຫ່ຍຈັດໃຫ່ຍ” ໂດຍມີພິທີກອນຊື່ດັງຫຼາກຫຼາຍຄວາມສາມາດ ດຣ. ປະນັດດາ ວົງຜູ້ດີ (ບຸມ) ເປັນຄົນດຳເນີນລາຍການ ແລະ ສຳພາດ ວັນໃໝ່.   ໃນການສຳພາດພິທິກອນກໍຖາມ ວັນໃໝ່ ເຖິງທີ່ໄປທີ່ມາໃນການມາປະກວດ “Miss International Queen 2016”  ໃນເທື່ອນີ້ ແລະ ຍັງຖາມເຖິງການຍອມຮັບຂອງສາວປະເພດສອງໃນສັງຄົມລາວ ແລະ ວັນໃໝ່ກໍຕອບວ່າ: “ການຍອມຮັບຂຶ້ນກັບຄົນທີ່ເລືອກຈະປະຕິບັດຕົນ ຖ້າເປັນແບບຢ່າງທີ່ດີກໍຈະຖືກຍອມຮັບ ກໍຂຶ້ນຢູ່ກັບວ່າການກະທຳຂອງຄົນ”  ສຳລັບແຟນໆ ທ່ານໃດທີ່ຍາກຮູ້ທີ່ໄປທີ່ມາຂອງ ນ້ອງ ວັນໃໝ່ ເພີ່ມຕື່ມມື້ນີ້ ຊະນີIndy ກໍບໍ່ເຄີຍພາດທີ່ຈະນຳເອົາຄລິບລາຍການມາຝາກ …

Read More »

ສາວໄທຕະລຶງ! ພິທີແຕ່ງດອງໃນປະເທດລາວ (ມີ Clip)

  ເຟັກບຸກຂອງສາວໄທຄົນໜຶ່ງໂພສຄລິບງານແຕ່ງດອງໃນປະເທດລາວ ພ້ອມຂຽນຄຳອະທິບາຍວ່າ “ຕະລຶງ!!! ພິທີງານແຕ່ງໃນລາວມີແບບນີ້ນຳ” ແລະ ມີການອະທິບາຍໃນຄລິບວ່າ: ພາບທີ່ເຫັນນີ້ແມ່ນທຸກຄົນຢ່າງອອກມາເຕັ້ນເອງ ເປັນການເຕັ້ນສະຫຼອງ ແລະ ຈະມີການລຽນແຖວເປັນລະບຽບຮຽບຮ້ອຍ ເຊິ່ງການເຕັ້ນ ບັດສະລົບ ນີ້ເປັນການເຕັ້ນໃນພິທີງານແຕ່ງຂອງ ສປປ ລາວ ເຊິ່ງໃນ ປະເທດ ໄທ ບໍ່ເຄີຍມີແບບນີ້.   ตะลึง!!! พิธีงานแต่งที่ลาวมีแบบนี้ด้วย!! โพสต์โดย Jin Kanansinee Khongmaklum บน 12 มีนาคม 2017   ຂໍຂອບໃຈຄລິບຈາກ: Jin Kanansinee Khongmaklum

Read More »

ມາຮູ້ຈັກກັບບັນດາ ນາງສາວນະຄອນຫຼວງ ປີ 2016 (Miss Vientiane)

  ມື້ນີ້ຈະມາແນະນຳໃຫ້ຮູ້ຈັກກັບບັນດາ ສາວງາມນະຄອນຫຼວງວຽງຈັນ ປີ 2016, ມີທັງໝົດ 7 ສາວ ແລະ ແຕ່ລະສາວກໍມີຄວາມງາມ ແລະ ບຸກຂະລິກທີ່ງາມ ໂດດເດັ່ນ ແຖມມີຄວາມສາມາດແຕກຕ່າງກັນໄປ ຈະມີຄວາມງາມສົມກັບທີມງານເຮົາຍ້ອງແທ້ບໍ່ ບໍ່ລໍຊ້າມາຮູ້ຈັກກັບພວກເຂົາກັນເລີຍ: #ຢ່າລືມກົດໄລ້-ກົດແຊຣໄປໃຫ້ໂລກຮູ້ວ່າສາວລາວງາມຫຼາຍ ນາງ ນະຄະລີ ພາມີສິດ (ແຄັດດີ້), ນາງສາວນະຄອນຫຼວງວຽງຈັນ 2016 2. ນາງ ສຸພາພອນ ສົມວິຈິດ (ນຸ້ຍ), ຮອງອັນດັບ 1 ນາງສາວນະຄອນຫຼວງ 2016 3. ນາງ ຊູລິນດາ ໄຊຍະເພັດ (ເປົ້າ), ຮອງອັນດັບ 2 ນາງສາວນະຄອນຫຼວງ 2016 4. ນາງ ຈັນທະລີ ວິໄລ (ນາງ), ຮອງອັນດັບ 2 ນາງສາວນະຄອນຫຼວງ 2016 4. ນາງ ປະທຸມພອນ …

Read More »

ນູ່ນີ່ ມີຄວາມໜ້າຮັກປົນຄວາມຮາ…ໃນລາຍການ “Take Me Out Thailand” (ມີ Clip)

  ສາວລາວອີກໜຶ່ງທ່ານທີ່ໄປລາຍການເລືອກຄູ່ຊື່ດັງ “Take Me Out Thailand” ນັ້ນກໍຄືສາວ ນູ່ນີ່ ກຸມພົນພັກດີ ອາຍຸ 23 ປີ ສາວລາວທີ່ມີຄວາມໜ້າຮັກປົນຄວາມຮາ ເບິ່ງແລ້ວມີສະເໜ່ຫຼາຍ, ໃນລາຍການກໍມີໜຸ່ມໆຫຼາກຫຼາຍແບບມາໃຫ້ເລືອກແຕ່ສາວ ນູ່ນີ່ ກໍຍັງບໍ່ຖືກໃຈໃຜເທື່ອ ນາງຈຶ່ງມອດໄຟໃສ່ໜຸ່ມໆທີ່ມາໃນລາຍການ, ຢ່າງໃດກໍຂໍໃຫ້ສາວ ນູ່ນີ່ ເຈິຄົນທີ່ຖືກໃຈໄວໆເດີ້. ມື້ນີ້ kuanjai.com  ກໍລວບລວມເອົາ Clip ຄວາມຮາ ໜ້າຮັກໆ ໃນລາຍການທີ່ສາວຄົນນີ້ໄດ້ໂຕ້ຕອບໄປມາກັບໜຸ່ມໂສດ ແລະ ພິທີກອນໃນລາຍການມາຝາກ… อีเลาะเต๊าะแต๊ะ ชอบเวลานุนีพูด น่ารักน่าฟัง มักคือกันบ่ ^^ #tmo11 #takemeoutthailandถ้าไม่อยากพลาดความสนุกของเทคมีเอาท์ กดนี่ไว้เลย https://goo.gl/pEK5w4 โพสต์โดย Take Me Out Thailand บน 11 มีนาคม 2017 ขี่รถมันส์กว่าขี่เรา ชอบรถรักรถขนาดนี้ ขับขี่ไปทั่วทิศ แล้วเค้าจะมาขี่เราเร้อ …

Read More »

ນຸຖາ ຖືກເຊີນໄປເປັນຕົວແທນນາງມະທີ ໃນງານບຸນພະເຫວດ ທີ່ປະເທດໄທ!

  ພິທີກອນ-ນັກສະແດງຊື່ດັງ Pj ນຸຖາ ລາດຊະວົງເລົາ ຖືກເຊີນໄປເປັນຕົວແທນນາງມະທີ ໃນພິທີແຫ່ງານບຸນພະເຫວດ ທີ່ຈັງຫວັດ ຂອນແກ່ນ ປະເທດໄທ ເຊິ່ງງານນີ້ນັບວ່າເປັນງານປະເພນີທີ່ຈັດຢ່າງຍິ່ງໃຫຍ່. Pj ນຸຖາ ກໍມີຄວາມດີໃຈ ແລະ ເປັນກຽດທີ່ໄດ້ຖືກຮັບເຊີນໄປໃນງານເຊິ່ງນາງກໍໄດ້ມີການໂພສຄວາມຮູ້ສຶກລົງໃນ Facebook ສ່ວນຕົວຂອງນາງວ່າ: “ຮູ້ສຶກເປັນກຽດທີ່ໄດ້ເປັນນາງມະທີ ໃນພິທີແຫ່ງານບຸນພະເຫວດ ທີ່ຂອນແກ່ນ ປະເທດໄທ” ຈົນເຮັດໃຫ້ແຟນຄຣັບຂອງນາງເຂົ້າມາໃຫ້ກຳລັງໃຈຢ່າງລົ້ນຫຼາມ. ຊະນີIndy ກໍບໍ່ພາດທີ່ຈະນຳເອົາຮູບພາບພາຍໃນງານທີ່ສາວນຸຖາຖືກຮັບເຊີນໄປ ແລະ ຍັງນຳເອົາຮູບພາບງາມໆ ໜ້າຮັກໆຂອງສາວຄົນນີ້ມາຝາກແຟນໆ ມາເບິ່ງກັນເລີຍ… #ຢ່າລືມກົດໄລ້-ກົດແຊຣ ມີຮູບພາບງາມໆ ໜ້າຮັກໃນແບບຂອງ Pj ນຸຖາ ມາຝາກ…ມາເບິ່ງໄດ້ເລີຍ!! ຂໍຂອບໃຈຮູບພາບຈາກ: Pj Nutha

Read More »