Breaking News

ຂ່າວບັນເທີງໃນປະເທດ

ປາມມີ່! ນັກຮ້ອງດັງຈາກປະເທດເພື່ອນບ້ານມາລາວ

  ກຣີດໆໆ…ຊະນີIndy ຢາກຈະຮ້ອງດັງໆ…ຈັກ 8 ຮອບ ເນື່ອງຈາກວ່ານັກຮ້ອງສາວສຸດເຊີ Idol ຂອງໃຜ ຫຼາຍໆຄົນ ປາມມີ່ ນັກຮ້ອງເພງດັງຈາກປະເທດເພື່ອນບ້ານ ເຊິ່ງຜົນງານຂອງເພິ່ນກໍມີໂດ່ງດັງມາແລ້ວຫຼາຍຕໍ່ຫຼາຍເພງເຊັ່ນ: ຢາກຈະຮ້ອງດັງໆ, ຄວາມເຈັບປວດ, ແປດໂມງເຊົ້າວັນອັງຄານ ແລະ ຍັງມີອີກຫຼາຍໆບົດເພງ…ເພາະເພິ່ນໄດ້ມາຢ້ຽມຢາມປະເທດລາວເຮົາ ແລະ ໄດ້ຖ່າຍຮູບກັບນັກດ່ຽວໄມໂຄໂຟນຊື່ດັງ ອ້າຍ ໂນດ ອຸດົມ ພ້ອມໄດ້ລົງຮູບໃນອິນສະຕາແກມສ່ວນຕົວ ທັງຂຽນຄຳອະທິບາຍທັກທາຍແຟນໆຊາວລາວວ່າ “ສະບາຍດີ” ເຮັດໃຫ້ມີແຟນໆທັງຊາວລາວ ແລະ ຊາວໄທເຂົ້າໄປກົດໄລ້ ແລະ ຄອມເມັ້ນກັນຢ່າງຫຼວງຫຼາຍ ແລະ ຍັງມີການຄາດການຂອງແຟນຄຣັບໃນລາວວ່ານັກຮ້ອງດັງຄົນນີ້ ໜ້າຈະມາຮ່ວມພິທີໃສ່ບາດ ແລະ ຖວາຍສັງຄະທານແດ່ພະພິຂຸສົງ 1,500 ອົງ ເນື່ອງໃນວັນມາຄະບູຊາ ທີ່ພະທາດຫຼວງວຽງຈັນ ໃນວັນທີ 11 ກຸມພາ 2017 ນີ້ແນ່ນອນ. #ແຊຣໄປໃຫ້ໂລກຮູ້ວ່າປະເທດລາວເຮົາມີດີໃຜໆກໍຢາກມາ Pictures via: PALMY and palmy.ig

Read More »

ແພນດ້າ! ເນັດໄອດໍ້ສຸດໜ້າຮັກ

  ເນັດໄອດໍ້ສາວລາວນ້ອງ ຝົນນະພາ ໄຕມະນີ (ແພນດ້າ) ອາຍຸ 22 ປີ ປັດຈຸບັນກຳລັງສຶກສາທີ່ Ewha Womans University ທີ່ ສ.ເກົາຫລີ, ແບບເບິ່ງເຜີນໆຖ້າບໍ່ບອກຄືຈະບໍ່ຮູ້ວ່າເປັນສາວລາວ ເພາະເບິ່ງຈັ່ງໃດກໍນຶກວ່າເປັນສາວເກົາຫລີ ແຕ່ທີ່ຈິງແລ້ວແພນດ້າເປັນຄົນລາວແທ້ນະຈະ! ແຖມຍັງເປັນໄວໜຸ່ມຍຸກໃໝ່ທີ່ເອົາໃຈໃສ່ຕໍ່ວັດທະນະທຳລາວນຳໃດ (ຊົມເຊີຍເດີ້) ແລະ ອີກບໍ່ດົນນີ້ນ້ອງກໍາລັງຈະມີຜົນງານກັບ ວາລະສານ ຂວັນໃຈ ແຕ່ຈະເປັນຜົນງານດ້ານໃດນັ້ນ ຊະນີIndy ຍັງບໍ່ບອກເດີ້ ແຕ່ຍາກໃຫ້ແຟນໆອົດໃຈລໍແປບໜຶ່ງ ດຽວໄດ້ເຫັນກັນແນ່ນອນ, ດັ່ງນັ້ນມື້ນີ້ມາເບິ່ງຮູບພາບທີ່ໜ້າຮັກສົດໃສຂອງນ້ອງໄປກ່ອນເດີ້… #ແຊຣໄປເລີຍໃຫ້ໂລກຮູ້ວ່າສາວລາວງາມແລະໜ້າຮັກຫຼາຍ ຢ່າລືມຕິດຕາມຜົນງານຂອງນ້ອງກັບ ວາລະສານ ຂວັນໃຈ ໄວໆນີ້ເດີ້… ຂໍຂອບໃຈຮູບພາບຈາກ: panda_f5

Read More »

ຜູ້ຢູ່ເບື້ອງຫຼັງໃນການສ້າງດາລາແຫ່ງວົງການບັນເທິງລາວ!

  ຊະນີIndy ມາແລ້ວຈ້າ….ບ່າຍໆແບບນີ້ມາເວົ້າມາລົມກັນ ມື້ນີ້ຈະມາແນະນຳໃຫ້ແຟນໆໄດ້ຮູ້ກັບ ນັກປັ້ນດາລາແຫ່ງວົງການບັນເທິງລາວ ທະວີໄຊ ໄຊທິລາດ ຫຼື ຕ້າ ເອແພັກ ເພິ່ນເປັນສີລະປິນ ນັກຮ້ອງ ນັກແຕ່ງເພງ ລວມເຖິງຜູ້ຢູ່ເບື້ອງຫຼັງໃນການສ້າງດາລາສີລະປິນຫຼາຍໆຄົນມາແລ້ວບໍ່ວ່າຈະເປັນ ລູກນໍ້າ ທິດາລັດ, ຄຣິດຕິນ້າ, ບິນລີ່, ຕຸ່ນ ດີວ້າ, ຕິກ ພິ້ນເຊັດ ແລະ ຍັງມີນ້ອງໆອີກຫຼາຍໆຄົນທີ່ກຳລັງຈະມາເສີດສາຍສະແດງຄວາມສາມາດໃນວົງການບັນເທິງບ້ານເຮົາທີ່ນັບມື້ນັບໂດດເດ່ນ ແລະ ຫຼ້າສຸດ ຕ້າ ເອແພັກ ຍັງໄດ້ເປັນກຳມະການຮ່ວມຕັດສິນນ້ອງໆທີ່ມາຮ່ວມແຂ່ງຂັນໃນໂຄງການ ‘ຄົ້ນຫາໄວລຸ້ນຍຸກໃໝ່ສະໄຕສເກຣດ A’ ອີກດ້ວຍ, ຂໍຕົບມືແບບລົວໆໃຫ້ເລີຍເນາະ ແບບວ່າເກັ່ງສຸດຍອດ. #ແຊຣໄປໃຫ້ໂລກຮູ້ວ່າຄົນລາວເຮົາເກັ່ງບໍ່ດ້ອຍກວ່າຊາດອື່ນ ມາເບິ່ງ! ຮູບພາບທີ່ຖ່າຍຮ່ວມກັບສີລະປິນ… ຂໍຂອບໃຈທີ່ມາ ແລະ ຮູບພາບຈາກ: Tar Apacts Thavixay  ແລະ TAR APACTS  

Read More »

ສາວປະເພດສອງຕົວແທນໄປແຂ່ງຂັນເວທີ Miss International Queen 2016

  ນ້ອງ ວັນໃໝ່ ສາວປະເພດສອງທີ່ກຳລັງມາແຮງທີ່ສຸດໃນຕອນນີ້  ໄດ້ຖ່າຍແບບຊຸດປະຈໍາຊາດລາວເພື່ອກຽມຕົວໄປແຂ່ງຂັນສາວງາມປະເພດສອງເວທີລະດັບໂລກ Miss International Queen 2016 ໃນວັນທີ 10 ມີນາ 2017 ທີ່ຈະຮອດໃນໄວໆນີ້, ເຊິ່ງນ້ອງ ວັນໃໝ່ ອາຍຸ 21 ປີ ສາວປະເພດສອງຈາກແຂວງ ສະຫວັນນະເຂດ ທີ່ມີຄວາມໄຝ່ຝັນໃນດ້ານການເດີນແບບ ແລະ ການສະແດງ ຈຶ່ງຕັດສິນໃຈເພື່ອເຂົ້າປະກວດໃນເວທີດັ່ງກ່າວເພື່ອເກັບກ່ຽວປະສົບການ, ຊະນີIndy ແລະ ພໍ່ແມ່ພີ່ນ້ອງຊາວລາວທຸກຄົນຂໍເປັນກໍາລັງໃຈໃຫ້ນ້ອງ ວັນໃໝ່ ເພື່ອໃຫ້ປະສົບຜົນສໍາເລັດໃນການປະກວດ Miss International Queen 2016 ເທື່ອນີ້ເດີ້ ສູ້ໆໆ. #ກົດໄລ້ກົດແຊຣໄປໃຫ້ໂລກຮູ້ວ່າສາວປະເພດສອງບ້ານເຮົາກໍບໍ່ນ້ອຍໜ້າປະເທດອື່ນ   ຢ່າລືມໄປກົດໂຫວດໃຫ້ນ້ອງໄດ້ເດີ້ທີ່ເພສ Miss International Queen 2016 ນ້ອງ ວັນໃໝ່ ໝາຍເລກ 24 ຂໍຂອບໃຈຂໍ້ມູນແລະຮູບພາບຈາກ:Tutou Nouaneviengkham ແລະ ร้านเสีมสวย ทิดาสะหวัน – ตุตู่.

Read More »

ມາເບິ່ງ! ຫວານໃຈຂອງ ແກ້ວຕາ Net idol

  ສະບາຍດີ ໝູ່ເພື່ອນທຸກໆຄົນ ບ່າຍໆແບບນີ້ກິນເຂົ້າທ່ຽງແລ້ວກໍກຽມມາຝອຍກັນໄດ້ເລີຍເນາະ ແບບຈະບໍ່ເວົ້າອ້ອມຄ້ອມໃຫ້ມັນຍືດຍາວປານສາຍແມ່ນໍ້າຂອງ (ຮະຮ່ະ) ເຂົ້າປະເດັນກັນເລີຍຄືວ່າມື້ນີ້ ຊະນີIndy ໄດ້ໄປເຂ່ຍເຟັກບຸກຫຼິ້ນຈຶ່ງໄປເຫັນຮູບຄູ່ທີ່ນ້ອງແກ້ວຕາເນັດໄອດໍ້ສາວລາວຂອງເຮົາໄດ້ໂພສຮູບພາບລົງເຟັກບຸກສ່ວນຕົວຂອງນາງ ແລະ ໄດ້ເຫັນຮູບຄູ່ລະຫວ່າງນາງ ແລະ ຜູ້ຊາຍຂອງນາງ (ແຟນ) ໂອະໆໂອ້ຍ…ຈັ່ງແມ່ນມາອິດສາຄົນມີຄູ່ແທ້ເດ,  ໃນແຕ່ລະຮູບພາບກໍມີການຂຽນຄຳບັນຍາຍເທິງຮູບພາບແບບຍອກໃຍກັນໄປມາອີກໃດ ຍິ່ງເຮັດໃຫ້ແຟນໆຂອງທັງສອງເຂົ້າໄປກົດໄລ້ລົວໆ ແຖມຄອມເມັ້ນອີກໃດວ່າຄູ່ນີ້ໜ້າຮັກຈັ່ງຊັ້ນຈັ່ງຊີ້ ແຕ່ເບິ່ງໆໄປແລ້ວກໍແມ່ນຄວາມແຟນໆທີ່ໄປຄອມເມັ້ນແທ້ໃດ, ຊະນີIndy ບໍ່ໄດ້ມາເວົ້າ ລອຍໆເດີ້ແຕ່ຍັງເອົາຮູບຄູ່ ແລະ ຄຣິບທີ່ທັງສອງໂພສມາຝາກນໍາອີກ ມາເບິ່ງກັນເລີຍ…!!! ເພື່ອນໆສາມາດເບິ່ງຄຣິບຂອງຄູ່ນີ້ໄດ້ເລີຍຈາ…   https://www.facebook.com/kaowta.pornprasert.3/videos/751369975039501/   ຂໍຂອບໃຈຮູບພາບ ແລະ ຄຣິບຈາກ: Keota Pornprasert ແລະ Pern Rmc St

Read More »