Breaking News

ຂ່າວບັນເທີງໃນປະເທດ

ຫຼິງຫຼິງ ເລີດຫຼູໄຮໂຊສົມກັບທີ່ໄດ້ສາຍາວ່າສາວປະເພດສອງອັນດັບ 1 ຂອງປະເທດ!

  ເລີດຮ້າຍໆໆ! ຊະນີIndy ຢາກຈະບ້າຕາຍເມື່ອແອບລັກໄປສ່ອງເບິ່ງ Instagram ສ່ວນຕົວຂອງສາວ ຫຼິງຫຼິງ ປິຍະດາ ທີ່ນາງມາໃນມາດຫຼູຫຼາໄຮໂຊຂອງແທ້ ເພາະຫຼ້າສຸດນາງບິນຕົງໄປຮອດ Paris ປະເທດ ຝຣັ່ງ ເພື່ອໄປຮ່ວມງານ Fashion Show ຂອງແບຼນດັງລະດັບໂລກຢ່າງ Ralphan&drosso ພຸ້ນເດີ້ (ຊະນີIndy ຢາກໄປເດ້ແຕ່ຄືຈະໄດ້ແຕ່ຝັນ555) ແລະ ໄດ້ຍິນມາວ່າຊຸດ ເກີບ ກະເປົ໋າ ນາງກໍບໍ່ນ້ອຍໜ້າຕ່າງຊາດເດີ້ເພາະ Everything ທີ່ນາງໃສ່ມາຈາກແບຼນຫຼູ Dior ສ່ວນວ່າລາຄາບໍ່ຢາກຈະເວົ້າເຖິງເພາະກໍຮູ້ໆກັນຢູ່ວ່າມັນແພງຈົນປວດຕັບ (ອືມ..ຫຼືຈະຖຽງ), ໂອ້ຍ…ແຫ່ງເລີດເຂົ້າໄປອີກສົມກັບທີ່ໄດ້ສາຍາວ່າເປັນ ສາວປະເພດສອງອັບດັບ 1 ຂອງປະເທດອີ່ຫຼີ! ຢ່າລືມກົດໄລ້ ກົດແຊຣໃຫ້ຄົນອື່ນຮູ້ແດ່ວ່າສາວສອງບ້ານເຮົາກໍເລີດບໍ່ແພ້ສາວສອງປະເທດອື່ນ…!!! ຂໍຂອບໃຈຮູບພາບຈາກ:  Instagram/lingpiyadar

Read More »

ອັ້ມ ພັດຊະຣາພາ ຈະເດີນທາງມາລາວເປັນເທື່ອທຳອິດ!

  ອັ້ມ ພັດຊະຣາພາ ຈະເດີນທາງມາລາວເປັນເທື່ອທຳອິດ! ກຣີດໆໆໆ…ໃນ IG ຂອງ Superstar ອັ້ມ ພັດຊະຣາພາ ໄດ້ໂພສຮູບເຊີນຊວນສາວົກແຟນຄຣັບ ເພາະນາງກຳລັງຈະເດີນທາງມາລາວໄວໆນີ້ ໃນວັນເສົາ ວັນທີ 28 ມັງກອນ 2017 ຢູ່ທີ່ຫ້າງວຽງຈັນເຊັນເຕີ້ ນະຄອນຫຼວງວຽງຈັນ ເວລາ 15.45 ນາທີ ແລະ Superstar ອັ້ມ ຍັງໄດ້ເປີດເຜີຍອີກວ່າການເດີນທາງມາປະເທດລາວເຮົາໃນເທື່ອນີ້ເປັນການມາເທື່ອທຳອິດຂອງນາງເລີຍກໍວ່າໄດ້. ໝູ່ຄົນໃດທີ່ມັກໃນຜົນງານຂອງ ອັ້ມ ພັດຊະຣາພາ ໄຊເຊື້ອ…ໄປເຈິກັນແນ່ນອນເດີ້ເພື່ອນໆ ແລະ ໜຶ່ງໃນນັ້ນມີ ຊະນີIndy ນໍາເດີ້ (555)   ທີ່ມາຈາກ: aum_patchrapa

Read More »

ລູກນ້ຳ ທິດາລັດ ມາໃນແບບສາວຊົນເຜົ່າເບິ່ງແລ້ວເປັນຕາອອນຊອນ!

ລູກນ້ຳ ທິດາລັດ ມາໃນແບບສາວຊົນເຜົ່າເບິ່ງແລ້ວເປັນຕາອອນຊອນ! ອັບເດດຜົນງານຂອງສາວ ລູກນ້ຳ ທິດາລັດ (Miss Laos 2011) ຫຼ້າສຸດທີ່ ຊະນີIndy ໄປສາລະແນ ອຸ່ຍ! ໄປສອດສ່ອງເຟັກບຸກສ່ວນຕົວຂອງນາງມາເຫັນນາງໂພສຮູບພາບງາມໆ ມາໃນແບບສາວຊົນເຜົ່າແນວບ້ານໆ ເບິ່ງແລ້ວເປັນຕາອອນຊອນ ໄດ້ຍິນວ່ານາງໄປຖ່າຍແບບເທື່ອນີ້ຮອດແຂວງ ອຸດົມໄຊ ແລະ ບໍ່ວ່າສາວ ລູກນ້ຳ ຈະຖ່າຍຮູບມາໃນມຸມໃດກໍງາມເວີ້…ເຊິ່ງຮູບພາບທີ່ວ່ານີ້ຈະມີຄວາມງາມເປັນຕາອອນຊອນແທ້ບໍ່ ລອງມາເບິ່ງ… ກົດໄລ້ ກົດແຊຣໄປໃຫ້ຄົນທັງໂລກເຫັນວ່າສາວລາວງາມຫຼາຍ…! ຂໍຂອບໃຈຮູບພາບຈາກ: Louknum Miss Laos

Read More »

ຂ່າວລື! ວ່າສາວຜູ້ນີ້ເປັນ…

ຂ່າວລື! ວ່າສາວຜູ້ນີ້ເປັນ… ມາອີກແລ້ວ ຊະນີIndy ຂີ້ຝອຍມາແລ້ວ ມື້ນີ້ຈະມາອັບເດດສື່ສັງຄົມອອນລາຍໃຫ້ເພື່ອນໆໄດ້ຮູ້ກັນ, ຈະມາເວົ້າເລື່ອງສາວຄົນໜຶ່ງມີຊື່ວ່າ ເບລານ ທີ່ເຂົາວ່າກັນວ່າເປັນສາວທະນາຄານຊື່ດັງ ແລະ ຄົນກໍເມົ້າມອຍວ່ານາງເປັນສາວທະນາຄານທີ່ງາມທີ່ສຸດໃນຕອນນິວ່າຊັ້ນ (ໃຜເວົ້າກໍບໍ່ຮູ້ຄືກັນເດີ້) ແຕ່ຫຼັງຈາກທີ່ ຊະນີIndy ໄດ້ໃຊ້ສາຍຕາອັນແຫຼມຄົມເຂົ້າໄປສ່ອງ Profile ແລ້ວນາງກໍມີຄວາມງາມ ແລະ ໜ້າຮັກແທ້ໆ ແຕ່ຖ້າເພື່ອນໆບໍ່ເຊື່ອລອງມາເບິ່ງເລີຍວ່າຈະງາມສົມທີ່ວ່າເປັນສາວທະນາຄານທີ່ງາມທີ່ສຸດໃນຕອນນີ້ແທ້ຫຼືບໍ່? ຢ່າລືມກົດໄລ້-ກົດແຊຣ ຫຼື ຄອມເມັ້ນບອກກັນແດ່ເດີ້ວ່າງາມແທ້ບໍ່? ຂໍຂອບໃຈຮູບພາບຈາກ: Belan sounisa

Read More »

ມີແຟນແລ້ວ! ບາບີ້ ປິຍະມາດ

ວ້າຍໆໆໆ! ເປີດໂຕກັນແບບບໍ່ມີກັກກັນເລີຍສຳລັບຄູ່ຮັກດາລາສາວ ບາບີ້ ປິຍະມາດ ກັບຫວານໃຈໜຸ່ມ Hip Hop ນັ້ນກໍຄືໜຸ່ມ ອະເລັກ L.O.G,  ຊະນີIndy ເຂົ້າໄປສ່ອງ IG ຂອງທັງສອງແລ້ວຮູ້ສຶກຮ້ອນແກ່ນຫູແກ່ນຕາ ເພາະທັງສອງມີຄວາມໜ້າຮັກ ແບບຫວານເວີ້ຈົນບໍ່ປານີຂາເມົ້າກັນເລີຍ ແຖມດຸໝັ່ນສ້າງຄວາມຫວານໃຫ້ກັນຕະຫຼອດ, ຫຼ້າສຸດໜຸ່ມ ອະເລັກ ກໍມີການເຊີໄພ້ໃນວັນເກີດສາວບາບີ້ໂດຍການຫອບດອກໄມ້ຊໍ່ງາມໄປໃຫ້ວ່າຊັ້ນ…ຈົນເຮັດໃຫ້ມີແຟນໆເຂົ້າໄປຕາມໄລ້ ແລະ ຄອມເມັ້ນກັນ IG ຈົນຈະລະເບີດ, ໂອ້ຍເນາະ! ຊະນີIndy ຄືບໍ່ມີຜູ້ບ່າວມາເຮັດແບບນີ້ໃຫ້ແດ່ນໍ້ (555) ແຕ່ຢ່າງໃດ ຊະນີIndy ເບິ່ງແລ້ວຄູ່ນີ້ກໍໜ້າຮັກດີ ມີຄວາມຫວານເວີ້ ແຕ່ຖ້າຫວານກ່ອນນີ້ອີກໜ້ອຍໜຶ່ງລະວັງມົດຕອມເດີ້!!! ຂໍຂອບໃຈຮູບພາບຈາກ: barbie_piyamarth/aleqs

Read More »