Breaking News

ຂ່າວບັນເທີງໃນປະເທດ

ສາວນ້ອຍເລາະຂາຍຢໍ່ຂາວເປັນສາວແລ້ວ ຈື່ກັນໄດ້ບໍ່?

ສາວນ້ອຍເລາະຂາຍຢໍ່ຂາວເປັນສາວແລ້ວ ຈື່ກັນໄດ້ບໍ່? ແຕ່ກີ້ມີໃຜເຄີຍເຫັນເດັກນ້ອຍຜູ້ຍິງຄົນໜຶ່ງ ຊື່ວ່ານ້ອງ ນ້ຳເຜິ້ງ ເລາະຂາຍຢໍ່ຂາວ ຫຼື ໝາກໄມ້ ເປັນແພ໋ກຕາມຮ້ານເບຍແຄມຂອງ ແລະ ເຂດໃນເມືອງແຂວງນະຄອນຫຼວງວຽງຈັນແດ່ບໍ່? ຜ່ານມາ 10 ປີນາງເປັນສາວແລ້ວເດີ້ແຖມຍັງງາມ ແລະ ໜ້າຮັກອີກເພາະແຕ່ກີ້ ຊະນີIndy ເຄີຍເຫັນນາງມາຕັ້ງແຕ່ຂີ້ມູກເປື້ອນໜ້າ ຂີ້ໃຄເຕັມຄໍພຸ້ນແຫຼະ! ບາດມາເຫັນບາດນີ້ຈົນຕົກໃຈບໍ່ຄິດວ່າສິແມ່ນອີ່ນາງນ້ອຍໆນັ້ນ. ຄົນທີ່ຫາກິນດ້ວຍຕົນເອງມາຕັ້ງແຕ່ນ້ອຍແບບນີ້ຄວນສົ່ງເສີມ ແລະ ເບິ່ງເປັນແບບຢ່າງ, ດີກວ່າຄົນທີ່ແບມືຂໍເງິນພໍ່ແມ່ ຂີ່ລົດຍົກລໍ້ໄປມາຕາມຖະໜົນຫົນທາງ. (ກົດໄລ້ ແລະ ກົດແຊຣເປັນກຳລັງໃຈໃຫ້ນາງແດ່) ທີ່ມາຈາກຮູບຈາກ: Saiynampherng Somsouthi ໝາຍເຫດ: ຮູບພາບໃນໄວເດັກເປັນພຽງຮູບພາບປະກອບ

Read More »

ຕະລຶງ! ອາເລັກຊານດ້າ ປ່ຽນໄປ…

ຕະລຶງ! ອາເລັກຊານດ້າ ປ່ຽນໄປ… ອີກແລ້ວໆ! ມື້ນີ້ ຊະນີIndy ມີເລື່ອງຈະມາຝອຍມາເວົ້າມາລົມກັບເພື່ອນໆເປັນເລື່ອງຂອງສາວ ອາເລັກຊານດ້າ ບຸນຊ່ວຍ ນັກຮ້ອງນັກສະແດງຄົນເກັ່ງ, ໃນໄລຍະຜ່ານມານາງກໍໄດ້ມີຜົນງານມາແລ້ວທັງໃນ ແລະ ນອກປະເທດ ຫຼື ຈະເອີ້ນ Go-Inter ນັ້ນແຫຼະ, ເຂົ້າປະເດັນກັນເລີຍກໍມີຢູ່ວ່າມື້ນີ້ ຊະນີIndy ຫວ່າງວຽກຫຼາຍເລີຍເຂົ້າໄປເຂ່ຍ FB ຫຼິ້ນແຕ່ຕ້ອງຕົກໃຈເພາະເຫັນສາວ ຊານດ້າ ເພິ່ນມັກໂພສຮູບພາບຕ່າງໆ ແລະ ຜິດສັງເກດຫຼາຍກໍໜ້າຈະເປັນຫຸ່ນທີ່ສຸດແຊບເວີ້ຂອງນາງ ແບບວ່າ 6Pack ເປັນມັດໆພຸ້ນໃດ໋ ໂອ້ຍ ຊະນີIndy ເຫັນແລ້ວເກີດຄວາມອິດສາຕາຮ້ອນເດ…ເພາະອາດຈະເຮັດບໍ່ໄດ້ຄືສາວຊານດ້າດອກແບບວ່າ ຊະນີIndy ເປັນສາຍກິນຫັ້ນນ່າ ອິອິ, ແຕ່ຈະເວົ້າໄປແລ້ວເບິ່ງລວມໆດຽວນີ້ນາງກໍງາມຂຶ້ນຫຼາຍກວ່າແຕ່ເກົ່າເພາະວ່າແຕ່ກີ້ນາງທັງຕຸ້ຍເອີ້ຍບໍ່ແມ່ນເດີ້ ອວບໆຊັນດອກແບບວ່າກໍໜ້າຮັກດີແຕ່ມາດຽວນີ້ນາງໜ້າຈະອອກສາຍ Healthy ຮັກສາສຸຂະພາບຫັນໜ້າເຂົ້າ Fitness ກິນອາຫານ Clean-food ຈົນກາຍເປັນສາວ Sexy ຂອງວົງການໄປແລ້ວ ແຕ່ກໍເປັນຜົນດີໃດ ແລະ ໜ້າເອົາເປັນແບບຢ່າງແຖມມີສຸຂະພາບດີນຳ. ປລ: ຖ້າຫວ່າງໆຝາກສາວ …

Read More »

ໜຸ່ມລາວຄວ້າຕຳແໜ່ງຈາກການປະກວດຢູ່ ສ.ສ ຫວຽດນາມ

ໜຸ່ມລາວຄວ້າຕຳແໜ່ງຈາກການປະກວດຢູ່ ສ.ສ ຫວຽດນາມ ການແຂ່ງຂັນດາວເດືອນປະຈຳມະຫາວິທະຍາໄລ ເຊິ່ງການແຂ່ງຂັນຈັດຂຶ້ນທີ່ເມືອງ ຮ່າໂນ້ຍ ( ສສ.ຫວຽດນາມ ), ໜຸ່ມລາວມີນາມວ່າ ໂນ້ ທອງປະເສີດ ຜູ້ມີບຸກຄະລິກໂດດເດ່ນ ແລະ ທັງເຈົ້າຊູ້ຄົນນີ້ສາມາດຄ້ວາລາງວັນມາໄດ້ສຳເລັດ, ເອົ້າ..ຂໍກຳລັງໃຈໂດຍການຕົບມືໃຫ້ລາວແດ່ໄວ! ເພາະວ່າເພິ່ນຫຼໍ່ບາດຕາບາດໃຈສົມກັບທີ່ໄດ້ຕຳແໜ່ງ!!! (ຢ່າລືມກົດໄລ້ກົດແຊຣ) ເປັນກຳລັງໃຈໃຫ້ໜຸ່ມຄົນນີ້ແດ່ເດີ້. ທີ່ມາຈາກ: Noh Thongpaseuth

Read More »

ຫວານຈົນມົດຕອມຄວາມຮັກຂອງຕູ່ Extreme

ຫວານຈົນມົດຕອມຄວາມຮັກຂອງຕູ່ Extreme ມີຄວາມອິດສາຕາຮ້ອນກັບຄວາມຮັກຂອງນັກຮ້ອງໜຸ່ມຄົນນີ້ ຕູ່ Extreme ທີ່ເພິ່ນໝັ່ນໂຊຄວາມຫວານຈົນມົດຕອມກັບແຟນຂອງເພິ່ນທີ່ມີຊື່ວ່າສາວ ວຽງ ຜ່ານ Facebook ຂອງທັງສອງຄົນແບບເລື້ອຍໆ ແລະ ຄູ່ເພິ່ນກໍບໍ່ທຳມະດາໃດເພາະວ່າຄົບກັນມາດົນເຖິງ 9 ປີແລ້ວ, ແບບນີ້ຕ້ອງເອີ້ນວ່າຄູ່ຮັກມາລາທອນໄດ້ເລີຍແຫຼະ! ທີ່ມາຮູບພາບຈາກ: Tou Sounvoravong ແລະ Viengsavanh Sayakone

Read More »

ບໍ່ຢາກເຊື່ອເລີຍວ່າ ສາວນ້ອຍທີ່ໜ້າຮັກ ຄົນນີ້ຄື… Annita Thivaphone

ບໍ່ຢາກເຊື່ອເລີຍວ່າ ສາວນ້ອຍທີ່ໜ້າຮັກ ຄົນນີ້ຄື… Annita Thivaphone ບໍ່ຢາກເຊື່ອເລີຍວ່າ ສາວນ້ອຍທີ່ໜ້າຮັກ ຄົນນີ້ຄື Annita Thivaphone ເອີ້ນໄດ້ວ່າເປັນທັງດາຣາ, ນັກຮ້ອງສາວງາມລະດັບແຖວໜ້າຂອງປະເທດ ທີ່ຫຼາກຫຼາຍດ້ວຍຄວາມສາມາດອີ່ຫຼີ ສໍາລັບສາວ Annita Thivaphone ຄົນນີ້ຊຶ່ງສິ່ງທີ່ແຟນໆທຸກຄົນບໍ່ເຄີຍເຫັນມາກ່ອນກໍຈະໄດ້ເຫັນໃນມື້ນີ້ ຈາກຮູບພາບແຕ່ຍັງນ້ອຍຂອງນາງທີ່… ເອົາມາຕ້ອນໃນມື້ນີ້ ຮູ້ເລີຍວ່ານາງມີຄວາມໜ້າຮັກມາຕັ້ງແຕ່ ຍັງນ້ອຍ ແລ້ວ ແຕ່ເພີ່ມດ້ວຍຄວາມສາມາດຕອນໃຫຍ່ ເຂົ້າໄປນາງເລີຍກາຍເປັນສາວທີ່ທັງງາມທັງເກັ່ງນັ້ນເອງ ໂອ໋ຍໆໆໆ ຄົນອີ່ຫຍັງທັງງາມ ທັງເກັ່ງແບບນີ້ (ແຕ່ບໍ່ແມ່ນສາວຊຽງຂວາງເດີ້ ຮ່ະຮ່ະຮ່ະ) ກໍເປັນໄປໄດ້ວ່າ ສາວໆຫຼາຍຄົນຄົງຕ້ອງອິດສາຕາຮ້ອນກັນເປັນແຖວເລີຍແມ່ນບໍ່ລວມທັງ……ກໍບໍ່ຕ່າງກັນໃນຕອນນີ້. ທີ່ມາຮູບພາບຈາກ: Annita chanthrasomboune  

Read More »