Breaking News

ຂ່າວບັນເທີງໃນປະເທດ

ຈອນນີ່ ເດບສ໌ ນັກສະແດງທີ່ມີຄ່າໂຕແພງເກີນເຫດ 2 ປີຊ້ອນ!!

    ເປັນອັນດັບທີ່ບໍ່ຮູ້ຈະພູມໃຈ ຫຼື ບໍ່? ເມື່ອເວັບໄຊ້  Forbes ຈັດອັນດັນໃຫ້ ຈອນນີ່ ເດບ (Johnny Depp) ໃຫ້ເປັນນັກສະແດງທີ່ມີຄ່າຕົວແພງເກີນເຫດ ເນຶ່ອງຈາກໜັງທີ່ສະແດງເຮັດເງິນບໍ່ຄຸ້ມທຶນສ້າງເລີຍ ແລະ ນີ້ກໍເປັນປີທີ 2 ແລ້ວທີ່ Forbes ໄດ້ເລືອກນັກສະແດງຜູ້ນີ້ຂຶ້ນມາເປັນອັນດັບ 1 ຂອງການຈັດອັນດັບ, ເວົ້າເຖິງພາບລວມຜົນງານຂອງ ຈອນນີ່ ເດບສ໌ ນັ້ນສ້າງລາຍໄດ້ໃຫ້ຜູ້ສ້າງພຽງແຕ່ 2.8 ດອນລາຕໍ່ຄ່າຈ້າງ 1 ດອນລາ ໂດຍການຈັດອັນດັບໃນເທື່ອນີ້ທຽບຈາກພາບພະຍົນເລຶ່ອງຫຼ້າສຸດທີ່ ເດບສ໌ ໄດ້ສະແດງ ແລະ ອອກມາສາຍກ່ອນເດຶອນມິຖຸນາປີນີ້ ໂດຍບໍ່ລວມກັບພາບພະຍົນແອນນິເມຊັ່ນຕ່າງໆ. ຢ່າງໃດກໍຕາມພາບພະຍົນເລື່ອງ Alice Through the Looking Glass  ທີ່ສາຍອອກໄປໃນໄລຍະຕົ້ນປີນັ້ນກໍຖືວ່າປະສົບຄວາມສຳເລັດເພາະສ້າງລາຍໄດ້ເຖິງ 300 ລ້ານໂດລາຈາກເງິນທຶນສ້າງ 170 ລ້ານໂດລາ; ນອກຈາກນີ້ນັກສະແດງທີ່ຕິດອັນດັບນັກສະແດງທີ່ຄ່າຕົວສູງຜິດປົກກະຕິກໍມີ ວີລ ສະມິກ (Will Smith) …

Read More »

ນັກບິນສາວ ສຸດເກັ່ງທີ່ເດີນທາງຮອບໂລກເພື່ອຫຼິ້ນໂຍຄະ!!!

ນັກບິນສາວ Malin Rydqvist ສັນຊາດ ສະວີເດັນ ງານຫຼັກໆຄືຂັບເຮືອບິນ Boeing 737 ນອກນັ້ນ;ນາງ ຍັງເປັນນັກຫຼິ້ນໂຍຄະ (Yoga) ທີມີຊື່ສຽງນໍາອີກ ໂດຍນາງມັກຖ່າຍຮູບທ່າຍາກໆໃນເວລາທີ່ຫຼິ້ນໂຍຄະ ຢູ່ຕາມສະຖານທີ່ຕ່າງໆທີ່ງົດງາມ ແລະ ໂພສລົງ IG ສ່ວນໂຕຢູ່ເປັນປະຈໍາ ຊຶ່ງຍອດການຕິດຕາມ IG ຂອງນາງມີຄົນ Follow  ເປັນຈຳນວນຫຼາຍເອີ້ນໄດ້ວ່າ: ທັງງາມ ທັງເກັ່ງ ແຖມຍັງມີທ່າໂຍຄະຍາກໆນໍາອີກ.  

Read More »

Gigi Hadid ໄດ້ຮັບລາງວັນສຸດຍອດນາງແບບແຫ່ງປີ 2016

ຫາກໍ່ຢ່າງໂຊເທິງລັນເວ Victoria’s Secret Fashion Show 2016 ດ້ວຍຫຸ່ນສຸດເຊັກຊີ່ໄປໃໝ່ໆ ລ່າສຸດ Gigi Hadid ນາງແບບສຸດຮ້ອນແຮງ ແລະ ປະກາດສັກດາເປັນສຸດຍອດນາງແບບຄົນໃໝ່ດ້ວຍການໄດ້ຮັບລາງວັນ International Model of the Year ຂອງສະຖາບັນ British Fashion Council ທີ່ກຸງລອນດອນ ປະເທດອັງກິດ ເຊິ່ງລາວໄດ້ເຂົ້າຊິງລາງວັນນີ້ພ້ອມກັັນກັບໝູ່ສະນິດ Kendall Jenner ແລະ ນ້ອງສາວຂອງລາວເອງທີ່ນັບມື້ນັບຮ້ອນແຮງຂື້ນເລື້ອຍໆຄື Bella Hadid ອີກນຳ.      ເຊີ່ງງານນີ້ Gigi  ເລືອກປາກົດຕົວໃນຊຸດສູດສຸດຫຼູໃນແບຼນ Atelier Versace ແລະ ສາມາດເອີ້ນສຽງແຟດຈາກກອງທັບຊ່າງພາບໄດ້ເປັນຢ່າງດີ ສົມສັກສີລາງວັນນາງແບບແຫ່ງປີ.

Read More »

ສາວ Air hostess ທີ່ງາມທີ່ສຸດໃນໂລກ!!!

ສະມາຄົມແອໂຮເຕສໂລກ ຫຼື ດັບເບິນຢູເອເອັສເອ (WASA) ໄດ້ຕັດສິນໃຫ້ ນາງ Liu Miaomiao ອາຍຸ 27 ປີແອໂຮສະເຕສຂອງສາຍການບິນເຊິນເຈິ່ນແອໄລນ໌ ຄອງຕໍາແໜ່ງ ແອໂຮສະເຕດທີ່ງາມທີ່ສຸດໃນໂລກຈາກການຄັດເລືອກ ແອໂຮດສະເຕດທົ່ວໂລກກວ່າ 30 ຄົນ. ສິ່ງທີ່ເຮັດໃຫ້ Liu Miaomiao ເອົາຊະນະໃຈຜູ້ໂດຍສານ ແລະ ຄະນະກໍາມະການຄື ການໃຫ້ບໍລິການດ້ວຍຮອຍຍິ້ມ ທີ່ມາຈາກການເຝິກແອບຢ່າງເຂັ້ມຂຸ້ນ ດ້ວຍການຍິ້ມເປັນເວລາຫຼາຍຊົ່ວໂມງ ເພື່ອໃຫ້ໄດ້ຮອຍຍິ້ມທີ່ສົມບູນ ແລະ ງົດງາມທີ່ສຸດ. ຫຼັງຈາກທີ່ເລີ່ມເຮັດອາຊີບແອໂຮສະເຕສ ໃນປີ 2010 ແຕ່ນອກຈາກຮອຍຍິ້ມທີ່ຈົບງາມແລ້ວ ນາງຍັງຄໍານຶງເຖິງຄວາມປອດໄພຂອງຜູ້ໂດຍສານໃນກໍລະນີເກີດເຫດສຸກເສີນນໍາອີກ ຈົນໃນປີ 2014 Liu Miaomiao ໄດ້ເລື່ອນຕໍາແໜ່ງເປັນລະດັບຫົວໜ້າຈາກການທຸ່ມເທໃຫ້ກັບວຽກງານຢ່າງເຕັມຄວາມສາມາດ. ແຕ່ເຖິງແນວໃດກໍຕາມ ເກນການຕັດສິນຕໍາແໜ່ງ ແອໂຮສະເຕສທີ່ງາມທີ່ສຸດໂລກ ຂອງດັບເບິ່ນຢູເອເອສເອ (WASA) ຕັດສິນຈາກຄວາມງາມພາຍນອກ 30%, ຄວາມງາມຈາກພາຍໃນ 30% ຄວາມເປັນທີ່ນິຍົມຂອງແອໂຮສະເຕສອີກ 40% ແຕ່ນອກຈາກຄວາມງາມແລ້ວຍັງຕ້ອງມີຄວາມອ່ອນໂຍນ, …

Read More »