Breaking News

ຂ່າວບັນເທີງໃນປະເທດ

ຍິ່ງໃຫ່ຍ ສົມກຽດ! ປະມວນຮູບພາບການຈູດດອກໄມ້ໄຟ ສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70ປີ

ໄດ້ມີການສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບຄົບຮອບ 70 ປີ (20 ມັງກອນ 1949-2019) ຢ່າງຍິ່ງໃຫ່ຍ ແລະ ສົມກຽດ ໃນວັນທີ 20 ມັງກອນ 2019 ທີ່ຜ່ານມາ, ໂດຍມີການເຂົ້າຮ່ວມຂອງ ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ແລະ ປະທານປະເທດແຫ່ງສປປ.ລາວ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ການນຳພັກ-ລັດ, ນາຍ ແລະ ພົນທະຫານ, ອະດີດການນຳພັກ-ລັດ, ເຈົ້າໜ້າທີ່ທະຫານຂັ້ນສູງຂອງປະເທດເພື່ອນມິດ ແລະ ອົງການຈັດຕັ້ງມະຫາຊົນເປັນຈຳນວນຫຼວງຫຼາຍ. ໃນຄໍ່າຄືນຂອງວັນດັ່ງກ່າວກໍຍັງໄດ້ມີການຈູດດອກໄມ້ໄຟຢ່າງງົດງາມ ຍິ່ງໃຫ່ຍອະລັງການ ເຮັດເອົາທ້ອງຟ້າຂອງປະເທດລາວໃນຍາມຄໍ່າຄືນ ເຕັມໄປດ້ວຍສີສັນ ແລະ ງົດງາມຕະການຕາ ຖືເປັນການສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70ປີ ຄັ້ງຍິ່ງໃຫ່ຍທີ່ສຸດ, ລອງມາເບິ່ງຮູບພາບ ການຈູດດອກໄມ້ໄຟ ສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70ປີ ກັນອີກເທື່ອ… …

Read More »

ແຊຣສະໜັ່ນ! ຮືຮາ…ເຈົ້າບ່າວໃຈປໍ້າ ຫອບສິນສອດຂໍສາວ (ລວມມູນຄ່າມະຫາສານ)

ກາຍເປັນກະແສ Talk of the town ໃນບໍ່ພໍເທົ່າໃດຊົ່ວໂມງ ໃນຊ່ວງເຊົ້າຂອງວັນທີ 18 ມັງກອນ 2019 ໄດ້ມີສະມາຊິກຜູ້ໃຊ້ເຟສບຸກລາຍໝຶ່ງເຜີຍແຜ່ຮູບພາບພິທີມົງຄຸນສົມຣົດ ແຕ່ມາໃນຮູບແບບທີ່ບໍ່ທຳມະດາ… ເພາະສິນສອດລວມແລ້ວເປັນມູນຄ່າມະຫາສານ ເຊິ່ງສິນສອດມີມູນຄ່າແມ່ນ: ເງິນກີບ 09 ຕັບ (100 ໃບ x 100,000,-ກີບ), ລວມມູນຄ່າ 90 ລ້ານກີບ  ເງິນບາດ (100 ໃບ x 1,000,- ບາດໄທ), ລວມມູນຄ່າ 9 ແສນບາດ  ເງິນໂດລາ  (100 ໃບ x 100,- US$), ລວມມູນຄ່າ 09 ໝື່ນໂດລາ. ນອກຈາກນັ້ນຍັງມີ ຄຳ ແລະ ເຄື່ອງປະດັບຕ່າງໆ, ເຊິ່ງພຽງແຕ່ເຈົ້າບາວປ້າຍແດງຄົນນີ້ໂພສຮູບ ແລະ ແຄັບຊັ່ນພຽງສັ້ນໆວ່າ “ໄປຂໍເມຍ” ລົງເຟສບຸກບໍ່ພໍເທົ່າໃດກໍເຮັດໃຫ້ມີຜູ້ຄົນໃຫ້ຄວາມສົນໃຈໃນຄວາມອະລັງການ ແລະ ຄວາມໃຈປໍ້າຂອງເຈົ້າບ່າວ ຈົນເຮັດໃຫ້ມີຍອດຄົນກົດໄລ້ …

Read More »

ຢາກສະຫຼາດບໍ່? ລອງເຮັດວິທີດັ່ງຕໍ່ໄປນີ້… ຈະຊ່ວຍໃຫ້ສະຫຼາດຂຶ້ນກວ່າເກົ່າ!!!

ຄົນທີ່ເປັນອັດສະລິຍະມັກຈະມີພອນສະຫວັນ ຫຼື ມີສະໝອງທີ່ເປັນເລີດຕິດຕົວມາແຕ່ກຳເນີດ ແຕ່ສຳລັບຄົນທຳມະດາຄືເຮົາເດ ຖ້າຍາກສະຫຼາດ ຍາກພັດທະຍາສັກກະຍະພາບໃຫ້ສະຫຼາດຂຶ້ນກວ່າເກົ່າຈະເຮັດແນວໃດ ແລະ ຮູ້ບໍ່ວ່າຄົນເຮົາທຸກຄົນສາມາດພັດທະນາຕົວເອງໃຫ້ເປັນຄົນທີ່ມີພິບໄຫວ ແລະ ເພີ່ມທັກສະໃນການຄິດໃຫ້ເປັນຄົນສະຫຼາດໄດ້, ມີການວິໄຈອອກມາແລ້ວວ່າຄົນເຮົາມັກຈະໃຊ້ເວລາສ່ວນຫຼາຍໄປກັບງານອະດິເລກ, ດັ່ງນັ້ນ! ລອງມາຮູ້ຈັກກັບກິດຈະກຳຍາມວ່າງຕໍ່ໄປນີ້ທີ່ຈະຊ່ວຍເສີມສ້າງທັກສະໃຫ້ກາຍເປັນຄົນສະຫຼາດໄດ້ແທ້ໆ!!! ຫຼິ້ນດົນຕີ ມີການວິໄຈວ່າ ດົນຕີ ສາມາດເຂົ້າໄປມີສ່ວນໃນການກະຕຸ້ນໃຫ້ສະໝອງ ແລະ ອາລົມຂອງເຮົາ ສາມາດຊ່ວຍໃຫ້ເຮັດວຽກໄດ້ດີ ແລະ ທີ່ໜ້າປະຫຼາດໃຈກໍຄື ການຫຼິ້ນດົນຕີສາມາດເພີ່ມພື້ນທີ່ຄວາມຈຳໃນສະໝອງໄດ້ ແລະ ຍັງຊ່ວຍເຝິກຝົນຄວາມອົດທົນໄດ້ເປັນຢ່າງດີ ເພາະກ່ອນທີ່ຈະຫຼິ້ນເຄື່ອງດົນຕີໄດ້ນັ້ນເຮົາຕ້ອງໄດ້ໃຊ້ການເຝິກຝົນຫຼາຍທີ່ສຸດ ແລະ ຍັງເປັນການເຝິກສະມາທິໄປໃນຕົວອີກດ້ວຍ ອ່ານໜັງສື ເປັນທີ່ຮູ້ກັນດີແລ້ວວ່າ ການອ່ານໜັງສືຊ່ວຍເຮັດໃຫ້ເຮົາສະຫຼາດຂື້ນ ແລະ ຍິ່ງອ່ານຫຼາຍເທົ່າໃດກໍຍິ່ງຈະຊ່ວຍເປີດໂລກຄວາມຄິດໃຫ້ກວ້າງຂຶ້ນ ແຖມການອ່ານຍັງຊ່ວຍຫຼຸດພາວະຄວາມຄຽດ ຊ່ວຍໃຫ້ກາຍເປັນຄົນທີ່ຮູ້ສຶກດີກັບຕົວເອງ ແລະ ກາຍເປັນຄົນທີ່ມີຄວາມຄິດດ້ານບວກ ແລະ ທີ່ສຳຄັນແມ່ນການອ່ານຊ່ວຍໃຫ້ເຮົາຮັບມືກັບບັນຫາຕ່າງໆໄດ້ເປັນຢ່າງດີ ແລະ ທ້າຍທີ່ສຸດຈະຊ່ວຍໃຫ້ເຮົາປະສົບຜົນສຳເລັດໃນທີ່ສຸດ ນັ່ງສະມາທິ ການນັ່ງສະມາທິເຮັດໃຫ້ຫັນມາໃສ່ໃຈຕົວເອງ ຮູ້ຈັກຕົວເອງ ແລະ ຮັກຕົວເອງຫຼາຍຂຶ້ນ, ການຈົດຈໍ່ໃນການນັ່ງສະມາທິ ຈະສາມາດຊ່ວຍໃຫ້ເຮົາເຂົ້າໃຈເຖິງຊີວິດໃນບໍ່ຊ້າ ນອກຈາກນີ້ການນັ່ງສະມາທິຍັງຊ່ວຍໃຫ້ບຳບັດຄວາມຄຽດ ຄວາມວິຕົກກັງວົນ …

Read More »

ນູ່ນີ່ ໃນເມື່ອກ່ອນ ແລະ ປັດຈຸບັນຈະເປັນແນວໃດ…ມາເບິ່ງ!!!

ເປັນອີກໜຶ່ງຄົນດັງທີ່ອິນກັບກະແສ #10yearschallenge ຫຼ້າສຸດ ນູ່ນີ່ ກຸມພົນພັກດີ ເນັດໄອດໍ້ຄົນດັງ ກໍໄດ້ໂພສຮູບໃນເມື່ອເກືອບ 10ປີກ່ອນຜ່ານເຟສບຸກສ່ວນຕົວໃຫ້ແຟນໆໄດ້ອັບເດດວ່າແຕ່ກ່ອນຈົນເຖິງປັດຈຸບັນນາງມີຄວາມແຕກຕ່າງຫຼາຍພຽງໃດ… (ມີຮູບສາວ ນູ່ນີ່ ຕັ້ງແຕ່ ອາຍຸ 16 ປີ ຈົນເຖິງປັດຈຸບັນມາຝາກ…) (ເມື່ອກ່ອນ) (ປັດຈຸບັນ) ເບິ່ງແລ້ວເປັນແນວໃດ? ບອກເລີຍວ່າ ສາວ ນຸນີ່ ກໍຖືວ່າເປັນອີກໜຶ່ງຄົນທີ່ມີເຄົ້າໂຄງຄວາມງາມມາແຕ່ຍັງນ້ອຍ ບວກກັບມີການພັດທະນາຄວາມງາມມາເລື້ອຍໆ ແລະ ຍັງເປັນຄົນເບິ່ງແຍງຕົວເອງໄດ້ດີຫຼາຍໆ. ຮູບພາບ: fb/Noony Koumphonphakdee

Read More »

ມາໄກຫຼາຍ! ຄົນບັນເທີງລາວແຫ່ໂພສຮູບ 10ປີກ່ອນ ໃນກະແສ #10yearschallenge ທີ່ກຳລັງມາແຮງທີ່ສຸດໃນຕອນນີ້

ເປັນກະແສກັນໄປທົ່ວໂລກ ແລະ ຮິດກັນສຸດໆໃນເວລານີ້ ກັບກະແສ #10yearschallenge ທີ່ເປັນການຫວນຄືນອະດີດນຳເອົາ ຮູບພາບເກົ່າໃນເມື່ອ 10 ປີກ່ອນຂອງຄົນນັ້ນໆມາສົມທຽບກັບຮູບໃນປັດຈຸບັນ, ເຊິ່ງບໍ່ວ່າຈະເປັນດາລາ ເຊເລບ ເນັດໄອດໍ້ທົ່ວໂລກ ຫຼື ຄົນທຳມະດາກໍໄດ້ມີການຮ່ວມຫຼີ້ນ #10yearschallenge ແບບວ່າໃນເວລານີ້ບໍ່ວ່າຈະເລື່ອນ ເຟສບຸກ ອິນສະຕາແກຣມ ຫຼື ສື່ໂຊຊ່ຽວອື່ນໆ ກໍ່ຈະເຫັນກັນຢ່າງຫຼວງຫຼາຍ ເຖິງຂັ້ນກົດໄລ້ ກົດແຊຣກັນບໍ່ຖ້ວນ ບໍ່ທັນກັນເລີຍ!!! ແລະ ບັນດາຄົນດັງ ທັງດາລາ ນັກຮ້ອງ ເຊເລບບ້ານເຮົາຫຼາຍທ່ານ ກໍ່ບໍ່ເວັ້ນທີ່ຈະນຳເອົາຮູບພາບເກົ່າໆ ມາຮ່ວມໃນ #10yearschallengeລອງມາເບິ່ງກັນເດີ້ ວ່າແຕ່ລະຄົນໃນ 10 ປີກ່ອນ ແລະ ປັດຈຸບັນຈະແຕກຕ່າງໄປຫຼາຍຊໍ່າໃດ? ຕ໋ອດ ລີນ້າ ກິກ ໄພລິນດາ ຫຼິງຫຼິງ ປິຍະດາ ເປັດ ອານຸລັກ (CEO ບໍລິສັດສາມາດ) ໂຕໂຕ້ ພອນສິນ  ມຸກ Miss Supranational …

Read More »