Breaking News

ຂ່າວສັງຄົມ

ງົດງາມຫຼາຍ! ເດີນໂຊຊຸດປະຈຳແຂວງຂອງ Miss Tourism Queen Laos 2018

ເຫັນເປັນກະແສຄຶກຄັກຫຼັງຈາກທີ່ກ່ອນໜ້ານີ້ມີການຖະແຫຼງຂ່າວເປີດໂຕໂຄງການປະກວດ Miss Tourism Queen Laos  2018 ໃນຊ່ວງເດືອນກັນຍາ ແລະ ພໍມາຮອດວັນທີ 5 ຕຸລາ 2018 ທີ່ຜ່ານມາ ເພິ່ນກໍ່ມີການຈັດງານເປີດໂຕນາງງາມ ຜູ້ເຂົ້າປະກວດໂຄງການ Miss Tourism Queen Laos  2018 ແລະ ຈັດພິທີມອບສາຍສະພາຍ ພ້ອມມົງກຸດນາງງາມ ຮັບຕຳແໜ່ງ ທູດວັດທະນະທຳແຂວງ ແລະ ຍັງບໍ່ໝົດພຽງແຕ່ເທົ່ານັ້ນພາຍໃນງານຍັງມີການຈັດການການເດີນໂຊຊຸດປະຈຳແຂວງຂອງ 20ສາວງາມ ໃນພິທີມອບສາຍສະພາຍ ແລະ ມຸງກຸດທູດວັດທະນະທຳປະຈຳແຂວງ ໃຫ້ກັບ 20ສາວງາມຈາກ 18ແຂວງທົ່ວປະເທດ. ມີຮູບພາບບັນຍາກາດການເດີນແບບໂຊ ຊຸດປະຈຳແຂວງ ຂອງສາວງາມທັງ 20 ຄົນມາຝາກ, ບອກເລີຍແຕ່ລະຄົນງົດງາມ ແລະ ມີສະເໜ່ຫຼາຍໆ… ຢ່າງໃດກໍ່ຕາມ ຍັງຈະມີການຈັດກິດຈະກຳເວລາຫວ່າງ ກິດຈະກຳການທ່ອງທ່ຽວລາວ, ກິດຈະກຳ Roadshow ໃນເທສະການບຸນນະມັດສະການພຣະທາດຫຼວງ ເພື່ອໃຫ້ປະຊາຊົນ ແລະ ນາງງາມ …

Read More »

ລັດຖະບານ ແຫ່ງ ສປປ ລາວ ໄດ້ປະກາດໃຫ້ການຊ່ວຍເຫລືອ ອິນໂດເນເຊຍໃນມູນຄ່າ 100.000 ໂດລາ

ລັດຖະບານ ແຫ່ງ ສປປ ລາວ ໄດ້ປະກາດໃຫ້ການຊ່ວຍເຫລືອ ອິນໂດເນເຊຍໃນມູນຄ່າ 100.000 ໂດລາສະຫະລັດ ເພື່ອປະກອບສ່ວນເຂົ້າໃນການແກ້ໄຂຜົນກະທົບ ຈາກໄພພິບັດແຜ່ນດິນໄຫວ ແລະ ຄື້ນຊຶນາມິ ທີ່ເກີດຂຶ້ນໃນວັນທີ 28 ກັນຍາ 2018 ຢູ່ ແຂວງສຸລາເວຊີກາງ ອິນໂດເນເຊຍ ອັນໄດ້ສ້າງຄວາມເສຍຫາຍຢ່າງຫຼວງຫຼາຍໃຫ້ແກ່ຊີວິດ ແລະ ຊັບສິນຂອງປະຊາຊົນ ອິນໂດເນເຊຍ ຢູ່ເຂດດັ່ງກ່າວ, ຊຶ່ງເຮັດໃຫ້ມີຜູ້ເສຍຊີວິດ ຫຼາຍກວ່າ 1,500 ຄົນ, ບາດເຈັບ 1,000 ກວ່າຄົນ ແລະ ປະຊາຊົນ ຈຳນວນ 70.000 ກວ່າຄົນ ບໍ່ມີທີ່ພັກອາໄສ. ການປະກອບສ່ວນຊ່ວຍເຫຼືອແກ້ໄຂຜົນກະທົບຂອງໄພພິບັດດັ່ງກ່າວທີ່ເກີດຂຶ້ນ ຢູ່ ອິນໂດເນເຊຍ ຂອງລັດຖະບານແຫ່ງ ສປປ ລາວ ໃນຄັ້ງນີ້ ແມ່ນສະແດງເຖິງນໍ້າໃຈ ແລະ ຄວາມສາມັກຄີ ຂອງລັດຖະບານ ກໍຄືປະຊາຊົນລາວ ທີ່ມີຕໍ່ລັດຖະບານ …

Read More »

ອາເລັກຊານດຼາ ຮ່ວມງານເທສະການເພງທີ່ປະເທດຍີ່ປຸ່ນ ພ້ອມໃສ່ຊຸດໄໝລາວເພື່ອເຜີຍແຜ່ວັດທະນາທໍາ!!!

ອາເລັກຊານດຼາ ບຸນຊ່ວຍ ມີໂອກາດໄດ້ເດີນທາງໄປເປັນຕົວແທນສິລະປິນປະເທດລາວ ເພື່ອຮ່ວມໃນງານ ASEAN Japan Music Festival 2018 ທີ່ຈັດຂຶ້ນໃນເມືອງ ຊິບູຍ່າ ກຣຸງ ໂຕກຽວ. ພ້ອມກັນນັ້ນ ອາເລັກຊານດຼາ ຍັງໄດ້ພົບກັບທູດໄມຕີຈິດປະຈໍາໂຄງການ ທ່ານ.​ຣິວທາໂຣ​ ຊູງິ​ ພ້ອມສິລະປິນທັງ 10ປະເທດອາຊຽນ ເພື່ອຟັງຄວາມຄິດເຫັນກ່ຽວກັບການມາ ປະເທດ ຍິປຸ່ນ ໃນຄັ້ງນີ້. ແລະ ຍັງບໍ່ໝົດພຽງແຕ່ເທົ່ານັ້ນ ສາວ ອາເລັກຊານດຼາ ກໍ່ບໍ່ພາດທີ່ຈະສວມໃສ່ຊຸດໄໝລາວງາມໆ ເພື່ອເຜີຍແຜ່ວັດທະນະທຳໃຫ້ຄົນທີ່ໄປຮ່ວມໃນງານ ອີກທັງຊາວໂລກ ໃຫ້ໄດ້ຮູ້ເຖິງ ວັດທະນະທຳ ຮີດຄອງອັນດີ ແລະ ຄວາມງົດງາມຂອງຊຸດໄໝລາວອີກດ້ວຍ. ຮູບພາບ: Alexandra Bounxouei – ອາເລັກຊານດຼາ ບຸນຊ່ວຍ

Read More »

ໄວໜຸ່ມຍຸກໃໝ່ຄວນຮູ້! ມາຮູ້ຈັກກັບປະຫວັດຄວາມເປັນມາຂອງ ວັນທີ 7 ຕຸລາ (ວັນຄູແຫ່ງຊາດ)

​ເນື່ອງ​ໃນ​ໂອກາດ​ສະ​ເຫລີ​ມສະຫລອງ​ວັນ​ຄູ​ແຫ່ງ​ຊາດ ຂວັນໃຈເຮົາກໍ່ບໍ່ພາດທີ່ຈະໄປຊອກຫາຂໍ້ມູນ ປະຫວັດຄວາມເປັນມາຂອງ ວັນທີ 7 ຕຸລາ (ວັນຄູແຫ່ງຊາດ) ມາຝາກໝູ່ເພື່ອນ ແລະ ນ້ອງໆທຸກໆຄົນ ເຊິ່ງຮູ້ຫຼືບໍ່ວ່າກ່ອນຈະມາເປັນ ວັນຄູແຫ່ງຊາດ ແມ່ນມີປະຫວັດຄວາມເປັນມາ ແລະ ທີ່ມາທີ່ໄປ…ມາມາ ລອງມາຮູ້ຈັກ ແລະ ທຳຄວາມເຂົ້າໃຈກັບວັນສຳຄັນດັ່ງກ່າວ… * ນັບແຕ່ສະຕະວັດທີ 19 ເປັນຕົ້ນມາ ພວກລ່າເມືອງຂຶ້ນຝຣັ່ງ ໄດ້ເລີ່ມແຊກແຊງ ເຂົ້າລາວດ້ວຍ ຫລາຍຮູບການ ເພື່ອເອົາປະເທດລາວ ເປັນຫົວເມືອງຂຶ້ນ ຂອງພວກເຂົາ ໂດຍໄດ້ນຳໃຊ້ ລູກແຫລ້ງຕີນມື ສະເພາະແມ່ນພວກສັກດີນາລາວ  ເພື່ອເປັນບ່ອນອີງ ໃນການເອົາລາວ ເປັນຫົວເມືອງຂຶ້ນ. ນັບແຕ່ສັນຍາ ບາງກອກ ໃນວັນທີ 4 ຕຸລາປີ 1893  ເຊິ່ງໄດ້ລົງນາມ ໃນການແບ່ງດິນແດນລາວລ້ານຊ້າງ ອອກເປັນສອງສ່ວນນັ້ນ ກໍຄືຝັ່ງຊ້າຍ ຂອງແມ່ນ້ຳຂອງ ແມ່ນປະເທດລາວ ໃນປັດຈຸບັນນີ້, ສຳລັບຝັ່ງ ຂວາແມ່ນຂຶ້ນກັບລາຊະອານາຈັກໄທ …

Read More »

ຊົມເຊີຍ! ນັກສຶກສາລາວ 90 ກວ່າຄົນ ໄດ້ຮັບທຶນໄປສຶກສາຕໍ່ທີ່ ລັດເຊຍ

ວ້າວວວ!!! ຕ້ອງຕົບມືຊົມເຊີຍນັກສຶກສາລາວ ຈໍານວນ 93 ຄົນ ທີ່ໄດ້ຮັບທຶນຈາກລັດຖະບານ ລັດເຊຍ ເພື່ອໄປສຶກສາຕໍ່ໃນຫລາຍຂະແໜງວິຊາເຊັ່ນ: ເຕັກໂນໂລຊີ-ຂ່າວ ສານ, ຄົມມະນາຄົມ ແລະ ຂົນສົ່ງ, ພະນັກງານໄຟຟ້ານໍ້າຕົກ, ການແພດ, ກະສີກໍາ-ປ່າ ໄມ້, ການພົວພັນສາກົນ, ເສດຖະກິດໂລກ, ຄຸ້ມຄອງລັດ, ທະນາຄານການເງິນ, ບໍລິຫານ -ການທ່ອງທ່ຽວ, ບໍລິຫານການສຶກ ສາ ແລະ ອື່ນໆ. ພິເສດຍັງມີຂະແໜງການລົດໄຟ ຕື່ມອີກ. ພິທີດັ່ງກ່າວຈັດຂຶ້ນໃນວັນທີ 4 ຕຸລາ 2018ນີ້ທີ່ສະ ຖານທູດລັດເຊຍ ປະຈໍາ ສປປ ລາວ. ໂດຍມີ ທ່ານ ນາງ ແສງເດືອນ ຫລ້າຈັນທະບູນ ລັດຖະມົນຕີກະຊວງສຶກສາທິ ການ ແລະ ກິລາ, ມີທ່ານເອກອັກຄະລັດຖະທູດລັດເຊຍ, ພ້ອມດ້ວຍຜູ້ປົກຄອງ-ນັກສຶກສາ ເຂົ້າຮ່ວມ. ທີ່ມາ: ປະເທດລາວ …

Read More »