Breaking News

ຂ່າວສັງຄົມ

5 ເຫດຜົນເປັນຫຍັງ ນິດສັນເອັກສເທວ 2018 ຈິ່ງດີທີ່ສຸດສໍາລັບຄອບຄົວ ແລະ ການປະຈົນໄພ

5 ເຫດຜົນເປັນຫຍັງ ນິດສັນເອັກສເທວ 2018 ຈິ່ງດີທີ່ສຸດສໍາລັບຄອບຄົວ ແລະ ການປະຈົນໄພ ຮູບລັກພາຍນອກໃໝ່ທັນສະໄໝ ນິດສັນເອັກສເທວ 2018 ນໍາເຂົ້າຈາກຍີ່ປຸ່ນ ແມ່ນມີຮູບຮ່າງທີ່ງາມ ແລະ ເບິ່ງທັນສະໄໝກວ່າ ດ້ວຍໄຟLEDເດທາມ ຣັນນີ້ງໄຣ ຮູບຊົງບູມເບີແລງ ທີ່ຈະເຮັດໃຫ້ລົດຂອງທ່ານສາມາດຖືກເບິ່ງເຫັນໄດ້ດີຂຶ້ນ ຈາກຍານພາຫະນະອື່ນໆ ຫລື ຄົນຍ່າງຂ້າງທາງ ກາງເວັນ ແລະ ເວລາມີໝອກ. ໄຟແອວອີດີ ຮູບຊົງສັນຍາລັກບູມເບີແລງຍັງສະທ້ອນໃຫ້ເຫັນໄຟດ້ານຫລັງ ເຊິ່ງຈະເຮັດໃຫ້ຍານພາຫະນະມີຮູບຊົງ ແລະ ຄວາມຮູ້ສຶກທີ່ສົມບູນແບບ. ເສົາອາກາດຄີບປາສະຫລາມ ແລະ ກັນຊົນທ້າຍດ້ວຍປາຍທໍ່ໄອເສຍແບບໂຄມ້ຽມ ແລະ ໄຟສະທ້ອນ ຍັງຈະຊ່ວຍເພີ່ມຮູບລັກອັນທັນສະໄໝ ເບິ່ງສະຫງ່າງາມ. ກວ້າງຂວາງ &ວາງໃຈໄດ້ ປະຕູຫລັງເປີດກວ້າງ (77 ອົງສາ) ຂອງນິດສັນເອັກສເທວ ຈະເຮັດໃຫ້ການເຂົ້າອອກ ທີ່ນັ່ງຜູ້ໂດຍສານດ້ານຫລັງໄດ້ງ່າຍຂຶ້ນ. ສໍາລັບຄອບຄົວຂະໜາດໃຫຍ່, ລະບົບທີ່ນັ່ງແບບ EZ Flex ນະວັດຕະກໍາໃໝ່ (ທີ່ນັ່ງ …

Read More »

ກົດໝາຍຄວນຮູ້! ຜົວຂົ່ມຂືນເມຍຕົນເອງ ກໍມີຄວາມຜິດ

ນອກຈາກມາດຕະການລົງໂທດ ຜູ້ຂົ່ມຂືນ ໃນກົດໝາຍອາຍາແລ້ວ ໃນກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນ ຄວາມຮຸນແຮງຕໍ່ແມ່ຍິງແລະເດັກ ມາດຕາ 79 ມາດຕະການທາງອາຍາ ຍັງໄດ້ລະບຸໂທດໃນກໍລະນີ ຜົວທີ່ບັງຄັບຮ່ວມເພດກັບເມຍຕົນເອງ ແລະຜູ້ທີ່ຮ່ວມເພດກັບເດັກຍິງຫຼືຊາຍ ທີ່ອາຍຸຕ່ຳກວ່າ 18 ປີ ເຖິງວ່າເດັກນັ້ນຈະຍິນຍອມ ກໍຖືວ່າມີຄວາມຜິດ ແລະເປັນຄວາມຮຸນແຮງ ດັ່ງເນື້ອໃນລຸ່ມນີ້: ບຸກຄົນທີ່ໄດ້ໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ຫຼືເດັກ ທີ່ເປັນການກະທຳຜິດທາງອາຍາ ຈະຖືກດຳເນີນຄະດີ ແລະລົງໂທດຕາມທີ່ໄດ້ກຳນົດໄວ້ໃນກົດໝາຍອາຍາ (ມາດຕາ 128-129). ນອກຈາກນັ້ນ ຜູ້ໃຊ້ຄວາມຮຸນແຮງລຸ່ມນີ້ ກໍຈະຖືກລົງໂທດ ດັ່ງນີ້: 1.   ບຸກຄົນຜູ້ເປັນຜົວ ທີ່ໄດ້ບັງຄັບຮ່ວມເພດກັບເມຍຕົນ ຈະຖືກລົງໂທດຕັດອິດສະລະພາບ ແຕ່ 3 ເດືອນ ຫາ ໜຶ່ງປີ ຫຼື ດັດສ້າງໂດຍ ບໍ່ຕັດອິດສະລະພາບ ແລະຈະຖືກປັບໃໝ ແຕ່ 300,000 ກີບ ຫາ 1,000,000 ກີບ. …

Read More »

ເປີດໂອກາດໃຫ້ນ້ອງໆເຍົາວະຊົນລາວ ອາຍຸ 10-13 ປີ ຈາກໂຮງຮຽນທັງພາກລັດ ແລະ ເອກະຊົນ ຮ່ວມໂຄງການທີ່ປະເທດ ຍີ່ປຸ່ນ!!!

ເປີດຮັບສະຫມັກແລ້ວ ! ຂໍເຊີນນ້ອງໆເຍົາວະຊົນລາວ ອາຍຸ 10-13 ປີ ຈາກໂຮງຮຽນທັງພາກລັດ ແລະ ເອກະຊົນ ສະຫມັກເຂົ້າຮ່ວມໂຄງການ ສື່ສານເດັກນ້ອຍ (Children Communication on Earth, CCE) ຢູ່ປະເທດຍີ່ປຸ່ນ ເປັນເວລາ 10 ມື້, ປິດຮັບສະຫມັກ ວັນສຸກ ທີ່ 5/10/2018 ເວລາ 16:00 ໂດຍພໍ່ແມ່ຜູ້ປົກຄອງ ສາມາດມາລົງທະບຽນສະຫມັກ ໃຫ້ລູກຫຼານ ເພື່ອເຂົ້າສອບເສັງສໍາພາດໄດ້ ລົງທະບຽນໄດ້ທີ່ຫ້ອງການພັນຕ່າງປະເທດ ສູນກາງຊາວ ຫນຸ່ມປະຊາຊົນປະຕິວັດລາວ ໃນຊົ່ວໂມງລັດຖະການ. ລາຍລະອຽດເພີ່ມຕື່ມ ສາມາດອ່ານໄດ້ ຕາມແຈ້ງການຂ້າງລຸ່ມນີ້… ທີ່ມາ: Lao Youth Radio FM 90.0 Mhz    

Read More »

ເຮັງ ເຮັງ ເຮັງ! ເປັນຂ່າວດັງ ໜຸ່ມລາວດວງເຮັງຖືກຫວຍທີ່ປະເທດໄທ 90ລ້ານບາດ!!! 

ບໍ່ເວົ້າເຖິງຄົງຈະບໍ່ໄດ້ ເປັນທີ່ຮືຮາ ແລະ ເປັນຂ່າວດັງ ຫຼ້າສຸດສື່ທຸກສຳນັກຂອງປະເທດເພື່ອນບ້ານ ໄດ້ອອກລາຍງານຂ່າວວ່າ ມີຜູ້ໂຊກດີຖືກຫວຍລາງວັນທີ 1 ທັງໝົດ 15 ໃບ ໃນງວດວັນທີ 1 ຕຸລາ 2018 ເປັນເງິນສູງເຖິງ 90 ລ້ານບາດ ເຊິ່ງຜູ້ໂຊກດີຄົນດັ່ງກ່າວເປັນປະຊາຊົນຈາກ ສປປ ລາວ. ເຊິ່ງຈາກການເປີດເຜີຍຂອງເຈົ້າຂອງແຜງຂາຍຫວຍ ຢູ່ທີ່ ຈັງຫວັດ ອຸດອນທານີ ໄດ້ຍືນຍັນກັບທາງສື່ຫຼາຍສຳນັກຂອງປະເທດເພື່ອນບ້ານວ່າ “ຄົນທີ່ຖືກຫວຍລາງວັນທີ 1 ທັງໝົດ15 ໃບ ຕົກເງິນສູງເຖິງ 90ລ້ານບາດ ໃນງວດຂອງວັນທີ 1 ຕຸລາ 2018 ທີ່ຜ່ານມາໄດ້ມາຊື້ຫວຍທີ່ຮ້ານຂອງຕົນ ເຊິ່ງຜູ້ທີ່ໂຊກດີນັ້ນເປັນຜູ້ຊາຍຈາກ ສປປ ລາວ ເຊິ່ງຜູ້ກ່ຽວໄດ້ຂັບລົດເບນສຼມາຊື້ໃນຮ້ານຕົນໃນມື້ນັ້ນ ແລະ ກໍ່ເປັນຂາປະຈຳອີກດ້ວຍ, ໂດຍຜູ້ໂຊກດີຊາວລາວລາຍນີ້ໄດ້ຊື້ໄປຫຼາຍຊຸດ ໂດຍສະເພາະໝາຍເລກ 452643 ທີ່ເຂົາຊື້ໄປ 15 ໃບ ແລະ ຊື້ເລກຊຸດລາງວັນຂ້າງຄຽງຄື  …

Read More »

ປະເທດລາວ ມີລະດັບຄວາມສາມາດ ໃນການໃຊ້ພາສາອັງກິດຕໍ່າທີ່ສຸດໃນອາຊຽນ!!!

ມັນຄືຄວາມຈິງ ?? ປະເທດລາວ ມີລະດັບຄວາມສາມາດ ໃນການໃຊ້ພາສາອັງກິດຕໍ່າທີ່ສຸດໃນອາຊຽນ ແລະ ຢູ່ອັນດັບ ທີ່ #80 ຂອງໂລກ ຈາກທັງໝົດ 80 ປະເທດ ທີ່ໄດ້ເຮັດການສໍາຫຼວດ, ໂດຍໄດ້ອີງຕາມການຈັດອັນດັບຂອງ @english.first ! World English Proficiency Ranking in ASEAN Countries 2018 based on @english.first #englishfirstEF ທີ່ມາ: target magazine/https://www.targetlaos.com/article/31785

Read More »