ເອົາໃຈສາວນ້ອຍ ສາວໃຫ່ຍ ສາວແທ້ ສາວທຽມທັງຫຼາຍ ຫັ້ນແນ່…ຢາກຮູ້ແລ້ວແມ່ນບໍ່ວ່າຈະເປັນເລື່ອງຫຍັງ ໃນມື້ນີ້ ຊະນີIndy ຈະພາມາແອບສ່ອງ ຜູ້ຊາຍ (555) ເປັນນາຍແບບທີ່ເດີນໃນງານ Lao Fashion Week 2018 ຂໍບອກວ່າແຕ່ລະຄົນນັ້ນ ງານດີເວີ້ໆໆໆ… ບໍ່ເຊື່ອລອງມາເບິ່ງກັນເອງເດີ້… ງານດີໆທັງນັ້ນ!!! ເປັນແນວໃດແດ່ ງານດີສົມກັບ ຊະນີIndy ບອກເລີຍແມ່ນບໍ່? ເອົາເປັນວ່າເບິ່ງພໍຫອມປາກຫອມຄໍກັນໄປຊໍ່ານິກ່ອນເນາະ (555) ຮູບພາບ: Jean-Christophe Olry
Read More »ຂ່າວສັງຄົມ
ແຈ້ງເຕືອນ! ລົມພາຍຸໜູນເຂດຮ້ອນ ບາລີແຈັດ (Barijat) ໄລຍະວັນທີ 14 ຫາ 15 ກັນຍາ 2018 ນີ້!!!
ຄາດວ່າໃນໄລຍະ ວັນທີ 14 ຫາ 15 ກັນຍາ 2018 ລົມພາຍຸໜູນເຂດຮ້ອນ ບາລີແຈັດ (Barijat), ພາຍຸຫົວນີ້ຈະເຄື່ອນທີ່ ຜ່ານພາກເໜືອຂອງປະເທດຫວຽດນາມ. ດັ່ງນັ້ນຈື່ງແຈ້ງເຕືອນເຖີງປະຊາຊົນບັນດາເຜົ່າ ແລະ ອຳນາດການປົກຄອງທຸກພາກສ່ວນທີ່ອາໄສຢູ່ພາກເໜືອ ແລະ ພາກກາງ ຈົ່ງມີສະຕິ ແລະ ກຽມພ້ອມຮັບມືກັບ ສະພາບລົມແຮງ, ຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ, ດິນເຈື່ອນ ແລະ ນໍ້າຖ້ວມຊຸ ທີ່ອາດຈະເກີດຂື້ນໄດ້ ແລະ ຂໍໃຫ້ພໍ່ແມ່ພີ່ນ້ອງປະຊາຊົນລາວ ຕິດຕາມສະພາບອາກາດ ແລະ ລະດັບນໍ້າຈາກກົມອຸຕຸນິຍົມ ແລະ ອຸທົກກະສາດເປັນປະຈໍາ. (ຢ່າລືມແຊຣບອກຕໍ່ໆກັນ ເພາະຈະໄດ້ເປັນການແຈ້ງເຕືອນກັນໃຫ້ຮັບຮູ້) ທີ່ມາ: ກົມອຸຕຸນິຍົມແລະອຸທົກກະສາດ
Read More »ສ່ອງ! ຫຼິງຫຼິງ ປິຍະດາ ໃນງານ Laos Fashion Week 2018 (ງານນີ້ອິິນເນີ້ມາເຕັມ)
Wowww ຕ້ອງຂໍບອກກ່ອນວ່າ ເລີດສຸດ!!! ຫຼ້າສຸດ ຫຼິງຫຼິງ ປິຍະດາ ອິນທະວົງ ສາວປະເພດສອງຄົນດັງ ຮ່ວມເປັນໜຶ່ງໃນນາງແບບ ໃນງານ Laos Fashion Week 2018 ທີ່ເລີ່ມກັນໄປຕັ້ງແຕ່ວັນທີ 11 ກັນຍາ 2018 ທີ່ຜ່ານມາ, ເຊິ່ງງານນີ້ຂຶ້ນຊື່ວ່າ ຫຼິງຫຼິງ ແລ້ວມີຫວ໋າທີ່ນາງຈະທຳມະດາ ຕ້ອງຈັດເຕັມ ງາມ ເລີດແນ່ນອນ!!! ລອງມາສ່ອງແຕ່ລະຮູບຂອງນາງເບິ່ງເດີ້ ແຕ່ລະມຸມຂໍບອກວ່າອິນເນີ (Inner) ນາງມາເຕັມສຸດຍອດ. ຮູບພາບ: Pitadar Lingling Inthavong
Read More »ນອກໃຈຄອບຄົວ ເມຍໃຫຍ່ປະຈານເມຍນ້ອຍ ຢາກວ່າມາແຮງຫຼາຍ ໂດຍສະເພາະໃນສື່ອອນລາຍບ້ານເຮົາ
“ວ່າດ້ວຍການທຳມິດສະຈານ” ໄລຍະນີ້ຖືໄດ້ວ່າ ກະແສຂ່າວກ່ຽວກັບການຫຼິ້ນແສ້ພານສາວ ນອກໃຈຄອບຄົວ ເມຍໃຫຍ່ປະຈານເມຍນ້ອຍ ຢາກວ່າມາແຮງຫຼາຍ ໂດຍສະເພາະໃນສື່ອອນລາຍບ້ານເຮົາ ເຊິ່ງຫຼາຍໆຄົນກໍຄົງຢາກຮູ້ວ່າ ພຶດຕິກຳແບບນີ້ ທີ່ສັບກົດໝາຍເພິ່ນເອີ້ນວ່າ “ການທຳມິດສະຈານ” ນັ້ນ ບ້ານເຮົາມີມາດຕະການລົງໂທດແນວໃດກັນແທ້ ມາເບິ່ງພ້ອມໆກັນເລີຍ: ອີງຕາມ ກົດໝາຍວ່າດ້ວຍອາຍາ 2005 (ສະບັບປັບປຸງ) ໝວດທີ 6 ວ່າກ້ວຍການກະທຳຜິດຕໍ່ສາຍຜົວເມຍ, ຄອບຄົວ ແລະຮີດຄອງປະເພນີ. ມາດຕາ126 ການທຳມິດສະຈານ ໄດ້ກ່າວໄວ້ວ່າ “ບຸຸກຄົນຜູ້ໃດທີ່ມີເມຍ ຫຼື ຜົວ ຫາກໄດ້ເສບສົມກັບຜູອື່ນ ຈະຖືກລົງໂທດຕັດອິດສະລະພາບ ແຕ່ 3 ເດືອນ ຫາ 1 ປີ ຫຼື ດັດສ້າງໂດຍບໍ່ຕັດອິດສະລະພາບ ແລະ ຈະຖືກປັບໃໝແຕ່ 500.000 ກີບ – 5.000.000 ກີບ.” ຄູ່ທຳມິດສະຈານກໍຈະຖືກລົງໂທດໃນສະຖານດຽວກັນ. ທີ່ມາ: ວາລະສານ …
Read More »ຈະຕຸລົງ ຕະຫຼົກຊື່ດັງປະເທດເພື່ອນບ້ານ ລົງພື້ນທີ່ມອບເງິນຫຼາຍແສນບາດ ຊ່ວຍເຫຼືອຊາວ ມ.ສະໜາມໄຊ ແຂວງ ອັດຕະປື!!!
ກ່ອນອື່ນຕ້ອງຂໍນົບງາມໆ ແລະ ກ່າວຄຳວ່າ “ຂອບໃຈຫຼາຍໆ”, ກ່ອນໜ້ານີ້ ຂວັນໃຈ ມີການສະເໜີຂ່າວໄປແລ້ວວ່າ ຈະຕຸລົງ ໂພທາລາມ ຕະຫຼົກຊື່ດັງປະເທດເພື່ອນບ້ານ (ປະເທດໄທ) ອາຍຸ 52 ປີ, ໄດ້ອອກມາ ແລ່ນ ເພື່ອລະດົມທຶນຊ່ວຍເຫຼືອຜູ້ປະສົບໄພຊາວ ມ.ສະໜາມໄຊ ແຂວງ ອັດຕະປື. ມາຮອດຕົ້ນເດືອນ ກັນຍາ 2018 ທີ່ຜ່ານມາ ຈະຕຸລົງ ແລະ ໄມ້ ນົນທະພັນ ນັກສະແດງຊື່ດັງ ພ້ອມດ້ວຍທີມງາມ ກໍ່ໄດ້ລວບລວມຍອດເງິນບໍລິຈາກທີ່ໄດ້ຈາກການແລ່ນລະດົມທຶນ ທັງໝົດຢູ່ທີ່ 405,000 ບາດ (ສະກຣຸນເງິນໄທ) ຫຼື ຕົກເປັນເງິນປະມານ 100 ກວ່າລ້ານກີບ ລົງພື້ນທີ່ໄປມອບໃຫ້ພໍ່ແມ່ພີ່ນ້ອງຜູ້ປະສົບໄພຊາວ ມ.ສະໜາມໄຊ ແຂວງ ອັດຕະປື ເປັນຈຳນວນ 800 ຄອບຄົວ ຕົກເປັນຄອບຄົວລະ 500 ບາດ ຫຼື ປະມານຄອບຄົວລະ 1ແສນກວ່າກີບ. …
Read More »