Breaking News

ຂ່າວສັງຄົມ

ນາຍົກລັດຖະມົນຕີ ເນັ້ນໃຫ້ການນຳແຂວງວຽງຈັນ ເລັ່ງອົບພະຍົບປະຊາຊົນອອກຈາກເຂດປະສົບໄພໂດຍໄວ!!!

“ນາຍົກ ຊີ້ນຳໃຫ້ແຂວງວຽງຈັນ ເລັ່ງອົບພະຍົບປະຊາຊົນອອກຈາກເຂດປະສົບໄພ” ນາຍົກລັດຖະມົນຕີ ເນັ້ນໃຫ້ການນຳແຂວງວຽງຈັນ ເລັ່ງອົບພະຍົບປະຊາຊົນອອກຈາກເຂດປະສົບໄພນໍ້າຖ້ວມໂດຍໄວ ພ້ອມທັງຮັບປະກັນຄວາມປອດໄພດ້ານຊີວິດ ແລະ ຊັບສິນຂອງປະຊາຊົນ, ພ້ອມທັງສະເໜີໃຫ້ເຂື່ອນນ້ຳງື່ມສ້າງຕັ້ງກອງທຶນໃດໜຶ່ງຂຶ້ນມາ ເພື່ອຊ່ວຍເຫຼືອປະຊາຊົນຜູ້ປະສົບໄພນ້ຳຖ້ວມ. ນອກຈາກນີ້, ຍັງແນະນຳໃຫ້ເຂື່ອນນ້ຳງື່ມ 1 ບໍລິຫານຈັດການນ້ຳໃຫ້ດີໆ ເພື່ອບໍ່ໃຫ້ສົ່ງຜົນກະທົບຕໍ່ປະຊາຊົນລຸ່ມເຂື່ອນ, ຂະນະທີ່ລະດັບນ້ຳງື່ມໄດ້ຫຼຸດລົງເລື້ອຍໆ ຫຼັງຈາກທີ່ເຂື່ອນນ້ຳງື່ມ 1 ຫຼຸດການປ່ອຍນ້ຳຈາກ 4,5 ແມັດ ໃນວັນທີ 4 ກັນຍາ ມາເປັນ 3,5 ແມັດ ໃນວັນທີ 6 ກັນຍາ. ເມື່ອວັນທີ 6 ກັນຍານີ້ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ພ້ອມຄະນະ ໄດ້ລົງຕິດຕາມສະພາບນ້ຳຖ້ວມຢູ່ເມືອງ ທຸລະຄົມ ແຂວງວຽງຈັນ, ທ່ານ ວີດົງ ໄຊຍະສອນ ເຈົ້າແຂວງໆວຽງຈັນ ໄດ້ລາຍງາຍວ່າ: ຫຼັງຈາກທີ່ເຂື່ອນນ້ຳງື່ມໄດ້ເປີດປະຕູນ້ຳລົ້ນ ເຮັດໃຫ້ນ້ຳງື່ມໄດ້ໄຫຼເຂົ້າຖ້ວມບ້ານເຮືອນຂອງປະຊາຊົນ ຕັ້ງແຕ່ວັນທີ …

Read More »

ກຽມລຸ້ນ! ຜົນການສອບເສັງເຂົ້າ ມະຫາວິທະຍາໄລແຫ່ງຊາດ (ຈະອອກໄວໆນີ້)

ເຊື່ອວ່າໝູ່ເພື່ອນທຸກຄົນຄົງກຳລັງໃຈຈົດໃຈຈໍ່ ລໍຖ້າລຸ້ນ ຖ້າເບິ່ງຜົນການສອບເສັງເຂົ້າ ມະຫາວິທະຍາໄລແຫ່ງຊາດ, ເຊິ່ງຜົນຂອງການສອບເສັງຄາດວ່າຈະປະກາດໃຫ້ຮູ້ໃນທ້າຍເດືອນກັນຍາ ທີ່ຈະມາເຖິງນີ້. ສໍາລັບການສອບເສັງຄັດເລືອກເອົານັກສຶກສາເຂົ້າຮຽນ ມະຫາວິທະຍາໄລແຫ່ງຊາດໃນສົກສຶກສາ 2018-2019 ນີ້, ທາງມະຫາວິທະຍາໄລແຫ່ງຊາດ ໄດ້ຈັດການສອບເສັງເປັນເວລາ 1 ວັນ ແລະໄດ້ແບ່ງອອກເປັນ 03 ສາຍ ຄື ສາຍ A, B ແລະ C ຕາມຊັດສ່ວນການເລືອກໝາຍຂອງຜູ້ມາລົງທະບຽນສະໝັກສອບເສັງ ແລະໄດ້ແບ່ງອອກເປັນຫຼາຍສູນການສອບເສັງ ຄື: ສູນວິທະຍາເຂດດົງໂດກ, ສູນໂສກປ່າຫຼວງ, ໂຮງຮຽນມິດຕະພາບວຽງຈັນ-ໂຮ່ຈິມິນ, ມສ ໜອງບອນ, ມສ ຕານມີໄຊ ແລະ ມສ ວຽງຈັນ; ເຊິ່ງສູນບັນຊາການຫຼັກແມ່ນສູນ ວິທະຍາເຂດດົງໂດກ. ມີຜູ້ສະໝັກລົງທະບຽນສອບເສັງທັງໝົດ 18 ພັນກວ່າຄົນ, ມີໜ້າສອບເສັງຕົວຈິງ ລວມທັງ 03 ສາຍ A, B ແລະສາຍC ແມ່ນ 14,490 …

Read More »

So cute!!! ມາເບິ່ງຄວາມໜ້າຮັກຂອງນ້ອງໆອະນຸບານໃນມື້ເປີດສົກຮຽນໃໝ່

ມື້ເປີດສົກຮຽນໃໝ່ ມັນກໍ່ຈະ Cute2 ແດ່ ມາເບິ່ງພາບບັນຍາກາດ ຄວາມໜ້າຮັກຂອງນ້ອງໆນັກຮຽນຊັ້ນອະນຸບານ ໂຮງຮຽນ ນານາຊາດປັນຍາທິບ (Panyathip Kindergarten) ໃນມື້ເປີດສົກຮຽນໃໝ່.   ເຫັນແລ້ວກໍ່ຕ້ອງຍິ້ມໄປກັບຄວາມໜ້າຮັກຂອງນ້ອງໆກັນເລີຍແມ່ນບໍ່ແຟນໆ ຂໍບອກເລີຍວ່ານ້ອງໆແຕ່ລະຄົນໜ້າຮັກແທ້ໆ, ຢ່າງໃດກໍ່ຈົ່ງຕັ້ງໃຈຮໍ່າຮຽນເດີ້ນ້ອງໆ ເພາະພວກເຈົ້າຄືອະນາຄົດຂອງຊາດ. ຮູບພາບ: Panyathip International School Nonsavanh Campus

Read More »

ປ້ອງກັນການຖືກເອົາປຽບ! ນັກສຶກສາຈົບໃໝ່ ຫຼືຜູ້ທີ່ກຳລັງຢູ່ໃນໄລຍະທົດລອງວຽກງານຄວນຮູ້!!!

ນັກສຶກສາຈົບໃໝ່ ຫຼືຜູ້ທີ່ກຳລັງຢູ່ໃນໄລຍະທົດລອງວຽກງານ ຄວນຮູ້ໄວ້ເດີ້ວ່າ ເງື່ອນໄຂໃນກນທົດລອງວຽກງານ ທີ່ກ່າວໄວ້ໃນ ກົດໝາຍວ່າດ້ວຍແຮງງານ ສະບັບປັບປຸງ (2004) ມາດຕາ 79 (ປັບປຸງ) ການທົດລອງວຽກຂອງຜູ້ອອກແຮງງານ ເພິ່ນວ່າແນວໃດແດ່ ເພື່ອປ້ອງກັນການຖືກເອົາປຽບ ໄປອ່ານພ້ອມກັນເລີຍ: ພາຍຫຼັງໄດ້ເຊັນສັນຍາແຮງງານ ກັບຜູ້ໃຊ້ແຮງງານແລ້ວ ຜູ້ອອກແຮງງານ ອາດຍັງໄດ້ຮັບການທົດລອງວຽກຈາກຜູ້ໃຊ້ແຮງງານ ເພື່ອຮູ້ວ່າຜູ້ກ່ຽວມີ ຫຼືບໍ່ມີຄວາມສາມາດເຮັດວຽກ ສຳລັບວຽກທີ່ບໍ່ຮຽກຮ້ອງຄວາມຊຳນານງານນັ້ນ ກຳນົດເວລາທົດລອງ ບໍ່ໃຫ້ເກີນ 30 ວັນ, ສ່ວນວຽກທີ່ຮຽກຮ້ອງຄວາມຊຳນານ ທາງດ້ານວິຊາການນັ້ນ ບໍ່ໃຫ້ເກີນ 60 ວັນ ໃນໄລຍະການທົດລອງວຽກນັ້ນ ຖ້າຜູ້ອອກແຮງງານຫາກຂາດວຽກ ຍ້ອນການເຈັບເປັນ ຫຼືຍ້ອນເຫດຜົນອື່ນທີ່ຈຳເປັນ ເວລາທີ່ຂາດວຽກນັ້ນ ບໍ່ໃຫ້ນັບ ເຂົ້າໃນໄລຍະເວລາການທົດລອງ ແຕ່ເວລາການຂາດວຽກນັ້ນ ສູງສຸດບໍ່ໃຫ້ເກີນ 10 ວັນ ຖ້າບໍ່ດັ່ງນັ້ນ ຜູ້ໃຊ້ແຮງງານ ມີສິດຍົກເລີກສັນຍາແຮງງານ. ຜູ້ໃຊ້ແຮງງານ ຈະຕ້ອງແຈ້ງເປັນລາຍລັກອັກສອນວ່າ ຈະຮັບ ຫຼືບໍ່ຮັບເອົາ ຜູ້ອອກແຮງງານ …

Read More »

ງົດງາມ! ໝໍ ແນ່ງ ຈັນດາລີ ຮ່ວມເສີດສາຍໃນງານ Asia Pacific Film Festival ທີ່ ໄຕ້ຫວັນ

ງົດງາມ!!! ໝໍ ແນ່ງ ຈັນດາລີ ສິດພະໄຊ ຮ່ວມເສີດສາຍໃນງານປະກາດຜົນລາງວັນຮູບເງົາ “Asia Pacific Film Festival” ຄັ້ງທີ 58 ທີ່ ໄຕ້ຫວັນ ໃນວັນທີ 1 ກັນຍາ 2018 ທີ່ຜ່ານມາ, ເຊິ່ງງານນີ້ ໝໍ ແນ່ງ ຮ່ວມເສີດສາຍໃນພົມແດງ ມາໃນລຸກທີ່ເບິ່ງແລ້ວງົດງາມ ລຽບຫຼູສຸດໆ. ນອກຈາກນີ້  ໝໍ ແນ່ງ ຈັນດາລີ  ຍັງໄດ້ໂພສຮູບ ພ້ອມແຄັບຊັ່ນທີ່ວ່າ: ເບິ່ງແລ້ວງົດງາມ ລຽບຫຼູ ອໍລ້າຈັບ ແບບນີ້ຂໍບອກເລີຍວ່າ…ຂໍຍອມມມມມ!!! ຮູບພາບ: Chandaly Ningnang Sitpraxay , Alex Aliya Soundala

Read More »