Breaking News

ຂ່າວສັງຄົມ

ງານດີເວີ້! ສ່ອງ ບອຍ ໄຊຍະເວດ ໜຸ່ມຫຼໍ່ຈາກລາວ ເຈົ້າຂອງຕຳແໜ່ງ Mister United Asia 2018

ມື້ນີ້ຈະພາມາອັບເດດ ໜຸ່ມ ບອຍ ໄຊຍະເວດ ຫຼັງຈາກທີ່ນຳຂ່າວດີມາຝາກຄົນລາວ ໂດຍໜຸ່ມຄົນນີ້ໄດ້ໄປເປັນຕົວແທນປະເທດລາວໄປປະກວດໃນເວທີ Mister United Asia 2018 ໃນຊ່ວງທ້າຍເດືອນ ກໍລະກົດ ທີ່ຜ່ານມາ ແລະ ກໍ່ບໍ່ເຮັດໃຫ້ຄົນລາວເຮົາຜິດຫວັງ ເພາະສາມາດນຳລາງວັນຊະນະເລີດໄດ້ເປັນ Mister United Asia 2018 ແລະ ຍັງບໍ່ພຽງແຕ່ເທົ່ານັ້ນ ເພາະໃນເວທີດັ່ງກ່າວ ໜຸ່ມລາວເຮົາໂຊຄວາມສາມາດ ທັງບຸກຂະລິກກະພາບ ໂດດເດັ່ນ ຈົນເຮັດໃຫ້ຄວ້າໄປເຖິງ 4 ລາງວັນພິເສດ. ສຳລັບລາງວັນທີ່ ບອຍ ໄຊຍະເວດ ໄດ້ຮັບໃນເວທີ  Mister United Asia ມີ:  Mister United Asia 2018 The winner – Inspiration & Smart The winner – Best man of …

Read More »

ເປັນຫຍັງຈຶ່ງຕ້ອງຊື້ລົດຕູ້ NISSAN URVAN???

ຄວາມໜ້າເຊື່ອຖື ຄວາມໜ້າເຊື່ອຖືແມ່ນເປັນປັດໄຈທີ່ມີຄວາມສຳຄັນທີ່ສຸດ ເມື່ອເວລາທີ່ທ່ານພິຈາລະນາທີ່ຈະຊື້ລົດຕູ້ຄັນໃໝ່. ທ່ານຈະສູນເສຍໂອກາດທາງທຸລະກິດຂອງທ່ານ ຖ້າຫາກວ່າລົດຕູ້ຂອງທ່ານເກີດການເປເພເສຍຫາຍ. ເມື່ອທ່ານຄິດຈະຊື້ລົດຕູ້ໃຫ້ທ່ານຄິດເຖີງລົດຕູ້Nissan URVANຊຶ່ງເປັນລົດຕູ້ທີ່ເປັນທີ່ຮູ້ຈັກກັນດີໃນຕະຫຼາດສຳລັບຄວາມໜ້າເຊື່ອຖື. ດ້ວຍຂະໜາດຄວາມຍາວທັງໝົດ 5,230 ມມ, ຄວາມກວ້າງ 1,880 ມມ ແລະ ຄວາມສູງເຖີງ2,285 ມມ, ປະຕູບານເລື່ອນດ້ານຂ້າງຂະໜາດໃຫຍ່ ເພີ່ມຄວາມສະດວກໃນການເປີດອອກທີ່ກວ້າງກ່ວາ ທີ່ຊ່ວຍໃຫ້ຜູ້ໂດຍສານເຂົ້າ ແລະ ອອກລົດໄດ້ງ່າຍຂຶ້ນ. ມີສະມັດຖະນະທີ່ດີ ການນຳໃຊ້ລົດຕູ້ໃໝ່ຄັນໜຶ່ງໃນຊີວິດປະຈຳວັນ ບໍ່ແມ່ນພຽງແຕ່ຊ່ວຍປະຫຍັດນໍ້າມັນເຊື້ອໄຟ ກິໂລແມັດຕໍ່ລິດ (ກມ/ລ) ເທົ່ານັ້ນ, ແຕ່ວ່າຍັງແມ່ນຄ່າໃຊ້ຈ່າຍໃນການບໍາລຸງຮັກສາ; ເນື່ອງຈາກ ບໍລິສັດ ຕັນຈົງມໍເຕີ ໄດ້ສະໜອງການບໍາລຸງຮັກແບບບໍ່ເສຍຄ່າໃຊ້ຈ່າຍ (FMS) ແລະ ການຮັບປະກັນ ໃກ້ແກ່ບັນດາລູກຄ້າທີ່ຊື້ລົດຕູ້ Nissan URVANລາຍໃໝ່ທັງໝົດ. ມີປະສິດທິພາບ ເມື່ອທ່ານຊື້ລົດຕູ້ຄັນໃໝ່, ທ່ານຕ້ອງການທີ່ຈະຮັບປະກັນວ່າ ຍານພາຫະນະທີ່ທ່ານຊື້ຈະມີປະສິດທິພາບການດຳເນີນງານທີ່ດີ ໃນໄລຍະຍາວ ແລະ ມີຄວາມສາມາດໃນການບັນທຸກທີ່ແຕກຕ່າງ. ເປັນລົດທີ່ນຳເຂົ້າແບບຄົບຊຸດເຕັມຮູບແບບຈາກປະເທດຍີ່ປຸ່ນ, Nissan URVANແມ່ນເປັນ ‘ພາຫະນະຂົນສົ່ງຜູ້ໂດຍສານ’ ຈຳນວນ …

Read More »

ຊົມເຊີຍ! ນັກສຶກສາລາວໂຊຜົນງານ ຕິດ Top10  ໃນການແຂ່ງຂັນ MICROSOFT OFFICE SPECIALIST WORLD CHAMPIONS 2018

ນັບວ່າເປັນຂ່າວທີ່ເຮັດໃຫ້ຄົນລາວເຮົາມີຄວາມຍິນດີເລີຍກໍ່ວ່າໄດ້ ເນື່ອງຈາກໄດ້ມີນັກສຶກສາຕົວແທນ ປະເທດລາວ ເຂົ້າຮ່ວມແຂ່ງຂັນ Microsoft Office Specialist (MOS) ທີ່ Orlando, Florida, USA ຕັ້ງແຕ່ໃນວັນທີ 29ກໍລະກົດ ຫາ 1ສິງຫາ 2018 ທີ່ຜ່ານມາ, ເຊິ່ງນັກສຶກສາຈາກ ປະເທດລາວ ທ້າວ ສົມສິດ ພົນພັກດີ  ກໍ່ບໍ່ເຮັດໃຫ້ຜິດຫັວງ ເພາະສາມາດຕິດ Top 10 ໃນການແຂ່ງຂັນລະດັບໂລກໃນປີນີ້. ໃນມື້ແຂ່ງຂັນ, ນັກແຂ່ງຂັນທັງໝົດໄດ້ເຮັດບົດສອບເສັງໂດຍຕ້ອງໄດ້ຄວາມສາມາດຕົວເອງທັງໝົດນັບຕັ້ງແຕ່ສ້າງຮູບແບບ ເອກະສານ, ຕາຕະລາງ, ແລະ ບົດນຳສະເໜີ ໂດຍອີງຕາມຂໍ້ມູນທີ່ຈັດກຽມໃຫ້ ໂດຍໃຊ້ Word, Excel ແລະ PowerPoint. ສຳລັບການແຂ່ງຂັນແມ່ນ ຄົບຮອບ 17 ປີ ກັບການແຂ່ງຂັນເຊິ່ງໂດຍມີຄົນຮ່ວມແຂ່ງຂັນທັງໝົດ 760,000 ຄົນ ຈາກ 116 ປະTop10ເທດ, ແລະມີອັດຕາເພີ່ມຂຶ້ນ 35% ຕໍ່ປີ. ນັກສຶກສາໄດ້ເຂົ້າຮ່ວມເພີ່ມທັດສະດ້ານ …

Read More »

52 ປີແຫ່ງຄວາມຫຼັງ! ຍ້ອນເບິ່ງພາບ ນໍ້າຖ້ວມ ນະຄອນຫຼວງວຽງຈັນ ປີ 1966.

ມາຍ້ອນເບິ່ງພາບເກົ່າ ຈາກເຫດນໍ້າຖ້ວມຄັ້ງໃຫ່ຍທີ່ ນະຄອນຫຼວງວຽງຈັນ ຕັ້ງແຕ່ປີ 1966, ເຊິ່ງພາບດັ່ງກ່າວໄດ້ຖືກເປີດເຜີຍຈາກຜູ້ໃຊ້ເຟສບຸກລາຍໜຶ່ງ ເຮັດໃຫ້ມີຄົນໃຫ້ຄວາມສົນໃຈກົດໄລ້ ແຊຣ ແລະ ສະແດງຄວາມຄິດເຫັນກັນຢ່າງຫຼວງຫຼາຍ. (ມີຄລິບ) Posted by Gonzalo Cancino on Monday, August 20, 2018 ນ້ໍາຖ້ວມຢູ່ວຽງຈັນ ປີ໑໙໖໖ (Part 2) Posted by Gonzalo Cancino on Monday, August 20, 2018 ທີ່ມາ: Gonzalo Cancino

Read More »

ປະຕິບັດການພິເສດ! ຊ່ວຍເຫຼືອປະຊາຊົນເຂດບ້ານໜອງດາ ທີ່ປະສົບອຸທົກກະໄພ!!!

ໃນວັນທີ 20 ສິງຫາ 2018 ທີ່ຜ່ານມາ ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກ ສປປ ລາວ 1623 ໄດ້ລາຍງານໃຫ້ຮູ້ວ່າ ໄດ້ປະຕິບັດການພິເສດລົງຊ່ວຍເຫລືອປະຊາຊົນທີ່ໄດ້ຮັບຜົນກະທົບຈາກອຸທົກກະໄພ ເຂດບ້ານໜອງດາ ເມືອງ ສີໂຄດຕະບອງ ນະຄອນຫຼວງວຽງຈັນ, ເຊີ່ງແບ່ງອອກເປັນ 2 ທີມເພື່ອໃຫ້ຊ່ວຍປະຊາຊົນໄດ້ວ່ອງໃວຂື້ນ. ເຊີ່ງການເຂົ້າຊ່ວຍເຫຼືອຄັ້ງນີ້ສາມາດຊ່ວຍຜູ້ທີ່ໄດ້ຮັບຜົນກະທົບໄດ້ 10 ຄອບຄົວ ຊ່ວຍປະຊາຊົນອອກຈາກພື້ນທີ່ເກີດເຫດ ແລະ ນອກຈາກນັ້ນຍັງສາມາດຊ່ວຍແມ່ຍິງທ້ອງແກ່ທີ່ກຳລັງຈະເກີດລູກໄດ້ 1ຄົນ ແລະ ນຳສົ່ງໂຮງໝໍເມືອງສີໂຄດ.   (ຢ່າງໃດກໍ່ຂໍເປັນກຳລັງໃຈໃຫ້ແກ່ຜູ້ປະສົບໄພນໍ້າຖ້ວມ ແລະ ເຈົ້າໜ້າທີ່ທຸກໆຄົນ ເຮົາຈະຜ່ານອຸທົກກະໄພເທື່ອນີ້ໄປນຳກັນ) ທີ່ມາ: ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ 1623

Read More »