Breaking News

ຂ່າວສັງຄົມ

ດ່ວນທີ່ສຸດ! ທາງການອອກແຈ້ງເຕືອນ ປະຊາຊົນກຽມພ້ອມຮັບມືກັບໄພນໍ້າຖ້ວມນະຄອນຫຼວງວຽງຈັນ .

“ຫ້ອງການສຳນັກງານນາຍົກແຈ້ງການ ປະຊາຊົນກຽມພ້ອມຮັບມືກັບໄພນໍ້າຖ້ວມນະຄອນຫຼວງວຽງຈັນ” ເພື່ອຮັບປະກັນ ແລະ ຫຼຸດຜ່ອນຜົນເສຍຫາຍທີ່ເກີດຈາກອຸທົກກະໄພທີ່ອາດເກີດຂຶ້ນ ເຊິ່ງສົ່ງຜົນກະທົບແກ່ຊີວິດ ແລະ ຊັບສິນຂອງພໍ່ແມ່ນປະຊາຊົນ, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີຈຶ່ງ ອອກແຈ້ງການ ເລກທີ 1372/ຫສນຍ.ກລຂ ລົງວັນທີ 20 ສິງຫາ 2018 ເພື່ອແຈ້ງເຕືອນໃຫ້ປະຊາຊົນກຽມພ້ອມຮັບມື ແລະ ແກ້ໄຂໄພນ້ຳຖ້ວມຕະຫຼອດເວລາ. ໂດຍໃນແຈ້ງການລະບຸໄວ້ວ່າ: ເນື່ອງຈາກຜົນກະທົບຂອງພາຍຸ ເບີບີນກາ ໃນໄລຍະວັນທີ 16-18 ສິງຫາ 2018 ທີ່ຜ່ານມາ ໄດ້ເຮັດໃຫ້ນ້ຳຂອງ ແລະ ບາງສາຂາແມ່ນ້ຳຂອງ ມີລະດັບສູງຂຶ້ນ ແລະ ປັດຈຸບັນຄວາມກົດດັນອາກາດຕໍ່າ ຍັງສືບຕໍ່ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ເຊິ່ງຈະເຮັດໃຫ້ສະພາບລະດັບແມ່ນ້ຳຂອງ ແຕ່ພາກກາງ ຫາ ພາກໃຕ້ ຍັງສືບຕໍ່ຂຶ້ນຢ່າງຕໍ່ເນື່ອງ ໂດຍສະເພາະນະຄອນຫຼວງວຽງຈັນ ຢູ່ເຂດ ບ້ານຫ້ອມ, ບ້ານ ນາທາມ ເມືອງ ຫາດຊາຍຟອງ ແລະ ເຂດ ບ້ານໜອງດາ ເມືອງ ສີໂຄດຕະບອງ …

Read More »

ແຊຣສະໜັ່ນ! ພາບຖ່າຍມຸມສູງ ສວນເຈົ້າອະນຸວົງ – ແຄມຂອງ ຫຼັງນໍ້າຖ້ວມຕະຫຼາດກາງຄືນແຫ່ງທີສອງ!!!

ແຊຣສະໜັ່ນ! ພາບຖ່າຍມຸມສູງ ສວນເຈົ້າອະນຸວົງ – ແຄມຂອງ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ ຫຼັງນໍ້າຖ້ວມຕະຫຼາດກາງຄືນແຫ່ງທີສອງ ໃນວັນທີ 19 ສິງຫາ 2018. ຂໍເປັນກຳລັງໃຈໃຫ້ພໍ່ແມ່ພີ່ນ້ອງທີ່ໄດ້ຮັບຜົນກະທົບ ແລະ ຢ່າລືມຕິດຕາມຂ່າວຢ່າງໃກ້ຊິດ. ຮູບພາບຈາກ: Drone by Jettana

Read More »

ຍົກເລີກສັນຍາແຮງງານແນວໃດ ຈຶ່ງຈະໄດ້ເງິນຊົດເຊີຍເຕັມຈຳນວນ?

ເຄີຍເປັນບໍ່? ເບື່ອນະໂຍບາຍບໍລິສັດ ເບື່ອເພື່ອນຮ່ວມງານມັກເວົ້າຂວັນ ໂອ້ຍຍຍ ບໍ່ຢາກເຮັດວຽກຢູ່ບ່ອນນີ້ແລ້ວ ມັນວຸ່ນວາຍ ບໍ່ມີຄວາມສຸກ ຢາກລາອອກຈາກວຽກໃຈຊິຂາດ ແຕ່ກໍໄດ້ເຮັດວຽກມາດົນແລ້ວ ສັນຍາກໍຍັງບໍ່ທັນໝົດ ແລະຢ້ານຫົວໜ້າເພິ່ນບໍ່ຈ່າຍເງິນຊົດເຊີຍໃຫ້ເຕັມຈຳນວນອີກ ພາໃຫ້ອຸກອັ່ງຫົວໃຈ .. ມື້ນີ້ ຄໍລຳ ຂວັນໃຈ ຈຶ່ງເອົາ ມາດຕາ 83 ຈາກກົດໝາຍວ່າດ້ວຍແຮງງານ (ສະບັບປັບປຸງ) ປີ 2014 ມາຝາກມາຕ້ອນແຟນໆຂວັນໃຈ ໄດ້ລອງກວດກາເບິ່ງວ່າ ບັນຫາທີ່ສາວໆຢາກລາອອກຈາກວຽກ ຫຼື ຍົກເລີກສັນຍາແຮງງານຂອງຕົນນັ້ນ ຕົກຢູ່ໃນກໍລະນີໃດໜຶ່ງທີ່ນາຍຈ້າງຕ້ອງໄດ້ຈ່າຍເງິນຊົດເຊີຍໃຫ້ຫຼືບໍ່ ມາດຕາ 83 (ປັບປຸງ) ການຍົກເລີກສັນຍາແຮງງານ ໂດຍຜູ້ອອກແຮງງານ ຜູ້ອອກແຮງງານ ມີສິດສະເໜີຍົກເລີກສັນຍາແຮງງານ ໂດຍໃຫ້ຜູ້ໃຊ້ແຮງງານຈ່າຍຄ່າຊົດເຊີຍ ໃນກໍລະນີ ດັ່ງນີ້: ມີສຸຂະພາບອ່ອນເພຍ ຫຼັງຈາກໄດ້ຮັບການປິ່ນປົວແລ້ວ ໂດຍມີການຢັ້ງຢືນຈາກທາງການແພດ ແລະຜູ້ໃຊ້ແຮງງານ ກໍໄດ້ສັບຊ້ອນຕຳແໜ່ງງານໃໝ່ໃຫ້ເຮັດແລ້ວ ແຕ່ກໍຍັງບໍ່ສາມາດເຮັດໄດ້; ມີການທັກທ້ວງຂອງຜູ້ອອກແຮງງານ ໃຫ້ຜູ້ໃຊ້ແຮງງານ ປະຕິບັດຕາມສັນຍາແຮງງານມາຫຼາຍເທື່ອແລ້ວ ແຕ່ກໍ່ມີການປ່ຽນແປງ; ມີການຍົກຍ້າຍສະຖານທີ່ເຮັດວຽກ …

Read More »

ໃຜລຶ້ງເບື້ອງຊ້າຍຍົກມືຂຶ້ນ? ວັນຖະໜັດແຮງຊ້າຍສາກົນ (International Left Handers Day)

ຮູ້ກັນຫຼືບໍ່?  ວັນທີ 13 ສິງຫາ ທີ່ຜ່ານມາ ນອກຈາກຈະເປັນວັນສື່ມວນຊົນລາວ ຄົບຮອບ 65 ປີ ແລະ ວັນຄົບຮອບວັນສ້າງຕັ້ງວິທະຍຸກະຈາຍສຽງແຫ່ງຊາດລາວ ຄົບຮອບ 56 ປີ ແລ້ວ ຍັງເປັນວັນຄົນທີ່ມີຄວາມລື້ງ ຫຼື ຖະໜັດແຮງຊ້າຍສາກົນ ຫຼື #InternationalLeftHandersDay ອີກດ້ວຍ ຊຶ່ງອີງຕາມຂໍ້ມູນສະຖິຕິປະຊາກອນໃນໂລກ ສ່ວນໃຫຍ່ຈະເປັນຄົນຖະໜັດແຮງຂວາ ປະມານ 85%-90% ໃນຂະນະທີ່ຄົນຖະໜັດແຮງຊ້າຍມີພຽງ 10%-15% ເທົ່ານັ້ນ. ສຳລັບວັນຄົນຖະໜັດແຮງຊ້າຍສາກົນ ແມ່ນເລີ່ມເປັນຄັ້ງທຳອິດໃນປີ 1976 ທີ່ປະເທດສະຫະລັດອາເມຣິກາ ໂດຍອົງກອນ Lefthanders International ທີ່ມີຈຸດປະສົງເພື່ອສະເຫຼີມສະຫຼອງຄວາມສາມາດພິເສດໃນການເຮັດວຽກງານຕ່າງໆດ້ວຍແຮງຊ້າຍທີ່ເປັນເອກະລັກ ລວມທັງສົ່ງເສີມບົດບາດ ແລະ ຄວາມເທົ່າທຽມກັນຂອງຄົນທີ່ຖະໜັດແຮງຊ້າຍ ແລະ ຂວາ ໃນສັງຄົມ ຊຶ່ງໃນເມື່ອກ່ອນ ຄົນທີ່ຖະໜັດແຮງຊ້າຍ ແມ່ນຖືກດູໝີ່ນວ່າເປັນຄົນພິການ, ບົກພ່ອງ ແລະ ຜິດປົກກະຕິທາງຮ່າງກາຍ. ນອກຈາກນີ້, ຄົນທີ່ຖະໜັດແຮງຊ້າຍຍັງຖືກຄົນໃນສັງຄົມຕາເວັນຕົກບູຮານ …

Read More »

ຕໍ່ໄປນີ້! ບັດພະນັກງານ-ລັດຖະກອນ ຈະທັນສະໄໝຂຶ້ນ ສາມາດໃຊ້ເປັນບັດເອທີເອັມຮັບເງິນເດືອນໄດ້!!!

“ລັດກຽມອອກບັດໃຫ້ພະນັກງານ-ລັດຖະກອນ ທັນສະໄໝ ສາມາດໃຊ້ເປັນບັດເອທີເອັມຮັບເງິນເດືອນໄດ້” ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມເຜີຍແຜ່ແນະນໍາ ການອອກບັດ ພະນັກງານ-ລັດຖະກອນ, ໂດຍການເປັນປະທານຮ່ວມຂອງ ທ່ານ ແສງເພັດ ຮຸ່ງບຸນຍວງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ວິໄຊ ພັນດານຸວົງ ຮອງລັດຖະມົນຕີກະຊວງພາຍໃນ, ທັງເປັນຫົວໜ້າຄະນະຊີ້ນໍາການອອກບັດ ພະນັກງານ-ລັດຖະກອນຂັ້ນສູນກາງ, ມີ ພະນັກງານ-ລັດຖະກອນ ກະຊວງດັ່ງກ່າວເຂົ້າຮ່ວມເປັນຈໍາຫຼາຍ ເພື່ອຈະໄດ້ຮັບຮູ້ ແລະ ເຂົ້າເຖິງຄວາມສໍາຄັນຂອງບັດດັ່ງກ່າວຕໍ່ການຄຸ້ມຄອງ ປະຫວັດພະນັກງານ-ລັດຖະກອນໃຫ້ຖືກຕ້ອງສອດຄ່ອງກັບລະບຽບການ. ໃນໂອກາດດັ່ງກ່າວ, ທ່ານປະທານກອງປະຊຸມ ຍັງໄດ້ຍົກໃຫ້ເຫັນຄວາມສໍາຄັນ ຂອງບັດດັ່ງກ່າວ ເພື່ອເພີ່ມທະວີການຄຸ້ມຄອງພະນັກງານ-ລັດຖະກອນ, ນັບທັງດ້ານຈໍານວນມີໜ້າຕົວຈິງຢູ່ແຕ່ລະກະຊວງ, ອົງການຂັ້ນສູນກາງ ແລະ ທ້ອງຖິ່ນ, ທັງເປັນການປັບປຸງຂໍ້ມູນປະຫວັດລັດຖະກອນໃຫ້ຖືກຕ້ອງ, ໃຫ້ສອດຄ່ອງກັບລະບຽບການໃນການຄຸ້ມຄອງພະນັກງານ-ລັດຖະກອນຕາມກົດໝາຍໃຫ້ມີຄວາມທັນສະໄໝ, ພ້ອມທັງເບີກຈ່າຍເງິນເດືອນ, ເງິນອຸດໜູນ ແລະ ນະໂຍບາຍຕ່າງໆ ຖືກຕ້ອງຕາມຕົວຈິງ ແລະ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງພະນັກງານ-ລັດຖະກອນຢູ່ແຕ່ລະຂັ້ນ ມີຄວາມສະດວກ ແລະ ຄວາມເປັນເອກະພາບການຈັດຕັ້ງປະຕີບັດຕົວຈິງໃນຂອບເຂດທົ່ວປະເທດ. ທີ່ມາ: ຂປລ

Read More »