ໜ້າຮັກ ໜ້າແພງສຸດໆ ສຳລັບ BNK48 ເກີກຣຸບຊື່ດັງຈາກປະເທດເພື່ອນບ້ານ (ປະເທດໄທ) ເຈົ້າຂອງບົດເພງດັງ “ຄຸກກີ້ສ່ຽງທາຍ” ໄດ້ເດີນທາງມາທີ່ ປະເທດລາວ ເພື່ອມາຮ່ວມໃນພິທີມອບເງິນຊ່ວຍເຫຼືອຜູ້ປະສົບໄພພິບັດ ແຂວງ ອັດຕະປື ພ້ອມຍັງມີມິນິຄອນເສີດໃຫ້ແຟນຄລັບໄດ້ ກຣີດໆໆໆ ກັນຢ່າງສະໜັ່ນຫວັ່ນໄຫວ. ແຖມສາວໆວົງ BNK48 ຍັງເຮັດໃຫ້ແຟນໆຊາວລາວເຊີໄພ້ກັນສຸດໆ ເມື່ອສາວໆວົງນີ້ໄດ້ ນຸ່ງສິ້ນ ຕັ້ງແຕ່ລົງຍົນ ແລະ ຍັງມີຮູບທີ່ສາວໆ BNK48 ໄດ້ໄປທີ່ ວັດສີເມືອງ ພ້ອມກັບນຸ່ງສິ້ນ ເບິ່ງແລ້ວໜ້າຮັກ ໜ້າແພງຫຼາຍໆ. ເຫັນຄວາມຊ່ວຍເຫຼືອທີ່ຫຼັງໄຫຼ ພ້ອມກັບນໍ້າໃຈຈາກທຸກຫົນແຫ່ງແລ້ວ ພວກເຮົາຊາວລາວກໍ່ພໍຍິ້ມໄດ້, ຢ່າງໃດ ຂວັນໃຈ ກໍ່ຂໍເປັນສື່ກາງ ຂໍຂອບໃຈ ຈາກນໍ້າໃຈ ກຳລັງໃຈ ແລະ ການຊ່ວຍເຫຼືອຕ່າງໆຈາກທຸກໆພາກສ່ວນ ເຮົາຈະຈັບມືກັນກ້າວຜ່ານຊ່ວງເວລາທີ່ໂຫດຮ້າຍເທື່ອນີ້ໄປໃຫ້ໄດ້ #prayforattapue #prayforlaos #ລາວແລະໄທພີ່ນ້ອງກັນ (ຂໍຂອບໃຈສຳລັບຮູບພາບ)
Read More »ຂ່າວສັງຄົມ
ເລີດໆໆໆ…! ຄຣິດຕິນ້າ ມາລຸກນີ້ກິນຂາດ ຮ່ວມງານປະກາດລາງວັນ Maya Award 2018
ຄຣິດຕິນ້າ ລາສະສິມມາ ອະດີດ Miss Laos 2012 ຮ່ວມງານປະກາດຜົນລາງວັນ Maya Award 2018 ທີ່ປະເທດເພື່ອນບ້ານ (ປະເທດໄທ) ເຊິ່ງຂໍບອກວ່ານາງຈັດເຕັມ ເບິ່ງແລ້ວອິນເຕີໆ ຄົມເຂັ້ມ ແຖມມາໃນຊຸດລາຕີຍາວສີຂາວ ເບິ່ງແລ້ວສະຫງ່າງາມ. ມີພາບບັນຍາກາດໃນງານ ປະກາດລາງວັນ Maya Award 2018 ທີ່ ສາວ ຄຣິດຕິນ້າ ໄດ້ໄປຮ່ວມມາຝາກ ນອກຈາກນັ້ນງານນີ້ຍັງມີ ຕ້າ ເອແພັກ ແລະ ເທີເລີ ສີສົມບັດ ແລະ ຄົນບັນເທີງຈາກປະເທດລາວເຮົາໄປຮ່ວມຢ່າງຫຼວງຫຼາຍ. ເຊິ່ງເບື້ອງຫຼັງຄວາມງາມຂອງ ຄຣິດຕິນ້າ ລາສະສິມມາ ກໍ່ແມ່ນໄດ້ ອະເລັກ ອະລິຍາ ຊ່າງແຕ່ງໜ້າຄິວທອງ ແລະ ບິນລີ້ ສີອຳພັນ ນັກອອກແບບໜຸ່ມນ້ອຍໄຟແຮງ ມາເນລະມິດລຸກງາມໆ ເລີດໆໃນເທື່້ອນີ້. ເອົ້າ!!! ໃຜທີ່ເປັນແຟນຄລັບຂອງ ຄຣິດຕິນ້າ ລາສະສິມມາ ກໍ່ຢ່າລືມໄລ້ …
Read More »ກຽມພົບກັບງານວາງສະແດງທີ່ຍິ່ງໃຫ່ຍ ມີສິນຄ້າຫຼາກຫຼາຍໃຫ້ທ່ານໄດ້ເລືອກ ຈະຈັດຂຶ້ນໃນວັນທີ 20-23 ແລະ 27-29 ຕຸລາ 2018 ນີ້
“ທີ່ສູນການຄ້າອາຊຽນ ໃນເດືອນຕຸລາ ຂອງທຸກໆປີ ໃນບໍ່ຊ້ານີ້ ຄອມເອເຊຍ ຈະໄດ້ເປີດຕົວຜະລິດຕະພັນສິນຄ້າ ໂດຍໄດ້ນຳເອົາຜະລິດຕະພັນ 7 ກຸ່ມລາຍການ ເຂົ້າຮ່ວມວາງສະແດງ ເພື່ອຕອບສະໜອງທຸກຄວາມຕ້ອງການ” ດຳເນີນງານໂດຍ ບໍລິສັດ ຄອມເອເຊຍ ຈຳກັດ (Comasia Limited), ເຊິ່ງເປັນກິດຈະກຳອັນຍິ່ງໃຫຍ່ ທີ່ຈະມີການດຳເນີນງານໃນທຸກທ້າຍເດືອນຕຸລາຂອງທຸກໆປີ ທີ່ຮ່ອງກົງ ເຊິ່ງເປັນໜຶ່ງໃນດ້ານການຕະຫຼາດທີ່ສຳຄັນທີ່ສຸດຂອງພາກພື້ນ ແລະການຈຳໜ່າຍສິນຄ້າທີ່ສຳຄັນ ໂດຍສະເພາະກໍແມ່ນບັນດາເຄື່ອງທີ່ລະນຶກ, ເຄື່ອງເກດພີມ້ຽມ, ເຄື່ອງໃຊ້ພາຍໃນເຮືອນ, ເຄື່ອງຄົວ ແລະຫ້ອງອາຫານ, ເຄື່ອງໃຊ້ຊີວິດປະຈຳວັນ, ເຄື່ອງຫຼິ້ນ, ເກມ ແລະເຄື່ອງຂຽນອື່ນໆ. ງານວາງສະແດງປະຈຳປີຍັງໄດ້ກາຍເປັນງານປະຈຳລະດູໃບໄມ້ຫຼົ່ນຂອງ ພາກໃຕ້ຂອງ ສປ ຈີນ ເຊິ່ງເປັນແຫຼ່ງລວມຕົວຂອງບັນດາຜູ້ຊື້ຈາກທຸກມຸມໂລກ. ສຳລັບງານວາງສະແດງສິນຄ້າປະຈຳປີ 2017 ມີລູກຄ້າເຂົາຮ່ວມທັງໝົດສູງເກືອບ 50.000 ຄົນ ຈາກ 130 ປະເທດທັງພາກພື້ນ ແລະສາກົນ. ລວມມີ 5,315 ຫ້ອງວາງສະແດງ ແລະຂາຍສິນຄ້າ ໂດຍມີຜູ້ປະກອບການທຸລະກິດຫຼາຍເຖິງ 4,085 …
Read More »ງົດງາມ! ລູກນໍ້າ ທິດາລັດ ເສີດສາຍໃນພົມແດງຂອງງານປະກາດລາງວັນທີ່ປະເທດໄທ
ງົດງາມ… ລູກນໍ້າ ທິດາລັດ ວົງສິຣິ ນັກສະແດງຊື່ດັງ ເດີນທາງຮ່ວມງານປະກາດຜົນລາງວັນ MAYA AWARDS 2018 ຄັ້ງທີ 4 ທີ່ປະເທດໄທ ໃນງານດັ່ງກ່າວເປັນງານປະກາດຜົນລາງວັນຂອງວົງການບັນເທີງປະເທດເພື່ອນບ້ານ ມີຄົນດັງ ດາລາ ສິນລະປິນ ແລະ ຄົນບັນເທີງໄທທົ່ວທຸກຂະແໜງການທີ່ມາຮ່ວມໃນງານນີ້, ເຊິ່ງນັກສະແດງຊື່ດັງຈາກລາວເຮົາ ກໍ່ໄດ້ໄປຮ່ວມເສີດສາຍໃນພົມແດງ ງານນີ້ ລູກນໍ້າ ເປີດໂຕມາໃນຊຸດລາຕີຍາວສີເຫຼືອງອ່ອນ ງົດງາມອໍລ້າຈັບ ເສີດສາຍໄດ້ບໍ່ແພ້ຄົນບັນເທີງເຈົ້າຖິ່ນ, ແຖມ ສາວ ລູກນໍ້າ ກໍ່ຍັງເປັນທີ່ສົນໃຈຈາກເຫຼົ່າແຟນຄລັບ ແລະ ສື່ມວນຊົນຈາກປະເທດໄທໄດ້ເປັນຢ່າງດີ. (ມີຮູບພາບທີ່ ລູກນໍ້າ ທິດາລັດ ໃນງານ ມາຝາກ ງົດງາມ ອໍລ້າຈັບສຸດໆ) ງົດງາມ ອໍລ້າຈັບຫຼາຍໆ ບອກເລີຍວ່າ “ເລີດໆໆໆ…ສຸດໆ” #ແຊຣໄປເປັນກຳລັງໃຈໃຫ້ນັດສະແດງຈາກລາວ ຮູບພາບຈາກ: fb/Louknum Vongsili
Read More »ປຣາງ ກັນນະຣັນ (ຫຼື ແມ່ຍິງຈັນວາດ) ເດີນທາງເຊັກອິນນະຄອນປາກເຊ ແຂວງ ຈຳປາສັກ
ປຣາງ ກັນນະຣັນ ວົງຂະຈອນໄກ (ຫຼື ແມ່ຍິງຈັນວາດ) ນັກສະແດງຊື່ຈາກປະເທດເພື່ອນບ້ານ ເດີນທາງເຊັກອິນທີ່ປະເທດລາວ ໃນວັນທີ 8 ສິງຫາ 2018 ທີ່ຜ່ານມາ ເຊິ່ງນາງໄດ້ເດີນທາງມາທີ່ ນະຄອນປາກເຊ ແຂວງ ຈຳປາສັກ, ເຊິ່ງການເດີນທາງມາປະເທດລາວຂອງ ປຣາງ ໃນເທືອນີ້ແມ່ນໄດ້ມາເຮັດການສະແດງລະຄອນເພງພ້ອມກັບນັກສະແດງອີກຫຼາຍທ່ານ. ສຳລັບ ປຣາງ ກັນນະຣັນ ອາຍຸ 27 ປີ ເປັນນັກສະແດງອີກໜຶ່ງທ່ານທີ່ມີຜົນງານຜ່ານມາຢ່າງຫຼວງຫຼາຍ ແລະ ຄົນກໍ່ຈະຮູ້ຈັກ ເອີ້ນຊື່ກັນຕິດປາກໃນບົດບາດຂອງ “ແມ່ຍິງ ຈັນວາດ” ໃນລະຄອນຍອດຮິດ “ບຸບເພສັນນິວາດ” The starry night ? #andiwasoneofthestar #luckygirl #thankyoumybestteam A post shared by Prang Kannarun (@ladiiprang) on Aug 8, …
Read More »