Breaking News

ຂ່າວສັງຄົມ

ເຄັດບໍ່ລັບຈາກ ນັກລ່າທຶນການສຶກສາ ມາບອກແບບໝົດເປືອກ ໃຜທີ່ຄິດຈະຊິງທຶນແຊຣໄວ້ເບິ່ງເລີຍ!!!

ເຊື່ອວ່າຄວາມຝັນອັນສູງສຸດຂອງໝູ່ເພື່ອນຫຼາຍໆຄົນກໍ່ຄືການ ເສັງເອົາທຶນໄປຮຽນຕໍ່ ແລະ ແນ່ນອນວ່າການສອບເສັງເອົາທຶນກໍ່ບໍ່ແມ່ນເລື່ອງງ່າຍ, ບາງຄົນມີໂອກາດໄດ້ໄປເສັງເອົາທຶນ ເພື່ອໄປຮຽນຕໍ່ໃນຂະແໜງຕ່າງໆໃນວິຊາທີ່ຕົນເອງມັກ ແຕ່ກໍ່ຍັງມີຫຼາຍຄົນທີ່ຍັງຢູ່ໃນຊ່ວງທີ່ຍັງກ້າແດ່ບໍ່ກ້າແດ່ ມີຄວາມກັງວົນໃນຫຼາຍໆເລື່ອງ ເພາະແນ່ນອນຢູ່ແລ້ວວ່າຂູ່ແຂ່ງທີ່ໄປເສັງເອົາທຶນກໍ່ລ້ວນແຕ່ມີຄົນເກັ່ງ ພ້ອມກັບຄວາມສາມາດ. ແຕ່ບໍ່ຕ້ອງຄິດຫຼາຍ ແລະ ຕໍ່າຕ້ອຍນ້ອຍໃຈ, ໃນມື້ນີ້ ຂວັນໃຈ ເຮົາໄດ້ໄປຊອກຫາເຄັດລັບ ທີ່ ຈະບໍ່ລັບອີກຕໍ່ໄປ ເພາະມີການເປີດເຜີຍ ຈາກຜູ້ໃຊ້ເຟສບຸກລາຍໜຶ່ງເຊິ່ງເປັນນັກລ່າທຶນການສຶກສາຕົວຈິງສຽງຈິງ ໄດ້ມາເປີດເຜີຍແບບໝົດເປືອກ ເຖິງວິທີພິຊິດທຶນດັ່ງຕໍ່ໄປນີ້: ກ່ອນການສຳພາດ – ສຶກສາຂໍ້ມູນກ່ຽວກັບວິຊາທີ່ຕົນເອງຢາກໄປຮຽນ ແລະ ບ່ອນທີ່ຈະໄປ – ຂຽນຄຳຕອບໄວ້ ແລະ ຝຶກຊ້ອມຫລາຍໆຄັ້ງ – ຄຳຖາມທີ່ໜີບໍ່ພົ້ນ: ແນະນຳຕົນເອງ, ເປັນຫຍັງຈິ່ງຢາກໄປຮຽນວິຊານັ້ນໆ, ເປັນຫຍັງຈິ່ງຢາກໄປຮຽນຢູ່ປະເທດນັ້ນໆ, ກັບມາຊິນຳໃຊ້ປະໂຫຍດຫຍັງ (ຊິນຳໃຊ້ເຂົ້າໃນການພັດທະນາ ໜ່ວຍງານ ຫລື ປະເທດຊາດແນວໃດ), ເປົ້າໝາຍສູງສຸດໃນຊີວິດແມ່ນຫຍັງ, ເຫັນໂຕເອງໃນອີກ 5-10 ປີ ເປັນແນວໃດ… – ອ່ານໃບສະໝັກຂອງຕົນເອງຄືນລະອຽດ ແລະ ກຽມຄຳອະທິບາຍ …

Read More »

ເກີດແລ້ວ! ພະຍານຮັກ ເຈ້ຍ-ໄຊ “ນ້ອງ ເວຫາ” (ຂໍສະແດງຄວາມຍິນດີກັບພໍ່ແມ່ມືໃໝ່)

ຫຼັງຈາກທີ່ຄົບຫາເບິ່ງໃຈກັນມາເປັນເວລາຫຼາຍປີ ສຳລັບ ເຈ້ຍ ປາຊີຟິກ ແລະ ໄຊ ທະວີໄຊ ຫຼ້າສຸດ ກໍ່ມີພະຍານຮັກໂຕນ້ອຍໆອອກມາແລ້ວໃນວັນທີ 8 ສິງຫາ 2018 ເປັນລູກຊາຍ ນາມວ່າ “ເວຫາ” ນໍ້າໜັກແລກເກີດ 3.33 kg ແລະ ແມ່ກໍ່ແຂງແຮງດີ. ເຊິ່ງ ເຈ້ຍ ປາຊີຟິກ ກໍ່ຍັງໄດ້ໂພສຂ່າວດີໃຫ້ແຟນໆ ແລະ ໝູ່ເພື່ອນໃນວົງການໄດ້ຮູ້ວ່າ: “ທ້າວ ເວຫາ ເກີດແລ້ວ 8:13ໂມງ 08/08/18 ຂອບໃຈທຸກຄົນທີ່ໃຫ້ກໍາລັງໃຈ ຄວາມສຸກໃຈມື້ນີ້ ບໍ່ມີຄໍາໃດມາອະທິບາຍ ຮູ້ແຕ່ວ່າ ຄັກ ນະ ?”  ຢ່າງໃດ ຂວັນໃຈ ແລະ ແຟນໆ ກໍ່ຂໍສະແດງຄວາມຍິນດີກັບພໍ່ແມ່ມືໃໝ່ ອ້າຍ ເຈ້ຍ ແລະ ເອື້ອຍ ໄຊ ຂໍໃຫ້ມີສຸຂະພາບແຂງແຮງໄວໆທັງແມ່ທັງລູກ. (ນ້ອງ ເວຫາ …

Read More »

ແຈກແທ້ ແຈກຈິງ! ພິທີຈັບລາງວັນຜູ້ໂຊກດີ “ເລ ຈັດໃຫຍ່ໃຫ້ໂຊກ”

ບໍລິສັດ ເປັບໂຄລ່າ (ໄທ) ເທຼດດິ້ງ ຈຳກັດ ຮ່ວມກັບບໍລິສັດ ຊີໄອ ການຄ້າຂາອອກ-ຂາເຂົ້າ ຈໍາກັດຜູ້ດຽວ ໄດ້ຈັດພິທີຈັບລາງວັນຜູ້ໂຊກດີ ຈາກການສົ່ງຄູປອງລຸ້ນໂຊກກັບໂຄງການ ເລ ຈັດໃຫຍ່ໃຫ້ໂຊກປະຈຳປີ 2018. ໃນວັນທີ 3 ສິງຫາ 2018 ຢູ່ທີ່ ຫ້ອງການບໍລິສັດ ຊີໄອ ການຄ້າຂາອອກ-ຂາເຂົ້າ. ລາງວັນທີ 1 ປີ້ຍົນພ້ອມທີ່ພັກ 5 ດາວ ເກາະສະໝຸຍ 3 ມື້ 2 ຄືນ ຈຳນວນ 1 ລາງວັນ 4 ບ່ອນນັ່ງ (ພ້ອມເງິນແຮຖົງ 10.000 ບາດ). ຜູ້ໂຊກດີໄດ້ແກ່ ທ່ານ ນາງ ຝົນ ຢູ່ທີ່ນະຄອນປາກເຊ ເບີໂທ: 030 98297XX ລາງວັນທີ 2  …

Read More »

ເຕີ້ຍ ຈະລິນພອນ ນັກສະແດງສາວຊື່ດັງປະເທດເພື່ອນບ້ານ ເດີນທາງມາຢ້ຽມຢາມ ພ້ອມໂພສຍ້ອງປະເທດລາວແບບນີ້…

ເປັນອີກໜຶ່ງສິນລະປິນຈາກປະເທດເພື່ອນບ້ານທີ່ເດີນທາງມາຢ້ຽມຢາມ ປະເທດລາວ, ຫຼ້າສຸດ ເຕີ້ຍ ຈະລິນພອນ ຈຸນກຽດ ນັກສະແດງສາວຊື່ດັງຈາກປະເທດໄທ ກໍ່ໄດ້ເດີນທາງມາຢ້ຽມຢາມ ທີ່ ນະຄອນຫຼວງພະບາງ ພ້ອມຖ່າຍຮູບວັດວາອາຮາມ, ສະຖານທີ່ທ່ອງທ່ຽວສຳຄັນທາງປະຫວັດສາດ, ການເຮັດບຸນໃສ່ບາດ ປະເພນີແບບລາວໆ ແລະ ທຳມະຊາດທີ່ຍັງຄົງຄວາມງາມ ຄວາມຂຽວອຸ່ມທຸ່ມ ພ້ອມຍ້ອງປະເທດລາວຜ່ານແຄັບຊັ່ນທາງອິນສະຕາແກຣມວ່າ: ”Laos! You are so beautiful” ສຳລັບ ເຕີ້ຍ ຈະລິນພອນ ເປັນນັກສະແດງຊື່ດັງຂອງປະເທດໄທ ມີູຄົນຕິດຕາມໃນ ອິນສະຕາແກຣມ ເກືອບ 6ລ້ານຄົນ ພໍນາງໂພສແບບນີ້ເຮັດໃຫ້ມີບັນດາແຟນຄລັບເຂົ້າມາສະແດງຄວາມຄິດເຫັນ ແລະ ຢາກເດີນທາງມາທ່ອງທ່ຽວປະເທດລາວເຮົາຢ່າງຫຼວງຫຼາຍ. (ປະຊາຊົນລາວຍິນດີຕ້ອນຮັບນັກທ່ອງທ່ຽວທຸກໆຄົນ) ??? ສະບາຍດີ #jarinsjourney #throughjarinseyes A post shared by Jarinporn J. (@toeyjarinporn) on Jul 29, 2018 …

Read More »

ໜ້າຮັກຫຼາຍໆ! ເຕີ້ຍ ຈະລິນພອນ ນັກສະແດງຊື່ດັງຊາວໄທ ນຸ່ງສິ້ນ-ບ່ຽງແພ ໃສ່ບາດທີ່ປະເທດລາວ

ໜ້າຮັກຫຼາຍໆ! ເຕີ້ຍ ຈະລິນພອນ ຈຸນກຽດ ນັກສະແດຊື່ດັງຈາກ ປະເທດໄທ ເດີນທາງມາທ່ອງທ່ຽວທີ່ ນະຄອນຫຼວງພະບາງ ປະເທດລາວ ໃນຊ່ວງທ້າຍເດືອນ ກໍລະກົດ ທີ່ຜ່ານມາ, ແຖມຍັງມີຮູບພາບໜ້າຮັກໆມາຝາກແຟນໆ ໂດຍ ເຕີ້ຍ ໄດ້ໂພສຮູບພາບຕ່າງໆໃນຊ່ວງທີ່ທ່ອງທ່ຽວປະເທດລາວມາຝາກ ເຊິ່ງເຮັດໃຫ້ມີແຟນໆຊາວລາວເຂົ້າໄປທັກທາຍ “ສະບາຍດີ” ແລະ “ຍິນດີຕ້ອນຮັບເຂົ້າສູ່ປະເທດລາວ” ຈຳນວນວນຫຼວງຫຼາຍ. ແນ່ນອນວ່າ ຄົນທີ່ເດີນທາງມາ ນະຄອນຫຼວງພະບາງ ປະເທດລາວ ຕ້ອງໄດ້ເຮັດບຸນໃສ່ບາດໃນຍາມເຊົ້າ  ເຕີ້ຍ ຈະລິນພອນ ກໍ່ບໍ່ພາດເຊັ່ນດຽວກັນ ແຖມນາງຍັງໂພສຮູບ ນຸ່ງສິ້ນໄໝລາວ ບ່ຽງແພ ຖືຕິບເຂົ້າໜຽວ ເຊິ່ງນາງຍັງໄດ້ໂພສແຄັບຊັ່ນວ່າ: “ໃສ່ບາດເຂົ້າໜຽວທີ່ຫຼວງພະບາງເມື່ອວັນກ່ອນ”  ເຫັນແລ້ວໜ້າຮັກຫຼາຍໆ… ປັດຈຸບັນ ເຕິ້ຍ ຈະລິນພອນ ໄດ້ເດີນທາງກັບເປັນທີ່ຮຽບຮ້ອຍແລ້ວ, ເທື່ອໜ້າກໍ່ຢ່າລືມມາຢ້ຽມຢາມ ທ່ອງທ່ຽວ ປະເທດລາວ ອີກເດີ້ “Welcome to Laos” ??? ສະບາຍດີ #jarinsjourney #throughjarinseyes …

Read More »