Breaking News

ຂ່າວສັງຄົມ

ຫົວເຫວີຍເປີດຕົວສຸດອະລັງການກັບສະມາດໂຟນ 2 ລຸ້ນໃໝ່ “HuaweiNova3 ແລະ Nova3i” ຢ່າງເປັນທາງການໃນລາວ

ຫົວເຫວີຍເປີດຕົວສຸດອະລັງການກັບສະມາດໂຟນ 2 ລຸ້ນໃໝ່ “HuaweiNova3 ແລະ Nova3i” ຢ່າງເປັນທາງການໃນລາວ ຫຼັງຈາກຫົວເຫວີຍໄດ້ເປີດຕົວ Huawei P20 ແລະ P20 Pro ໄປບໍ່ດົນ ກະແສທີ່ແຮງບໍ່ຕົກ ເຮັດໃຫ້ຍອດຂາຍສະມາດໂຟນຂອງຫົວເຫວີຍທົ່ວໂລກໃນປີນີ້ເຖິງ 100 ລ້ານເຄື່ອງ ຕັ້ງແຕ່ເຄິ່ງປີທຳອິດ ແລະ ໃນໄຕມາດທີ 2 ຂອງປີ 2018 ຫົວເຫວີຍໄດ້ຂຶ້ນມາເປັນອັນດັບ 2 ຂອງຕະຫຼາດສະມາດໂຟນທົ່ວໂລກ ດ້ວຍສັດສ່ວນການຕະຫຼາດຢູ່ທີ່ 15.8% ມີຍອດຂາຍ 54.2 ລ້ານເຄື່ອງ ເຕີບໃຫຍ່ສູງຂຶ້ນເຖິງ 41% ເມື່ອປຽບທຽບກັບ ໄຕມາດທີ 2 ໃນປີ 2017* ແລະ ໃນປີນີ້ຫົວເຫວີຍໄດ້ຕັ້ງເປົ້າຍອດຂາຍໃຫ້ໄດ້ຫຼາຍກວ່າ 200 ລ້ານເຄື່ອງທົ່ວໂລກ.  ເພື່ອຕອກຢ້ຳ ໃນຄວາມແຮງຂອງຍອດຂາຍ ຫົວເຫວີຍປະກາດເປີດຕົວ 2 ສະມາດໂຟນລຸ້ນໃໝ່ຈາກຊີຣີ້ Nova ທີ່ເນັ້ນຕອບໂຈດຄົນທັນສະໄໝໃນຍຸກປະຈຸບັນHuawei …

Read More »

ຂໍຂອບໃຈນໍ້າໃຈຈາກກູ້ໄພໄທ! ກູ້ໄພທີມທຳອິດທີ່ເດີນທາງອອກຈາກ ປະເທດລາວ

ເດີນທາງກັບ ປະເທດໄທ ເປັນທີ່ຮຽບຮ້ອຍແລ້ວ ສຳລັບ ທີມກູ້ໄພຈາກ ມູນລະນິທີ ປໍເຕັກຕຶງ ຈາກປະເທດໄທ, ຫຼັງຈາກທີ່ໄດ້ເດີນທາງມາຊ່ວຍພໍ່ແມ່ພີ່ນ້ອງຊາວລາວ ທີ່ ເມືອງ ສະໜາມໄຊ ແຂວງ ອັດຕະປື. ພໍຈົບພາລະກິດ  ມູນລະນິທີ ປໍເຕັກຕຶງ ກໍ່ເປັນທີມທຳອິດທີ່ເດີນທາງອອກຈາກ ປະເທດລາວ ເພື່ອເດີນທາງໄປຊ່ວຍຊາວໄທທີ່ປະສົບກັບໄພ ນໍ້າຖ້ວມ ເຊັ່ນດຽວກັນ. ເຊິ່ງທີມກູ້ໄພຈາກ ມູນລະນິທີ ປໍເຕັກຕຶງ ໄດ້ເດີນທາງມາທີ່ ປະເທດລາວ ຕັ້ງແຕ່ວັນທີ 25 ກໍລະກົດ 2018-1 ສິງຫາ 2018 ເພື່ອລົງພື້ນທີ່ ແລະ ເຂົ້່າຊ່ວຍເຫຼືອຜູ້ປະສົບໄພ ປະຕິບັດພາລະກິດຄົ້ນຫາຜູ້ລອດຊີວິດ, ຜູ້ສູນຫາຍ ແລະ ເຮັດອາຫານໃຫ້ພີ່ນ້ອງປະຊາຊົນລາວເຮົາຈຳນວນ 1-2000 ກ່ອງ ເພື່ອແຈກຢາກທີ່ສູນອົບພະຍົບ ບ້ານ ບົກ ແຂວງ ອັດຕະປື ຢ່າງຕໍ່ເນື່ອງທຸກໆມື້.  ປັດຈຸບັນພວກເຂົາເດີນທາງກັບປະເທດໄທເປັນທີ່ຮຽບຮ້ອຍແລ້ວ ເພື່ອໄປຊ່ວຍພີ່ນ້ອງຮ່ວມຊາດຂອງພວກເຂົາທີ່ກຳລັງປະສົບກັບ …

Read More »

ຮືຮາ! Six Sence ວົງດົນຕີຈາກປະເທດລາວ ຜ່ານເຂົ້າຮອບໃນລາຍການແຂ່ງຂັນເພງຂອງປະເທດເພື່ອນບ້ານ (ຂໍສະແດງຄວາມຍິນດີ)

ກຳລັງເປັນກະແສ ຮືຮາ, ຫຼ້າສຸດມີຂ່າວດີເລີຍກໍ່ວ່າໄດ້ Six Sence ວົງດົນຕີຈາກປະເທດລາວ ໄດ້ຜ່ານເຂົ້າຮອບໃນການແຂ່ງຂັນວົງດົນຕີ ລະດັບມັດທະຍົມ ໃນລາຍການ Hotwave Music Awards 2018. เพลง แพ้ทาง – วง Six Sence เพลง แพ้ทาง – วง Six Sence#เชียร์ยกสถาบันมันส์ทั้งประเทศ #HWMA2018 #GMM25 Posted by Hotwave Music Awards on Sunday, August 5, 2018   ເຊິ່ງການແຂ່ງຂັນວົງດົນຕີເພງ ໃນລາຍການ Hotwave Music Awards 2018 ເປັນລາຍການປະກວດວົງດົນຕີໃນລະດັບ ມັດທະຍົມ ທີ່ໃຫ່ຍທີ່ສຸດໃນປະເທດເພື່ອນບ້ານ (ປະເທດໄທ), ເຊິ່ງໃນປີນີ້ ໍກໍ່ພິເສດສຸດໆ ໂດຍການບໍ່ຈຳກັດພົມແດນລະຫວ່າງການປະກວດ ເປີດໂອກາດໃຫ້ນ້ອງໆໄວໜຸ່ມນ້ອຍຈາກປະເທດລາວເຮົາທີ່ມີຄວາມສາມາດໄດ້ໂຊສີມືທາງດົນຕີ …

Read More »

ມົງລົງແລ້ວວວ! Miss Universe Laos 2018 ໄດ້ຮັບມົງກຸດ ແລະ ສາຍສະພາຍປະຈຳຕໍາແໜ່ງຢ່າງເປັນທາງການ!

ເຫັນມີຫຼາຍຄົນກຳລັງງົງໆ ແລະ ຖາມກັນເຂົ້າມາຫຼາຍເລີຍວ່າ Miss Universe Laos 2018  ໃນປີນີ້ແມ່ນ ຮອງອັນດັບໜຶ່ງຂອງ Miss Universe Laos 2017 ຂອງປີກາຍ ແມ່ນແທ້ໆບໍ່? ດັ່ງນັ້ນເພື່ອເປັນການໄຂຄວາມສົງໃສ ໃນມື້ນີ້ ຊະນີIndy ເລີຍມີຂ່າວມາເລົ່າໃຫ້ແຟນໆຟັງວ່າ Miss Universe Laos 2018  ນັ້ນກໍ່ຄື ອອນອະນົງ ຫອມສົມບັດ ເຊິ່ງແຟນໆເຂົ້າໃຈຖືກຕ້ອງແລ້ວ ເພາະນາງເປັນ ຮອງອັນດັບ 1 ຂອງ Miss Universe Laos 2017 ແລະ ໄດ້ຮັບການແຕ່ງຕັ້ງຈາກກອງປະກວດ ໃຫ້ໄປເປັນຕົວແທນສາວງາມຈາກປະເທດລາວ ເພື່ອໄປຊິງມົງກຸດໃນເວທີ ນາງງາມຈັກກະວານໂລກ (Miss Universe 2018) ທີ່ຈະຈັດຂຶ້ນໃນວັນທີ 16 ທັນວາ 2018 ທີ່ປະເທດປະເທດໄທ. ແລະ ໃນວັນທີ 3 …

Read More »

ພາບປະທັບໃຈ! ພະເອກດັງສັນຊາດລາວ ລົງພື້ນທີ່ຊ່ວຍເຫຼືອຜູ້ປະສົບໄພ

ຢາກບອກວ່າ ຊະນີIndy ດີໃຈຫຼາຍທີ່ເຫັນການຊ່ວຍເຫຼືອຫຼັ່ງໄຫຼເຂົ້າມາເລື້ອຍໆ, ຫຼ້າສຸດ ທັນວາ ສຸລິຍະຈັກ ພະເອກສັນຊາດລາວທີ່ໄປໂດ່ງດັງໃນປະເທດເພື່ອນບ້ານ ກໍ່ໄດ້ລະດົມທຶນ ແລະ ນຳສິ່ງຂອງທີ່ຈຳເປັນເດີນທາງລົງມາຊ່ວຍເຫຼືອພໍ່ແມ່ພີ່ນ້ອງຜູ້ປະສົບໄພທີ່ ມ.ສະໜາມໄຊ ແຂວງ ອັດຕະປື ໃນວັນທີ 2-5 ສິງຫາ 2018 ທີ່ຜ່ານມາ. ເຊິ່ງບັນຍາກາດຂອງການມອບເຄື່ອງກໍ່ເຕັມໄປດ້ວຍຄວາມປິຕິຍິນດີ ໄດ້ເຫັນຮອຍຍິ້ມທີ່ສົດໃນຂອງພໍ່ແມ່ພີ່ນ້ອງຜູ້ປະສົບໄພ ເປັນພາບທີ່ປະທັບໃຈຫຼາຍໆ. ສຳລັບ ທັນວາ ສຸລິຍະຈັກ ອາຍຸ 26 ປີ ເປັນຄົນ ນະຄອນປາກເຊ ແຂວງ ຈຳປາສັກ, ຈົບການສຶກສາລະດັບປະລິນຍາຕີ ຈາກຄະນະນິເທດສາດມະຫາວິທະຍາໄລຣັງສິດ (ປະເທດໄທ), ມີຜົນງານການສະແດງລະຄອນ ແລະ ຮູບເງົາຫຼາຍຕໍ່ຫຼາຍເລື່ອງຂອງປະເທດເພື່ອນບ້ານເຊັ່ນ: ມົນຮັກແມ່ນໍ້າມູນ, ອະສູນນ້ອຍໃນຕະກຽງແກ້ວ, ລູກຜູ້ຊາຍໄມ້ຕະພົດ, ລີລາວະດີເພິງ, ແຫວນສະຫວາດ, ຄູ່ປັບສະລັບຫົວໃຈ, ໄຟຮັກເກມຮ້ອນ, ທະເລໃຈ, ຮັກນະສາລະຄາມ, ເລີບຊໍເມີ ຮັກຕະລອນ ອອນເດິບຣີດ ແລະ ອີກຫຼາຍໆເລື່ອງທີ່ໝຸ່ມຄົນນີ້ທີ່ໄດ້ສະແດງ …

Read More »