Breaking News

ຂ່າວສັງຄົມ

ເຈນນີ່ Miss world lao ໂພສແຄັບຊັ່ນຫວານໃຫ້ກຳລັງໃຈເອກ ທີ່ປະສົບອຸບັດຕິເຫດໃນຂະນະຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມ

ໜ້າຮັກຫຼາຍໆສຳລັບຄູ່ຮັກຄົນດັງ ເຈນນີ່ Miss world lao 2017 ແລະ ເອກ ໂອເວີ້ແດ້ນ ທີ່ເດີນທາງລົງຊ່ວຍເຫຼືອຜູ້ປະສົບໄພ ເຂື່ອນແຕກ ທີ່ ມ.ສະໜາມໄຊ ແຂວງ ອັດຕະປື ແລະ ຍັງບໍ່ໝົດເພາະພວກເຂົາຍັງໄດ້ຊ່ວຍເຫຼືອຜູ້ປະສົບນໍ້າຖ້ວມຢ່າງໜັກທີ່ ແຂວງ ຄຳມ່ວນ, ແຕ່ການຊ່ວຍເຫຼືອໃນເທື່ອນີ້  ເອກ ໄດ້ປະສົບອຸບັດຕິເຫດ ເອັນຂາພິກ ຈຶ່ງເຮັດໃຫ້ແຟນໆໄດ້ເຫັນໂມເມັ້ນຫວານໆລະຫວ່າງທັງສອງ. ເຊິ່ງ ເຈນນີ່ ກໍ່ໄດ້ໂພສຮູບ ແລະ ແຄັບຊັ່ນຫວານຂ້າຄົນໂສດ ມົດຕາຍໝົດຮັງທີ່ວ່າ: “ເປັນທັງອ້າຍ ເປັນທັງຫມູ່ ເປັນທັງແຟນ❤️ ຂອບໃຈທຸກຢ່າງ ທີ່ຢູ່ຄຽງຂ້າງກັນ❤️ #ເຊົາໄວໆເດີ້” ເຫັນແລ້ວຍິ້ມໄປນຳເລີຍ…ຫວານສຸດໆ ຫວັງວ່າຈະໄດ້ຍິນຂ່າວດີຂອງທັງສອງໄວໆ, ຢ່າງໃດ ກໍ່ຂໍໃຫ້ ອ້າຍ ເອກ ໂອເວີ້ແດ້ນ ເຊົາໄວໆ ແລະ ຢ່າລືມເກັບພາບໜ້າຮັກ ແຄັບຊັ່ນຫວານໆແບບນີ້ມາຝາກແຟນໆອີກແດ່ເດີ້. ຮູບພາບ:Tonkham Phonchanheuang ,Eck Playmaster

Read More »

ຈະຕຸລົງ ຕະຫຼົກຊື່ດັງປະເທດເພື່ອນບ້ານ ຕັ້ງໃຈແລ່ນເພື່ອລະດົມທຶນຊ່ວຍເຫຼືອພີ່ນ້ອງຜູ້ປະສົບໄພຊາວລາວ 

ກ່ອນອື່ນຕ້ອງຂໍນົບງາມໆ ແລະ ກ່າວຄຳວ່າ “ຂອບໃຈຫຼາຍໆ”, ຫຼ້າສຸດ ຈະຕຸລົງ ໂພທາລາມ ຕະຫຼົກຊື່ດັງປະເທດເພື່ອນບ້ານ (ປະເທດໄທ) ອາຍຸ 52 ປີ, ໄດ້ອອກມາ ແລ່ນ ເພື່ອລະດົມທຶນຊ່ວຍເຫຼືອຜູ້ປະສົບໄພຊາວ ມ.ສະໜາມໄຊ ແຂວງ ອັດຕະປື, ເຊິ່ງປັດຈຸບັນ ໃນວັນທີ 3 ສິງຫາ 2018 ຍອດເງິນບໍລິຈາກຢູ່ທີ່  77,516 ບາດ (ສະກຣຸນເງິນໄທ) ຫຼື ຕົກເປັນເງີນປະມານ 19 ລ້ານກວ່າກີບ,ເຊິ່ງ ຈະຕຸລົງ ໂພທາລາມກໍ່ໄດ້ໂພສເປີດໃຈ ໃນວັນທີ 1 ສິງຫາ 2018 ທີ່ຜ່ານມາວ່າ: “ເປັນຫຍັງຕ້ອງຊ່ວຍພີ່ນ້ອງລາວ? ຖ້າຄິດໃນແງ່ລົບ ຂອງຄົນເຫັນແກ່ຕົວຫຼືບໍ່ແມ່ນວຽກຫຍັງ ກໍ່ຈະປະມານນີ້…ບ້ານເົຮາກໍ່ມີຄົນເດືອດຮ້ອນຫຼາຍ ຊ່ວຍບ້ານເົຮາກ່ອນດີບໍ່ ຫຼື ຈະເອົາເລື່ອງາ່ສວນຕົວຕອນທີ່ໄປລາວນັ້ນນີ້ມາບວກເລີຍເຮັດໃຫ້ບໍ່ຢາກຊ່ວຍພວກເຂົາ ແຕ່ ລຸງ ລົງ ບໍ່ຄິດແບບນັ້ນ ລຸງຄິດວ່າເຮົາຄືເຜົ່າພັນດຽວກັນ ເວົ້າພາສາດຽວກັນ ໜ້າຄືກັນ …

Read More »

ຂວັນໃຈແຟນໆ! Si-won ແຫ່ງວົງ “Super Junior” ຈະເດີນທາງລົງພື້ນທີ່ແຂວງອັດຕະປື ເພື່ອຊ່ວຍເຫຼືອຜູ້ປະສົບໄພ (ຂອບໃຈຫຼາຍໆເດີ້)

ໃນວັນທີ 2 ສິງຫາ 2018 ໄດ້ມີການແຈ້ງຂ່າວວ່າ ໜຸ່ມ Si-won ແຫ່ງວົງ “Super Junior” ນັກຮ້ອງຊື່ດັງຈາກ ສ.ເກົາຫລີ ຈະເດີນທາງມາຊ່ວຍເຫຼືອຜູ້ປະສົບໄພທີ່ ເມືອງສະໜາມໄຊ ແຂວງອັດຕະປື ສປປລາວ, ເລີ່ມແຕ່ວັນທີ 2-4 ສິງຫາ 2018 ນີ້, ໂດຍ Si-Won ໄດ້ເປັນອາສາສະໝັກໃຫ້ກັບ UNICEF ໃນໂຄງການ “Smile for U “ . ສຳລັບ Si-won ເປັນນັກຮ້ອງ,ນັກສະແດງ,ນາຍແບບ,ນັກເຕັ້ນທີ່ມີຊື່ສຽງຂອງ ສ.ເກົາຫລີ, ແຈ້ງເກີດມາຈາກການເປັນໜຶ່ງໃນສະມາຊິກວົງ “Super Junior” ເປັນວົງທີ່ໄດ້ຮັບຄວາມນິຍົມຈາກຄົນທົ່ວໂລກ, ປັດຈຸບັນ Si-won ອາຍຸ 32 ປີ ແລະ ນອກຈາກວຽກໃນວົງການບັນເທິງແລ້ວ Si-won ຍັງເປັນອາສາສະໝັກໃຫ້ແກ່ອົງການ UNICEF ອີກດ້ວຍ. ເຫັນຄວາມຊ່ວຍເຫຼືອທີ່ຫຼັງໄຫຼ ພ້ອມກັບນໍ້າໃຈຈາກທຸກຫົນແຫ່ງແລ້ວ ພວກເຮົາຊາວລາວກໍ່ພໍຍິ້ມໄດ້, ຢ່າງໃດ ຂວັນໃຈ ກໍ່ຂໍເປັນສື່ກາງ ຂໍຂອບໃຈ …

Read More »

ຜູ້ຊ່ຽວຊານບົດບາດຍິງຊາຍ ເປັນຫ່ວງບັນຫາແມ່ຍິງ ໃນສູນພັກເຊົາຊົ່ວຄາວ ອາດມີຄວາມສ່ຽງຖືກລ່ວງລະເມີດທາງເພດ ຫຼື ໃຊ້ຄວາມຮຸນແຮງ

ເນື່ອງຈາກໃນວັນທີ 23 ກໍລະກົດ 2018 ທີ່ຜ່ານມາ ປະເທດລາວເຮົາໄດ້ເກີດໄພພິບັດສຸກເສີນລະດັບຊາດ ເຂື່ອນແຕກ ທີ່ ເມືອງ ສະໜາມໄຊ ແຂວງ ອັດຕະປື ຈຶ່ງເຮັດໃຫ້ມີປະຊາຊົນຫຼາຍພັນຄົນໄດ້ຮັບຜົນກະທົບຢ່າງໜັກ, ດັ່ງນັ້ນ ຂວັນໃຈ ເຮົາໄດ້ຕິດຕໍ່ຂໍຄຳຄິດເຫັນຈາກນັກວິຊາການຫຼາຍທ່ານຕໍ່ສະຖານະການທີ່ເກີດຂຶ້ນ ໜຶ່ງໃນນັ້ນກໍ່ຄື ຜູ້ຊ່ຽວຊານດ້ານບົດບາດຍິງຊາຍ  ທ່ານ ຕິ່ງທອງ ເພັດສະວົງ ແລະ ເພິ່ນຍັງໄດ້ອອກມາສະແດງຄວາມເປັນຫວ່ງຕໍ່ບັນຫາແມ່ຍິງ ໃນສູນພັກເຊົາຊົ່ວຄາວ ອາດມີຄວາມສ່ຽງຖືກລ່ວງລະເມີດທາງເພດ ຫຼື ໃຊ້ຄວາມຮຸນແຮງໄດ້… “ກ່ອນອື່ນຕ້ອງເຂົ້າໃຈນໍາກັນວ່າການປະເຊີນກັບໄພນໍ້າຖ້ວມເນື່ອງຈາກທໍາມະຊາດ ແລະ ອຸບັດຕິເຫດສັນເຂື່ອນແຕກ ນັ້ນມັນມີປະສົບການ, ຜົນກະທົບທາງດ້ານວັດຖຸ ແລະ ຈິດໃຈ ທີ່ແຕກຕ່າງກັນ ເພາະວ່າສ່ວນຫຼາຍນໍ້າຖ້ວມຕາມທໍາມະຊາດເນື່ອງຈາກດິນຟ້າອາກາດ ແມ່ນຍັງມີເວລາຮັບມື ຫຼື ກະກຽມຍົກຍ້າຍສິ່ງຂອງ, ສັດລ້ຽງ ແລະ ວັດຖຸອື່ນໆໄດ້ທັນ ແຕ່ອຸບັດຕິເຫດແບບບໍ່ຄິດບໍ່ຝັນ ດັ່ງເຫດການທີ່ເມືອງສະໜາມໄຊອາທິດຜ່ານມານັ້ນ ແມ່ນຮັບມືໄດ້ຍາກ ເວັ້ນເສຍແຕ່ວ່າຈະມີລະບົບແຈ້ງເຕືອນ ຫຼື ການອົບພະຍົບປະຊາຊົນຈະມີປະສິດທິພາບ ແລະ ທັນກັບເວລາ. ເຖິງວ່າຜົນກະທົບທີ່ພວກເຮົາເຫັນຈະມີທັງຕໍ່ຊາຍ ແລະ ຍິງກໍຕາມ …

Read More »

ທີມຂ່າວໄທໂພສຊຶ້ງເຖິງນໍ້າໃຈຄົນລາວທີ່ມີໃຫ້ ໃນຂະນະເດີນທາງມາເຮັດຂ່າວທີ່ອັດຕະປື

ຫຼ້າສຸດເກີດມີໂມເມັ້ນແຫ່ງຄວາມປະທັບໃຈ ເນື່ອງຈາກວ່າ ຖາປະນີ ອຽດສີໄຊ ນັກຂ່າວຊ່ອງ 3 ຈາກປະເທດໄທ ໄດ້ໂພສຜ່ານເຟສບຸກສ່ວນຕົວ ຍົກຍ້ອງເຖິງນໍ້າໃຈຂອງຄົນລາວ ທີ່ໄດ້ໃຫ້ທີ່ຢູ່ອາໃສຕົນ ພ້ອມດ້ວຍທີມງານ ໃນຂະນະທີ່ມາເຮັດຂ່າວທີ່ ມ.ສະໜາມໄຊ ແຂວງອັດຕະປື. “ຂອບໃຈຫຼາຍໆກັບນໍ້າໃຈຂອງພໍ່ທອງ ແລະ ຄອບຄົວທີ່ໃຫ້ພວກເຮົາໄດ້ນອນທີ່ບ້ານຂອງພໍ່ແມ່ລະຫວ່າງເຮັດຂ່າວໃນ ມ.ສະໜາມໄຊ ແຂວງອັດຕະປື ສປປ ລາວ ທັງໆທີ່ບ້ານພໍ່ຕູ່ແມ່ຕູ້ ກໍ່ເສຍຫາຍຈາກເຫດເຂື່ອນແຕກທັງຫຼັງ ພໍ່ຕູ່ແມ່ຕູ້ກໍ່ເປັນຜູ້ປະສົບໄພ ພີ່ນ້ອງກໍ່ເສຍຊີວິດຈາກເຫດການນີ້ດ້ວຍ ຂໍສະແດງຄວາມເສີຍໃຈຫຼາຍໆໃຫ້ກຳລັງໃຈທຸກຄົນ ຮັກ ຜູກພັນໝັ້ນຈິດ” (ມີຄລິບທີ່ຄອບຄົວຜູ້ປະສົບໄພ ມັດແຂນ ໃຫ້ທີມຂ່າວຈາກປະເທດໄທ ເປັນພາບທີ່ປະທັບໃຈຫຼາຍໆ…) ขอบคุณพ่อทอง แม่คำ เมืองสนามไช,สปป.ลาว ที่มีน้ำใจให้นอนที่บ้านที่ดูแลตลอดเวลามาทำข่าวที่สนามไช ขอบใจหลายๆค่ะ Posted by Thapanee Ietsrichai on Tuesday, July 31, 2018   ເຫັນແລ້ວຮູ້ສຶກປະທັບໃຈ ລາວ-ໄທ ບໍ່ຖິ້ມກັນ, …

Read More »