Breaking News

ຂ່າວສັງຄົມ

ມອບເງິນ 500.000 ກີບ​ ຕໍ່​ຄອບຄົວຜູ້ປະສົບໄພໃນເບື້ອງຕົ້ນ ເງິນ​ບໍລິຈາກທຸກ​ກີບ ​ແມ່ນ​ບໍ່​ໄດ້​ເອົາໄປໃຊ້ໃນບ້ວງບໍລິຫານໃດໆທັງນັ້ນ

 “ເງິນ​ບໍລິຈາກທຸກ​ກີບ ​ແມ່ນ​ບໍ່​ໄດ້​ເອົາໄປໃຊ້ໃນບ້ວງບໍລິຫານໃດໆທັງນັ້ນ” ທ່ານ ນາງ ​ໃບ​ຄຳ ຂັດ​ທິຍະ ຮອງ​ລັດຖະມົນຕີ ກະຊວງ​ແຮງ​ງານ ​ແລະ ສະຫວັດດີ​ການ​ສັງຄົມ ​ໂດຍຕາງໜ້າ​ໃຫ້​ຄະນະ​ກຳມະ​ການປ້ອງ​ກັນ ​ແລະ ຄວບ​ຄຸມ​ໄພພິບັດ​ແຫ່ງ​ຊາດ ​ໄດ້ຢືນຢັນ​ຢ່າງ​ໜັກ​ແໜ້ນ​ວ່າ: ​ເງິນ​ທຸກ​ກີບ ທຸກ​ບາດ ​ແລະ ທຸກ​​ໂດ​ລາ ​ທີ່​ໄດ້​ຮັບ​ຈາກ​ການ​ຊ່ວຍ​ເຫລືອ​ຈາກ​ສັງຄົມທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດນັ້ນ ​ແມ່ນ​ບໍ່​ໄດ້​ນຳ​ເອົາ​ໄປ​ໃຊ້​ເຂົ້າ​ໃນເຂົ້າໃນບ້ວງບໍລິຫານຈັດການໃດໆທັງນັ້ນ, ​ເຊິ່ງ​ເງິນ​ທັງ​ໝົດ ຈະ​ໄດ້​ນຳ​ໃຊ້​ເຂົ້າ​ຢູ່​ໃນ​ການ​ຊ່ວຍ​ເຫລືອ​ສຸກ​ເສີນ​ຕົວ​ຈິງ​ໃຫ້​ແກ່​ປະຊາຊົນ ​ແລະ ນຳ​ໃຊ້​ເຂົ້າ​ຢູ່​ໃນ​ໄລຍະ​ການ​ຟື້ນ​ຟູ​ໃຫ້​ມີ​ປະສິດທິພາບ​ທີ່​ສຸດ. ທ່ານ ຮອງ​ລັດຖະມົນຕີ ​ໃຫ້ສຳພາດ​ຕໍ່​ນັກ​ຂ່າວ​ໃນວັນທີ 31 ກໍລະກົດ 2018 ນີ້​ວ່າ: ຈຳນວນ​ເງິນ​ທັງ​ໝົດ​ທີ່່ໄດ້ຮັບຈາກການບໍລິຈາກໃນແຕ່ລະມື້ນັ້ນ ​ແມ່ນ​ໄດ້​ສົ່ງ​ເຂົ້າ​ບັນຊີ​ທີ່​ໄດ້​ແຈ້ງ​ໄວ້​ຢູ່​ທະນາຄານ​ການ​ຄ້າ​ຕ່າງປະ​ເທດລາວ​ມະຫາຊົນ ​ທັງໝົດ​ເລີຍ, ​ໃນ​ເບື້ອງ​ຕົ້ນ ໄດ້ມອບໃຫ້ບັນດາຄອບຄົວຜູ້ປະສົບໄພຢູ່ເມືອງ ສະໜາມ​ໄຊ, ​ແຂວງ​ ອັດ​ຕະປື ຈຳນວນ 500.000 ກີບ​ຕໍ່​ຄອບຄົວ. ຄື​ດັ່ງ​ທີ່​ພວກ​ເຮົາຮັບຊາບ​ນຳ​ກັນ​ແລ້​ວ ບໍ່​ສະ​ເພາະ​ແຕ່​ແຂວງ​ອັດຕະປື​ເທົ່າ​ນັ້ນທີ່​ໄດ້​ຮັບ​ຜົນ​ກະທົບ, ປະຊາຊົນ​ລາວ​ໃນ​ຂອບ​ເຂດ​ເກືອບ​ທົ່ວ​ປະ​ເທດກໍ​ກຳລັງ​ປະສົບໄພນ້ຳຖ້ວມເຊັ່ນດຽວກັນ, ສະ​ນັ້ນ ​ຈຶ່ງ​ຕິດ​ພັນ​ກັບ​​ເງິນ​ຊ່ວຍ​ເຫລືອ ​ແລະ …

Read More »

ພຽງແຕ່ໄດ້ຍິນຄຳນີ້…ກໍ່ເຮັດໃຫ້ Dj ມະຕູມ ມີແຮງສູ້ເພື່ອພີ່ນ້ອງຊາວລາວ!!!

Dj ມະຕູມ ເປັນອີກໜຶ່ງສິລະປິນຈາກປະເທດເພື່ອນບ້ານ (ປະເທດໄທ) ທີ່ໄດ້ເດີນທາງລົງພາກໃຕ້ ປະເທດລາວ ເພື່ອເຂົ້າຊ່ວຍເຫຼືປຜູ້ປະສົບໄພ ນໍ້າຖ້ວມ ແລະ ກ່ອນໜ້ານີ້ ຂວັນໃຈ ເຮົາກໍ່ໄດ້ມີການນໍາສະເໜີຂ່າວຂອງ Dj ຄົນນີ້ ເພາະການມາຂອງເພິ່ນເປັນມີອຸປະສັກຫຼາຍຢ່າງ ບໍ່ເປັນໄປຕາມແຜນທີ່ວາງໄວ ແຕ່ດ້ວຍຄວາມພະຍາຍາມ ແລະ ຕ້ອງການຊ່ວຍເຫຼືອຜູ້ປະສົບໄພຊາວລາວເຮົາແລ້ວຈຶ່ງເຮັດໃຫ້ເພິ່ນສູ້ບໍ່ຖອຍ. ຫຼ້າສຸດ ເມື່ອບໍ່ດົນມານີ້ Dj ມະຕູມ ກໍ່ໄດ້ໂພສຮູບພາບ ແລະ ຄລິບ ທີ່ເຮັດໃຫ້ຊຶ້ງໃຈໄປຕາມໆກັນ ເປັນຮູບພາບຂອງການເຂົ້າຊ່ວຍເຫຼືອ ພີ່ນ້ອງຊາວລາວທີ່ໄດ້ຮັບຜົນກະທົບຈາກ ນໍ້າຖ້ວມ ແລະ Dj ມະຕູມ ກໍ່ໄດ້ລົງຂີ່ເຮືອ ເອົາເຄື່ອງຂອງຕ່າງໆໄປໃຫ້ ຈົນເກີດຄລິບແຫ່ງຄວາມດີໃຈນີ້ເກີດຂຶ້ນ ເພາະມີພີ່ນ້ອງຊາວລາວເຮົາກ່າວ “ຂອບໃຈ ແລະ ອວຍພອນ”  ເພ Posted by Techin Ploypetch on Monday, July 30, 2018   ຫັນຄວາມຊ່ວຍເຫຼືອທີ່ຫຼັງໄຫຼ ພ້ອມກັບນໍ້າໃຈຈາກທຸກຫົນແຫ່ງແລ້ວ …

Read More »

ສະດຸດຕາສື່ມວນຊົນຕ່າງຊາດ ຖາປະນີ (ນັກຂ່າວຊ່ອງ3 ໄທ) ເຖິງຂັ້ນໂພສ “ໝໍລາວໜ້າຮັກເນາະ”

ເປັນທີ່ສະດຸດຕາ ແລະ ສົນໃຈຂອງ ສື່ມວນຊົນຕ່າງຊາດ ສຳລັບ ໝໍ ແນ່ງ ຈັນດາລີ ສິດພະໄຊ (ເນັດໄອດໍ້-ເຊເລບ) ແລະ ທີມແພດລາວ ທີ່ໄດ້ລົງພື້ນທີ່ໄປຊ່ວຍເຫຼືອຜູ້ປະສົບໄພທີ່ ມ.ສະໜາມໄຊ ແຂວງ ອັດຕະປື, ຈົນເຮັດໃຫ້ເກີດພາບໜ້າຮັກໆລະຫວ່າງສື່ມວນຊົນຕ່າງຊາດ ແລະ ທີມແພດລາວເກີດຂຶ້ນ. ເຊິ່ງ ຖາປະນີ ອຽດສີໄຊ ນັກຂ່າວຊ່ອງ3 ປະເທດໄທ ກໍ່ອົດບໍ່ໄດ້ທີ່ຈະໂພສຮູບພາບຜ່ານເຟສບຸກພ້ອມຂຽນແຄັບຊັ່ນວ່າ: “ໝໍ ແນ່ງ ໝໍ ນໍ້ານິ່ມ ໝໍເຕ້ ໝໍລາວໜ້າຮັກເນາະ ເພື່ອຜູ້ປະສົບໄພລາວສິໄດ້ມີກຳລັງໃຈຫຼາຍໆ, ໝໍ ແນ່ງ ຍັງສຶກສາທີ່ ປະເທດ ອັງກິດ ລະຫວ່າງກັບມາພັກຈຶ່ງມາຊ່ວຍຜູ້ປະສົບໄພ  #PrayforAttapue “ ນອກຈາກ ສື່ມວນຊົນຈາກ ຊ່ອງ3 ໄທ ແລ້ວ ກໍ່ຍັງມີບັນດາສື່ມວນຊົນອີກຫຼາຍໆຊ່ອງໃຫ້ຄວາມສົນໃຈ ທີມແພດຈາກປະເທດລາວ. (#ແຊຣໄປໃຫ້ໂລກຮູ້ວ່ານີ້ຄືທີມແພດລາວ) ຮູບພາບຈາກ: Chandaly Ningnang Sitpraxay, …

Read More »

ໝໍ ແນ່ງ ຈັນດາລີ (ເນັດໄອດໍ້) ລົງພື້ນທີ່ຊ່ວຍເຫຼືອຜູ້ປະສົບໄພ

ໝໍ ແນ່ງ ຈັນດາລີ ສິດພະໄຊ (ເນັດໄອດໍ້-ເຊເລບຄົນດັງ) ເປັນທີມແພດຈາກ ກະຊວງສາທາລະນະສຸກ ໄດ້ລົງພື້ນທີ່ຊ່ວຍເຫຼືອຜູ້ປະສົບໄພທີ່ ມ.ສະໜາມໄຊ ແຂວງ ອັດຕະປື ຕັ້ງແຕ່ວັນທີ 28 ກໍລະກົດ 2018 ທີ່ຜ່ານມາ. ສຳລັບ ໝໍ ແນ່ງ ປັດຈຸບັນແມ່ນກຳລັງສຶກສາຕໍ່ທີ່ ປະເທດ ອັງກິດ ແຕ່ຢູ່ໃນຊ່ວງພັກຮຽນ ແລະ ໄດ້ເກີດເຫດການໄພພິບັດສຸກເສີນລະດັບຊາດຂຶ້ນ ເລີຍບໍ່ພາດທີ່ຈະເດີນທາງມາຊ່ວຍພໍ່ແມ່ພີ່ນ້ອງລາວທີ່ປະສົບໄພ. (ທັງງາມ ແຖມໃຈດີ ແຊຣໄປໃຫ້ໂລກຮູ້ວ່ານີ້ຄືໝໍລາວ) ຮູບພາບຈາກ: Chandaly Ningnang Sitpraxay, Thapanee Ietsrichai, PPTV  

Read More »

ລຳໄຍ ໄຫທອງຄຳ ຝາກກຳລັງໃຫ້ໃຈພີ່ນ້ອງຊາວລາວ ດ້ວຍບົດເພງ “ສົ່ງໃຈໄປອັດຕະປື”

ເປັນສິລະປິນອີກໜຶ່ງທ່ານທີ່ຮ່ວມໃຫ້ກຳລັງໃຈພີ່ນ້ອງຊາວລາວຈາກເຫດເຂື່ອນແຕກທີ່ ເມືອງ ສະໜາມໄຊ ແຂວງ ອັດຕະປື, ເຊິ່ງ ລຳໄຍ ໄຫທອງຄຳ ນັກຮ້ອງສາວຊື່ດັງຂອງປະເທດໄທ ກໍ່ໄດ້ປ່ອຍເພງ  “ສົ່ງໃຈໄປອັດຕະປື” ຜ່ານຊ່ອງທາງຍູທູບໃຫ້ທຸກໆຄົນໄດ້ຟັງກັນ ໃນວັນທີ 28 ກໍລະກົດ 2018 ທີ່ຜ່ານມາ. ເຊິ່ງບົດເພງກໍ່ເວົ້າເຖິງເຫດການທີ່ໂຫດຮ້າຍຈາກເຫດເຂື່ອນແຕກທີ່ ເມືອງ ສະໜາມໄຊ ແຂວງ ອັດຕະປື ແລະ ສົ່ງແຮງໃຈໃຫ້ພໍ່ແມ່ພີ່ນ້ອງຊາວລາວທີ່ປະສົບໄພ, ເອົາເປັນວ່າລອງມາຟັງກັນເບິ່ງເນາະ ຟັງແລ້ວເສົ້າ ຊຶ້ງກິນໃຈຫຼາຍໆ. ຂວັນໃຈ ກໍ່ຂໍເປັນສື່ກາງ ຂໍຂອບໃຈ ຈາກນໍ້າໃຈ ກຳລັງໃຈ ແລະ ການຊ່ວຍເຫຼືອຕ່າງໆຈາກທຸກໆພາກສ່ວນ ເຮົາຈະຈັບມືກັນກ້າວຜ່ານຊ່ວງເວລາທີ່ໂຫດຮ້າຍເທື່ອນີ້ໄປໃຫ້ໄດ້ #prayforattapue #prayforlaos #ລາວແລະໄທພີ່ນ້ອງກັນ ຮູບພາບ: IG/lamyailion ຄລິບ: ไหทองคํา เรคคอร์ด

Read More »