Breaking News

ຂ່າວສັງຄົມ

ງານດີເວີ້! ສ່ອງ ບອຍ ໄຊຍະເວດ Mister United Asia 2018 (ສົມແລ້ວທີ່ຄວ້າລາງວັນມາຝາກຄົນລາວ)

ດັ່ງທີ່ແຟນໆໄດ້ຮູ້ໄປແລ້ວວ່າ ບອຍ ໄຊຍະເວດ ພັນປະເສດ ຕົວແທນໜຸ່ມລາວທີ່ໄປແຂ່ງຂັນໃນເວທີລະດັບໂລກ ແຖມຍັງບໍ່ເຮັດໃຫ້ພໍ່ແມ່ພີ່ນ້ອງຊາວລາວເຮົາຜິດຫວັງເດີ້ ຖືວ່າເປັນຄັ້ງປະຫວັດສາດເລີຍກໍ່ວ່າໄດ້ ເພາະສາມາດຄວ້າລາງວັນ Mister United Asia 2018 ມາຝາກຄົນລາວເຮົາ ແລະ ຍັງບໍ່ໝົດເພາະຍັງກວດລາງວັນພິເສດໃນຊ່ວງເກັບຕົວປະກວດມາໄດ້ເຖິງ 4 ລາງວັນ ສຳລັບລາງວັນທີ່ ບອຍ ໄຊຍະເວດ ໄດ້ຮັບໃນເວທີ  Mister United Asia ມີ: Mister United Asia 2018 The winner – Inspiration & Smart The winner – Best man of Korat (Most Popular Candidate in Korat province) The winner – Mister United …

Read More »

ຮ້າຍແຮງ! ຂົວ ແລະ ເຮືອນຈົມຫາຍໄປຕໍ່ໜ້າຕໍ່ຕາປະຊາຊົນ ແຂວງ ຫຼວງນໍ້າທາ 

ໃນວັນທີ 30 ກໍລະກົດ 2018 ທີ່ຜ່ານມາໄດ້ມີຜູ້ໃຊ້ເຟສບຸກລາຍໜຶ່ງໄດ້ລາຍງານຂ່າວສານ ທີ່ ເມືອງ ລອງ ແຂວງ ຫຼວງນໍ້າທາ ວ່າໄດ້ມີນໍ້າພັດແຮງເຮັດໃຫ້ບ້ານເຮືອນພໍ່ແມ່ປະຊາຊົນ ແລະ ຂົວຂ້າມນໍ້າໄຫຼຫາຍໄປຕໍ່ໜ້າຕໍ່ຕາ. (ມີຄລິບ) ເມືອງລອງງງ??? ?ໂຫດແທ້ โพสต์โดย Tatar Phonesavanh เมื่อ วันจันทร์ที่ 30 กรกฎาคม 2018 โพสต์โดย Tatar Phonesavanh เมื่อ วันจันทร์ที่ 30 กรกฎาคม 2018 ສຳລັບໂພສດັ່ງກ່າວເຮັດໃຫ້ມີຄົນເຂົ້າໄປກົດໄລ້ ກົດແຊຣ ແລະ ສະແດງຄວາມຄິດເຫັນກັນຢ່າງຫຼວງຫຼາຍ, ຢ່າງໃດກໍ່ລະມັດລະວັງກັນແດ່ເດີ້ພໍ່ແມ່ພີ່ນ້ອງ ເຫັນແລ້ວເປັນຕາຢ້ານຫຼາຍ!!! ຄລິບຈາກ: Tatar Phonesavanh

Read More »

ປະທານສະພາແຫ່ງຊາດ ລົງພື້ນທີ່ຢ້ຽມຢາມພໍ່ແມ່ປະຊາຊົນທີ່ປະສົບໄພພິບັດ

ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ຢ້ຽມຢາມພໍ່ແມ່ປະຊາຊົນຊາວ ເມືອງ ສະໜາມໄຊ ແຂວງ ອັດຕະປື ທີ່ປະສົບໄພພິບັດເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ, ເມື່ອວັນທີ 28 ກໍລະກົດ 2018. ຂໍຂອບໃຈທີ່ມາຈາກ: ສກຂ ແຂວງອັດຕະປື

Read More »

Dj ມະຕູມ ພົບເຈິບັນຫາລະຫວ່າງການເດີນທາງຊ່ວຍພີ່ນ້ອງຊາວລາວ ຕົ້ນຫອມໝູ່ສະໜິດໂພສໃຫ້ກຳລັງໃຈ!!!

ເປັນອີກໜຶ່ງທ່ານທີ່ເດີນທາງລົງຊ່ວຍພີ່ນ້ອງຊາວລາວຜູ້ປະສົບໄພຈາກເຫດເຂື່ອນແຕກທີ່ ມ.ສະໜາມໄຊ ແຂວງ ອັດຕະປື, ມະຕູມ ດີເຈຊື່ດັງຈາກປະເທດເພື່ອນບ້ານ (ປະເທດໄທ) ພົບເຈິບັນຫາລະຫວ່າງການເດີນທາງລົງພື້ນທີ່ຊ່ວຍພີ່ນ້ອງຊາວລາວ ເຊິ່ງຈາກການໂພສເປີດເຜີຍຜ່ານ ອິນສະຕາແກຣມ ເຮັດໃຫ້ແຟນໆໄດ້ຮູ້ວ່າ ການເດີນທາງຂອງ Dj ມະຕູມ ບໍ່ສະດວກ ພົບເຈິບັນຫາລະຫວ່າງທາງຫຼາຍຢ່າງ ບໍ່ເປັນໄປຕາມແຜນ ຈາກການໂພສດັ່ງກ່າວເຮັດໃຫ້ມີແຟນໆທັງ ລາວ ແລະ ໄທ ເຂົ້າໄປໃຫ້ກຳລັງໃຈ ລວມທັງ Dj ຕົ້ນຫອມ ສະກຣຸນຕະລາ ໝູ່ສະໜິດກໍ່ບໍ່ພາດທີ່ຈະໂພສຮູບໃຫ້ກຳລັງໃຈ. (ຂໍ້ຄວາມທີ່ Dj ມະຕູມ ໄດ້ໂພສໃນ ອິນສະຕາແກຣມ) “ເຄື່ອງລົງຕອນເຊົ້າ ຕາມຫາເຂົ້າຂອງໝົດມື້ 3-4ແຫ່ງ ເຄື່ອງຍັງຂາດຫຼາຍເຊັ່ນ: ໄຟສາຍ ເຂົ້າສານ ເຂົ້າໜຽວ ຕິດຕໍ່ໂຮງສີ ໄປຂົນມາ 200ເປົາ ລະຫວ່າງທາງຢາງລົດແຕກ ຝົນຕົກໜັກ ບໍ່ມີຄົນຊ່ວຍຂົນ ໄດ້ເອີ້ນກູ້ໄພມາຊ່ວຍ ຝົນເລີ່ມຕົກແຮງ ຕ້ອງຫາລົດມາລຳລຽງໄປທີ່ໝູ່ບ້ານຜູ້ປະສົບໄພ ຕ້ອງອອກກ່ອນ 6 ໂມງເຊົ້າ ຕອນນີ້ 1ໂມງກໍ່ຍັງຂົນບໍ່ໝົດ ແອບແວະມາປ່ຽນຊຸດທີ່ໂຮງແຮມ …

Read More »

ໜ້າຮັກຫຼາຍໆ! ໂມເມັ້ນນ້ອງໆທີ່ອັດຕະປືຍິ້ມ ແລະ ດີໃຈ ເມື່ອໄດ້ຂອງຝາກຈາກສາວຄົນນີ້…

ຖືວ່າເປັນຮູບພາບທີ່ໜ້າຮັກຫຼາຍໆ ລູກນໍ້າ ທິດາລັດ ວົງສິຣິ ນັກສະແດງຊື່ດັງ ກໍ່ບໍ່ພາດທີ່ຈະລົງພື້ນທີ່ ເພື່ອຮ່ວມຊ່ວຍເຫຼືອຜຸ້ປະສົບໄພ ທີ່ ມ.ສະໜາມໄຊ ແຂວງ ອັດຕະປື, ເຊິ່ງແນ່ນອນວ່າ ສະພາບຈິດໃຈຂອງຜູ້ປະສົບໄພກໍ່ຍັງຢູ່ໃນຊ່ວງສັບສົນແລະຕົກໃຈກັບເຫດການຮ້າຍແຮງທີ່ເກີດຂຶ້ນ ໂດຍສະເພາະເດັກນ້ອຍທີ່ພວກເຂົາຍັງໄຮ້ດຽງສາ, ດັ່ງນັ້ນ ລູກນໍ້າ ທິດາລັດ ເລີຍບໍ່ພາດທີ່ຈະຫອບເອົາຕຸກກະຕາ ເສື້ອຜ້າຊຸດໜ້າຮັກໆລາຍກາຕູນໄປຝາກນ້ອງໆຊາວອັດຕະປື ເຮັດໃຫ້ພວກເຂົາດີໃຈ ແລະ ເກີດຮອຍຍິ້ມທີ່ແສນບໍລິສຸດ ລູກນໍ້າ ກໍ່ຍັງໄດ້ໂພສຮູບທີ່ຖ່າຍຮ່ວມກັບນ້ອງໆ ພ້ອມຂຽນຄຳອະທິບາຍວ່າ: “ນ້ອງໆ ຝາກຂອບໃຈນ້ຳໃຈອ້າຍເອື້ອຍ ພໍ່ແມ່ ພີ່ນ້ອງທຸກໆຄົນເດີ້ ເຄື່ອງນຸ່ງເຄື່ອງໃຊ້ຮອດມືລະເດີ້ ບອກວ່າຊຸດງາມຫລາຍ ໃສ່ບໍ່ຖອດເລີຍ ມັກແຮງ” ເຫັນຮູບພາບນ້ອງໆຊາວອັດຕະປືຍິ້ມໄດ້ ກໍ່ເຮັດໃຫ້ຄົນລາວເຮົາຍິ້ມໄດ້ເຊັ່ນດຽວກັນ ເຮົາຈະຜ່ານວິກິດທີ່ຮ້າຍແຮງນີ້ໄປພ້ອມໆກັນ ສູ້ໆເດີ້. ຮູບພາບ: Louknum Vongsili

Read More »