Breaking News

ຂ່າວສັງຄົມ

ໂຕໂນ່ ນັກຮ້ອງຊື່ດັງລົງພື້ນທີ່ຊ່ວຍເຫຼືອພີ່ນ້ອງຊາວລາວ ພ້ອມໂພສຊຶ້ງ “ຂ້ອຍຮັກເຈົ້າຫຼາຍເດີ້”

ດັ່ງທີ່ ຂວັນໃຈ ເຮົາໄດ້ລາຍງານໄປກ່ອນໜ້າວ່າ ໂຕໂນ່ ພາຄິນ ນັກຮ້ອງ-ນັກສະແດງຊື່ດັງປະເທດເພື່ອນບ້ານ ຈະເດີນທາງພ້ອມທີມງານເພື່ອມາເປັນສ່ວນໜຶ່ງໃນການເຂົ້າຊ່ວຍເຫຼືອຜູ້ປະສົບໄພຈາກເຫດເຂື່ອນແຕກ, ປັດຈຸບັນ ໂຕໂນ່ ໄດ້ເດີນທາງຮອດຈຸດໝາຍກໍ່ຄື ມ.ສະໜາມໄຊ ແຂວງອັດຕະປື ເປັນທີ່ຮຽບຮ້ອຍແລ້ວ ແລະ ມີການເຂົ້າຊ່ວຍເຫຼືອຜູ້ປະສົບໄພ ພ້ອມທັງໂອ້ລົມ ຖາມໄຖ່ ໃຫ້ກຳລັງໃຈຜູ້ປະສົບໄພ ແລະ ນອກຈາກນັ້ນ ໂຕໂນ່ ຍັງໄດ້ໂພສຮູບພາບ ພ້ອມແຄັບຊັ່ນສຸດຊຶ້ງວ່າ: “ຂ້ອຍຮັກເຈົ້າຫຼາຍເດີ້ ໃນມື້ທີ່ເດັກບ້ານຂ້ອຍຕິດຖໍ້າ ພວກເຈົ້າກໍ່ສົ່ງຄົນມາຊ່ວຍ ໃນວັນທີ່ພວກເຈົ້າເດືອດຮ້ອນ ກໍ່ໃຫ້ພວກຂ້ອຍໄດ້ເຮັດສິ່ງທີ່ເພື່ອນບ້ານກັນ…ຄວນຈະເຮັດ ຂໍໃຫ້ພວກເຈົ້າເຂັ້ມແຂງ ອົດທົນໃນຊ່ວງເວລາທີ່ຍາກລຳບາກ ຮອຍຍິ້ມຂອງພວກເຈົ້າ ມີຄວາມໝາຍຕໍ່ການເດີນທາງໄປຂອງພວກຂ້ອຍຫຼາຍເຫຼືອເກີນ…ໄພຕ່າງໆມັນເກີດຂຶ້ນໄດ້ຕະຫຼອດ ແຕ່ນໍ້າໃຈແລະຄວາມຮັກທີ່ພວກເຮົາມີໃຫ້ກັນ ກໍ່ສາມາດເຮັດໃຫ້ໂລກນີ້ໜ້າຢູ່ຂຶ້ນໄດ້” ເຫັນຄວາມຊ່ວຍເຫຼືອທີ່ຫຼັງໄຫຼ ພ້ອມກັບນໍ້າໃຈຈາກທຸກຫົນແຫ່ງແລ້ວ ພວກເຮົາຊາວລາວກໍ່ພໍຍິ້ມໄດ້, ຢ່າງໃດ ຂວັນໃຈ ກໍ່ຂໍເປັນສື່ກາງ ຂໍຂອບໃຈ ຈາກນໍ້າໃຈ ກຳລັງໃຈ ແລະ ການຊ່ວຍເຫຼືອຕ່າງໆຈາກທຸກໆພາກສ່ວນ ເຮົາຈະຈັບມືກັນກ້າວຜ່ານຊ່ວງເວລາທີ່ໂຫດຮ້າຍເທື່ອນີ້ໄປໃຫ້ໄດ້ #prayforattapue #prayforlaos #ລາວແລະໄທພີ່ນ້ອງກັນ ຮູບພາບຈາກ: mootono29

Read More »

ຂ່າວດີສຸດໆ!!! ໜຸ່ມລາວຄວ້າລາງວັນລະດັບໂລກ Mister United Asia 2018 #ແຊຣໄປໃຫ້ໂລກຮູ້

ຂ່າວດີສຸດໆ!!! ເປັນຄັ້ງປະຫວັດສາດເລີຍກໍ່ວ່າໄດ້ ເພາະເຖິງແມ່ນວ່າ ປະເທດລາວ ຈະຢູ່ໃນຊ່ວງວິກິດ ເພາະມີເຫດນໍ້າຖ້ວມ ເຮັດໃຫ້ພີ່ນ້ອງລາວເຮົາຫຼາຍແຂວງໄດ້ຮັບຜົນກະທົບຢ່າງໜັກ ແຕ່ເຖິງຢ່າງໃດກໍ່ຕາມ ຄວາມໂຊກຮ້າຍໃນຄັ້ງນີ້ ກໍ່ຍັງມີຄວາມໂຊກດີ ມີຂ່າວດີມາຝາກພໍ່ແມ່ພີ່ນ້ອງຊາວລາວ ເພາະຫຼ້າສຸດ ບອຍ ໄຊຍະເວດ ຄວ້າລາງວັນໃນການປະກວດເວທີລະດັບສາກົນ Mister United Asia 2018 ໄປສົດໆຮ້ອນໆໃນຄໍ່າຄືນທີ່ຜ່ານມາ (#ແຊຣໄປໃຫ້ໂລກຮູ້) ແລະ ຍັງບໍ່ພຽງແຕ່ເທົ່ານັ້ນ ເພາະໃນເວທີດັ່ງກ່າວ ໜຸ່ມລາວເຮົາໂຊຄວາມສາມາດ ທັງບຸກຂະລິກກະພາບ ຈົນເຮັດໃຫ້ຄວ້າໄປເຖິງ 4 ລາງວັນພິເສດ (ຂໍສະແດງຄວາມຍິນດີນຳຫຼາຍໆເດີ້) ສຳລັບລາງວັນທີ່ ບອຍ ໄຊຍະເວດ ໄດ້ຮັບໃນເວທີ  Mister United Asia ມີ:  Mister United Asia 2018 The winner – Inspiration & Smart The winner – …

Read More »

ຊາວເນັດແຫ່ແຊຣ! ປະກາດຫາເຈົ້າຂອງ ສະລິບ ຜືນນີ້ (ຂາດແບບນີ້ບໍ່ຮັບເດີ້ ອີ່ຕົນຄົນໃສ່)

ເປັນປະເດັນຮ້ອນແຮງ ທ່າມກາງວິກິດເຂື່ອນແຕກ ເນື່ອງຈາກວ່າມີຜູ້ໃຊ້ເຟສບຸກລາຍໜຶ່ງໄດ້ໂພສຮູບ ສະລິບສີຂາວເກົ່າໆ ແລະ ຂາດ ທີ່ຄົນໄດ້ເອົາມາບໍລິຈາກ ແຕ່ເນື່ອງຈາກເຫັນວ່າມີຄວາມບໍ່ເໝາະສົມທີ່ຈະເອົາລົງໄປຊ່ວຍເຫຼືອຜູ້ປະສົບໄພທີ່ ມ.ສະໜາມໄຊ ແຂວງ ອັດຕະປື ຈຶ່ງໄດ້ໂພສຮູບ ພ້ອມປະກາດຫາເຈົ້າຂອງ ສະລິບ ຜືນດັ່ງກ່າວ ຈົນເຮັດໃຫ້ມີຄົນເຂົ້າໄປສະແດງຄວາມຄິດເຫັນ ແລະ ແຊຣໂພສດັ່ງກ່າວກັນຢ່າງຫຼວງຫຼາຍ. ໝາຍເຫດ: ໃນຍາມແບບນີ້ຂໍຊົມເຊີຍທຸກໆຄົນທີ່ມີນໍ້າໃຈ ແລະ ຢາກຊ່ວຍກັນຄົນລະໄມ້ລະມື ແຕ່ຖ້າສິ່ງຂອງເຄື່ອງໃຊ້ທີ່ທ່ານເອົາມາບໍລິຈາກ ກະລຸນາຂໍຄວາມເຫັນໃຈ ເພາະຄວນເປັນສິ່ງຂອງທີ່ຢູ່ໃນສະພາບດີ ສາມາດນຳໃຊ້ຕໍ່ໄດ້ແທ້ ແລະ ສິ່ງທີ່ເອົາມາບໍລິຈາກກໍຄວນເປັນສິ່ງທີ່ຖືກສຸຂະອານາໄມ ເພາະຄົນທີ່ຖືກປະສົບໄພ ພວກເຂົາກໍ່ເຈິກັບສິ່ງທີ່ຮ້າຍແຮງມາແລ້ວ ກໍ່ບໍ່ຄວນເຮັດໃຫ້ພວກເຂົາເສີຍຄວາມຮູ້ສຶກເພີ່ມຕື່ມ ຄົນລາວເຮົາຕ້ອງໃຫ້ກຳລັງໃຈກັນເປັນສິ່ງທີ່ດີທີ່ສຸດ. ຮູບພາບ: fb/Thipfenny Maniphone

Read More »

ແອບເປີ້ນ-ຟຣຸກ ລຸຍເອງເດີນທາງລົງໃຕ້ ພ້ອມປະກາດຂໍອາສາສະໝັກ ເພື່ອຊ່ວຍເຫຼືອພີ່ນ້ອງທີ່ປະສົບໄພ

ຫຼັງຈາກທີ່ມີການລະດົມທຶນຈາກ ແອບເປີ້ນ ສີສະຫວຽນ ແລະ ຟຣຸກ ຈິລະ ທະລຸໄປຫຼາຍຮ້ອຍລ້ານ ຫຼ້າສຸດໃນວັນທີ 27 ກໍລະກົດ 2018 ທັງສອງກໍ່ໄດ້ເດີນທາງລົງໃຕ້ ເພື່ອມຸ່ງໜ້າໄປທີ່ ມ.ສະໜາມໄຊ ແຂວງ ອັດຕະປື ແລະ ແອບເປີ້ນ ຍັງໂພສຜ່ານເພສຫຼັກຂອງນາງ ເພື່ອຂໍກຳລັງຄົນ ອາສາສະໝັກ ແລະ ຍັງຂໍລະດົມລົດກະບະລຸ້ນສູງ ພ້ອມຄົນຂັບ ເຊິ່ງຂະບວນຂອງ ແອບເປີ້ນ ກໍ່ຈະເດີນທາງຮອດ ອັດຕະປື ໃນຕອນແລງມື້ນີ້. ຂໍສະແດງຄວາມຊົມເຊີຍ ນໍ້າໃຈຈາກທຸກໆພາກສ່ວນ ແນ່ນອນວ່າຍາມທຸກຄົນຕົກຢູ່ໃນສະຖານນະການຄັບຂັນແບບນີ້ ທັງລາວ ແລະ ປະເທດເພື່ອນບ້ານກໍ່ບໍ່ເຄີຍຖິ້ມກັນ ເພື່ອເຮົາຈະຜ່ານຜ່າວິກິດໄພພິບັດສຸກເສີນຄັ້ງນີ້ໄປໃຫ້ໄດ້ ສິ່ງສຳຄັນທີ່ສຸດແມ່ນເຮົາຕ້ອງສາມັກຄີກັນ. (#prayforattapue #prayforlaos #Kjprayforattapue)

Read More »

ເຫັນແລ້ວນໍ້າຕາໄຫຼ! ນາທີແຫ່ງຊີວິດ ທີມກູ້ໄພເຂົ້າຊ່ວຍເຫຼືອ 15 ຊີວີດທີ່ສູນຫາຍ 4 ມື້!!!

ເປັນນາທີແຫ່ງຊີວິດ ທີມກູ້ໄພຈາກປະເທດເພື່ອນບ້ານ (ປະເທດໄທ) ໄດ້ລົງພື້ນທີ່ໂດຍການແຕ່ງຕັ້ງຈາກ ເຈົ້ງແຂວງ ອັດຕະປື ເພື່ອຄົ້ນຫາ ປະຊາຊົນ ບ.ໄຊດອນໂຂງ ທີ່ສູນຫາຍ 15 ຄົນ ຈາກເຫດການເຂື່ອນເຊປຽນ-ເຊນໍ້ານ້ອຍແຕກ, ເຊິ່ງພາລະກິດແຫ່ງຊີວິດນີ້ທາງທີມກູ້ໄພໄດ້ເຮັດສຸດຄວາມສາມາດ ຕໍ່ສູ້ຄົ້ນຫາທ່າມກາງພາຍຸຝົນ ແຕ່ຖ້າຄົ້ນຫາບໍ່ພົບກໍ່ຕ້ອງຢຸດກ່ອນຟ້າມືດ ແຕ່ຍ້ອນຄວາມສາມັກຄີ ແລະ ມຸ່ງໝັ້ນເຮັດໃຫ້ທີມກູ້ໄພຈາກປະເທດເພື່ອນບ້ານສາມາດເຂົ້າຊ່ວຍເຫຼືອທັງໝົດ 15 ຊີວິດໄດ້ສຳເລັດ. ສຳລັບຜູ້ປະສົບໄພທີ່ທາງທີມກູ້ໄພໄດ້ເຂົ້າຊ່ວຍເຫຼືອມີ ເດັກນ້ອຍ 4 ຄົນ, ແມ່ຍິງ 6 ຄົນ (1ຄົນກຳລັງຖືພາ) , ຜູ້ຊາຍ 4 ຄົນ ລວມເປັນ 15 ຊີວິດ, ລາຍງານເບື້ອງຕົ້ນໃຫ້ຮູ້ວ່າ ທຸກຄົນປອດໄພ ແຕ່ມີອາການປ່ວຍ 2 ຄົນ ແລະ ມີອາການເໝື່ອຍ ເພຍ ແລະ ຫິວໂຫຍ ເພາະບໍ່ໄດ້ກິນອາຫານມາເປັນເວລາ 4 ມື້ ຕັ້ງແຕ່ວັນເກີດເຫດ …

Read More »