Breaking News

ຂ່າວສັງຄົມ

ເຈນນີ່ ມິສເວີລາວ 2017 ແທັກທີມເພື່ອນພ້ອງລົງໃຕ້ ຊ່ວຍເຫຼືອຜູ້ປະສົບໄພ

ສົມແລ້ວທີ່ເປັນນາງງາມ ເຈນນີ່ ຕົ້ນຄຳ ພົນຈັນເຮືອງ ມິສເວີລາວ 2017 ແທັກທີມເພື່ອນພ້ອງ ພ້ອມທີມງາມລົງໃຕ້ ເພື່ອຊ່ວຍເຫຼືອຜູ້ປະສົບໄພເຂື່ອນແຕກ ນໍ້າຖ້ວມ ທີ່ ມ.ສະໝາມໄຊ ແຂວງ ອັດຕະປື ແລ້ວ ໃນເຊົ້າຂອງວັນທີ 27 ກໍລະກົດ 2018. ເຊິ່ງ ເຈນນີ່ ກໍ່ຍັງໄດ້ໂພສຂອບໃຈຕໍ່ທີມງານ ແລະ ພໍ່ແມ່ພີ່ນ້ອງທີ່ມີນໍ້າໃຈເຂົ້າມາຮ່ວມບໍລິຈາກດັ່ງນີ້: ຄົນລາວເຮົາເຖິງຍາມສຸກກໍ່ສຸກດ້ວຍກັນ ຮອດຍາມທຸກກໍ່ຕ້ອງຊ່ວຍເຫຼືອກັນ ຊ່ວຍກັນຄົນລະໄມ້ລະມື ເຮົາຈະຜ່ານໄພພິບັດຮ້າຍແຮງເທື່ອນີ້ໄປພ້ອມໆກັນ #prayforattapue #prayforlaos ຮູບພາບຈາກ: Tonkham Phonchanheuang . Saykeo Make

Read More »

ເຜັດໆໆໆເວີ້!!! ສຽວຜິງ ອົດບໍ່ໄດ້ອອກມາໂພສຊີ້ແຈງເລື່ອງສື່ລາວ ຢຸດປຽບທຽບລະຫວ່າງສື່ບ້ານເຮົາ ແລະ ບ້ານເຂົາໄດ້ແລ້ວ

ກາຍເປັນປະເດັນກະແສຮ້ອນແຮງ ເນື່ອງຈາກວ່າມີກະແສທີ່ວ່າມີຊາວເນັດອອກມາໂພສ ວ່າເຫັນສື່ຫຼາຍປະເທດອອກຂ່າວ ປະຊາຊົນລາວທີ່ກຳລັງປະສົບເຄາະຮ້າຍ ເຂື່ອນແຕກທີ່ ມ.ສະໜາມໄຊ ແຂວງ ອັດຕະປື ແບບລົວໆ… ແຕ່ສື່ບ້ານເຮົາບໍ່ເຫັນອອກຂ່າວ ຈົນເປັນປະເດັນດຣ່າມ່າ ເຮັດໃຫ້ຫຼ້າສຸດ ສຽວຜິງ ໄຊຍະລິນ ພິທີກອນຊື່ດັງ ອົດບໍ່ໄດ້ທີ່ຈະອອກມາໂພສລະບາຍຄວາມໃນໃຈ ແລະ ຊີ້ແຈງໃຫ້ເບິ່ງເປັນຂໍ້ໆກັນເລີຍ (ອູຍ…ເຜັດໆໆໆເວີ້!!!) ເຊິ່ງໃຈຄວາມທີ່ ສາວ ສຽວຜິງ ໄດ້ອອກມາຊີ້ແຈງກໍ່ມີຢູ່ວ່າ: (ຖືວ່າເຄຍກະຈ່າງແຈ້ງເນາະ ບໍ່ເວົ້າຫຼາຍເດີ້ ຟ້າວໄປບໍລິຈາກເຄື່ອງໃຫ້ຜູ້ປະສົບໄພ ຍັງມີຫຼາຍຊີວິດທີ່ລໍຖ້າການຊ່ວຍເຫຼືອຢູ່…) ຢ່າງໃດກໍ່ໃຈເຢັນໆກັນກ່ອນເດີ້ທຸກໆຄົນ ແນ່ນອນວ່າຍາມທຸກຄົນຕົກຢູ່ໃນສະຖານນະການຄັບຂັນແບບນີ້ ຄົນລາວເຮົາບໍ່ເຄີຍຖິ້ມກັນ ປະຊາຊົນລາວເຮົາທຸກຄົນຕ້ອງລວມເປັນຈິດໜຶ່ງໃຈດຽວກັນ ເພື່ອເຮົາຈະຜ່ານຜ່າວິກິດໄພພິບັດສຸກເສີນລະດັບຊາດຄັ້ງນີ້ໄປໃຫ້ໄດ້ ສິ່ງສຳຄັນທີ່ສຸດແມ່ນເຮົາຕ້ອງສາມັກຄີກັນ. (#prayforattapue #prayforlaos #Kjprayforattapue) ທີ່ມາ: FB/Siewphing Xyl

Read More »

ຄົນລາວບໍ່ຖິ້ມກັນ! ກຸ່ມແມ່ຄ້າຊ່ວຍກັນເຮັດ ຊີ້ນຫຼອດໄປມອບໃຫ້ພີ່ນ້ອງຊາວອັດຕະປື!!!

ຄົນລາວເຮົາຍາມສຸກກໍ່ສຸກດ້ວຍກັນ ເຖິງຄາວທຸກມີຫວ໋າ…ທີ່ເຮົາຈະຖິ້ມກັນ ເປັນພາບທີ່ສຸດປະທັບໃຈເມື່ອມີກຸ່ມແມ່ຄ້າຈາກຕະຫຼາດ ໜອງໜ້ຽວ ທີ່ຊ່ວຍກັນອອກເຫື່ອເທແຮງ ເຮັດຊີ້ນຫຼອດ ພ້ອມທັງລະດົມທຶນ ໄປມອບໃຫ້ແກ່ພີ່ນ້ອງ ຊາວແຂວງອັດຕະປື ທີ່ກຳລັງເດຶອດຮ້ອນຈາກນໍ້າຖ້ວມ. ເຫັນນໍ້າໃຈຂອງຄົນລາວ ແລະ ຄົນທົ່ວໂລກທີ່ຫຼັ່ງໄຫຼ ເຂົ້າໄປຊ່ວຍເຫຼືອ ພໍ່ແມ່ພີ່ນ້ອງຊາວ ມ.ສະໜາມໄຊ ແຂວງ ອັດຕະປື ແລ້ວກໍ່ດີໃຈແທນ, ຢ່າງໃດກໍ່ຂໍເປັນກຳລັງໃຈແກ່ຜູ້ປະສົບໄພ ເຮົາຈະຜ່ານວິກິດຮ້າຍແຮງເທື່ອນີ້ໄປນຳກັນ #Prayforattapue  #Prayforlaos . ຮູບພາບ: FB/ເມກຂະຫຼາ ສະບາພອນ , Support Prime Minister Thongloun Sisoulith

Read More »

ເຜີຍແລ້ວ! ຮູບພາບພໍ່ແມ່ພີ່ນ້ອງຜູ້ປະສົບໄພພິບັດນໍ້າຖ້ວມ ເມືອງສະໜາມໄຊ ແຂວງອັດຕະປື (ຄົນແຫ່ໃຫ້ກຳລັງໃຈລົ້ນຫຼາມ)

ເປີດເຜີຍຮູບພາບປະຊາຊົນຜູ້ປະສົບໄພພິບັດນໍ້າຖ້ວມເມືອງສະໜາມໄຊ ແຂວງອັດຕະປື ຈາກເຫດເຂື່ອນເຊປຽນ-ເຊນໍ້ານ້ອຍແຕກ ໄດ້ເຕົ້າໂຮມກັນທີ່ສະໂມສອນເມືອງ . ເຊິ່ງຮູບພາບເຫຼົ່ານີ້ຖືກເປີດເຜີຍໃນຄໍ່າຄືນຂອງ ວັນທີ 25 ກໍລະກົດ 2018 ຈົນເຮັດໃຫ້ມີຄົນແຫ່ເຂົ້າໄປໃຫ້ກຳລັງໃຈ ພໍ່ແມ່ພີ່ນ້ອງຜູ້ປະສົບໄພ ເປັນຈຳນວນຫຼວງຫຼາຍ. ຢ່າງໃດກໍ່ຂໍເປັນກຳລັງໃຈໃຫ້ພໍ່ແມ່ພີ່ນ້ອງທີ່ກຳລັງປະສົບກັບເຫດ ໄພພິບັດສຸກເສີນລະດັບຊາດໃນຄັ້ງນີ້ດ້ວຍ ເຮົາຈະຜ່ານວິກິດນີ້ໄປພ້ອມໆກັນ  #PrayforAttapue ?????? ຂໍພາວະນາໃຫ້ທຸກຄົນປອດໄພ) ຂໍຂອບໃຈຮູບພາບຈາກ Support Prime Minister Thongloun Sisoulith

Read More »

ກ້ອງ ຫ້ວຍໄລ່ ແລະ ເບີ້ນ ປະທຸມລາດ ນັກຮ້ອງດັງຈາກປະເທດເພື່ອນບ້ານ ອອກມາປະກາດຊ່ວຍເຫຼືອພີ່ນ້ອງຊາວລາວ!!!

ຮັບຮູ້ກັນໄປທົ່ວໂລກແລ້ວ ເນື່ອງຈາກເຫດເຄື່ອນແຕກ ທີ່ ມ.ສະໝາມໄຊ ແຂວງ ອັດຕະປື ໃນວັນທີ 24 ກໍລະກົດ 2018 ເຮັດໃຫ້ປະຊາຊົນຄົນໃນພື້ນທີ່ໄດ້ຮັບຜົນກະທົບຈາກໄພພິບັດໃນເທື່ອນີ້ຫຼາຍພັນຄົນ, ຫຼ້າສຸດ ກ້ອງ ຫ້ວຍໄລ່ ແລະ ເບີ້ນ ປະທຸມລາດ ນັກຮ້ອງດັງຈາກປະເທດເພື່ອນບ້ານ ກໍ່ໄດ້ອອກມາໂພສຜ່ານເຟສບຸກສ່ວນຕົວເພື່ອຕ້ອງການຮ່ວມຊ່ວຍເຫຼືອຜູ້ປະສົບໄພໃນເທື່ອນີ້… ເຊິ່ງ ເບີ້ນ ປະທຸມລາດ ແລະ ກ້ອງ ຫ້ວຍໄລ່ ຈະໄລ້ສົດຮ້ອງເພງຄູ່ກັນເພື່ອຮັບບໍລິຈາກ ຕາມສັດທາຈາກແຟນເພງ ເພື່ອຊ່ວຍພີ່ນ້ອງຊາວລາວທີ່ຖືກປະສົບໄພ ແລະ ເບີ້ນ ຍັງໄດ້ກ່າວອີກວ່າ ໃຈແທ້ຢາກເຮັດຄອນເສີດ ແຕ່ຄົງຈະຫຼ້າຊ້າໃນການກະກຽມງານ (ໃນວິກິດທີ່ເກີດຂຶ້ນໃນເທື່ອນີ້ ຈະຊ່ວຍໃຫ້ເຕັມທີ່ ແລະ ຊ່ວຍຢ່າງມີຄຸນນະທຳທີ່ສຸດ) ນັບວ່າເປັນນໍ້າໃຈອັນປະເສີດ ລະຫວ່າງ ປະເທດບ້ານໃກ້ເຮືອນຄຽງ (ລາວ-ໄທ) ທີ່ມີນໍ້າໃຈໃນຍາມທີ່ອີກຝ່າຍກຳລັງຕົກທຸກໄດ້ຍາກ. (ຢ່າງໃດກໍ່ຂໍເປັນກຳລັງໃຈໃຫ້ພໍ່ແມ່ພີ່ນ້ອງທີ່ກຳລັງປະສົບກັບເຫດ ໄພພິບັດສຸກເສີນລະດັບຊາດໃນຄັ້ງນີ້ດ້ວຍ ເຮົາຈະຜ່ານວິກິດນີ້ໄປພ້ອມໆກັນ  #PrayforAttapue ??????)

Read More »