Breaking News

ຂ່າວສັງຄົມ

ສະເຫຼີມສະຫຼອງ! 45 ປີ ບໍລິສັດ ເບຍລາວ ພ້ອມເປີດໂຕຜະລິດຕະພັນໃໝ່ 3 ລົດຊາດ (ເບຍໄວສ໌, ເບຍແອມເບີ້ ແລະ ເບຍຮ໋ອບປີ້)

ໃນວັນທີ 10 ກໍລະກົດ 2018 ທີ່ຜ່ານມາໄດ້ມີພິທີສະເຫຼີມສະຫຼອງ ບໍລິສັດ ເບຍລາວ ຄົບຮອບ 45 ປີ (1973-2018) ໂດຍການເປັນປະທານໂດຍ ທ່ານ ເຮັນລິກ ແອນເດີເຊັນ ຜູ້ອຳນວຍການ ບໍລິສັດ ເບຍລາວ, ທ່ານ ກິດສະໜາ ວົງໄຊ ປະທານສະພາຜູ້ບໍລິຫານ ບໍລິສັດ ເບຍລາວ, ທ່ານ ສູນທອນ ສິລິສັກ ຮອງຜູ້ອຳນວຍການໃຫ່ຍ ບໍລິສັດ ເບຍລາວ, ຮ່ວມດ້ວຍພະນັກງານ ບໍລິສັດ ເບຍລາວ ແລະ ສື່ມວນຊົນທຸກຂະແໜງການ. ປີນີ ບໍລິສັດ ເບຍລາວ ໄດ້ມີອາຍຸ 45 ປີ ພໍດີ ແລະ ກໍ່ເປັນ 45 ປີ ແຫ່ງການເດີນທາງຜ່ານຈຸດເວລາຕ່າງໆທີ່ມີທັງຂໍ້ສະດວກ, ຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍທີ່ທົດສອບຈິດໃຈ, …

Read More »

ອາສາກູ້ໄພລາວ ອອກມາໂພສແບບນີ້…ຫຼັງຈາກທີ່ໄດ້ໄປຊ່ວຍ ທີມໝູປ່າ!!!

ດັ່ງທີ່ແຟນໆໄດ້ຕິດຕາມກຽ່ວກັບຂ່າວສານການຊ່ວຍເຫຼືອ ນ້ອງໆທີມ ໝູປ່າ-ອາຄາເດມີ່ ແລະ ປະເທດລາວ ເຮົາກໍ່ໄດ້ສົ່ງ ອາສາກູ້ໄພໄປຊ່ວຍເປັນກຳລັງອີກແຮງໜຶ່ງໃນການຄົ້ນຫາຜູ້ປະສົບໄພທີ່ ຖໍ້າຫຼວງ-ຂຸນນໍ້ານາງນອນ ຈັງຫວັດ ຊຽງລາຍ ປະເທດໄທ ດັ່ງກັບຫຼາຍໆປະເທດຈາກທົ່ວໂລກທີ່ໄດ້ສົ່ງທີມມາຊ່ວຍເຫຼືອໃນພາລະກິດຄັ້ງນີ້, ຫຼ້າສຸດທີມອາສາກູ້ໄພລາວກໍ່ໄດ້ເດີນທາງກັບ ປະເທດລາວ ເປັນທີ່ຮຽບຮ້ອຍແລ້ວ ແລະ ຍັງໄດ້ໂພສເຖິງການໄດ້ເປັນສ່ວນໜຶ່ງໃນພະລະກິດໃນເທື່ອນີ້ ຜ່ານເຟສບຸກວ່າ: “ພາລະກິດ ຄັ້ງນີ້ ເປັນບົດຮຽນ ອັນຍິ່ງໃຫຍ່ ໄດ້ຖ່າຍທອດ ເຖິງບົດທົດສອບ ຂອງຄວາມຮູ້ທີ່ຝຶກຝົນມາ ດ້ານກູ້ຊີບ ກູ້ໄພ ແລະ ຮຽນຮູ້ອຸປະກອນທັນສະໃຫມ ຕ້ອງຕໍ່ສູ້ກັບທຳມະຊາດ ສິ່ງແວດລ້ອມ ທີ່ຕ້ອງສຳພັດ ຄຽງຄູ່ກັນ ກໍ່ຄື ອຸດົມການ ແລະ ເປົ້າຫມາຍ ຂອງຫົວຈິດຫົວໃຈ ໃນການອາສາມາຄັ້ງນີ້ ກໍ່ແມ່ນ ນິມິດຫມາຍທີ່ດີ ທີ່ໄດ້ພົບເຫັນ ບັນດາ ຜູ້ທີ່ມີປະສົບການ ໃນຫລາຍໆດ້ານ ແລະ ກໍ່ໄດ້ຖ່າຍທອດ ຮຽນຮູ້ແລ້ວ ວ່າ ສິ່ງທີ່ສຳຄັນທີ່ສຸດ ແມ່ນຫຍັງ …

Read More »

ຍິນດີຕ້ອນຮັບກັບສູ່ປະເທດລາວ! ອາສາກູ້ໄພລາວເດີນທາງກັບບ້ານຢ່າງປອດໄພ ແຕ່ໃຈຍັງຫ່ວງທີມໝູປ່າ!!!

ອາເຢັ້ນ ວິຊຸນດາລາ ອາສາກູ້ໄພລາວ ທີ່ໄດ້ເດີນທາງໄປຊ່ວຍພາລະກິດ 13ຊີວິດຕິດຖໍ້າ, ຫຼ້າສຸດຂວັນໃຈຄົນໃໝ່ຂອງລາວຄົນນີ້ກໍ່ໄດ້ເດີນທາງກັບສູ່ບ້ານເກີດເມືອງນອນ ກໍ່ຄືປະເທດລາວເຮົາຢ່າງປອດໄພແລ້ວເດີ້ແຟນໆ ເຖິງແມ່ນວ່າຈະບໍ່ໄດ້ຢູ່ຊ່ວຍເຫຼືອຈົນວິນາທີສຸດທ້າຍ ແຕ່ໃນໃຈກໍ່ຍັງເປັນຫ່ວງ ແລະ ຍັງບອກໃຫ້ ທີມໝູປ່າ ອົດທົນ ເຊິ່ງ ອາເຢັ້ນ ເພິ່ນກໍ່ຍັງໄດ້ໂພສຮູບ ພ້ອມແຄັບຊັ່ນວ່າ: “ກຳລັງເດີ່ນທາງກັບ ທີ່ ສປປ ລາວ ແຕ່ໃຈຍັງຢູ່ທີ່ຖ້ຳຫຼວງ ຊຽງລາຍ ອົດທົນໄວ້ເດີ້ “ທີມໝູປ່າ” ຖ້າຍັງບໍ່ອອກມາ ແລ້ວຈະກັບມາຊ່ວຍ ຂອບໃຈ ຮຸກ31 ທີ່ເບິ່ງແຍ່ງເປັນຍ່າງດີ”   ເຫັນຮູບພາບການຊ່ວຍເຫຼືອລະຫວ່າງບ້ານພີ່ເມືອງນ້ອງ ລາວ ແລະ ໄທ ແລ້ວຮູ້ສຶກປະທັບໃຈ ແລະ ພູມໃຈເປັນທີ່ສຸດ. #ແຊຣໄປໃຫ້ໂລກຮູ້ ຮູບພາບຈາກ: Yen Visoudala , Chaiyasit Phupharat

Read More »

ອາຍຸເປັນພຽງຕົວເລກ! ເປີດເຜີຍງານແຕ່ງ ເດັກມັດທະຍົມ ອາຍຸພຽງ 14 ແລະ 16 ປີ

ເຜີຍພາບງານແຕ່ງດອງ 2 ເດັກນ້ອຍໄວໃສຈາກປະເທດເພື່ອນບ້ານ (ປະເທດໄທ) ຍັງຮຽນມັດທະຍົມຕົ້ນໆ ອາຍຸພຽງ 14 ແລະ 16 ປີ ຈັດງານລຽບງ່າຍ ພໍ່ແມ່ຍາກໃຫ້ແຕ່ງງານກັນ ເຜີຍອາຍຸເປັນພຽງຕົວເລກ. ເປັຳນກະແສຮືຮາ ແລະ ວິພາກວິຈານ ເມື່ອວັນທີ 8 ກໍລະກົດ 2018 ເປັນກະແສເທີງໂລກອອນລາຍ ເມື່ອມີການເຜີຍແຜ່ງານແຕ່ງດອງຂອງເດັກນ້ອຍຍິງ ແລະ ຊາຍ ທີ່ ຈັງຫວັດ ໄຊຍະພູມ ປະເທດໄທ ໄດ້ຈັດງານແຕ່ງດອງແບບລຽບງ່າຍ ດ້ວຍການມັດຂໍ່ຕໍ່ແຂນ ໃນວັນທີ 7 ກໍລະກົດ 2018 ທີ່ຜ່ານມາ. ເຟສບຸກຂອງນ້ອງຜູ້ຍິງ ຍັງໄດ້ເຜີຍອີກວ່າ ເຮົາມີຄວາມຝັນທີ່ຈະຢູ່ນຳກັນດົນໆ ແລະ ບໍ່ຢາກແຍກຈາກກັນ ບໍ່ຢາກຈະຖ້າດົນເຖິງ 10-20ປີ ຕອນນີ້ກໍ່ 5-6 ເດືອນ ເຮົາບໍ່ຢາກຈະຖິ້ມມັນໄປ ກວ່າຈະຜ່ານມາໄດ້ພວກເຮົາກໍ່ຜ່ານມາຫຼາຍເຫດການ ມີຜິດກັນບາງເທື່ອ ແຕ່ຈະຈັບມືກັນສ້າງເນື້ອສ້າງຕົວ ພ້ອມກັບຮູບພາບທີ່ທັງ …

Read More »

ສະແດງຄວາມຍິນດີ! ທີມໝູປ່າ-ອາຄາເດມີ່ ຈະໄດ້ເປັນແຂກ VIP ໃນຮອບຊິງຊະນະເລີດບານໂລກ 2018 (ດັງໄກໄປທົ່ວໂລກອີ່ຫລີ)

ດັງໄກໄປທົ່ວໂລກ ສຳລັບກໍລະນີ 13 ຊີວິດຕິດຖໍ້າຫຼວງ-ຂຸນນໍ້ານາງນອນ ຈັງຫວັດ ຊຽງລາຍ ປະເທດໄທ, ຫຼ້າສຸດ ທ່ານ ຈານນີ່ ອິນຟານຕິໂນ ປະທານສະຫະພັນບານເຕະນາໆຊາດ (FIFA) ໄດ້ສົ່ງຈົດໝາຍເຖິງ ພລ.ຕ.ອ ສົມຍົດ ພຸ່ມພັນມ່ວງ ນາຍົກສະມາຄົມກິລາບານເຕະແຫ່ງປະເທດໄທ ເພື່ອຮ່ວມສະແດງຄວາມຍິນດີທີ່ໄດ້ພົບນ້ອງໆ ທີມໝູ່ປ່າ-ອາຄາເດມີ່ ທັງ 12 ຄົນ ແລະ ຄູເຝິກ 1 ຄົນ ລວມທັງໝົດ 13 ຊີວິດ ຫຼັງຈາກທີ່ຕິດຢູ່ໃນຖໍ້າໄປເປັນເວລາກວ່າ 10 ມື້. ເຊິ່ງ ທ່ານ ຈານນີ່ ອິນຟານຕິໂນ ປະທານສະຫະພັນບານເຕະນາໆຊາດ (FIFA) ໄດ້ສົ່ງໜັງສືຮ່ວມສະແດງຄວາມຍິນດີ ລວມເຖິງໃຫ້ກຳລັງໃຈຜູ້ທີ່ມີສ່ວນກ່ຽວຂ້ອງ ໂດຍໃຈຄວາມໜັງສືໄດ້ລະບຸວ່າ: “ຂ້ອຍໄດ້ຕິດຕາມຂ່າວການຊ່ວຍຊີວິດນັກເຕະບານເຍົາວະຊົນທັງ 12 ຄົນ ແລະ ຄູເຝິກສອນອີກ 1 ຄົນ ເຊິ່ງໄດ້ຕິດຢູ່ໃນຖໍ້າທີ່ ຈັງຫວັດ ຊຽງລາຍ ປະເທດໄທ ເນື່ອງຈາກມີນໍ້າຖ້ວມປິດປາກຖໍ້າ …

Read More »