Breaking News

ຂ່າວສັງຄົມ

ປາດດດ…ງານດີເວີ້! ລັດຖະມົນຕີອາຍຸນ້ອຍທີ່ສຸດຂອງ​ປະເທດ ມາ​ເລ​ເຊຍ!

ວ້າວໆໆໆ! ເຫັນແລ້ວເລື່ອນກາຍບໍ່ໄດ້ເລີຍ ຫຼ້າສຸດສຳນັກງານຂ່າວສານຕ່າງປະເທດໄດ້ລາຍງານວ່າ ​ເມື່ອ​ບໍ່​ດົນ​ມາ​ນີ້ ທ່ານ ​ໄຊ​ເອັດ ​ຊາດ​ິກ ອັບ​ດຸນຣາ​ແມນ ອາຍຸ 25 ປີ ​​​ໄດ້​ຮັບ​ການ ​ແຕ່ງ​ຕັ້ງ ​ໃຫ້​ເປັນ​ ລັດຖະມົນ​ຕີ​ວ່າການ ກະຊວງຊາວ​ໜຸ່ມ ​ແລະ ກິລາ​ຂອງ​ມາ​ເລ​ເຊຍ, ​ຖືວ່າເປັນ​ລັດຖະມົນຕີທີ່ອາຍຸນ້ອຍທີ່ສຸດ​ໃນ​ປະຫວັດສາດ​ຂອງ ປະ​ເທດ ມາເລເຊຍ ເລີຍກໍ່ວ່າໄດ້. ເຊິ່ງລັດຖະມົນຕີໜຸ່ມຫຼໍ່ຄົນນີ້ກໍ່ຍັງໄດ້ກ່າວວ່າ: “ຖື​ເປັນ​ກຽດ​ອັນ​ໃຫຍ່​ຫລວງ ສຳລັບ​ຊາວ​ໜຸ່ມ​ມາ​ເລ​ເຊຍ ​ແລະ ​ຈະຕັ້ງໜ້າ​ປະຕິບັດ​ໜ້າ​ທີ່ໃຫ້​ໄດ້​ຮັບ​ປະສິດ​ທີ​ຜົນ, ພ້ອມ​ດ້ວຍ​ການສະໜັບສະໜູນ​ຈາກພາກ​ສ່ວນ​ຕ່າງໆ ​ເພື່ອ​ໃຫ້​ໄດ້​ຮັບ​ໝາກຜົນຢ່າງຮອບດ້ານ”  ໂອ້ຍຍຍ!!! ຫຼໍ່…ງານດີ ຊົມເຊີຍເດີ້ ທັງຫຼໍ່ ທັງເກັ່ງ ສຸດຍອດ!!! ທີ່ມາ: ປະເທດລາວ Pathedlao

Read More »

ຄັກແທ້ໆ! ຫາກໍ່ຮູ້ວ່າເຮັດ ບັດປະຈຳຕົວ ດຽວນີ້ງ່າຍໆເນາະ (ແຊຣເກັບໄວ້ເບິ່ງເລີຍເດີ້)

(ການເຮັດບັດປະຈຳຕົວໃນເຂດ ເມືອງ.ຈັນທະບູລີ ນະຄອນຫຼວງວຽງຈັນ)  ສະບາຍດີໝູ່ເພື່ອນໝົດທຸກຜູ້ທຸກຄົນ ເນື່ອງຈາກບັດປະຈຳຕົວເກົ່າໝົດອາຍຸ ຈຶ່ງມີໂອກາດໄດ້ໄປເຮັດບັດປະຈຳຕົວໃໝ່ ກ່ອນທີ່ຈະໄປເຮັດກໍ່ຄິດໜັກ ຮູ້ສຶກຂີ້ຄ້ານຂຶ້ນມາທັນທີ ແນວວ່າບໍ່ໄດ້ເຮັດດົນໆ ບໍ່ຮູ້ວ່າຂັ້ນຕອນການເຮັດບັດປະຈຳຕົວຈະເປັນແນວໃດ ແຕ່ກໍ່ຍ້ອນມັນເປັນສິ່ງຈຳເປັນທີ່ປະຊາຊົນລາວເຮົາຄວນຕ້ອງມີ ບັດປະຈຳຕົວເປັນຂອງຕົວເອງເພື່ອຍັ້ງຍືນສັນຊາດ ແລະ ປະກອບເອກະສານອື່ນໆ, ດັ່ງນັ້ນຈຶ່ງຕັດສິນໃຈໄປເຮັດໃນທີ່ສຸດ. ກ່ອນອື່ນຂໍບອກວ່າສິ່ງທີ່ ຊະນີIndy ຈະມາລີວິວສູ່ຟັງນີ້ ແມ່ນໄດ້ເຮັດຢູ່ທີ່ ເມືອງ ຈັນທະບູລີ ນະຄອນຫຼວງວຽງຈັນ ໃຈແທ້ກໍ່ຢາກເອົາມາເລົ່າໝົດທຸກບ່ອນພຸ້ນແຫລະເນາະ ແຕ່ເນື່ອງຈາກວ່າມີໂອກາດໄດ້ເຮັດບ່ອນນີ້ ເພາະອາໃສຢູ່ເມືອງ ຈັນທະບູລີ ນະຄອນຫຼວງວຽງຈັນ ເລີຍຄິດວ່າໜ້າຈະເປັນປະໂຫຍດແກ່ໝູ່ເພື່ອນທຸກຄົນ, ການເຮັດບັດປະຈຳຕົວໃນສະໄໝນີ້ແມ່ນສະດວກສະບາຍຫຼາຍ ໃຜຢູ່ເມືອງໃດ ແຂວງໃດກໍ່ແມ່ນເຮັດຢູ່ຫັ້ນເລີຍ ມີພຽງ 3-4 ຂັ້ນຕອນເທົ່ານັ້ນ. ກ່ອນອື່ນຕ້ອງກະກຽມ ສຳມະໂນຄົວແທ້ ແລະ ກ໋ອບປີ້, ຮູບ 1 ໃບ ແຕ່ບາງເຂດກໍ່ຈະບໍ່ຄືກັນເດີ້ ບາງເຂດເພິ່ນກໍ່ຈະໃຫ້ໄປເຊັນປົກຄອງບ້ານ ກໍ່ແລ້ວແຕ່ຕົວເມືອງ ແລະ ແຂວງໃຜມັນ (ຍໍ້າວ່າແຕ່ລະເຂດບໍ່ຄືກັນເດີ້ແຟນໆ) ຫຼັງຈາກເຮົາມີ ສຳມະໂນຄົວແທ້ ແລະ ກ໋ອບປີ້, …

Read More »

ຊົມເຊີຍ! ສາວລາວຍາດໄດ້ລາງວັນໃນການແຂ່ງຂັນ World Fitness Federation Universe ທີ່ປະເທດສິງກະໂປ!!!

ເກັ່ງສຸດຍອດເລີຍ ທິບພະພອນ ເພັງສະຫວັນ (ເຟື້ອງ) ສາວລາວທີ່ເດີນທາງໄປຮ່ວມແຂ່ງຂັນ World Fitness Federation Universe ທີ່ປະເທດສິງກະໂປ (WFF) ແລະ ຍັງບໍ່ເຮັດໃຫ້ຄົນລາວເຮົາຜິດຫວັງ ເພາະນາງສາມາດຕິດທ໊ອບ ແລະ ໄດ້ລາງວັນທີ 4 ມາຝາກຄົນລາວເຮົານຳເດີ້ (ຕົບມືຊົມເຊີຍນາງແດ່ໄວໆໆໆ!!!) ສຳລັບ ທິບພະພອນ ເພັງສະຫວັນ (ເຟື້ອງ) ອາຍຸ 30 ປີ ປະຈຸບັນນາງເປັນຄູເຝິກສອນອອກກຳລັງກາຍ (Trainer) ຢູ່ທີ່ Up2U Fitness ແລະ ນາງມີດີຼກຼີເປັນເຖິງອາດີດນັກກິລາບານບ້ວງທີມຊາດລາວ (Basketball) ແລະ ນາງຍັງເຄີຍເຂົ້າຮ່ວມປະກວດກິລາເພາະກາຍປະເພດ ໂມເດວ ທີ່ປະເທດໄທ ໃນງານ “Thailand International Expo 2017″ແລະ ໄດ້ລາງວັນອັນດັບທີ 7 ພຸ້ນໄດ໋ (ກໍ່ບໍ່ໜ້າແປກທີ່ໄດ້ ເພາະນາງກໍ່ເລີດດດ) ຕໍ່ຈາກນັ້ນນາງກໍ່ໄດ້ເຂົ້າແຂ່ງຂັນໃນງານ “Fitness Angel Modle” ທີ່ປະເທດໄທ ແລະ …

Read More »

ເລື່ອງງ່າຍໆ! 5 ຂັ້ນຕອນຊື້ລົດນິດສັນໄດ້ໄວ!!!

ຂັ້ນຕອນ 1: ຄົ້ນຫາຕົວລົດ ແລະ ເລືອກອອບຊັ້ນຕ່າງໆທີ່ທ່ານຕ້ອງການ ຊື້ລົດໃໝ່ແມ່ນບາດກ້າວທີ່ໃຫຍ່ ແຕ່ບໍ່ແມ່ນສິ່ງທີ່ໜ້າຢ້ານກວ່າ. ທັງໝົດທີ່ທ່ານຕ້ອງເຮັດແມ່ນຊອກຫາປະເພດ, ຫາຫ້ອງໂຊຣູມ, ກວດເຊັກລາຄາ ແລະ ເຈລະຈາຊື້ລົດໃໝ່ຂອງທ່ານ. ຖ້າຍັງບໍ່ແນ່ໃຈວ່າລົດລຸ້ນໃດທີ່ທ່ານຕ້ອງການ? ໃນເວລານັ້ນ ເຂົ້າໄປຫາສູນໂຊຣູມນິດສັນຂອງພວກເຮົາ ເຊິ່ງທີ່ປຶກສາການຂາຍຂອງພວກເຮົາຈະຊ່ວຍທ່ານຮຽນຮູ້ຟີດເຈີ ແລະ ອ໋ອບຊັນຕ່າງໆຂອງລົດພວກເຮົາໄດ້ຫລາຍຂຶ້ນ. ຂັ້ນຕອນ 2: ຄົ້ນຫາ ແລະ ທົດລອງຂັບຂີ່ ເມື່ອທ່ານຢູ່ທີ່ຫ້ອງໂຊຣູມ: ທົດລອງຂັບຂີ່ ແລະ ຮຽນຮູ້ ສໍາຜັດກັບຕົວລົດ ເພື່ອໃຫ້ເຂົ້າໃຈຫລາຍຂຶ້ນ. ເອົາຄອບຄົວຂອງທ່ານໄປພ້ອມ ເພື່ອທົດສອບຄວາມເໝາະສົມໃນຕົວລົດ ແລະ ເບິ່ງວ່າ ລົດຈະສາມາດຮັບມືກັບປະເພດຫົນທາງຫລາຍລະດັບຕ່າງກັນໄດ້ແນວໃດ. ຖາມຕົວທ່ານເອງວ່າ: ປຸ່ມຄວບຄຸມຕ່າງໆແມ່ນໃຊ້ງ່າຍຫລືບໍ່? ລົດເໝາະສົມກັບຄວາມຕ້ອງການຂອງທ່ານແລ້ວບໍ່? ຂັ້ນຕອນ 3: ໄດ້ລາຄາຂາຍ&ຕອບຕົກລົງເຮັດສັນຍາຊື້ ເມື່ອທ່ານມີລົດນິດສັນເປົ້າໝາຍແລ້ວ, ມັນເປັນເວລາທີ່ຈະເນັ້ນໃສ່ການໄດ້ລາຄາທີ່ເໝາະສົມ. ພວກເຮົາແນະນໍາໃຫ້ຖາມຂໍເອົາລາຄາສຸດທ້າຍ ແລະ ການບໍລິການຫລັງການຂາຍຫລາຍກວ່າໂປຣໂມຊັັ້ນທີ່ມີຢູ່ໃນປະຈຸບັນ. ຖ້າລາຄາ,ການຈັດຫາເງິນທຶນ ແລະ ຄ່າທໍານຽມເບິ່ງເໝາະສົມແລ້ວ, ມັນຈະເປັນເວລາທີ່ຈະຕົກລົງເຮັດສັນຍາຊື້ຂາຍ ໂດຍການຈ່າຍຄ່າທໍານຽມກ່ອນທໍາອິດ. …

Read More »

ສຸດຍອດ! ສື່ນອກຍົກຍ້ອງໃຫ້ ປະເທດລາວ  ເປັນຊາດທຳອິດທີ່ສົ່ງອາສາກູ້ໄພເຂົ້າຊ່ວຍເຫຼືອ 13 ຊີວິດຕິດຖໍ້າ!!!

ໃນທີ່ສຸດວິນາທີທີ່ຄົນທົ່ວໂລກລໍຖ້າເບິ່ງ ລຸ້ນກັນມາເປັນສິບກວ່າມື້ ນັ້ນກໍ່ຄືການຄົ້ນຫາ ນັກເຕະບານເຍົາວະຊົນ ທີມເຕະບານ ໝູປ່າ-ອາຄາເດມີ່ ແລະ ໃນຊ່ວງເຊົ້າ ວັນທີ 3 ກໍລະກົດ 2018 ຂ່າວດີກໍ່ບັງເກີດຂຶ້ນເມື່ອທາງທີມນັກຄົ້ນຫາໄດ້ໃຫ້ສັນຍານວ່າ ໄດ້ພົບເຈິທີມໝູ່ປ່າແລ້ວ ທັງ 13 ຊີວິດຍັງປອດໄພດີ ແລະ ສື່ຫຼາຍສຳນັກຂອງປະເທດໄທ ກໍ່ໄດ້ລາຍງານຂ່າວເພື່ອຂອບໃຈທີມຊ່ວຍເຫຼືອຈາກທົ່ວໂລກ ແລະ ໜຶ່ງໃນນັ້ນກໍ່ເປັນ ປະເທດລາວ ທີ່ເປັນປະເທດທຳອິດທີ່ສົ່ງອາສາກູ້ໄພເຂົ້າຊ່ວຍເຫຼືອ 13 ຊີວິດຕິດຖໍ້າໃນຄັ້ງນີ້ ເຊິ່ງສື່ດັງຈາກປະເທດເພື່ອນບ້ານກໍ່ໄດ້ຂຽນວ່າ: “ນໍ້າໃຈຈາກຕ່າງຊາດ… ສປປ.ລາວ ທີມງານລາວຈາກມູນລະນິທິຊ່ວຍເຫຼືອຄວາມທຸກຍາກແຫ່ງ ສປປ.ລາວ ເປັນປະເທດເພື່ອນບ້ານຊາດທຳອິດທີ່ສົ່ງທີມກູ້ໄພມາຮ່ວມຊ່ວຍເຫຼືອ” ຖືເປັນອີກຄວາມພາກພູມໃຈອີກຢ່າງໜຶ່ງຂອງຄົນລາວ (ຮູບພາບຈາກ kapook) ມາເບິ່ງ! ຮູບພາບອ້າຍນ້ອງກູ້ໄພລາວ ຂະນະປະຕິບັດໜ້າທີ່ ເປັນເວລາ 9 ມື້ທີ່ຜ່ານມາ  (ຄົນລາວຄົນມີນໍ້າໃຈ)   (ຢ່າລືມແຊຣເປັນກຳລັງໃຈໃຫ້ໜ່ວຍກູ້ໄພຈາກປະເທດລາວເຮົານຳແດ່ເດີ້ແຟນໆ) ຮູບພາບ: Yen Visoudala , Buk Q Sdl 

Read More »