ໃນທີ່ສຸດວິນາທີທີ່ຄົນທົ່ວໂລກລໍຖ້າເບິ່ງ ລຸ້ນກັນມາເປັນສິບກວ່າມື້ ນັ້ນກໍ່ຄືການຄົ້ນຫາ ນັກເຕະບານເຍົາວະຊົນ ທີມ ໝູປ່າ-ອາຄາເດມີ່ ແລະ ໃນຊ່ວງເຊົ້າ ວັນທີ 3 ກໍລະກົດ 2018 ຂ່າວດີກໍ່ບັງເກີດຂຶ້ນເມື່ອທາງທີມນັກຄົ້ນຫາໄດ້ໃຫ້ສັນຍານວ່າ ໄດ້ພົບເຈິທີມໝູ່ປ່າແລ້ວ ທັງ 13 ຊີວິດຍັງປອດໄພດີ, ແລະ ວິນາທີ່ຕື່ນເຕັ້ນກໍ່ມາຮອດ ເມື່ອເພສເຟສບຸກ Thai NavySEAL ໄດ້ນຳພາບມາເຜີຍແຜ່ພ້ອມທັງຂຽນແຄັບຊັ່ນທີ່ເຮັດໃຫ້ຄົນທົ່ວໂລກຍິ້ມໄດ້ກໍ່ຄື “Hooyah…..ທີມໝູປ່າ” Hooyah…..ทีมหมูป่าพบเยาวชนทีมหมูป่าบริเวณหาดทรายห่างจาก Pattaya beach 200 เมตร โดยนักดำน้ำหน่วยซีลดำน้ำวางไลน์เชือกนำทาง ร่วมกับนักดำน้ำจากประเทศอังกฤษ ระยะทางจากห้องโถง 3 ยาว 1,900 เมตร เมื่อเวลา 21.38 น. คืนวันที่ 2 กรกฎาคม 2561#ThainavySEAL โพสต์โดย Thai NavySEAL เมื่อ วันจันทร์ที่ 2 กรกฎาคม 2018 ເຊິ່ງໜ່ວຍຊີວ ແລະ …
Read More »ຂ່າວສັງຄົມ
ປະມວນຮູບພາບອ້າຍນ້ອງກູ້ໄພລາວ ທີ່ເຂົ້າຮ່ວມຊ່ວຍ 13 ຊີວິດຕິດຖໍ້າ (ຄົນລາວຄົນມີນໍ້າໃຈ)
ເຫັນຮູບພາບທີ່ຊາວເນັດກົດໄລ້ ກົດແຊຣ ຢ່າງຫຼວງຫຼາຍ ນັ້ນກໍ່ຄືຮູບພາບ ອ້າຍນ້ອງກູ້ໄພລາວ ທີ່ເຂົ້າຮ່ວມຊ່ວຍເຫຼືອ 13 ຊີວິດຕິດຖ້າທີ່ ຖໍ້າຫຼວງ-ຂຸນນໍ້ານາງນອນ ຈັງຫວັດ ຊຽງລາຍ ປະເທດໄທ ຮ່ວມກັບອີກຫຼາຍໆຊາດທີ່ອາສາມາຮ່ວມຄົ້ນຫາ ທີມ ນັກເຕະບານ ໝູປ່າ- ອາຄາເດມີ, ເຊິ່ງກໍ່ຖືວ່າເປັນຄວາມພາກພູມໃຈຂອງຄົນລາວເຮົາ ທີ່ຢ່າງໜ້ອຍກໍ່ໄດ້ມີຕົວແທນ ນັ້ນກໍ່ຄື ທີມອ້າຍນ້ອງກູ້ໄພຈາກ ປະເທດລາວ ເຮົາ ໄປຮ່ວມເສີມທັບ ເປັນອີກໜື່ງກຳລັງທີ່ເຂົ້າຮ່ວມຊ່ວຍເຫຼືອ 13 ຊີວິດທີ່ຕິດຖໍ້າ ເຖິງຈະມີຄວາມຍາກລໍາບາກພຽງໃດ ພວກອ້າຍໆເພິ່ນກໍ່ສູ້ບໍ່ຖອຍ. #ແຊຣໄປເປັນກຳລັງໃຈໃຫ້ທີມກູ້ໄພຈາກປະເທດລາວ ມາເບິ່ງ! ຮູບພາບອ້າຍນ້ອງກູ້ໄພລາວ ທີ່ເຂົ້າຮ່ວມຊ່ວຍ 13 ຊີວິດຕິດຖໍ້າ (ຄົນລາວຄົນມີນໍ້າໃຈ) (ຢ່າລືມແຊຣເປັນກຳລັງໃຈໃຫ້ໜ່ວຍກູ້ໄພຈາກປະເທດລາວເຮົານຳແດ່ເດີ້ແຟນໆ) ຮູບພາບ: Yen Visoudala , Buk Q Sdl
Read More »ໂງ່ຕັ້ງດົນ! ແຊຣເກັບໄວ້ເບິ່ງເລີຍ ວິທີໄປເຮັດ Passport ງ່າຍໆດ້ວຍຕົວເອງ ມາເບິ່ງວິທີດ່ວນນນ!!!
ເຄີຍເປັນບໍ່? ເວົ້າເຖິງເລື່ອງທີ່ຈະຕ້ອງໄປເຮັດ Passport ຫຼື ໜັງສືຜ່ານແດນ ທຸກໆຄົນຈະມີຂໍ້ອ້າງນັ້ນນີ້ຂອງຕົວເອງຂຶ້ນມາທັນທີ ມັກຈະເລື່ອນໄປມື້ນັ້ນມື້ນີ້ ຈົນຮອດເວລາທີ່ຈະເດີນທາງແທ້ຈຶ່ງຟ້າວຝັ່ງໄປເຮັດ ກໍຍ້ອນແຕ່ກ່ອນມີຂັ້ນຕອນທີ່ຫຍຸ້ງຍາກ ແຕ່ມາເຖິງປັດຈຸບັນຂັ້ນຕອນການເຮັດ Passport ບໍ່ໄດ້ຫຍຸ້ງຍາກລຳບາກອີກຕໍ່ໄປແລ້ວ, ດັ່ງນັ້ນ ຂວັນໃຈ ເຮົາກໍມີວິທີເຮັດ Passport ຢ່າງລະອຽດມາຝາກແຟນໆ ແລະ ຢ່າລືມແຊຣເກັບໄວ້ເບິ່ງເດີ້!!! ກ່ອນອື່ນຕ້ອງຂໍບອກວ່າ ຊະນີIndy ຄິດຢາກໄປຕ່າງໄປຕ່າງປະເທດຄືກັບໝູ່ຄົນອື່ນ ເລີຍຄິດຢາກເຮັດ Passport ແລະ ດຽວນີ້ກໍ່ມີຄວາມສະດວກສະບາຍຫຼາຍ ບໍ່ຕ້ອງມີຂັ້ນຕອນທີ່ຫຍຸ້ງຍາກຄືກັບແຕ່ກ່ອນແລ້ວ ແລະ ສິ່ງທີ່ຕ້ອງກະກຽມກໍ່ຄືເອກະສານດັ່ງຕໍ່ໄປນີ້: ຂໍເຮັດໜັງສືຜ່ານແດນຫົວໃໝ່ – ສຳເນົາປຶ້ມສຳມະໂນຄົວແທ້ ແລະ ກ໊ອບປີ້ 1 ຊຸດ (ໃນປື້ມຕ້ອງມີຮູບ ແລະ ກາປະທັບຈາກ ປກສ ເມືອງ) – ບັດປະຈຳໂຕແທ້ ແລະ ກ໊ອບປີ້ 1 ໃບ – ຮູບ 4×6 ໃສ່ສູດ ແບບສາກົນ 1 …
Read More »ຮ່ວມສົ່ງກຳລັງໃຈໃຫ້ອາສາກູ້ໄພລາວໃນການເຂົ້າຊ່ວຍ 13 ຊີວິດທີ່ຖໍ້າຫຼວງ-ຂຸນນໍ້ານາງນອນ ປະເທດໄທ!
ເປັນຂ່າວໂດ່ງດັງໄປທົ່ວໂລກ ໃນກໍລະນີມີເຫດການ ນ້ອງໆນັກເຕະບານ ທີມໝູປ່າ ອາຍຸ 11-16 ປີ ພ້ອມດ້ວຍໂຄສຜູ້ເຝິກສອນ ອາຍຸ 25 ປີ ອີກໜຶ່ງຄົນ ລວມເປັນ 13 ຊີວິດ ທີ່ຕິດຢູ່ໃນຖໍ້າ ອຸທະຍານຖໍ້າຫຼວງ-ຂຸນນໍ້ານາງນອນ ຈັງຫວັດ ຊຽງລາຍ ປະເທດໄທ ແລະ ເພື່ອຊ່ວຍເຫຼືອເພື່ອນມະນຸດນຳກັນ ປະເທດລາວ ເຮົາກໍ່ບໍ່ນິ້ງນອນໃຈມີອາສາກູ້ໄພ ຈາກໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສ.ປ.ປ ລາວ 1623 ໄປຮ່ວມເປັນໜຶ່ງໃນທີມຄົ້ນຫາ 13 ຄົນທີ່ສູນຫາຍໃນຄັ້ງນີ້ຮ່ວມກັບທີມນັກຄົ້ນຫາທົ່ວໂລກ. ການເດີນທາງໄປຂອງໜ່ວຍກູ້ໄພລາວກໍ່ໄດ້ມີການອັບເດດບອກພີ່ນ້ອງຊາວລາວຜ່ານເຟສບຸກຂອງ Yen Visoudala ເປັນໄລຍະ ແລະ ພາລະກິດຍັງຄົງດຳເນີນຕໍ່ໄປ: “ສຳລັບມື້ນີ້ກໍ່ເປັນມື້ທີ່ 2 ຂອງເຮົາທີ່ເຂົ້າຮ່ວມໃນການຄົ້ນຫາ ນ້ອງ13 ຄົນ ທີ່ຖໍ້າຫຼວງ-ຂຸນນໍ້ານາງນອນ ແຫ່ງນີ້ ຍັງສືບຕໍ່ການຄົ້ນຫາ ດ້ວຍຫລາຍວິທີ ເພາະຍັງມີ ອຸປະສັກຫລາຍຢ່າງ ດ້ານສິ່ງແວດລ້ອມ ສິ່ງທີ່ສຳຄັນທີ່ສຸດ ແມ່ນທາງຂັ້ນເທິງ ແລະ …
Read More »ຊົມເຊີຍ! ໜຸ່ມກູ້ໄພຈາກລາວເຂົ້າຮ່ວມຄົ້ນຫາ 13 ຄົນທີ່ສູນຫາຍໃນຖໍ້າຫຼວງ ຈັງຫວັດ ຊຽງລາຍ!!!
ເປັນກະແສພຽງຊົ່ວຂ້າມຄືນ ເມື່ອມີໜຸ່ມກູ້ໄພຈາກ ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສ.ປ.ປ ລາວ 1623 ໄປຮ່ວມເປັນໜຶ່ງໃນທີມຄົ້ນຫາ 13 ຄົນທີ່ສູນຫາຍທີ່ ຖໍ້າຫຼວງ ຈັງຫວັດ ຊຽງລາຍ ປະເທດໄທ. ເຊິ່ງໜຸ່ມລາວຄົນນີ້ກໍ່ຍັງໄດ້ໂພດຜ່ານເຟສບຸກວ່າ: “ໄດ້ເປັນໂຕແທນຂອງ ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສ.ປ.ປ ລາວ 1623 ທີ່ໄດ້ຖຶກສົ່ງໂຕເຂົາມາຮ່ວມພາລະກິດ ເຂົ້າຊ່ວຍເຫຼືອໃນການຄົ້ນຫາຄົນ ທີ່ສູນຫາຍເຂົ້າໄປໃນ ວົນອຸທະຍານຖ້ໍາຫລວງ-ຂຸນນ້ຳນາງນອນ ເປັນຈຳນວນ 13 ຄົນ ທີ່ຈັງຫວັດ ຊຽງລາຍ” ເຮັດໃຫ້ມີຜູ້ຄົນເຂົ້າໄປຮ່ວມໃຫ້ກຳລັງໃຈ ແລະ ກົດໄລ້ ກົດແຊຣໂພສດັ່ງກ່າວ ເອົາໃຈຊ່ວຍ ແລະ ພາວະນາໃຫ້ຄົ້ນຫາເດັກນ້ອຍທັງ 13 ຄົນໃຫ້ເຫັນໂດຍໄວ. (ຢ່າລືມແຊຣເປັນກຳລັງໃຈໃຫ້ໜ່ວຍກູ້ໄພຈາກປະເທດລາວເຮົານຳແດ່ເດີ້ແຟນໆ) ຮູບພາບ: Yen Visoudala
Read More »