ຮ້ອນລະອຸທົ່ວໂລກໂຊຊ່ຽວ ເມື່ອ ສາວ ກີ້ ລາມາງກຸນ ພິດຕີ້ເງິນລ້ານຊື່ດັງ ອອກມາໂພສແສຜ່ານເຟສບຸກສ່ວນຕົວ ແຄັບຂໍ້ຄວາມໃຫ້ເຫັນກັນຈະໆວ່າມີໜຸ່ມໂຊລວຍອວດອ້າງວ່າຂາຍລົດສະປອດຢູ່ເຂດພະຂາວ ໂດຍໃນແຊດມີເນື້ອຫາປະມານວ່າ ໝຸ່ມໂຊລວຍປິດສະໜາຄົນນີ້ມີຄວາມສະເໜ່ຫາ ສາວ ກີ້ ເຖິງຂັ້ນສຸດ ເລີຍຕ້ອງການທີ່ຈະຊັກຊວນສາວພິດຕີ້ຄົນນີ້ໄປກິນເຂົ້າ ພ້ອມທັງສະເໜີເງິນໃຫ້ຈຳນວນຫຼາຍ… ເຫັນແບບນີ້ແລ້ວເປັນທີ່ໜ້າເຫັນໃຈສາວ ກີ້ ເປັນທີ່ສຸດ, ແລ້ວຖ້າທ່ານເຈິກັບກໍລະນີແບບນີ້ ທ່ານຈະເຮັດແນວໃດ? #ຢ່າລຶມແຊຣໄປໃຫ້ອ້າຍໂລກຈິດໂຊລວຍເພິ່ນເຫັນກັນແດ່ ຮູບພາບ: KY Ramangkoun
Read More »ຂ່າວສັງຄົມ
ໜ້າສົງສານຫຼາຍ! ຜົວຕາຍປະຫຼາຍປີ ລູກກໍ່ບໍ່ມີ ບັ້ນປາຍຊີວິດໄດ້ຢູ່ພຽງລຳພັງອົດມື້ກິນມື້!!!
ເຖົ້າແລ້ວແທນທີ່ຈະໄດ້ຢູ່ສະບາຍ ເຫັນແລ້ວອົດທີ່ຈະສົງສານ ແມ່ຕູ້ ນ້ອຍ ບໍ່ໄດ້ເນື່ອງຈາກວ່າມີຜູ້ໃຊ້ເຟສບຸກລາຍໜຶ່ງໄດ້ອອກມາໂພສເຖິງເລື່ອງລາວຂອງ ແມ່ຕູ້ ນ້ອຍ ຍິງຊະລາ ອາໃສພຽງລຳພັງຄົນດຽວທີ່ ບ.ຕານປ່ຽວ ເມືອງທຸລະຄົມ ແຂວງວຽງຈັນ, ຜົວຂອງແມ່ຕູ້ນ້ອຍໄດ້ຕາຍປະຫຼາຍປີແລ້ວ ແລະ ລູກກໍ່ບໍ່ມີນຳກັນຈັກຄົນ ແຕ່ລະມື້ ເກັບຜັກ ເກັບຫອຍ ມາຂາຍ ໄດ້ມື້ 4-5 ພັນກີບ ພໍໄດ້ຊື້ກີນ ມື້ໃດຫາໄດ້ກໍ່ໄດ້ກິນ ມື້ໃດຫາບໍ່ໄດ້ກະອົດ ເປັນເວລາຫຼາຍປີແລ້ວ ຍ້ອນຄວາມແກ່ຊະລາໂຕລົງທຸກມື້ ເຮັດໃຫ້ສາຍຕາກະບໍ່ຄ່ອຍເຫັນຮຸ່ງປານໃດ. ຈາກເຫດການດັ່ງກ່າວເຮັດໃຫ້ມີຄົນໃນຊາວເນັດໃຫ້ຄວາມສົນໃຈ ເຂົ້າໄປກົດໄລ້ ກົດແຊຣ ໃຫ້ກຳລັງໃຈຕູ້ນ້ອຍຢ່າງຫຼວງຫຼາຍ. ບັ້ນປາຍຂອງຊິວິດແທນທີ່ຈະໄດ້ຢູ່ສະບ່າຍ ແຕ່ບໍ່ແມ່ນເລີຍ ສຳລັບຍີງຊາລາຜູ້ນີ້? ມື້ນີ້ມີ ເລື່ອງ ມາເລົ່າສູ່ຫມູ່ເພື່ອນທາງເຟດຟັງ ຕູ້ນ້ອຍ ອາຍຸ 68 ປີ ອາໃສ່ຢູ່ ບ້ານ ຕານປ່ຽວ ເມືອງທຸລະຄົມ ແຂວງວຽງຈັນ ເປັນຄົນອານາຖາ ?ຜົວຕາຍປະຫຼາຍປີແລ້ວ ?ບໍ່ມີລູກນຳກັນຈັກຄົນ ຢູ່ເຮືອນຕາມລຳພັງຄົນດຽວ …
Read More »ຖືກຕຳແລ້ວໜີ! ເຈນນີ່ ຕົ້ນຄຳ ນາງງາມດັງ ອອກມາຂໍຄວາມຊ່ວຍເຫຼືອ!!!
ເປັນປະເດັນຮ້ອນແຮງໃນໂລກໂຊຊ່ຽວໃນເວລານີ້ ເມື່ອ ເຈນນີ່ ຕົ້ນຄຳ ພົນຈັນເຮືອງ Miss World Laos 2017 ໄດ້ອອກມາໂພສ ຂໍຄວາມຊ່ວຍເຫຼືອ ຈາກທຸກຄົນໃຫ້ຊ່ວຍກັນແຊໜ ເນື່ອງຈາກວ່າລົດນາງທີ່ຈອດໄວ້ຢູ່ແຄມທາງໄດ້ຖືກຕຳແລ້ວໜີ ເຊິ່ງ ເຈນນີ ກໍ່ໄດ້ໂພສຜ່ານເຟສບຸກສ່ວນຕົວວ່າ: #ຂໍຄວາມຊ່ວຍເຫລືອທຸກຄົນ #ແຊຣຊ່ວຍເຈນນີ້ແນ່?? #ຕຳແລ້ວຫນີ ລົດເຈນນີ້ຖືກຕຳຢູ່ຫລັງທາດຫລວງ #ເສັ້ນທາງຫມ້ຽງເຈົ້າເກົ່າ #ແວ່ນລົດແມ່ນໄດ້ພັບເຂົ້າ ຖືກໃຜ ໃຜກໍ່ບໍ່ດີໃຈ ຖືກເຈນນີ້ ເຈນນີ້ກະຮູ້ສຶກບໍ່ດີຄືກັນ ແຊຣໃຫ້ຮອດຄົນທີ່ຕຳໃຫ້ໄດ້ຮັບຮູ້ ແລ້ວອອກມາຮັບຜິດຊອບ? ເບີເຈນນີ້ 020 77667722 ຖ້າຍັງບໍ່ເຫັນຄົນຜິດ ອອກມາຮັບຜິດຊອບ ຄິບທີ່ໄດ້ມາຈາກຮ້ານຂາຍເຄື່ອງໄຟຟ້າ ແລະ ຄິບຈາກກ້ອງຫລວງມື້ອື່ນ ເຈນຂໍໂພສລົງ?? ຄິບທີ່ຈະໂພສລົງບໍ່ໄດ້ມີເຈດຕະນາທີ່ຈະປະຈານ ແຕ່ງຢາກໃຫ້ນຳໂຕຄົນທີ່ຕຳມາຮັບຜິດຊອບ #ຖ້າມີຄົນໂທມາຮັບຜິດຊອບແປງໃຫ້ ເຈນກໍ່ຈະລົບໂພສນີ້ທັນທີ່?? โพสต์โดย Tonkham Phonchanheuang เมื่อ 13 มิถุนายน 2018 ຢ່າງໃດກໍ່ເອົາໃຈຊ່ວຍກໍ່ແລ້ວກັນເນາະ, ຢ່າລືມແຊຣໄປໃຫ້ຄູ່ກໍລະນີຂອງວສາວ …
Read More »ດີສົມລາຄາແທ້ຫລືບໍ່? ຮ່ວມທົດສອບ Huawei P20/P20 Pro ຢ່າງເປັນທາງການໃນລາວ
ເຊີນຮ່ວມງານເປີດຕົວ Huawei P20/ P20 Proຢ່າງເປັນທາງການໃນລາວ ວັນອາທິດ ວັນທີ 10 ມິຖຸນາ 2018 ນີ້… ໃນເດືອນເມສາທີ່ຜ່ານມາ ຫົວເຫວີຍໄດ້ເປີດຈອງສະມາດໂຟນລຸ້ນໃຫມ່HuaweiP20 /P20 pro ເຊິ່ງມີກະແສຕອບຮັບຈາກລູກຄ້າໃນປະເທດລາວຢ່າງລົ້ນຫລາມ, ຍອດຈອງທະລົ່ມທະລາຍ, ໂດຍສະເພາະສີທີ່ມາໃຫມ່ Twilight ທີ່ຍອດຈອງເຕັມຕັ້ງແຕ່ 3 ມື້ທຳອິດ. ສະນັ້ນ ເພື່ອເຮັດໃຫ້ທ່ານໄດ້ສຳພັດສະມາດໂຟນຕົວຈິງຂອງຫວົເຫວີຍP20/P20 Pro ສະມາດໂຟນທີ່ກ້ອງຖ່າຍຮູບດີທີ່ສຸດອັນດັບໜື່ງຂອງໂລກ ທັງໃນດ້ານການຖ່າຍຮູບແລະຖ່າຍວິດີໂອ ດ້ວຍຄະແນນສະເຫຼ່ຍຈາກ DxOMark109 ຄະແນນ, ທາງຫົວເຫວີຍມີຄວາມຍິນດີເຊີນທ່ານເຂົ້າຮ່ວມງານເປີດໂຕສະມາດໂຟນທີ່ທຸກຄົນລໍຖ້າຫຼາຍທີ່ສຸດຢູ່ລາວຢ່າງເປັນທາງການໃນວັນອາທິດທີ່ 10 ມິຖຸນາ 2018 ທີ່ສູນການຄ້າ ວຽງຈັນເຊັນເຕີ້ ຊັ້ນໜື່ງ ເວລາ 13:00 ເປັນຕົ້ນໄປ. ພາຍໃນງານຈະມີ Experience Zone ທີ່ແບ່ງອອກເປັນ 5 ໂຊນໃຫ້ທ່ານໄດ້ທົດລອງປະສິດທິພາບຂອງກ້ອງHuawei P20/P20 proໃນສະຖານະການຕ່າງໆຢ່າງເຕັມທີ່ບໍ່ວ່າຈະເປັນໂຊນ Master AI, …
Read More »ຫ້າມຂາຍ! ເຝີ, ເຂົ້າປຽກ, ເຂົ້າຜັດ ແລະ ເຂົ້າລາດໜ້າ ເກີນລາຄາເດັດຂາດ!
ເພື່ອເຮັດໃຫ້ລາຄາອາຫານຈານດ່ຽວປະເພດ ເຝີ, ເຂົ້າປຽກ, ເຂົ້າຜັດ ແລະ ເຂົ້າລາດໜ້າ ມີລາຄາທີ່ສົມເຫດສົມຜົນ, ຊ່ວຍຫຼຸດຜ່ອນຄ່າຄອງຊີບຂອງປະຊາຊົນໃຫ້ໄດ້ຮັບການແກ້ໄຂທີ່ດີຂຶ້ນເທື່ອລະກ້າວ ແລະ ທັງເປັນການຮອງຮັບປີທ່ອງທ່ຽວລາວ 2018. ດັ່ງນັ້ນທາງ ກະຊວງອຸດສາຫະກໍາ ແລະ ການຄ້າ ຈຶ່ງໄດ້ອອກແຈ້ງການ ເລກທີ 1310/ ຫອຄ .ກຄພນ ລົງວັນທີ 25 ພຶດສະພາ 2018 ວ່າດ້ວຍເລື່ອງ: ການທົດລອງ ຈັດຕັ້ງປະຕິບັດລາຄາຊີ້ນໍາ ອາຫານຈານດ່ຽວ ປະເພດ: ເຝີ, ເຂົ້າປຽກ, ເຂົ້າຜັດ ແລະ ເຂົ້າລາດໜ້າຢູ່ນະຄອນຫຼວງວຽງຈັນ ຫ້າມຂາຍເກີນຖ້ວຍລະ 15,000 ກີບ. ແຈ້ງການສະບັບນີ້ແມ່ນມີຜົນສັກສິດ, ຖ້າຫາກພົບເຫັນຜູ້ດຳເນີນທຸລະກິດໃດຂາຍເກີນລາຄາຊີ້ນຳ ແມ່ນໃຫ້ປະຕິບັດມາດຕະການຕາມທີ່ກຳນົດໄວ້ ໃນດຳລັດ 474/ນຍ. ຂໍຂອບໃຈຂໍ້ມູຸນຈາກ: FB/Support Prime Minister Thongloun Sisoulith
Read More »