ໃນວັນທີ 20 ພຶດສະພາ ໄດ້ມີຜູ້ໃຊ້ເຟສບຸກລາຍໜຶ່ງນາມວ່າ N Bua Soulisa ໄດ້ໂພສເຖິງສະຖານທີ່ທ່ອງທ່ຽວຊື່ດັງ ເຊິ່ງພໍແຕ່ໂພສເຮັດໃຫ້ມີກະແສວິພາກວິຈານ ແລະ ມີຄົນເຂົ້າມາສະແດງຄວາມຄິດເຫັນ ແລະ ມີການກົດໄລ້ ກົດແຊຣກັນຢ່າງຫຼວງຫຼາຍ ເຊິ່ງເນື້ອໃນທີ່ສາວຄົນນີ້ໄດ້ໂພສມີຢູ່ວ່າ: “ມື້ນີ້ມີເລື່ອງ ມາເລົ່າສູ່ຟັງ ທີ່⛲ຫີນຄັນນາ ວັນທີ່ 20.5.2018 ກົງກັບວັນອາທິດ ຂ້ອຍໄດ້ໄປພັກຜ່ອນກິນເຂົ້າແບບທຳມະຊາດເພື່ອພັກຜ່ອນ ຄ່າເຂົ້າສະຖານທີ່ແຫຼ່ງທ່ອງທ່ຽວ 45.000ກີບ ຄ່າຕູບ 30.000 ຄ່າສາດ 20.000 ຄ່າຫ້ອງເຂົ້າ 2000 ນ້ອງສາວຂໍເງິນໄປເຂົ້າຫ້ອງນໍ້າ 2000 ກີບ ຂ້ອຍເລີຍໃຫ້ໄປໃບ 20.000 ເຂົ້າຫ້ອງນໍ້າອອກມາກຳລັງຈ່າຍເງີນຄ່າເຂົ້າຫ້ອງນໍ້າ 2000 ແລ້ວພະນັກງານວ່າ ຂໍຄ່າຕົ່ງນໍ້າແນ່ຕຸກລະ 5000 ກີບ ນ້ອງກະຈ່າຍໄປເດັກນ້ອຍບໍ່ຮູ້ຫຍັງກະຈ່າຍໄປຕາມທຳມະດາ ຄິດວ່າເພີ່ນສິບໍ່ໄລ່ຄ່ານໍ້າ 2 ຕຸກທີ່ເອົາໄປຕົ່ງຢູ່ຫ້ອງນຳນັ້ນ ອອກມາລະວ່າ… ຂໍເກັບເງິນຄ່ານໍ້າແນ່ເດີ້ ຕຸກລະ 5000 ກີບ ນ້ອງຂ້ອຍກະຈ່າຍ ມາຮອດຕູບ ລະນ້ອງສາວມາບອກວ່າ ເຮົາໄປຕົ່ງນໍ້າຢູ່ຫ້ອງນໍ້າເຂົາເກັບເງິນຄ່ານໍ້າຕຸກລະ 5000 #ຂ້ອຍຫະ ຄ່າເຂົ້າໄປຂີ້ກະເສຍເງິນແລ້ວ …
Read More »ຂ່າວສັງຄົມ
ມາສ່ອງ! ເທນເນີ້ສາວໜ້າຫວານ ຫຸ່ນສຸດເຊັກຊີ່ (ອິດສາຫຸ່ນ)
ໂອ້ວ້າວວວວ! ຢາກຈະບອກວ່າມື້ນີ້ ຊະນີIndy ຈະພາມາລັດເລາະແຖວໆຟິດເນັດ ພໍດີໄປເຈິສາວຄົນໜຶ່ງສະດຸດຫູສະດຸດຕາ ໜ້າຕາຫວານໆ ແຕ່ຫຸ່ນນາງນັ້ນຟິດແອນເຟີມ ກ້າມແໜ້ນໆ ເປັນມັດໆ ເຊັກຊີ່ຮ້າຍຍຍ (ເຫັນຫຸ່ນແລ້ວອິດສາຄ່ອຍໆ 555)… ເລີຍໄດ້ໄປສ່ອງໂປຟາຍຂອງນາງມາຝາກແຟນໆນຳເດີ້!!! ສາວໜ້າຫວານຄົນນີ້ນາງມີຊື່ວ່າ ທິບພະພອນ ເພັງສະຫວັນ (ເຟື້ອງ) ອາຍຸ 30 ປີ ປະຈຸບັນນາງເປັນຄູເຝິກສອນອອກກຳລັງກາຍ (Trainer) ຢູ່ທີ່ Up2U Fitness ແລະ ນາງມີດີຼກຼີເປັນເຖິງອາດີດນັກກິລາບານບ້ວງທີມຊາດລາວ (Basketball) ແລະ ນາງຍັງເຄີຍເຂົ້າຮ່ວມປະກວດກິລາເພາະກາຍປະເພດ ໂມເດວ ທີ່ປະເທດໄທ ໃນງານ “Thailand International Expo 2017″ແລະ ໄດ້ລາງວັນອັນດັບທີ 7 ພຸ້ນໄດ໋ (ກໍ່ບໍ່ໜ້າແປກທີ່ໄດ້ ເພາະນາງກໍ່ເລີດດດ) ຕໍ່ຈາກນັ້ນນາງກໍ່ໄດ້ເຂົ້າແຂ່ງຂັນໃນງານ “Fitness Angel Modle” ທີ່ປະເທດໄທ ແລະ ຍັງຮ່ວມແຂ່ງຂັນໃນເວທີ “Mr. …
Read More »ເລີ່ມແລ້ວ! Laos Super Model 2018 ປີນີ້ຍິ່ງໃຫ່ຍອະລັງເວີ້!!!
ເບິ່ງກ້ອງ ໂພສທ່າ ຈິກຂາໄວໆ…ເລີ່ມແລ້ວເດີ້ໆໆໆ ສຳລັບໂຄງການ Laos Super Model 2018 ຜ່ານມາແບບສົດໆຮ້ອນໆໃນຊ່ວງທ້າຍອາທິດທີ່ຜ່ານມາ ກັບການຄັດເລືອກຜູ້ເຂົ້າແຂ່ງຂັນຈາກຫຼາຍຮ້ອຍຊີວິດໃຫ້ເຫຼືອພຽງ 60 ຄົນໃນວັນທີ 12 ພຶດສະພາ ແລະ ໃນວັນທີ 13 ພືດສະພາ ກໍ່ຄັດໃຫ້ເຫຼືອພຽງແຕ່ 20 ຄົນສຸດທ້າຍ… ບອກເລີຍວ່ານ້ອງໆທີ່ເຂົ້າປະກວດໃນປີນີ້ແຕ່ລະຄົນເລີດໆ ມີຄວາມໝັ້ນໃຈ ອາລົມນາງແບບ-ນາຍແບບມາເຕັມສຸດໆ, ລອງມາເບິ່ງຮູບພາບບັນຍາກາດຂອງການຄັດເລືອກກັນເບິ່ງເດີ້ ບອກເລີຍໜ້າຕາດີ ສູງຍາວ ຄວາມສາມາດເດັ່ນ ກັນທັງນ້ານນນນນ!!! ຮູບພາບຈາກ: Laos Super Model
Read More »ເຜັດໆໆໆ! ຊິນດີ້ ສິຣິນຍາ ໂຕແມ່ວົງການນາງແບບປະເທດເພື່ອນບ້ານ ຮ່ວມເປັນໂຄສໃນ Lao Super Model 2018
ຄຶກຄັກ ຄຶກຄຶ້ນ ເປັນກະແສມາແຮງອີຫລີເດີ້ໆໆໆ ສຳລັບການປະກວດ Laos Super Model 2018 ທີ່ປີນີ້ເປັນປີພິເສດທີ່ມີ ຊິນດີ້ ສິຣິນຍາ ບິຊອຟ ນາງແບບ-ນັກສະແດງໂຕແມ່ອີກໜຶ່ງຄົນຂອງວົງການບັນເທີງປະເທດເພື່ອນບ້ານ ມາເປັນ ໂຄສ ພິເສດຮັບເຊີນ ຮ່ວມກັບ ໂຄສ ຈາກລາວເຮົາອີກ 3 ທ່ານນັ້ນກໍຄື ວິລຸນາ ເພັດມະນີ (ຕ໋ອດ ລິນ່າ), ໂຄສ ສຸລິສັກ ວົງດວງດີ (ໂຕ້) ແລະ ໂຄສ ພະຈັນຄຳ ວົງໄຊ (ປ້ອງ), ເຊິ່ງໃນວັນທີ 12 ແລະ 13 ພຶດສະພາ ທີ່ຜ່ານມາກໍ່ມີການເປີດຕົວໂຄງການ ແລະ ຄັດເລືອກກັນໄປແບບອະລັງການ… ສຳລັບ ຊິນດີ້ ສິຣິນຍາ ເປັນໂຕແມ່ແຖວໜ້າຂອງວົງການບັນເທີງ ມີຜົນງານມາແລ້ວຫຼາກຫຼາຍຢ່າງທັງເດີນແບບ ສະແດງລະຄອນ ພິທີກອນ, ແຈ້ງເກີດໃນວົງການບັງເທີງດ້ວຍການປະກວດນາງງາມ ໄດ້ຮັບຕຳແໜ່ງ Miss …
Read More »ພາຮ່າງກາຍທີ່ບອບຊໍ້າຈາກຄົນຫຼາຍໃຈ ໄປຍ່າງເຂົ້າປ່າຟັງສຽງນໍ້າຕົກທີ່ “ນໍ້າຕົກຕາດ ອີ່ຕູ້”
ອົກຫັກ ແຟນຖິ້ມ ຜິດກັບໝູ່ ບໍ່ມີໝູ່ຄົບ ວຸ້ນວາຍໃຈເລື່ອງວຽກ-ເລື່ອງຮຽນ ມາໆ…ມາທາງນີ້ພີ້ເດີ້ຊຸມເຈົ້າ ໃນມື້ນີ້ ຂວັນໃຈ ພາທ່ຽວຈະພາໄປພັກຜ່ອນຢ່ອນໃຈ ຢ່າງເຂົ້າປ່າຈັກບຶດ 2ບຶດ, ເລີ່ມກ້າວເຂົ້າສູ່ລະດູຝົນແລ້ວເດີ້ ໄລຍະນີ້ແນມໄປທາງໃດກໍເຫັນແຕ່ຕົ້ນໄມ້ສີຂຽວເຕັມໄປໝົດ ນໍ້າຕົກຕາດຫຼາຍແຫ່ງເລີ່ມມີຊີວິດຊີວາ ແລະ ກັບມາສວຍງາມອີກເທື່ອໜຶ່ງ ເປັນໄລຍະທີ່ເໝາະແກ່ການໄປທ່ຽວ ເອົາຮ່າງກາຍໄປປະທະກັບອາຍຝົນ ແລະອາຍໝອກ, Trip ຂໍເອົາໃຈໝູ່ເພື່ອນຂາລຸຍທີ່ຮັກໃນການທ່ອງທ່ຽວ ແລະ ຮັກໃນທຳມະຊາດທັງຫຼາຍ ມາສ່ອງທຳມະຊາດທີ່ສວຍສົດ ງົດງາມ ອາກາດດີໆ ຕົ້ນໄມ້ສີຂຽວອຸ່ມທຸ່ມ ທີ່ເມືອງປາກຊ່ອງ ແຂວງຈຳປາສັກ ພາກໃຕ້ຂອງລາວເຮົານີ້ເດີ້ ທຳມະຊາດບ້ານເຮົາໃຜວ່າດ້ອຍໜ້າປະເທດອື່ນ ຈຸຈຸ ຫ້າມເວົ້າເດີ້… (ໃຜຖຽງດຽວ ຊະນີIndy ອິຕີປາກໃຫ້ເນ່ໆໆໆໆ 555 ) ເປັນທີ່ຮູ້ກັນດີວ່າ ປາກຊ່ອງບໍລະເວນ ເປັນເມືອງແຫ່ງກາເຟທີ່ປູກຈາກດິນພູເຂົາໄຟ ເຊິ່ງມີຄວາມອຸດົມສົມບູນຫຼາຍໆຢ່າງ ພູເຂົາສະຫຼັບຊັບຊ້ອນ ແລະ ອຸດົມສົມບູນໄປດ້ວຍແຫຼ່ງທ່ອງທ່ຽວຫຼາຍແຫ່ງ ທີ່ໂດດເດັ່ນອີກໜຶ່ງຢ່າງນັ້ນກໍຄືນໍ້າຕົກຕາດເຊິ່ງຢັ່ງຢາຍກັນຢູ່ຫຼາຍບ່ອນ ແຕ່ມື້ນີ້ເຮົາພິເສດແດ່ ເພາະຈະພາໄປເລາະພັກຜ່ອນແຖວ ນໍ້າຕົກຕາດອີ່ຕູ້. ແຕ່ກ່ອນອື່ນທີ່ເຮົາຈະໄປຫາປາຍທາງ ນໍ້າຕົ້ກຕາດອີ່ຕູ້ ເຮົາກໍ່ຕ້ອງໄດ້ຜ່ານເສັ້ນທາງ ໃນລະຫວ່າງທາງກ່ອນຈະຮອດເປົ້າໝາຍ …
Read More »