Breaking News

ຂ່າວສັງຄົມ

ໂອ້ວ້າວ! ມາສ່ອງ ຊຸດປະຈຳຊາດລາວ ທີ່ໃຊ້ເຂົ້າໃນການປະກວດ “Miss Tourism Queen International 2018”

ໂອ້ວ້າວ! ມາສ່ອງ ຊຸດປະຈຳຊາດລາວທີ່ ເມ ວະລິສະລາ ຕັງສຸວັນ ໃຊ້ເຂົ້າໃນການປະກວດ “Miss Tourism Queen International 2018” ເຊິ່ງໃນຊຸດປະຈຳຊາດທີ່ໃຊ້ເຂົ້າປະກວດໃນເທື່ອນີ້ແມ່ນມີຊື່ຊຸດວ່າ  “ຊຸດລາວຫຼວງພະບາງ” ໄດ້ແຮງບັນດານໃຈຈາກສະຕີຜູ້ສູງສັກແຫ່ງນະຄອນຫຼວງພະບາງ ໂດຍອອກແບບໃຫ້ປະສົມປະສານລວດລາຍທີ່ອອກແບບທີ່ລົງໂຕ, ເບິ່ງແລ້ວງົດງາມອ່ອນຊ້ອຍ ບົ່ງບອກເຖິງເອກະລັກລາວຢ່າງແທ້ຈິງ ແລະ ຊຸດປະຈຳຊາດນີ້ອອກແບບໂດຍ ຂຸນພິທັກ. ສຳລັບການປະກວດ  “Miss Tourism Queen International 2018” ແມ່ນຢູ່ໃນຊ່ວງທີ່ສາວງາມກຳລັງເກັບຕົວ ຮ່ວມກິດຈະກຳຕ່າງໆກັບທາງກອງປະກວດ, ຢ່າງໃດຄົນລາວເຮົາກໍ່ຢ່າລືມທຸ້ມເທຈິດໃຈເຊຍລາວເົຮາແດ່ເດີ້… #ຮັກລາວເຊຍລາວ ?? ຮູບພາບຈາກ: Varissara May Tangsouvanh

Read More »

(ບໍ່ຫຍຸ້ງຍາກອີກແລ້ວ) ແຈ້ງການ! ຍົກເລີກຂຽນແບບຟອມ ແຈ້ງເຂົ້າ-ອອກເມືອງ ຂອງພົນລະເມືອງລາວ ແລະ ຄົນຕ່າງດ້າວ

ແຈ້ງການຍົກເລີກ ຂຽນແບບຟອມແຈ້ງເຂົ້າ-ອອກເມືອງ ຂອງພົນລະເມືອງລາວ ແລະ ຄົນຕ່າງດ້າວ ທີ່ອາໃສຢູ່ໃນ ສປປ ລາວ (ດ່ານສາກົນສະໜາມບິນ 4 ແຫ່ງ)  ນັກເດີນທາງມີເຮ…ຕໍ່ຈາກນີ້ຈະບໍ່ມີຄວາມຫຍຸ້ງຍາກ ຈະເດີນທາງໄປໃສມາໃສກໍຈະສະດວກສະບາຍຂຶ້ນແລ້ວເດີ້ ເພາະບໍ່ໄດ້ຂຽນຟອມເຂົ້າ-ອອກເມືອງໃຫ້ຫຍຸ້ງຍາກຄືເກົ່າແລ້ວ. ທາງກົມໃຫຍ່ສັນນິບານ ກະຊວງປ້ອງກັນສະຫງົບ ໄດ້ອອກແຈ້ງການໃນວັນທີ 26 ເມສາ 2018 ທີ່ຜ່ານມາວ່າ ໄດ້ຍົກເລີກການຂຽນແບບຟອມແຈ້ງເຂົ້າ-ອອກເມືອງ ຂອງພົນລະເມືອງລາວ ແລະ ຄົນຕ່າງດ້າວທີ່ອາໄສ ຢູ່ ສປປ ລາວ. ຢູ່ສະເພາະ 4 ດ່ານຂອງສະໜາມບິນ ຄື: ສະໜາມສາກົນວັດໄຕ, ສະໜາມບິນສາກົນຫຼວງພະບາງ, ສະໜາມບິນສາກົນສະຫວັນນະເຂດ ແລະ ສະໜາມບິນສາກົນປາກເຊ. ສ່ວນດ່ານສາກົນອື່ນໆແມ່ນຕ້ອງໄດ້ຂຽນແບບຟອມຄືເກົ່າ. ສຳລັບ, ຄົນຕ່າງປະເທດ ແລະ ບໍ່ມີສັນຊາດ ແມ່ນຍັງໄດ້ຂຽນຟອມເຂົ້າ-ອອກເມືອງຕາມລະບຽບການຄືເກົ່າ, ຈົນກວ່າຈະມີແຈ້ງການເພີ່ມຕື່ມ.

Read More »

ດວງປະຈຳວັນ ພະຫັດ, ວັນທີ 10 ພຶດສະພາ 2018

• ວັນອາທິດ ການເງິນ: ຍັງຢູ່ໃນສະພາວະຊົງຕົວ ແຕ່ກໍ່ຍັງບໍ່ສາມາດໃຊ້ເງິນເປືອງໄດ້ຄືແຕ່ກ່ອນໄດ້ນັ້ນເອງ ວຽກງານ: ວຽກຄ້ອນຂ້າງຫຍຸ້ງ ແລະ ເລັ່ງດ່ວນຫຼາຍ ແລະ ໃນໄລຍະນີ້ຈະພົບອຸປະສັກຕ່າງໆ ໃນເລື່ອງຂອງວຽກ ເປັນເລື່ອງຂອງເອກະສານສັນຍາ ການເຈລະຈາສົ່ງຜົນເຮັດໃຫ້ເກີດຄວາມຊັກຊ້າ ຄວາມຮັກ: ຈະພົບຄົນເກັ່ງ ໃຈຮ້ອນ ມີຄວາມສາມາດ ມີລັກສະນະເປັນຜູ້ນໍາ ຈະພົບຄົນທີ່ຖືກໃຈໃນໄລຍະນີ້ກໍ່ເປັນໄດ້ • ວັນຈັນ ການເງິນ: ມີຄວາມກັງວົນໃຈໃນການໃຊ້ຈ່າຍ ແລະ ການໃຊ້ເງິນ ໃນໄລຍະນີ້ຕ້ອງວາງແຜນການໃຊ້ຈ່າຍໃຫ້ຮອບຄອບ ແລະ ຮັດກຸມ ວຽກງານ: ມີຄວາມກັງວົນໃຈໃນເລື່ອງຂອງວຽກ ແລະ ເມື່ອຍເພາະພາລະຄ້ອນຂ້າງຫຼາຍໃນໄລຍະນີ້ ຈຶ່ງສົ່ງຜົນເຮັດໃຫ້ວຽກເກີດຄວາມລ່າຊ້າ ຄວາມຮັກ: ຍັງບໍ່ຕັດສິນໃຈໃນເລື່ອງເຫຼົ່ານີ້ ແຕ່ຖ້າຫາກໄດ້ພົບໃຜເຂົ້າມາໃນໄລຍະນີ້ຈະເປັນຄົນອາຍຸຫຼາຍກວ່າ • ວັນອັງຄານ ການເງິນ: ມີໂຊກຈະໄດ້ເງິນເຂົ້າມາເພີ່ມຕຶ່ມເພີ່ມຂຶ້ນຢ່າງເປັນໂຊກ ໃນໄລຍະນີ້ດວງຊະຕາດ້ານການເງິນຈະຄ່ອຍໆດີຂຶ້ນເລື້ອຍໆ ວຽກງານ: ມີເປົ້າໝາຍໃນການເຮັດວຽກທີ່ຈະນໍາພາຕົນເອງໄປສູ່ຄວາມສໍາເລັດໄດ້ສະເໝີ ມີໂອກາດໄດ້ເລື່ອນຂັ້ນເລື່ອນຕໍາແໜ່ງ ແລະ ຖືກເວົ້າເຖິງໃນທາງທີ່ດີ ຄວາມຮັກ: ຍັງບໍ່ມີເຫດການໃດໆປ່ຽນແປງປານໃດ ສະຖານະການຍັງຢຸດນິ່ງ …

Read More »

“ການຄ້າມະນຸດ” ເປັນອາຊະຍາກໍາທີ່ຮ້າຍແຮງ ມີໂທດປະຫານຊີວິດ!!!

“ການຄ້າມະນຸດ” ທີ່ເປັນອາຊະຍາກໍາທີ່ຮ້າຍແຮງ ມີລັກສະນະຂ້າມຊາດ ແລະມີການຈັດຕັ້ງ ການກະທໍາດັ່ງກ່າວເປັນການລະເມີດສິດທິພື້ນຖານ ແລະກຽດສັກສີຂອງຄວາມເປັນມະນຸດ ສະບາຍດີແຟນໆ ຂວັນໃຈ ທຸກໆຄົນໃນມື້ນີ້ຈະແນະນຳກ່ຽວກັບກົດໝາຍຄວນຮູ້ໃກ້ຕົວ ທີ່ຈະຊ່ວຍໃຫ້ທຸກໆຄົນແກ້ໄຂບັນຫາໄດ້ຢ່າງມີສະຕິ ເມື່ອຕ້ອງປະເຊີນຂໍ້ຂັດແຍ່ງໃນຊີວິດປະຈຳວັນ ເວົ້າເຖິງເລື່ອງ “ການຄ້າມະນຸດ” ທີ່ເປັນອາຊະຍາກໍາທີ່ຮ້າຍແຮງ ມີລັກສະນະຂ້າມຊາດ ແລະມີການຈັດຕັ້ງ ການກະທຳດັ່ງກ່າວເປັນການລະເມີດສິດທິພື້ນຖານ ແລະກຽດສັກສີຂອງຄວາມເປັນມະນຸດ ເນື່ອງຈາກ ມະນຸດໄດ້ຫຼຸດຄຸນຄ່າ ຖືກປະຕິບັດຄືດັ່ງ ວັດຖຸສິ່ງຂອງ ຫຼືສິນຄ້າ ຕົກເປັນເປົ້າໝາຍຂອງການຂູດຮີດ ເປັນຕົ້ນແມ່ນ ດ້ານແຮງງານ, ທາງເພດ (ໂດຍສະເພາະແມ່ຍິງ) ແລະອື່ນໆ ກ່ອນອື່ນເຮົາມາທຳຄວາມເຂົ້າໃຈກັບ ນິຍາມ ຂອງການຄ້າມະນຸດ ອີງຕາມກົດໝາຍວ່າດ້ວຍ ການຕ້ານການຄ້າມະນຸດ (2015) ມາດຕາ 2 “ການຄ້າມະນຸດ” ແມ່ນ ການຊອກຫາ, ລັກພາຕົວ, ການເຄື່ອນຍ້າຍ, ການຂົນສົ່ງ ຫຼືນຳສົ່ງ, ຮັບເອົາຄົນຢູ່ພາຍໃນ ຫຼື ຕ່າງປະເທດ, ການໃຫ້ບ່ອນພັກເຊົາ ຫຼື ລີ້ຊ່ອນດ້ວຍການຂົນຂວາຍ, …

Read More »

ຕາມກົດໝາຍວຽກທີ່ບໍ່ອະນຸຍາດ ໃຫ້ແມ່ຍິງຖືພາ ແລະ ແມ່ລູກອ່ອນເຮັດ ມີຫຍັງແດ່?

ມາເດີ້…ແມ່ຍິງຖືພາ ແລະ ແມ່ລູກອ່ອນທີ່ມີລູກນ້ອຍ ອາຍຸຕ່ຳກວ່າ 1 ປີ ມາຟັງທາງນີ້!! ຢາກຮູ້ບໍ່ວ່າ ອີງຕາມກົດໝາຍວ່າດ້ວຍແຮງງານ ສະບັບປັບປຸງ (ປີ 2014) ເພິ່ນກໍານົດວ່າ ວຽກໃດແດ່ທີ່ບໍ່ອະນຸຍາດໃຫ້ພວກເຈົ້າເຮັດ? ມາອ່ານພ້ອມກັນເລີຍ ມາດຕາ 97 (ປັບປຸງ) ການນໍາໃຊ້ແຮງງານເພດຍິງທີ່ຖືພາ ຫຼືໃນໄລຍະລ້ຽງລູກນ້ອຍ ວຽກທີ່ບໍ່ອະນຸຍາດໃຫ້ເຮັດ ສຳລັບຜູ້ອອກແຮງງານເພດຍິງ ທີ່ຖືພາ ແລະ ໃນໄລຍະລ້ຽງລູກນ້ອຍ ທີ່ມີອາຍຸຕ່ຳກວ່າ 1 ປີ ມີດັ່ງນີ້: ວຽກເຮັດເທິງຮ້ານ ທີ່ມີຄວາມສູງກວ່າ 2 ແມັດ; ວຽກຍົກ ແລະລາກແກ່ດ້ວຍມື, ແບກ, ຫາມ, ຫາບ ວັດຖຸສິ່ງຂອງ ທີ່ມີນ້ຳໜັກເກີນກວ່າ 10 ກິໂລກຣາມ; ວຽກກາງຄືນ; ວຽກເພີ່ມໂມງ ແລະ ວຽກໃນວັນພັກ; ວຽກທີ່ຕ້ອງໄດ້ຢືນເປັນເວລາ 2 ຊົ່ວໂມງຕິດຕໍ່ກັນ; ວຽກທີ່ໄດ້ກຳນົດໄວ້ໃນ …

Read More »