Breaking News

ຂ່າວສັງຄົມ

ເປີດໃຈຄັ້ງທຳອິດ! ກັບອາຊີບທີ່ສາວໆຫຼາຍຄົນໄຝ່ຝັນ “Airhostess” ສາວແອກໍບໍ່ໄດ້ແຕກຕ່າງຈາກອາຊີບອື່ນ!!!

“ອາຊີບທີ່ແມ່ຍິງສ່ວນຫຼາຍໃຝ່ຝັນຢາກເປັນ ແລະ ຍັງຕັ້ງສາຍາໃຫ້ວ່າເປັນນາງຟ້າໃນເຄື່ອງບິນນັ້ນ ຄືເຮົາຮູ້ຫັ້ນແຫຼະເນາະວ່າ ກ່ອນທີ່ໃຜຈະເຂົ້າໄປຢູ່ຈຸດນັ້ນໄດ້ມັນບໍ່ແມ່ນເລື່ອງງ່າຍໆ” ອາຊີບທີ່ສາວໆໃຝ່ຝັນຢາກເປັນຫຼາຍທີ່ສຸດແມ່ນຫຍັງ? ໜຶ່ງໃນຄຳຕອບອັນດັບຕົ້ນໆ ຕ້ອງແມ່ນ ພະນັກງານຕ້ອນຮັບເທິງເຮືອບິນ ຫຼື ແອໂຮສເຕດ (Airhostess)ຢ່າງແນ່ນອນ ເພາະເປັນອາຊີບທີ່ຖືກຂະໜານນາມວ່າ “ນາງຟ້າ” ຟັງແລ້ວຈັ່ງແມ່ນຟຸ້ງຟິ້ງ ສູງສົ່ງ ສະຫງ່າງາມເຫຼືອເກີນ ແລ້ວການທີ່ຈະໄດ້ເປັນ ນາງຟ້າ ຂອງສາຍການບິນຕ່າງໆ ມັນຍາກງ່າຍແນວໃດ ມື້ນີ້ ຂວັນໃຈ ເຮົາມີຄຳຕອບ ຈາກປະສົບການຕົວຈິງຂອງນາງຟ້າສາຍການບິນດັງເລີຍໃດ .. ມາຮອດສາວແອ (Air hostess) ຄົນທີ 2 ແລ້ວ ນາງຊື່ວ່າ ຈາລິຍາ ນາເໝືອງຮັກ (ປ໋ອກ) ອາຍຸ 26 ປີ ຈົບການສຶກສາ ຈາກສະຖາບັນການທະນາຄານ ສາຂາ ການເງິນ-ການບັນຊີ ແລະ ພາສາອັງກິດ ລະດັບປະລິນຍາຕີ ນອກຈາກນາງມີຮູບຮ່າງໜ້າຕາທີ່ງົດງາມແລ້ວ ນາງຍັງມີນໍ້າສຽງດີ ມີນໍ້າສຽງທີ່ມ່ວນຫູອີກ ຈົນນາງໄດ້ເປັນນັກຮ້ອງປະຈໍາສາຍການບິນ …

Read More »

ວາລະສານ ຂວັນໃຈ ມອບເງິນຊ່ວຍເຫຼືອສັງຄົມ 74 ລ້ານກວ່າກີບ ໃຫ້ກັບສູນໃຫ້ຄຳປຶກສາແມ່ຍິງ ແລະ ເດັກນ້ອຍ

ໃນຕອນບ່າຍມື້ນີ້ ວັນທີ 3 ພຶດສະພາ 2018, ຢູ່ທີ່ ສູນກາງສະຫະພັນແມ່ຍິງລາວ,​ ນະຄອນຫຼວງວຽງຈັນ ໄດ້ມີພິທີ ມອບ-ຮັບ ຍອດເງິນບໍລິຈາກ ທັງໝົດ 74.382.000 ກີບ ຈາກໂຄງການ ປັ່ນລົດຖີບເພື່ອການກຸສົນ BIKE FOR HER 2018 ທີ່ຈັດຂຶ້ນໃນວັນທີ 3 ມີນາ 2018 ທີ່ຜ່ານມາ ຢູ່ທີ່ສວນເຈົ້າອານຸວົງ, ຈັດຂຶ້ນໂດຍ ວາລະສານ ຂວັນໃຈ  ຮ່ວມກັບ  ສະຫະພັນລົດຖີບນະຄອນຫຼວງວຽງຈັນ ແລະ ສະມາຄົມ ນັກທຸລະກິດແມ່ຍິງລາວ.  ໂດຍການກ່າວມອບຂອງທ່ານ ນາງ ວັນທະວີ ສຸພານຸວົງ ບັນນາທິການ ວາລະສານຂວັນໃຈ ແລະ ທ່ານ ນາງ ເກດສະຫວັນ ປັນຍາທິບ ຜູ້ອຳນວຍການສ້າງ ວາລະສານ ຂວັນໃຈ ພ້ອມດ້ວຍທີມງາມຮັບຜິດຊອບຈັດງານ ແລະ ໃຫ້ກຽດກ່າວຮັບໂດຍທ່ານ …

Read More »

ຊົມເຊີຍ! ບັນດານັກຮຽນເກັ່ງລະດັບປະເທດ 2018 #ແຊຣໄປໃຫ້ໂລກຮູ້ເຍົາວະຊົນລາວຄົນເກັ່ງ

ໃນວັນທີ 28 ເມສາ 2018 ທີ່ຜ່ານມາ ຢູ່ທີ່ ສະໂມສອນໃຫ່ຍ ມະຫາວິທະຍາໄລແຫ່ງຊາດ ໄດ້ມີການປະກາດຜົນການສອບເສັງນັກຮຽນເກັ່ງຊັ້ນມັດທະຍົມສຶກສາລະດັບຊາດ ປະຈຳສົກຮຽນ 2017-2018, ຄັ້ງວັນທີ 24-27 ເມສາ 2018. (ຂໍຊົມເຊີຍນ້ອງໆນັກຮຽນເກັ່ງທຸກໆຄົນ #ແຊຣໄປໃຫ້ໂລກຮູ້ເຍົາວະຊົນລາວຄົນເກັ່ງ)  ສຳລັບລາຍຊື່ນັກຮຽນເກັ່ງມີດັ່ງຕໍ່ໄປນີ້: ສາຍວິຊາ ພາສາລາວ ວັນນະຄະດີ: ອັນດັບທີ1 ນາງວັນວິໄລ ເພັດສະໄພວັນ ຈາກ ມສ ໂພນໄຊ ນະຄອນປາກເຊ ແຂວງຈຳປາສັກ; ອັນດັບ2 ນາງຈັນຕຸລາ ພົນວິໃສ ຈາກມສ ພອນສະຫວັນຊົນເຜົ່າ ນະຄອນຫຼວງວຽງຈັນ ແລະອັບດັບ3 ນາງວັນ ສຸດທິດາ ມສ ນະຄອນໄຊ ເມືອງຄຳເກິດ ແຂວງບໍລິຄຳໄຊ. ສາຍວິຊາ  ຄະນິດສາດ ອັບດັບ 1 ທ້າວ ຮີຢ່າງ ຈາກມສ ໄຊຍະບູລີ …

Read More »

ບິໂບ່ ດວງພະໄທ ນາງສາວລາວ 2017 ຮ່ວມເປີດໂຕສະປາລະດັບຫຼູຫຼາ “Senses Day Spa Vientiane” ທີ່ ໂຮງແຮມ ຄຣາວ ພລາຊ່າ

ໂຮງແຮມ ຄຣາວ ພລາຊ່າ ວຽງຈັນ ໄດ້ເປີດຕົວ ສະປາ ແຫ່ງໃໝ່ ເຊັນເຊັສ ເດ ສະປາ ວຽງຈັນ (Senses Day Spa Vientiane)  ນະຄອນຫຼວງວຽງຈັນ, ປະເທດລາວ, ວັນທີ 2 ພຶດສະພາ 2018 ໂຮງແຮມ ຄວາວ ພລ່າຊ່າ ວຽງຈັນ ໄດ້ ເປີດຕົວສະປາ ລະດັບຫຼູທີ່ດີທີ່ສຸດໃນເມືອງ ເພື່ອເປັນຕົວເລືອກສຳລັບແຂກທີ່ຕ້ອງການບຳບັດ ແລະ ຜ່ອນຄາຍດ້ວຍວິທີທຳມະຊາດ. ທ່ານ ອໍລິເວີ້ ຣອນ ຜູ້ຈັດການໃຫ່ຍຂອງ ໂຮງແຮມ ຄວາວ ພລ່າຊ່າ ວຽງຈັນ ແລະ ນາງສາວລາວ 2017 ນາງ ດວງພະໄທ ເມກສີທອງ ໄດ້ໃຫ້ກຽດຕັດໂບເພື່ອເປີດໂຕຢ່າງເປັນທາງການ, ເຊັນເຊັສ ເດ ສະປາ ວຽງຈັນ ໂດຍ Ytsara ຕັ້ງຢູ່ເທິງຊັ້ນ 3 …

Read More »

ຮູ້ໄວ້ບໍ່ເສຍປຽບ! ວິທີການຄິດໄລ່ເງິນ OT ຫຼືວຽກເພີ່ມໂມງ

ເພື່ອໃຫ້ເຂົ້າກັບວັນ ກຳມະກອນສາກົນ (INTERNATIONAL LABOUR DAY) ຂວັນໃຈ ເຮົາຈຶ່ງໄດ້ໄປຊອກຄວາມຮູ້ດີໆມາຝາກໝູ່ເພື່ອນທຸກຄົນ, ເວລາທີ່ເຮັດວຽກເພີ່ມໂມງ ຫຼື OT ແລ້ວ ເຄີຍສົງໄສບໍ່ວ່າ ເພິ່ນມີວິທີຄິດໄລ່ເງິນ OT ໃຫ້ເຮົາແນວໃດ? ຫຼືບາງຄົນອາດຢາກລອງຄິດໄລ່ເງິນ OT ດ້ວຍຕົນເອງ ເພື່ອປ້ອງກັນການຖືກເອົາປຽບ ຈາກນາຍຈ້າງ ກໍສາມາດເບິ່ງຕາມສູດທີ່ໄດ້ລະບຸໄວ້ໃນກົດໝາຍວ່າດ້ວຍແຮງງານ ສະບັບປັບປຸງ (2014) ໄດ້ດັ່ງນີ້: ມາດຕາ 114. ຄ່າເຮັດວຽກເພີ່ມໂມງ: “ຄ່າເຮັດວຽກເພີ່ມໂມງ ຂອງວັນເຮັດວຽກປົກກະຕິ ນັບແຕ່ເວລາ 17 ໂມງ ຫາ 22 ໂມງ ຈະໄດ້ຮັບເງິນຄ່າແຮງງານເພີ່ມ ເທົ່າກັບ 150% ຂອງຄ່າແຮງງານປົກກະຕິ. ຄ່າເຮັດວຽກເພີ່ມໂມງ ຂອງວັນເຮັດວຽກປົກກະຕິ ນັບແຕ່ເວລາ 22 ໂມງ ຫາ 6 ໂມງເຊົ້າ ຈະໄດ້ຮັບເງິນຄ່າແຮງງານເພີ່ມ ເທົ່າກັບ 200% …

Read More »