Breaking News

ຂ່າວສັງຄົມ

ຮືຮາ! ຝຣັ່ງຂັບລົດຈຳໂບ້ (ຝຣັ່ງຄົນນີ້ແມ່ນໃຜ?)

ເປັນທີ່ຮືຮາໃນໂລກອອນລາຍເມື່ອມີຮູບພາບຂອງ ຝຣັ່ງນຸ່ງເສື້ອສີດຳ ກຳລັງຂັບລົດຈຳໂບ້… ເຫັນແນວນີ້ຕ່ອມຄວາມສົງໃສ ຫຼື ເອີ້ນແບບງ່າຍໆວ່າຕ່ອມເຜືອກ (555) ຂອງ ຊະນີIndy ກໍເຮັດວຽກທັນທີ ເລີຍໄດ້ໄປສືບເອົາຂໍ້ມູນມາຝາກແຟນໆ ແລະ ໄດ້ຮູ້ມາວ່າ ຝຣັ່ງຄົນນີ້ມີຊື່ວ່າ Jeppe Bauer Carlsen ເປັນຄົນສັນຊາດ ເດັນມາກ ຫຼື ເອີ້ນງ່າຍໆວ່າ ອ້າຍ ເຈຟພີ້ ເຊິ່ງເພິ່ນເປັນຝຣັ່ງທີ່ອາໃສໃນປະເທດລາວເຮົາມາຫຼາຍປີ  ມີຄວາມຮັກ ແລະ ຜູກພັນກັບການດຳລົງຊີວິດ ຮີດຄອງປະເພນີຂອງລາວເຮົາ ແລະ ເພິ່ນຍັງເປັນຜູຸ້ດຳເນີນລາຍການ “ຝຣັ່ງພັນລາວ” ນັ້ນເອງ. ສຳລັບລາຍການ “ຝຣັ່ງພັນລາວ” ເປັນລາຍການນີ້ມີຄວາມພິເສດຫຼາຍ ເພາະມີຜູ້ດຳເນີນລາຍການເປັນຊາວຕ່າງຊາດທີ່ເວົ້າສຳນຽງພາສາລາວໄດ້ຢ່າງຈະແຈ້ງ ແລະ ມີເອກະລັກສະເພາະຕົວ ແລະ ນີ້ຖືເປັນປາກົດການໃໝ່ຂອງລາຍການລາວເຮົາ ທີ່ມີຝຣັ່ງເວົ້າລາວມາດຳເນີນລາຍການບອກເລີຍວ່າຝຣັ່ງຄົນນີ້ເວົ້າລາວໄດ້ແຈ້ງ ແລະ ໜ້າຮັກຫຼາຍໆ, ຢ່າລືມຕິດຕາມລາຍການ  “ຝຣັ່ງພັນລາວ” ອົດໃຈລໍຖ້າເບິ່ງວິດີໂອເຕັມໆໄວໆນີ້ ຝຣັ່ງຄົນນີ້ຈະມາສ້າງຄວາມສຸກ ຄວາມມ່ວນຊື່ນໃຫ້ແຟນໆແນ່ນອນ. ຮູບພາບຈາກ: Falang ພັນລາວ  

Read More »

ເຊັນສັນຍາສະໜັບສະໜູນຫຼັກການແຂ່ງຂັນກິລາເພາະກາຍປະຈຳປີ 2018 (Mr and Miss Fitness lao 2018)

ນະຄອນຫຼວງວຽງຈັນ ວັນທີ 16 ມີນາ 2018 ທີ່ຜ່ານມາ ໄດ້ມີການເຊັນສັນຍາສະໜັບສະໜູນຫຼັກການແຂ່ງຂັນກິລາເພາະກາຍປະຈຳປີ 2018 ເປັນກຽດເປັນປະທານໃນງານໂດຍທ່ານ ສົມພູ ພົງສາ ຜູ້ຊ່ວຍລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ/ຮອງປະທານເລຂາທິການຄະນະກຳມະການໂອແລມປິກແຫ່ງຊາດລາວ ແລະ ທ່ານ ສະຖາພອນ ພິຈິດ ປະທານບໍລິສັດ ວຽງຈັນຟິດເນັສ ແລະ ພ້ອມດ້ວຍຄະນະສະຫະພັນກິລາເພາະກາຍແຫ່ງຊາດລາວ ແລະ ນັກຂ່າວສື່ມວນຊົນ. ເພື່ອເປັນການສືບຕໍ່ການແຂ່ງຂັນໃຫ້ເປັນປົກກະຕິໃນທຸກໆປີ ເຊິ່ງໃນປີທີ່ຜ່ານມາໄດ້ຈັດປະກວດ Mr lao 2017 ຂຶ້ນທີ່ຫໍວັັດທະນະທໍາ ເຊິ່ງໄດ້ຮັບການສົນໃຈຈາກນັກກິລາ ປະຊາຊົນ ແລະ ສຳນັກຂ່າວຕ່າງໆຢ່າງຫຼວງຫຼາຍ ແລະ ເພື່ອເປັນການສ້າງໃຫ້່ມີນັກກິລາເຂົ້າແຂ່ງຂັນເວທີນາໆຊາດ ຫຼື ປະຊາຊົນທົ່ວປະເທດໃຫ້ຄວາມສົນໃຈອອກກຳລັງກາຍໃສ່ໃຈສຸຂະພາບກວ່ານີ້ ແລະ ການຈະຫຍາຍສູນອອກກຳລັງກາຍໃຫ້ໄປທຸກຂົງເຂດທົ່ວປະເທດ ດັ່ງນັ້ນຈຶ່ງຈຳເປັນຕ້ອງໄດ້ມີການສ້າງຂະບວນການແຂ່ງຂັນຢ່າງຕໍ່ເນື່ອງ ບໍ່ສະເພາະແຕ່ຈັດການແຂ່ງຂັນສະເພາະກາຍປະຈຳປີເທົ່ານັ້ນ ເຊິ່ງໃນອະນາຄົດຈະຂໍອະນຸມັດບັນຈຸເຂົ້າກິລາແຫ່ງຊາດ ແລະ ຮ່ວມແຂ່ງຂັນນາໆຊາດອີກດ້ວຍ ເຖິງຢ່າງໃດກໍຕາມການແຂ່ງຂັນກໍຈຳເປັນຕ້ອງໄດ້ໃຊ້ງົບປະມານສູງສົມຄວາມຕໍ່ການແຂ່ງຂັນນັ້ນໆ ເຊິ່ງມັນກໍເກີນກຳລັງແຮງຂອງສະຫະພັນກິລາເພາະກາຍຈະສາມາດຈັດເອງໄດ້ໂດຍລຳພັງ ເນື່ອງຈາກງົບປະມານກໍຈຳກັດ ຊຶ່ງທຸກຄົນໃນຄະນະສະຫະພັນໄດ້ທຸ້ມເທທຸກສະຕິປັນຍາ ແລະ …

Read More »

ຖືກໃຈຄົນມັກນອນ! 16 ມີນາ 2018 ວັນນອນຫຼັບໂລກ (World Sleep Day)

ການນອນເອີ້ນໄດ້ວ່າເປັນກິດຈະກຳສຳຄັນໃນຊີວິດເລີຍກໍວ່າໄດ້ ເພາະການນອນເຮັດໃຫ້ທຸກສ່ວນຂອງຮ່າງກາຍໄດ້ຢຸດພັກ ໄດ້ສ້ອມແຊມ ປັບສົມດູນ ແລະ ຟື້ນຟູທຸກສ່ວນຕ່າງໆຂອງຮ່າງກາຍ ແລະ ສະໝອງ ໃນ 1 ມື້, ເຮົາຄວນໃຊ້ເວລາໃນການນອນໃຫ້ພຽງພໍຢ່າງໜ້ອຍມື້ລະ 8 ຊົ່ວໂມງ ແຕ່ຍັງມີຄົນຈຳນວນບໍ່ໜ້ອຍທີ່ລະເລີຍ ອາດຈະບໍ່ໃສ່ໃຈໃນການນອນຫຼັບພັກຜ່ອນຢ່າງພຽງພໍ ດ້ວຍສາເຫດນີ້ເພື່ອຕ້ອງການລົນນະລົງໃຫ້ທຸກໆຄົນໃນໂລກຫັນມາໃສ່ໃຈໃນຄວາມສຳຄັນຂອງການນອນ ທາງສະມາຄົມການແພດ(World Association of Sleep Medicine : WASM) ຈື່ງໄດ້ມີການກຳໜົດໃນວັນສຸກຂອງ ອາທິດທີ 2 ໃນເດືອນມີນາຂອງທຸກປີ ໃຫ້ເປັນ ວັນ ນອນຫຼັບໂລກ ເຊິ່ງໃນປີນີ້ກົງກັບວັນທີ 16 ມີນາ 2018 ນັ້ນເອງ. ສຳລັບວັນນອນຫຼັບໂລກມີຂຶ້ນຄັ້ງທຳອິດໃນວັນທີ 14 ມີນາ 2008 ຫຼັງຈາກນັ້ນກໍໄດ້ຈັດຕິດຕໍ່ກັນມາເລື້ອຍໆທຸກໆປີ ເຊິ່ງໃນແຕ່ລະປີຈະມີັການຕັ້ງຄຳຂວັນປະຈຳປີນັ້ນໆຂຶ້ນມາ ເພື່ອດຶງດູດຄວາມສົນໃຈຂອງຜູ້ຄົນ ໂດຍປີ 2018 ໄດ້ມີກຳໜົດຄຳຂວັນອອກມາວ່າ  “Join the Sleep World, …

Read More »

ວັດພັງເສຍຫາຍຢ່າງໜັກ ຍ້ອນໄພທຳມະຊາດພາຍຸພັດຖະຫຼົ່ມ ໃນວັນທີ 14 ມີນາ 2018

ຈາກການລາຍງານຄວາມຄືບໜ້າຂອງຜູ້ໃຊ້ ເຟສບຸກ ລາຍໜຶ່ງເຮັດໃຫ້ໄດ້ຊາບວ່າ ວັດ ບ້ານ ໂນນຄູ້ ເມືອງ ຊົນນະບູລີ ແຂວງສະຫວັນນະເຂດ ເສຍຫາຍໜັກ ຈາກຜົນກະທົບພາຍຸເຂົ້າຢ່າງຮຸນແຮງ ໃນວັນທີ 14 ມີນາ 2018. (ໃຫ້ຮູບພາບເລົ່າເລື່ອງ ເບິ່ງແລ້ວນໍ້າຕາສິໄຫຼ) ຂໍສະແດງຄວາມເສຍໃຈຫຼາຍໆ ແລະ ຫວັງວ່າວັດດັ່ງກ່າວຈະໄດ້ຮັບການຊ່ວຍເຫຼືອບູລະນະສ້ອມແປງຢ່າງເຮັ່ງດ່ວນ… ຂອບໃຈຮູບພາບຈາກ: Lamphay Ktl

Read More »

ລູກຫຼານລາວພູມໃຈ! ກຽມສະເໜີຂຶ້ນທະບຽນ ລຳວົງລາວ ເປັນມໍລະດົກໂລກ

ໃນ​ວັນ​ທີ 9 ມີນາ 2018 ທີ່​ນະຄອນຫຼວງ​ວຽງຈັນ, ​ໄດ້​ຈັດ​ກອງ​ປະຊຸມ ລະດົມ​ແນວ​ຄວາມ​ຄິດ​ ກ່ຽວ​ກັບ​ວຽກ​ງານ​ມໍ​ລະ​ດົກ ​ວັດທະນະທຳ​ຂອງ​ມວນ​ມະນຸດ (​ໂລກ), ​ໂດຍ​ການ​ເປັນ​ປະທານ​ຂອງ​ທ່ານ ບົວ​ເງິນ ຊາ​ພູ​ວົງ ຮອງ​ລັດຖະມົນຕີ ​ກະຊວງ​ຖະ​ແຫຼງຂ່າວ, ວັດທະນະທຳ​ ແລະ ທ່ອງ​ທ່ຽວ, ມີ​ບັນດາ​ຫົວໜ້າ​ກົມ, ຮອງ​ກົມ, ພ້ອມ​ດ້ວຍ​ພາກສ່ວນ​ກ່ຽວຂ້ອງ​ ເຂົ້າຮ່ວມ. ກອງ​ປະຊຸມດັ່ງກ່າວ, ​ແມ່ນ​ຈະ​ໄດ້​ພ້ອມ​ກັນ​ຄົ້ນຄວ້າ ​ແລະ ກອບ​ຄຳ​ຄິດ​ຄຳ​ເຫັນ ໃສ່​ບົດ​ຟ້ອນ​ລຳວົງ​ລາວ​ ທີ່​ຈະ​ນຳ​ສະ​ເໜີ​ຂຶ້ນ​ທະບຽນ​ ກັບ​ອົງການ​ຢູ​ເນັສ​ໂກ (UNESCO) ​ໃຫ້​ເປັນ​ມໍລະດົກ​ໂລກ. ​         ອີງ​ຕາມ​ຂໍ້​ຕົກລົງ​ ຂອງ​ລັດຖະມົນ​ຕີ ກະຊວງ​ຖະ​ແຫຼ​ງຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ ວ່າ​ດ້ວຍ​ການ​ແຕ່ງ​ຕັ້ງ ​ຄະນະ​ຮັບຜິດຊອບ​ຮຽບຮຽງ ​ແບບ​ຟອມ ມໍລະດົກ​ວັດທະນະທຳ ທີ່​ບໍ່​ເປັນ​ວັດຖຸ​ປະ​ເພດ​ສິລະປະການ​ສະ​ແດງ ລຳວົງ​ລາວ ​ເລກທີ 141/ຖວທ ລົງ ​ວັນ​ທີ 13/02/2018 ​ແລະ …

Read More »