Breaking News

ຂ່າວສັງຄົມ

ນຸ້ຍ ສຸພາພອນ Miss Universe Laos ງາມສະຫງ່າໃນຮອບຊຸດລອຍນໍ້າ ຄູເຝິກເຖິງຂັ້ນອອກປາກຍ້ອງ!!!

ງາມຫຼາຍໆສາວລາວເຮົາທີ່ໄປຮ່ວມເສີດສາຍປະກວດໃນເວທີລະດັບໂລກເປັນປີທຳອິດ ນຸ້ຍ ສຸພາພອນ ສົມວິຈິດ Miss Universe Laos ງາມສະຫງ່າໃນຮອບຊຸດລອຍນໍ້າ ໃນການແຂ່ງຂັນໃນຮອບເບື້ອງຕົ້ນ (Preliminary) ໃນວັນທີ 21 ພະຈິກ 2017 ໃນການປະກວດ Miss Universe 2017 ທີ່ ລາສເວກັດ (USA), ເຊິ່ງ ນຸ້ຍ ສຸພາພອນ ນາງງາມຕົວແທນປະເທດລາວຂອງເຮົາ ກໍຍ່າງໃນຮອບນີ້ໄດ້ດີ ແລະ ສະຫງ່າງາມຫຼາຍ ຈົນມີຄູເຝິກຊາວຕ່າງຊາດເຖິງຂັ້ນອອກປາກຍ້ອງກັນເລີຍ. ລອງມາເບິ່ງ ແລະ ຢ່າລືມເຂົ້າໄປຮ່ວມໂຫວດໃຫ້ Miss Universe Laos ເຮົາແດ່ເດີ້!!! ຕາມລິ້ງນີ້ເລີຍ Vote.MissUniverse.com #ແຊຣໄປໃຫ້ໂລກຮູ້  ?? (ຢ່າລືມເປັນກຳລັງໃຈໃຫ້ສາວງາມຈາກປະເທດລາວເຮົາແດ່ເດີ້) ຮູບພາບ: Nui Soupphaphone Somvichit

Read More »

ຊົມເຊີຍ! ສາວລາວໄປແຂ່ງຂັນກິລາໃນລຸ້ນ (Angel model) ສາມາດຍາດລາງວັນມາຝາກຄົນລາວໄດ້ສຳເລັດ!!! #ແຊຣໄປໃຫ້ໂລກຮູ້

ຕ້ອງຂໍບອກວ່າຄົນລາວ ແມ່ຍິງລາວ ເກັ່ງບໍ່ແພ້ຊາດໃດໃນໂລກ ນາງ ພອຍໄພລິນ ພັນທະລີ  ນັກກິລາຕົວແທນຈາກປະເທດລາວ ເດີນທາງໄປແຂ່ງຂັນກິລາເພາະກາຍ ໃນລຸ້ນ Angel model ທີ່ ປະເທດໄທ ໃນລະຫວ່າງວັນທີ 17-19 ພະຈິກ 2017 ທີ່ຜ່ານມາ ແລະ ກໍບໍ່ເຮັດໃຫ້ຄົນລາວເຮົາຜິດຫວັງເພາະສາມາດເອົາລາງວັນມາຝາກຄົນລາວໄດ້ສຳເລັດ, ໂດຍ  ພອຍໄພລິນ ໄດ້ຮັບລາງວັນທີ 4 ຈາກນັກກິລາທັງໝົດ 30 ຄົນທີ່ເຂົ້າແຂ່ງຂັນ. (ວ້າວວ!!! ເກັ່ງຫຼາຍ ຂໍຊົມເຊີຍເດີ້) ທີ່ມາ: ສະຫະພັນກິລາເພາະກາຍແຫ່ງຊາດລາວ/Lao BBF , Irishka Smolyaninova

Read More »

ງາມຫຼາຍ! ສະແດງຄວາມຍິນດີ ດວງພະໄທ ເມກສີທອງ ML13 ຄວ້າຕຳແໜ່ງ ນາງສາວລາວ 2017

ປະກາດຜົນກັນໄປເປັນທີ່ຮຽບຮ້ອຍ ສຳລັບການປະກວດນາງງາມໃນເວທີ ນາງສາວລາວ (MISS LAOS 2017) ເຊິ່ງປີນີ້ກໍເປັນອີກປີໜຶ່ງທີ່ມີແມ່ຍິງລາວເຂົ້າປະກວດກັນຢ່າງຫຼວງຫຼາຍ ແລະ ທາງກອງປະກວດເພິ່ນກໍໄດ້ຄັດເລືອກໃຫ້ເຫຼືອພຽງແຕ່ 20 ຄົນສຸດທ້າຍຈາກທົ່ວປະເທດ ເພື່ອເຂົ້າຊິງໃນມື້ຕັດສິນ ໃນວັນທີ 18 ພະຈິກ ທີ່ຜ່ານມາ ແລະ ແຟນໆຫຼາຍໆທ່ານກໍຄົງຈະໄດ້ຮູ້ກັນແດ່ແລ້ວວ່າຄົນທີ່ຄວ້າມົງກຸດອັນຊົງກຽດໃນເວທີ MISS LAOS 2017 ນັ້ນກໍຄື ນາງ ດວງພະໄທ ເມກສີທອງ  ML13 ອາຍຸ 19 ປີ ລວງສູງ 170 ຈາກນະຄອນຫຼວງວຽງຈັນ (ຂໍສະແດງຄວາມຍິນດີນຳຫຼາຍໆ) ແລະ ນອກຈາກນັ້ນສາວງາມທີ່ໄດ້ຕຳແໜ່ງຮອງມີດັ່ງນີ້: ຮອງອັນດັບ 1: ML15 ຈັນປະເສີດ ສິດທິພັນ   ຮອງອັນດັບ2: ML19 ວິລະພອນ ຂັນແກ້ວ   ຮອງອັນດັບ3: ML9 ສຸດາວອນ ອິນທະວົງ   …

Read More »

ເປີດໂຕຕຶກອາຄານ ນັກສ້າງສັນວັນໃໝ່ (Makers of Tomorrow) ໂດຍບໍລິສັດ ບອດສ (BOSCH)

ວຽງຈັນ, ປະເທດລາວ ໃນວັນທີ 15 ພະຈິກ 2017 ທີ່ຜ່ານມາ ບໍລິສັດ ບອດສ (BOSCH), ຜູ້ຕອບສະໜອງເຕັກໂນໂລຊີ ແລະ ການບໍລິການຊັ້ນນຳຂອງໂລກ ຮ່ວມກັບພາກວິຊາວິສະວະກຳສາດ ມະຫາວິທະຍາໄລແຫ່ງຊາດ ໄດ້ເປີດຕົວອາຄານຮຽນຮູ້ ນັກສ້າງສັນວັນໃໝ່ (Makers of Tomorrow) ໂດຍ ບໍລິສັດ ບອດສ (BOSCH) ພາຍໃຕ້ໂຄງການ “ຜູ້ສ້າງອະນາຄົດ”, ໃຫ້ກຽດເປັນປະທານງານໂດຍ ທ່ານ ດຣ. ສົມສີ ຍໍພັນໄຊ, ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ, ທ່ານ ແອັນດຣິວ ເດ ຈອງ, ຜູ້ອຳນວຍການໃຫ່ຍ ບໍລິສັດບອດສ ປະເທດລາວ, ກຳປູເຈຍ ແລະ ພະມ້າ. ໂຄງການ “ນັກສ້າງສັນວັນໃໝ່”  ແມ່ນໂຄງການລິເລີ່ມທໍາອິດ ແລະ ໄດ້ຮັບການນໍາສະເໜີຂອງ ບໍລິສັດ ບອດສ ປະເທດລາວເທົ່ານັ້ນ, …

Read More »

ຍິ່ງໃຫ່ຍສົມການລໍຖ້າ! ທັງມ່ວນ ທັງມັນແນ່ນອນທາງຜູ້ຈັດ Confirm ງານ ວັງວຽງ ເຟສ 2017 ປີນີ້ມີ 4 ເວທີໃຫ່ຍສຸດອະລັງການ!!!

ວັງວຽງ ເຟສ (Vang Vieng Fest 2017) ງານໃຫ່ຍລະດັບປະເທດປານນີ້ມີຫວາທີ່ຈະບໍ່ໄປຊ໋ອກແຊ໋ກເລື່ອງລາວມາຝາກທຸກໆຄົນ ໂດຍ ຊະນີIndy ມີໂອກາດໄດ້ເຈິຕົວຂອງ ທ່ານ ອະນຸລັກ ປະຖຳມະວົງ (ອ້າຍ ເປັດ), ຜູ້ອຳນວຍການບໍລິສັດ ອິນດີ້ ເຣັກຂອດ ແລະ ບໍລິສັດ ສາມາດ ອໍແກໄນ້ເຊີ້ ເລີຍດຶງໂຕເພິ່ນມາສຳພາດເຈາະເລິກເອົາເລື່ອງລາວມາຝາກແຟນໆ ເພື່ອໃຫ້ຮູ້ເຖິງຄວາມເຄື່ອນໄຫວຂອງຄວາມມັນ ຄວາມມ່ວນ ທີ່ຈະເກີດຂຶ້ນໃນງານ ວັງວຽງ ເຟສ 2017 ໃນລະຫວ່າງວັນທີ 15-16 ທັນວາ 2017 ນີ້. ເຫັນໝູ່ເພື່ອນຫຼາຍຄົນພາກັນເວົ້າເຖິງງານເທສະການດົນຕີ ວັງວຽງ ເຟສ (Vang Vieng Fest 2017)  ເຊິ່ງເປັນງານເທສະການດົນຕີທີ່ທຸກຄົນລໍຖ້າ, ຊະນີIndy ເລີຍອົດບໍ່ໄດ້ທີ່ຈະໄປອັບເດດຄວາມເຄື່ອນໄຫວຂອງງານນີ້ມາຝາກແຟນໆ ເພື່ອອັບເດດຂໍ້ມູນໃນເວທີວັງວຽງເຟສ ມາຝາກທຸກໆຄົນ…ຈາກການສຳພາດ ອ້າຍ ເປັດ ຜູ້ອຳນວຍການສ້າງງານຍິ່ງໃຫ່ຍນີ້… ສະບາຍດີ …

Read More »