Breaking News

ຂ່າວສັງຄົມ

ບອກຕໍ່ກັນແດ່! ແຈ້ງການປິດເສັ້ນທາງໃນໄລຍະ ສະຫາຍ ສີຈິ້ນຜິງ ມາຢ້ຽມຢາມລາວ ໃນລະຫວ່າງວັນທີ 13-14 ພະຈິກ 2017!!!

ພະແນກໂຍທາທິການ ແລະ ຂົນສົ່ງນະຄອນຫຼວງວຽງຈັນ ອອກແຈ້ງການ ການປິດເສັ້ນທາງ ການສັນຈອນຂອງພາຫະນະທຸກປະເພດ ໃນໄລຍະ ສະຫາຍ ສີຈິ້ນຜິງ ເລຂາທິການໃຫ່ຍບໍລິຫານງານສູນກາງພັກກອມມູນິດຈີນ ປະທານປະເທດ ສປ ຈີນ ທີ່ຈະມາຢ້ຽມຢາມທາງລັດຖະກິດ ຢ່າງເປັນທາງການຢູ່ ສປປ ລາວ ໃນລະຫວ່າງວັນທີ 13-14 ພະຈິກ 2017, ດັ່ງນັ້ນຈຶ່ງແຈ້ງການມາໃຫ້ພໍ່ແມ່ປະຊາຊົນຊາວນະຄອນຫຼວງວຽງຈັນໃຫ້ຫຼີກເສັ້ນທາງທີ່ຈະປິດຊົ່ວຄາວດັ່ງຕໍ່ໄປນີ້: – ຖະໝົນສຸພານຸວົງ (ແຕ່ສາມແຍກສີໄຄ-ສີ່ແຍກໄຟອຳນາດສີຫອມ ຫຼັກ 1) – ຖະໝົນເສດຖາທິລາດ (ແຕ່ສີ່ແຍກໄຟອຳນາດສີຫອມ ຫຼັກ 1-ສີ່ແຍກໄຟອຳນາດທາດຂາວ) – ຖະໝົນສາມແສນໄທ (ແຕ່ສີ່ແຍກໄຟອຳນາດການຊ່າງລາວເຢຍລະມັນ-ສາມແຍກ ດອນຈັນພາເລດ) – ຖະໝົນເຈົ້າຟ້າງຸ່ມ (ແຕ່ສາມທາດຂາວ-ສາມແຍກສຳນັກງານໃຫ່ຍ ທະນາຄານພັດທະນາລາວ) – ຖະໝົນລ້ານຊ້າງ (ແຕ່ຫໍຄຳ-ປະຕູໄຊ) – ຖະໝົນໄກສອນພົມວິຫານ (ແຕ່ປະຕູໄຂ-ສີ່ແຍກໄຟອຳນາດດົງໂດກ) ນອກຈາກນັ້ນຍັງມີລະບຽບການ ການຈອດລົດຕາມແຄມທາງດັ່ງຕໍ່ໄປນີ້: – ຫ້າມຈອດພາຫະນະທຸກປະເພດຕາມແຄມທາງ, ທາງຄົນຍ່າງ ຢ່າງເດັດຂາດ …

Read More »

ຊົມເຊີຍ! ນັກກິລາຍິງ Model Physique ໄປສ້າງຊື່ສຽງໃນຕ່າງປະເທດ!!!

ມາຮູ້ຈັກກັບ!!! ກິນນະລອນ ນັນທະລາດ (ຕ້ອມ) ອາຍຸ 33 ປີ ນັກກິລາຍິງຜູ້ໄປສ້າງຊື່ສຽງໃຫ້ປະເທດລາວ ໃນງານແຂ່ງຂັນກິລາໃນລຸ້ນ Model Physique ໃນງານ Thailand International Sport Expo 2017 ທີ່ເມືອງທອງທານີ (ປະເທດໄທ), ໃນງານນີ້ມີການແຂ່ງຂັນແມ່ຍິງທີ່ມີຮູບຮ່າງດີ  ຈາກຫຼາກຫຼາຍປະເທດເຂົ້າຮ່ວມ ບໍ່ວ່າຈະເປັນ ລາວ, ໄທ, ສ.ເກົາຫລີ, ແຖມງານນີ້ສາວລາວເຮົາກໍບໍ່ທຳມະດາ ສາມາດເປັນໜຶ່ງໃນຜູ້ເຂົ້າແຂ່ງຂັນທີ່ຜ່ານເຂົ້າໄປໃນຮອບ 10 ຄົນສຸດທ້າຍ ຈົນເປັນທີ່ຮືຮາຂອງຄົນທີ່ໄປຮ່ວມໃນງານ. ສຳລັບ ຕ້ອມ ກິນນະລອນ ນັກກ້າມສາວລາວຄົນເກັ່ງ ປະຫວັດເພິ່ນກໍບໍ່ແມ່ນທໍາມະດາ ເພາະອາດີດເຄີຍເປັນນັກກິລາ basketball ຍິງທີມຊາດ ແລະ ຍັງເປັນຜູ້ຊະນະເລີດອັນດັບ 1 ໃນການແຂ່ງຂັນໃນງານດຽວກັບການປະກວດ Mr. Lao 2017 ເຊິ່ງເປັນຄັ້ງທຳອິດໃນການສົ່ງກິລາເພາະກາຍຍິງຮ່ວມແຂ່ງຂັນຂອງ Fitness Up2u ຈັດຂຶ້ນໃນວັນທີ 1 ເມສາ …

Read More »

ຈາກອະດີດຂໍທານ Joyita Mondal ສູ່ຜູ້ພິພາກສາຂ້າມເພດ ຄົນທຳອິດຂອງອິນເດຍ!!!

ເປັນເລື່ອງລາວທີ່ໜ້າສົນໃຈທີ່ເກີດຂຶ້ນທີ່ ປະເທດ ອິນເດຍ Joyita Mondal  ອາຍຸ 29 ປີ ຜູ້ພິພາກສາສານຍິງຂ້າມເພດຄົນທຳອິດ ຂອງຣັດ ເບັງກໍ ເຊິ່ງຖືເປັນການພິກຜັນປະຫວັດສາດວົງການຍຸດຕິທຳຂອງອິນເດຍຄັ້ງທຳອິດເລີຍກໍວ່າໄດ້. ກວ່າທີ່ຈະມາຮອດຈຸດນີ້ໄດ້ ເສັ້ນທາງຊີວິດຂອງ Joyita Mondal ຜູ້ພິພາກສາບໍ່ໄດ້ໂຮຍດ້ວຍກີບດອກກຸຫຼາບແຕ່ຢ່າງໃດ ນາງມີຄວາມທຸກຍາກລຳບາກມາແຕ່ນ້ອຍໆ ເກີດມາເປັນເດັກກຳພ້າ ບໍ່ມີທີ່ຢູ່ອາໄສ ແລະ ຕ້ອງຂໍທານຕັ້ງແຕ່ນ້ອຍໆເພື່ອໃຫ້ຊີວິດຢູ່ລອດ ພົບເຈິກັບການຈຳແນກທາງຊົນຊັ້ນມາແລ້ວທຸກຮູບແບບ ແລະ ຖືກດູຖູກຈາກຄົນອ້ອມຂ້າງ ດັ່ງໂຕປະຫຼາດ ເຖິງຄັ້ງພິກຜັນໃຫ່ຍໃນຊີວິດ Joyita Mondal ມີໂອກາດໄດ້ເຮັດວຽກຮ່ວມກັບ ອົງກອນດ້ານສິດທິມະນຸດຂອງຄົນຂ້າມເພດ ເລີຍເຮັດໃຫ້ນາງມີແຮງບັນດານໃຈທີ່ຢາກຈະຕໍ່ສູ້ເພື່ອຄວາມຍຸດຕິທຳໃນສັງຄົມ ນາງຈຶ່ງຕັ້ງໃຈ ແລະມີຄວາມພະຍາຍາມທີ່ຈະຮຽນດ້ານກົດໝາຍ ຈົນຈົບປະລິນຍາຕີ ແລະ ສອບເສັງເຂົ້າເປັນຜູ້ພິພາກສາ ເພື່ອເຂົ້າໄປມີບົົດບາດສຳຄັນໃນການເດີນໜ້າຕໍ່ສູ້ເພື່ອກຸ່ມຄົນຂ້າມເພດ ໃຫ້ສັງຄົມເປີດໃຈຍອມຮັບ ແລະ ຢຸດເຊົາການຈຳແນກທາງເພດ ໂດຍສະເພາະດ້ານການສຶກສາ ແລະ ການວ່າຈ້າງງານ Joyita Mondal ໄດ້ກ່າວວ່າ: “ຂ້ອຍມີຄວາມຮູ້ສຶກດີໃຈ ແລະ ມີຄວາມສຸກຫຼາຍທີ່ໄດ້ຮັບຄວາມເຄົນລົບນັບຖື ຕ່າງຈາກເມື່ອກ່ອນທີ່ຜູ້ຄົນຄິດວ່າຂ້ອຍເປັນໂຕປະຫຼາດ ບໍ່ໄດ້ຮັບການຍອມຮັບ ບໍ່ມີສິດອອກຄວາມຄິດເຫັນໃດໆ ແຕ່ຕອນນີ້ກັບມີຜູ້ຄົນຈຳນວນຫຼວງຫຼາຍເອີ້ນຫາ …

Read More »

ຄົນລາວບໍ່ເຄີຍຖິ້ມກັນ! ຊົມເຊີຍນໍ້າໃຈຜູ້ໃຈບຸນຮ່ວມຊ່ວຍເຫຼືອຜູ້ຖືກເຄາະຮ້າຍຈາກເຫດການໄຟໄໝ້ ບ້ານທົ່ງຂັນຄຳ!!!

ເປັນກະແສໃນຊ່ວງທ້າຍອາທິດທີ່ຜ່ານມາຈາກການລະດົມທຶນຂອງ ເອື້ອຍ ວັນທະວີ ສຸພານຸວົງ ແລະ ອ້າຍ ຕຸ້ຍ ໂອເວີ້ແດ້ນ ໃນວັນທີ 4 ພະຈິກ 2017 ເພື່ອຂໍວອນຜູ້ໃຈບຸນ ຮ່ວມກັນຊ່ວຍຜູ້ຖືກເຄາະຮ້າຍ ຈາກເຫດການໄຟໄໝ້ ບ້ານທົ່ງຂັນຄຳ ນະຄອນຫຼວງວຽງຈັນ ໃນວັນທີ 2 ພະຈິກ 2017 ຈົນເຮັດໃຫ້ມີຜູ້ຖືກເຄາະຮ້າຍຫຼາຍສິບຄອບຄົວ. ໃນວັນທີ 4 ພະຈິກ 2017 ເອື້ອຍວັນທະວີ ໄດ້ໂພສຂໍລະດົມທຶນທາງເຟສບຸກວ່າ: “ຂໍວອນຜູ້ໃຈບຸນ ຮ່ວມກັນຊ່ວຍຜູ້ຖືກເຄາະຮ້າຍ ຈາກເຫດການໄຟໄໝ້ ບ້ານທົ່ງຂັນຄຳ ມື່ວານນີ້… ຂ້ອຍ ແລະ ຕຸ້ຍ Touy Overdance ຮູ້ຈັກ ອ້າຍໄລ ຕັ້ງແຕ່ປີ 2010 ຕອນທີ່ພວກຂ້ອຍເລີ່ມເຮັດວຽກກັບ ອົງການແຄຣ໌ ນາໆຊາດ ປະຈຳລາວ, ອ້າຍໄລ ເປັນພະນັກງານຂັບລົດໃຫ້ໂຄງການ. ອ້າຍໄລ ເປັນຄົນນິໄສດີ ເປີດເຜີຍ ຊື່ສັດ ແລະອົດທົນບໍ່ວ່າວຽກໃນໂມງ …

Read More »

TEDxLaneXangAveWomen will be a part of the official worldwide TEDxWomen 2017

The Vientiane community is buzzing with excitement as TEDxWomen, the first female empowerment forum of its kind in Lao PDR, fast approaches. TEDxLaneXangAveWomen has been organized by the Vientiane Global Shapers, a group of diverse individuals from various different nationalities living in Laos. An initiative backed by the World Economic …

Read More »