Breaking News

ຂ່າວສັງຄົມ

ໃຜຢູ່ຂ້າງໃຜ!! ບັນດາຄົນດັງຮ່ວມສະຫຼອງຄວາມສໍາຄັນຂອງ Barack Obama ທາງ Twitter ພ້ອມອວຍພອນວັນເກີດຂອງ Donald Trump…

ເຖີງວ່າໃນວັນທີ 14 ມີຖຸນາ ທີ່ຜ່ານມາຈະກົງກັບວັນເກີດຂອງປະທານາທິບໍດີ ໂດຮັລ ທຣັ້ມ ແຕ່ບັນດາຄົນດັງ ແລະ ຜູ້ຄົນຈໍານວນຫຼາຍທີ່ອາໃສຢູ່ໃນ ສ.ອາເມລິກາ ໄດ້ໂພສຂໍ້ຄວາມຜ່ານ Twitter ໂດຍໃຊ້ວັນດັ່ງກ່າວເພື່ອສະເຫຼີມສະຫຼອງຄວາມສໍາເລັດ ແລະ ຍົກຍ່ອງ ອະດີດປະທານາທິບໍດີ ບາຣັກ ໂອບາມ່າ ແທນໂດຍໃຊ້ແຮັດແທັກ #Obama Day June 14th, #Obama Appreciation Day, #Obama Day USA ແລະ #All Birthdays Matter ເປັນຕົ້ນ. ສໍາລັບ #ObamaAppreciationDay  ສາມາດຂຶ້ນອັນດັບ 1 ດ້ວຍຍອກ Twit ຫຼາຍກວ່າ 250,000 ครั้ง ສ່ວນ #HappyBirthdayDonaldTrump ຕິດຢູ່ທີ່ອັນດັບທີ 24. ສໍາລັບຄົນດັງທີ່ໄດ້ອອກມາສະຫຼອງໃຫ້ກັບ ທ່ານ ໂອບາມ່າ ມີທັງຜູ້ກໍາກັບ Ava DuVernay, Mariah …

Read More »

ອົງການອະນາໄມໂລກ ຮຽກຮ້ອງໃຫ້ຜູ້ນໍາທຸກປະເທດທົ່ວໂລກ ສະແດງເຈດຕະນາເພື່ອເຂົ້າເຖິງວັກຊີນປ້ອງກັນ Covid-19… ບໍ່ໃຫ້ປະເທດມະຫາອໍານາດກັກຕຸ໋ນ!!

ທ່ານ ດຣ. ທີໂດຣສ ອັດຮານອມ ກີບຣີເຢຊູສ ຜູ້ອໍານວຍການໃຫຍ່ອົງການອະນາໄມໂລກ (WHO) ກ່າວວ່າ ວັກຊີນປ້ອງກັນໂຄວິດ -19 ທີ່ຈະມີການຜະລິດໃນອະນາຄົດ ຄວນຖືເປັນສິນຄ້າທີ່ປະເທດຕ່ງໆທົ່ວໂລກ ສາມາດເຂົ້າເຖິງ ເພື່ອຮັບປະກັນວ່າທຸກຄົນສາມາດໄດ້ຮັບວັກຊີນເພື່ອມາຊ່ວຍຊີວິດມະນຸດ. ຜູ້ນໍາຂອງໂລກຫຼາຍທ່ານໄດ້ສົ່ງເສີມແນວຄິດວ່າ ຈະຜະລິດວັກຊີນເປັນສິນຄ້າສາທາລະນະລະດັບໂລກ ເຊິ່ງແນວຄວາມຄິດນີ້ຄວນໄດ້ຮັບການສົ່ງເສີມຢ່າງຕໍ່ເນື່ອງ ແລະ ຜູ້ນໍາຫຼາຍທ່ານຄວນມີແນວຄວາມຄິດດັ່ງກ່າວ ໂດຍພວກເຮົາຈໍາເປັນຕ້ອງມີການສະແດງເຈດຕະນາ ຄວາມມຸ່ງໝັ້ນທາງການເມືອງທົ່ວໂລກ ແລະ ເປັນມະຕິລະດັບໂລກ ກ່ອນຈະຜະລິດວັກຊີນສໍາເລັດ. ເຖິງແນວໃດກໍຕາມ ທ່ານ ດຣ. ທີໂດຣສ ຍັງໄດ້ກ່າວຕຶ່ມອີກວ່າ ພວກເຮົາຍັງມີຄວາມກັງວົນວ່າ ບາງປະເທດເຊັ່ນ ອາເມລິກາ ອາດຈະກັກຕຸ໋ນວັກຊີນ ຫຼືຢາຕ້ານໂຄວິດ-19 ທີ່ຜະລິດໄດ້ ເພື່ອນໍາໄປຕໍ່ສູ່້ກັບໂຄວິດໃນປະເທດ ຈົນເຮັດໃຫ້ປະເທດທຸກຍາກ ບໍ່ສາມາດເຂົ້າເຖິງວັກຊີນດັ່ງກ່າວໄດ້…

Read More »

ເກີດຫຍັງຂຶ້ນ!! ເມື່ອກະຊວງການເງິນ ອອກຂໍ້ຕົກລົງ ແຕ່ງຕັ້ງຜູ້ວ່າການອຳນວຍການ ລັດວິສາຫະກິດ ໄຟຟ້າລາວ…

ເປັນປະເດັນໂຕ້ຖຽງກັນມາໄດ້ໄລຍະໜຶ່ງແລ້ວກ່ຽວກັບບໍລິສັດຍັກໃຫຍ່ຂອງປະເທດລາວຄື ລັດວິສາຫະກິດ ໄຟຟ້າລາວ ທີ່ໃນໄລຍະການລະບາດຂອງໂຄວິດ-19 ທາງໄຟຟ້າລາວກໍໄດ້ອອກມາແຈ້ງການຫຼຸດຄ່ານໍາໃຊ້ໄຟຟ້າໃຫ້ປະຊາຊົນເພື່ອເປັນການຊ່ວຍເຫຼືອຄົນລາວໃນຊ່ວງວິກິດ… ແຕ່ຜົນປາກົດວ່າ ປະຊາຊົນສ່ວນຫຼາຍອອກມາຮຽກຮ້ອງ ແລະ ໂຈມຕີຄ່າໄຟຟ້າບໍ່ໄດ້ຫຼຸດລົງແຖມເພີ່ມຂຶ້ນອີກຕ່າງຫາກ!!! ຈົນເຮັດໃຫ້ເປັນກະແສວິພາກວິຈານ ພ້ອມທັງຮຽກຮ້ອງໃຫ້ລັດຖະບານອອກມາແກ້ໄຂໃນຈຸດນີ້… ເມື່ອບໍ່ດົນມາ ທາງພະນະທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ.ລາວ ກໍໄດ້ອອກມາແຈ້ງວ່າຈະຊ່ວຍເລັ່ງແກ້ໄຂກ່ຽວກັບບັນຫາດັ່ງກ່າວໃຫ້ໄວທີ່ສຸດ. ຈົນມາຮອດວັນທີ 8 ມີຖຸນາ ຜ່ານມານີ້ ກະຊວງການເງິນໄດ້ອອກຂໍ້ຕົກລົງ ເລກທີ 1439/ກງ ລົງວັນທີ 8 ມີຖຸນາ 2020 ວ່າດ້ວຍການແຕ່ງຕັ້ງຜູ້ວ່າການອຳນວຍການ ລັດວິສາຫະກິດ ໄຟຟ້າລາວ ໂດຍມີຂໍ້ຕົກລົງດັ່ງນີ້: 1. ແຕ່ງຕັ້ງທ່ານຈັນທະບູນ ສຸກອາລຸນ ຫົວໜ້າກົມແຜນການ ແລະການຮ່ວມມື ກະຊວງພະລັງງານ ແລະບໍ່ແຮ່ ເປັນຜູ້ວ່າການອຳນວຍການ ລັດວິສາຫະກິດ ໄຟຟ້າລາວ. 2. ທ່ານທີ່ຖືກແຕ່ງຕັ້ງຕ້ອງປະຕິບັດພາລະ,​ ບົດບາດ,​ ໜ້າທີ່,​ ຂອບເຂດສິດ ແລະຄວາມຮັບຜິດຊອບຢ່າງຖືກຕ້ອງກັບກົດໝາຍ ແລະລະບຽບການທີ່ກ່ຽວຂ້ອງຂອງ …

Read More »

ສິ້ນສຸດການລໍຄອຍ!!! ປະເທດລາວປອດໄພຈາກໂຄວິດ-19… ເກືອບ 2 ເດືອນບໍ່ພົບຜູ້ຕິດເຊື້ອເພີ່ມ-ຜູ້ຕິດເຊື້ອເກົ່າອອກໂຮງໝໍໝົດແລ້ວ

ເປັນຂ່າວດີທີ່ປະຊາຊົນລາວທົ່ວປະເທດລໍຄອຍ ມື້ນີ້ ວັນທີ 9 ມີຖຸນາ 2019 ສູນຂ່າວສານການແພດສຸຂະສຶກສາ Centre of Information and Education for Health ໄດ້ອອກມາແຈ້ງຂ່າວ່າ #ຊົມເຊີຍຜົນສຳເລັດຄັ້ງຍິ່ງໃຫຍ່ຂອງສປປລາວ ທີ່ປິ່ນປົວຄົນຕິດເຊື້ອພະຍາດໂຄວິດ-19 ໄດ້ສຳເລັດໝົດແລ້ວ ກໍລະນີທີ 8 ເພດຊາຍ ອາຍຸ 18 ປີ ບ້ານດອນນົກຂຸ້ມ ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ ເຂົ້າປິ່ນປົວຢູ່ໂຮງໝໍມິດຕະພາບ ວັນທີ 28/3/2020 ໄດ້ປິ່ນປົວດີ ແລະ ໄດ້ອອກໂຮງໝໍມື້ນີ້ 9/6/2020 ເປັນຄົນສຸດທ້າຍ. ໂດຍປັດຈຸບັນປະເທດລາວເຮົາແມ່ນບໍ່ພົບຜູ້ຕິດເຊື້ອໃໝ່ມາເປັນເວລາເກືອບ 2 ເດືອນແລ້ວ ແລະຜູ້ປ່ວຍສະສົມຈໍານວນ 19 ຄົນ ກໍໄດ້ອອກໂຮງໝໍທັງໝົດແລ້ວ ນັ້ນສະແດງຄວາມ ປະເທດເຮົາຫຼຸດພົ້ນອອກຈາກພະຍາດຮ້າຍ ໂຄວິດ-19 ແລ້ວນັ້ນເອງ… ຂໍ້ມູນຈາກ: ສູນຂ່າວສານການແພດສຸຂະສຶກສາ Centre of Information and Education for …

Read More »

ຊົມເຊີຍ!! New Zealand ປະກາດສາມາດຄວບຄຸມການແຜ່ລະບາດຂອງ​​ໂຄ​ວິດ-19 ​ແລະ ຈະ​ຍົກ​ເລີກມາດ​ຕະການ​ Lock down ​ທັງ​ໝົດ ເປັນປະເທດທໍາອິດ…

ສໍານັກຂ່າວຕ່າງປະເທດລາຍງານວ່າ ທ່ານນາງ Jarinda da Modern ນາຍົກລັດຖະມົນຕີ ປະເທດນິວຊີແລນ ປະກາດ​ວ່າ: ນິວຊີແລນ ສາມາດ ຄວບຄຸມການແຜ່ລະບາດ ຂອງ​ເຊື້ອ​ພະຍາດ ​ໂຄ​ວິດ-19 ​ພາຍໃນ​ປະ​ເທ​ດ​ຂອງຕົນໄດ້​ແລ້ວ ​ໂດ​ຍນັບ​ເປັນ​ ປະ​ເທດ​ທຳ​ອິດ​ ທີ່​ເຮັດ​ໄດ້​ສຳ​ເລັດ ​ແລະ ຈະ​ຍົກ​ເລີກມາດ​ຕະການ​ Lock down ​ທັງ​ໝົດ ​ເຫລືອ​ໄວ້​ພຽງ ການ​ປິດ​ຊາຍ​ແດນ.  ຫລັງ​ຈາກນີ້ ລັດຖະບານ ຈະ​ຫລຸດຜ່ອນ​ມາດ​ຕະການ​ເຝົ້າລະວັງ ຈາກ​ລະດັບ ສອງ ລົງ​ມາ​ເປັນ​ລະດັບ​ໜຶ່ງ ຄື​ຍົກ​ເລີກ​ ການ​ເວັ້ນ ​ໄລຍະ​ຫ່າງ ທາງ​ສັງຄົມ ​ຕັ້ງ​ແຕ່​ຕອນ​ທ່ຽງ​ຄືນ ວັນ​ທີ 8ມິຖຸນາ​ 2020 ຈາກ​ນີ້​ເປັນຕົ້ນ​ໄປ ກິດຈະກຳ​ສ່ວນ​ຕົວ ​ແລະ ສາທາລະນະ, ການ​ຄ້າ​ຍ່ອຍ ​ແລະ ທຸລະ​ກິດ​ບໍລິການ ລວມ​ເຖິງ ການ​ຂົນ​ສົ່ງ ສາທາລະນະ​ທັງ​ໝົດ ຈະ​ສາມາດ ​ກັບ​ມາ​ໃຫ້​ບໍລິການ​ໄດ້ ໂດຍ​ບໍ່​ຕ້ອງ​ເວັ້ນ ​ໄລຍະ​ຫ່າງ …

Read More »