Breaking News

ຂ່າວສັງຄົມ

ແພັດ ນະປະພາ ລອດຈາກຄະດີຟອກເງິນ “ຕໍ່ຈາກນີ້ຈະລ້ຽງລູກໃຫ້ດີທີ່ສຸດ ບໍ່ມີຫຍັງຕ້ອງເປັນຫ່ວງແລ້ວ”

ແພັດ ນະປະພາ ຕັນຕະກູນ ດາລາ-ພິທີກອນຊື່ດັງຂອງປະເທດເພື່ອນບ້ານ ຍິ້ມໄດ້ຫຼັງຈາກທີ່ ໄອຍະການມີຄຳສັ່ງໃຫ້ບໍ່ຟ້ອງໃນຂໍ້ຫາຮ່ວມກັນຟອກເງິນ ເນື່ອງຈາກການສືບສວນທາງຄະດີຕັ້ງແຕ່ຕົ້ນ ກໍບໍ່ພົົບພະຍານຫຼັກຖານທີ່ກ່ຽວຂ້ອງກັບ ແພັດ ນະປະພາ ໄດ້ຄວາມແຕ່ພຽງວ່າ ແພັດ ນະປະພາ ເປັນພັນລະຍາຂອງ ທ້າວ ອັກຄະຣະກິດ ວໍຣະໂລດຈະເລີນ (ເບັ້ນ ເຣດຊິ່ງ) ຜູ້ຕ້ອງຫາທີ່ 2 ໃນຄະດີເທົ່ານັ້ນ ແລະຫຼັກຖານກໍມີພຽງແຕ່ການໂອນເງິນຈາກ ເບັ້ນ ເຣດຊິ່ງ ໄດ້ໂອນໃຫ້ກັບ ແັພດ ນະປະພາ ໃນໄລຍະເດືອນເມສາ 2016 ຮອດເດືອນ ກຸມພາ 2017 ຈຳນວນ 18 ເທື່ອ ແລະ ການໂອນເງິນດັ່ງກ່າວກໍເປັນການໂອນເງິນຜ່ານລະບົບບັນຊີທະນະຄານໃນຍອດເງິນຫຼັກມື່ນ ແລະແສນເທົ່ານັ້ນ ຖືເປັນພຶດຕິກຳການອຸປະກາລະລ້ຽງດູກັນປົກກະຕິລະຫວ່າງສາມີແລະພັນລະຍາ, ສ່ວນບັນຊີຂອງ ແພັດ ນະປະພາ ກໍເປັນບັນຊີທີ່ເປີດໃຊ້ປົກກະຕິມາດົນແລ້ວ ມີເງິນສ່ວນຕົວໃນບັນຊີຈຳນວນຫຼາຍລ້ານບາດ ແລະເງິນທີ່ ເບັ້ນ ເຣດຊິ່ງ ໄດ້ໂອນເຂົ້າມາກໍຍັງຄ້າງໃນບັນຊີບໍ່ໄດ້ມີການເບີກຖອນເຂົ້າອອກຫຼືໝູນວຽນ ແລະຍັງມີຫຼັກຖານອີກວ່າເງິນບາງລາຍການທີ່ໄດ້ໂອນເຂົ້າມາ ເປັນເງິນຄ່າຈ້າງຂອງ …

Read More »

ລັດຖະບານໃຫ້ຄວາມຫ່ວງໃຍຕໍ່ເຫດໄຟໃໝ້ຊັ່ງຈຽງ ພວມພະຍາຍາມຊອກທຸກວິຖີທາງເພື່ອຊ່ວຍເຫຼືອພໍ່ຄ້າຊາວຂາຍ!!!

ໃນຕອນບ່າຍຂອງວັນທີ 18 ກໍລະກົດ 2017 ຢູ່ທີ່ຫ້ອງວ່າການນະຄອນຫຼວງ ໄດ້ມີຖະແຫຼງການຈາກລັດຖະບານກ່ຽວກັບເຫດໄຟໃໝ້ສູນການຄ້າສາກົນຊັ່ງຈຽງ ໃນວັນທີ 14 ກໍລະກົດ 2017 ທີ່ຜ່ານມາ. ໂດຍໃຫ້ກຽດເປັນປະທານການຖະແຫຼງການໂດຍ ທ່ານ ພູວົງ ວົງຄຳຊາວ ຫົວໜ້າຫ້ອງວ່າການນະຄອນຫຼວງ ແລະ ທ່ານ ພທ ຈັນຫອມ ແກ້ວສຸລະໄຊ ຫົວໜ້າຫ້ອງຕຳຫຼວດ ປກສ ນວ ພ້ອມດ້ວຍບັນດາສື່ມວນຊົນທົ່ວທຸກພາກສ່ວນ. ໃນເວລາປະມານ 17:30 ໂມງຂອງວັນທີ 14 ກໍລະກົດ 2017 ໄດ້ເກີດເຫດໄຟໃໝ້ສູນການຄ້າຊັ່ງຈຽງ ພາຍຫຼັງໄດ້ຮັບການແຈ້ງເຫດເຈົ້າໜ້າທີ່ມອດໄຟ ນະຄອນຫຼວງວຽງຈັນ ໄດ້ສົ່ງລົດມອດໄຟໄປມອດພາຍໃນເວລາ 10ນາທີຕໍ່ມາ, ແຕ່ໄຟໄດ້ໄໝ້ລຸກລາມສູນການຄ້າຊັ່ງຈຽງຢ່າງໄວວາຍ້ອນມີສິນຄ້າທີ່ເປັນວັດຖຸໄວໄຟຢ່າງຫຼວງຫຼາຍ, ທັງເອົາເພດານເປັນສາງເກັບເຄື່ອງຂອງນຳອີກ. ການມອດໄຟໃນຄັ້ງນີ້ເຈົ້າໜ້າທີ່ ນະຄອນຫຼວງວຽງຈັນ ໄດ້ໃຊ້ລົດ 16 ຄັນ, ໃນນີ້ລວມທັງລະດົມລົດມອດໄຟຈາກກະຊວງ ປກສ, ກອງບັນຊາການທະຫານ, ລົດມອດໄຟສະໜາມບິນ, ລົດນໍ້າຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ …

Read More »

ດ່ວນ! ເກີດເຫດໄຟໃໝ້ສູນການຄ້າສາກົນຊັ່ງຈຽງ!!! (ມີຄລິບ)

ດ່ວນ! ໃນຕອນແລງວັນທີ 14 ກໍລະກົດ 2017 ໄດ້ເກີດໄຟໃໝ້ທີ່ສູນການຄ້າຊັ່ງຈຽງສາກົນ ຖະໜົນ T2 ນະຄອນຫຼວງວຽງຈັນ, ໄຟໄດ້ລຸກລາມໃໝ້ຢ່າງຮຸນແຮງ ສຳລັບສາເຫດການເກີດອັກຄີໄພໃນເທື່ອນີ້ຍັງບໍ່ຮູ້ສາເຫດທີ່ແນ່ຊັດ, ຢ່າງໃດກໍຂໍສະແດງຄວາມເສຍໃຈກັບພໍ່ຄ້າຊາວຂາຍ ແລະປະຊາຊົນທີ່ພົບເຫດອັກຄີໄພໃນຄັ້ງນີ້ດ້ວຍ. ຂວັນໃຈ ແລະແຟນເພສຂໍເປັນກຳລັງໃຈໃຫ້ໝົດທຸກຄົນ. ໄຟໄໝ້ຕະຫຼາດໃຫຍ່ຊັງຈຽງວັນທີ່14/07/2017 ປະມາ 5:30-6:00ແລງ โพสต์โดย Koungnang Nednida บน 14 กรกฎาคม 2017 ຂໍຂອບໃຈຄລິບ ແລະຮູບພາບ.  

Read More »

ອ໋ອບ ລາຍພາງ ປະສົບອຸບັດເຫດໃນຂະນະແຂ່ງລົດ ນູ່ນີ່ນຳໃຫ້ກຳລັງໃຈຢ່າງໃກ້ຊິດ ປັດຈຸບັນປອດໄພແລ້ວ!!! (ມິຄລິບ)

ເປັນທີ່ໜ້າຕົກໃຈກັນສຸດໆເລີຍ ເມື່ອໄດ້ຍິນຂ່າວວ່າ ໜຸ່ມ ອ໋ອບ ຍິ່ງຍົດ ຫຼື ອ໋ອບ ລາຍພາງ ຫວານໃຈຂອງສາວ ນູ່ນີ່ ກຸມພົນພັກດີ (ທັງສອງເປັນຄູ່ຮັກທີ່ມາຈາກລາຍການ Take me out Thailand) ໄດ້ປະສົບອຸບັດເຫດໃນຂະນະທີ່ແຂ່ງລົດໃນສະໜາມຢ່າງຮຸນແຮງ ຈົນເຮັດໃຫ້ມີຮູບພາບແຊຣກັນໃນສື່ອອນລາຍກັນຢ່າງຫຼວງຫຼາຍໃນຄໍ່າຄືນທີ່ຜ່ານມາ, ໃນຮູບພາບກໍຍັງພົບກັບສາວ ນູ່ນີ່ ທີ່ລໍຖ້າ ແລະຶ ຕິດຕາມອາການຂອງໜຸ່ມອ໋ອບຢ່າງໃກ້ຊິດ ເບິ່ງແລ້ວຄູ່ນີ້ຍິ່ງໄດ້ໃຈແຟນຄລັບໄປແບບເຕັມໆ ເພາະເປັນຄູ່ຮັກທີ່ໜ້າຮັກຫຼາຍ ເອົາໃຈໃສ່ກັນບໍ່ຫ່າງ ແລະ ນອກຈາກນັ້ນ ນູ່ນີ່ ຍັງກອດເພື່ອໃຫ້ກຳລັງໃຈໜຸ່ມ ອ໋ອບ ອີກດ້ວຍ. ປັດຈຸບັນ ໜຸ່ມ ອ໋ອບ ລາຍພາງ ເພິ່ນກໍໄດ້ອອກມາໂພສທາງເຟສບຸກສ່ວນຕົວເພື່ອບອກແຟນຄລັບແລ້ວວ່າ ຕົນໄດ້ປອດໄພດີ ແລະ ຂໍຂອບໃຈແຟນໆທຸກຄົນທີ່ເຂົ້າມາໃຫ້ກຳລັງໃຈກັນຢ່າງເຫຼືອຫຼາຍ. #ແຊຣໄປເພື່ອເປັນກຳລັງໃຈໃຫ້ນູ່ນີ່ແລະອ໋ອບ ມີຄລິບຕອນທີ່ໜຸ່ມ ອ໋ອບ ລາຍພາງ ໄດ້ປະສົບອຸບັດເຫດໃນຂະນະແຂ່ງລົດ: " การแข่งขันย่อมมีแพ้..มีชนะใช้ชีวิตจงมีสติ..อย่าอยู่ในความไม่ประมาท "การแข่งขันสนามนี้ ?อ๊อฟต้องขอกล่าวคำขอบคุณ+ ขอบคุณเจ้าหน้าที่สนามช้างที่เข้ามาข่วยเหลือด้วยความรวดเร็วและเป็นมืออาชีพมาก+ ขอบคุณรถพยาบาลเคลื่อนที่ไว..และพี่ๆทีมงานปฐมพยาบาลในห้องทุกท่านที่ให้การดูแลเป็นอย่างดีครับ …

Read More »

ມາແລ້ວ! ຮູບເງົາສັ້ນ “ພັກຕັບ ເລີກເຫຼົ້າເຂົ້າພັນສາ” (ມີຄລິບ)

“ພັກຕັບ ເລີກເຫຼົ້າເຂົ້າພັນສາ” ເປັນຮູບເງົາສັ້ນເພື່ອຕ້ອງການເຊີນຊວນໃຫ້ທຸກຄົນຫັນມາໃສ່ໃຈສຸຂະພາບໃນໄລຍະເຂົ້າພັນສາທີ່ຈະມາເຖິງນີ້ ເຊິ່ງຮູບເງົາເລື່ອງດັ່ງກ່າວສ້າງຈາກຝີມືຄົນລາວ ສ້າງຂຶ້ນໂດຍທີມງານ ຕັກກະແຕນ ເຈົ້າຂອງຜົນງານຮູບເງົາສັ້ນເລື່ອງ “ເລືອດແປງເປັດ”  ແລະ ເຈົ້າຂອງຄລິບເພງ “ໃສວ່າຊິເຊົາຊື້ເລກເຕົ່າ” ແລະ ອີກຫຼາຍໆຜົນງານ, ດັ່ງນັ້ນລອງມາເບິ່ງກັນເບິ່ງເດີ້ ແລະ ຢ່າລືມແຊຣໄປເພື່ອເຊີນຊວນໃຫ້ຄົນທີ່ເຮົາຮັກມາພັກຕັບໃນຊ່ວງເຂົ້າພັນສານີ້. *ຮູບເງົາສັ້ນໂຄສະນາ* ( ຝາກກົດໄລກົດແຊ ເປັນກຳລັງໃຈໃຫ້ທີມງານແດ່ເດີ )ຢູດ!!!ພັກຕັບເລີກເຫຼົ້າເຂົ້າພັນສາ#ຕັກກະແຕນ โพสต์โดย ຕັກກະແຕນ บน 5 กรกฎาคม 2017 ຂໍຂອບໃຈຂໍ້ມູນຈາກ: ຕັກກະແຕນ

Read More »