Breaking News

ຂ່າວສັງຄົມ

ກຽມພົບກັບຮູບເງົາສັ້ນ “ພັກຕັບ ງົດເຫຼົ້າເຂົ້າພັນສາ” ຮູບເງົາທີ່ຈະເຊີນຊວນໃຫ້ທຸກຄົນຫັນມາໃສ່ໃຈສຸຂະພາບ!!!

ກຽມພົບກັບຮູບເງົາສັ້ນເລື່ອງ “ພັກຕັບ ງົດເຫຼົ້າເຂົ້າພັນສາ” ເພື່ອຕ້ອງການເຊີນຊວນໃຫ້ທຸກຄົນຫັນມາໃສ່ໃຈສຸຂະພາບໃນໄລຍະເຂົ້າພັນສາທີ່ຈະມາເຖິງນີ້ ເຊິ່ງຮູບເງົາເລື່ອງດັ່ງກ່າວສ້າງຈາກຝີມືຄົນລາວ ສ້າງຂຶ້ນໂດຍທີມງານ ຕັກກະແຕນ ເຈົ້າຂອງຜົນງານຮູບເງົາສັ້ນເລື່ອງ “ເລືອດແປງເປັດ”  ແລະ ເຈົ້າຂອງຄລິບເພງ “ໃສວ່າຊິເຊົາຊື້ເລກເຕົ່າ” ທີ່ໂດ່ງດັງມາໃນຊ່ວງປີກ່ອນໆ, ແນະໆ…ເວົ້າແບບນີ້ ຊະນີIndy ເຊື່ອວ່າແຟນເພສ ຂວັນໃຈ ເຮົາທຸກຄົນຄົງຈະຢາກເບິ່ງຮູບເງົາສັ້ນເລື່ອງ “ພັກຕັບ ງົດເຫຼົ້າເຂົ້າພັນສາ” ກັນແລ້ວແມ່ນບໍ່? ແຕ່ຂໍໃຫ້ແຟນໆອົດໃຈລໍກັນກ່ອນເດີ້ເພາະຮູບເງົາເລື່ອງນີ້ຈະປ່ອຍໃນມື້ອື່ນ ວັນທີ 6 ກໍລະກົດ 2017 ນີ້, ຢ່າລືມຕິດຕາມກັນເດີ້ ຈະມີມາຝາກແຟນໆທຸກໆຄົນແນ່ນອນ!!! #ແຊຣໄປເພື່ອເຊີນຊວນໃຫ້ຄົນທີ່ເຮົາຮັກມາພັກຕັບໃນຊ່ວງເຂົ້າພັນສານີ້ ມີຮູບພາບເບື້ອງຫຼັງຮູບເງົາສັ້ນ “ພັກຕັບ ງົດເຫຼົ້າເຂົ້າພັນສາ” ມາຝາກ ສ່ວນຄລິບເຕັມສາມາດຕິດຕາມໄດ້ໃນມື້ອື່ນ. ຂໍຂອບໃຈຂໍ້ມູນຈາກ: ຕັກກະແຕນ

Read More »

ນູ່ນີ່ ແລະ ອ໋ອບ ເຄມີເຂົ້າກັນກາຍເປັນຄູ່ຮັກໄອດໍ້ຄູ່ໃໝ່ ແຟນຄລັບແຫ່ກົດໄລ້ຮູບຄູ່!!!

ສະບາຍດີ ວັນຈັນ ວັນແຫ່ງການເຮັດວຽກ ມາເລີ່ມຕົ້ນວັນໃໝ່ຂອງອາທິດດ້ວຍຄວາມໜ້າຮັກຂອງ ນູ່ນີ່ ແລະ ອ໋ອບ ຄູ່ຮັກສົດໆໃໝ່ໆຈາກລາຍການເລືອກຄູ່ຊື່ດັງຝັ່ງປະເທດເພື່ອນບ້ານ, ແລະ ໃນ 2-3 ມື້ທີ່ຜ່ານມາປະຕິເສດບໍ່ໄດ້ເລີຍວ່າທັງສອງໄດ້ສ້າງປະກົດການຮືຮາໄປທົ່ວທັງປະເທດລາວແລະໄທ ເພາະເປັນຄູ່ທີ່ໜ້າຮັກ ເຄມີເຂົ້າກັນສຸດໆ ບໍ່ວ່າທັງສອງຈະໂພສຮູບ ຫຼືໂພສສະເຕຕັສຫຍັງກໍຈະມີແຟນຄລັບໃຫ້ຄວາມສົນໃຈ ແລະ ເຂົ້າໄປກົດໄລ້ກົດແຊຣ ສະແດງຄວາມຄິດເຫັນຮູບຄູ່ຂອງ ນູ່ນີ່ ແລະ ອ໋ອບ ເປັນຈຳນວນຫຼວງຫຼາຍ, ຈົນສາມາດເວົ້າໄດ້ເລີຍວ່າທັງສອງກາຍເປັນຄູ່ຮັກໄອດໍ້ຄົນໃໝ່ໄປແລ້ວ, ຊະນີIndy ແລະ ແຟນໆກໍຂໍສະແດງຄວາມຍິນດີນຳຫຼາຍໆເດີ້ ເພາະທັງ 2 ເໝາະສົມກັນດີ ໜ້າຮັກໝົດທັງສອງເລີຍ. #ໃຜເປັນແຟນຄລັບຂອງນູ່ນີ່ແລະອ໋ອບແຊຣໄປໆ ຂໍຂອບໃຈສຳລັບຮູບພາບ

Read More »

ຕະລຶງທົ່ວປະເທດ! ອະລັງການງານສ້າງເຈົ້າບ່າວເໝົາຍົນເພື່ອແຮ່ເຂີຍ ສ້າງສຽງຮືຮາທົ່ວໂລກອອນລາຍ!!! (ມີຄລິບ)

ຕະລຶງທົ່ວປະເທດ!!! ອະລັງການງານສ້າງຫຼາຍ ໃນວັນທີ 24 ມິຖຸນາ 2017 ທີ່ຜ່ານມາໄດ້ສ້າງປະກົດການຮືຮາທົ່ວໂລກອອກລາຍ ເມື່ອເຈົ້າບ່າວໃຈປໍ້າເໝົາຍົນເພື່ອແຮ່ເຂີຍ ງານນີ້ເຮັດໃຫ້ຄົນໃນງານດອງຕ້ອງຕະລຶງໄປຕາມໆກັນ ເມື່ອເຈົ້າບ່າວແຮ່ຂັນໝາກມາແບບນີ້, ບໍ່ເທົ່ານັ້ນພໍແຕ່ຮູບພາບຂອງເຈົ້າສາວເຈົ້າບ່າວສຸດອະລັງການຄູ່ນີ້ໄດ້ເຜີຍແຜ່ໄປເຮັດໃຫ້ມີຜູ້ຄົນໃຫ້ຄວາມສົນໃຈ ກົດໄລ້ ກົດແຊຣກັນຢ່າງສະໜັ່ນໂລກອອນລາຍກັນເລີຍ!!! #ແຊຣໄປໃຫ້ໂລກຮູ້ເຖິງຄວາມອະລັງການ ແມ່ເຖົ້າເອີຍລູກເຂີຍມາແລ້ວ?R&King ? Ning Naovarathさんの投稿 2017年6月24日(土)   ສຳລັບງານແຕ່ງຂອງຄູ່ວິວາສຸດອະລັງການນີ້ໄດ້ຈັດຂຶ້ນທີ່ ບ້ານ ຫາດກ້ຽງ ເມືອງ ທຸລະຄົມ ແຂວງ ວຽງຈັນ, ຢ່າງໃດກໍຂໍສະແດງຄວາມຍິນດີກັບທັງສອງທ່ານນຳເດີ້!!! ຂໍຂອບໃຈຮຸບພາບ ແລະ ຄລິບຈາກ: Ning Naovarath , ບ່າວ-ສາວ Laoskyway

Read More »

ນັກຮຽນລາວໄດ້ຮັບລາງວັນຫຼຽນທອງແດງ ກ່ຽວກັບສິ່ງແວດລ້ອມໂລກ ຢູ່ນະຄອນຫຼວງນິວຢອກ

ຂໍຊົມເຊີຍ! ກັບນ້ອງໆນັກຮຽນລາວ ທ້າວ ແສງສອນເພັດ ວົງດາຣາ ແລະ ທ້າວ ພອນທໍາ ວິຊາປຣາ ຈາກໂຮງຮຽນ ອິດສະເຕີນສະຕາ ໂດຍຕາງໜ້າ ສປປ ລາວ ໄດ້ຮັບຫຼຽນທອງແດງອັນດັບໂລກ ໃນການແຂ່ງຂັນຫົວຄິດປະດິດສ້າງກ່ຽວກັບສິ່ງແວດລ້ອມໂລກ ປະຈໍາປີ 2017 (Genius Olympiad 2017) ທີ່ນະຄອນຫຼວງນິວຢອກ ສະຫະລັດອາເມລິກາ ເຊິ່ງ ລາວສາມາດຍາດໄດ້ຫຼຽນທອງແດງ ສາຂາ ວິຈິດສິນມາມອບໃຫ້ປະຊາຊົນລາວຢ່າງຫນ້າພາກພູມໃຈ. ການແຂ່ງຂັນຄັ້ງນີ້ປະກອບມີ 6 ສາຂາຈາກ 73 ປະເທດທົ່ວໂລກເຂົ້າຮ່ວມແຂ່ງຂັນ. ທີ່ມາ: ຂ່າວສານປະເທດລາວ  

Read More »

ກຸ່ມບໍລິສັດ K&C ບິແບ່ງຜົນກຳໄລຊ່ວຍເຫຼືອສັງຄົມ

 ກຸ່ມບໍລິສັດ ເຄແອນຊີ (K&C Group)  ໄດ້ຈັດພິທີ ມອບ-ຮັບ ເສັ້ນທາງເບຕົງເສີມເຫຼັກ ມູນຄ່າ  602,046,000 ກີບ ຢູ່ທີຮ່ອມ 13 ບ້ານ ສີສະຫວາດ  ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໃນຕອນແລງຂອງວັນທີ  16 ມິຖຸນາ 2017.   ໂດຍການມອບຂອງທ່ານ ກິດສະໜາ ວົງໄຊ ແລະ ນາງ ຈັນທະຈອນ ວົງໄຊ ປະທານ ແລະ ຮອງປະທານ ກຸ່ມບໍລິສັດ ເຄແອນຊີ ແລະ ກ່າວຮັບໂດຍທ່ານ ນາງ ບົວລອນ ວົງດາລາແສນ ຄະນະພັກນະຄອນຫຼວງວຽງຈັນ, ເລຂາພັກເມືອງ ເຈົ້າເມືອງ ເມືອງຈັນທະບູລີ. ໃຫ້ກຽດເຂົ້າຮ່ວມງານໂດຍທ່ານ ປອ ສິນລະວົງ ຄຸດໄພທູດ ເຈົ້າຄອງນະຄອນຫຼວງວຽງຈັນ ທັງເປັນຜູ້ຕາງໜ້າໃຫ້ກັບທາງພາກລັດຖະບານ ໃນການມອບຫຼຽນໄຊ ພັດທະນາຊັ້ນ III …

Read More »