Breaking News

ຂ່າວສັງຄົມ

ມາກ ຊັກກະເບີກ ຮັບໃບປະລິນຍາເອກແລ້ວ

  ຫຼັງຈາກທີ່ລາອອກຈາກ ມະຫາວິທະຍາໄລ Havard ເມື່ອ 13 ປີກ່ອນ ເພື່ອມາບຸກບືນສ້າງ Fackbook ຈົນປະສົບຜົນສໍາເລັດເປັນເຄືອຄ່າຍສັງຄົມອອນໄລລະດັບໂລກ ແລະ ດຽວນີ້ ມາກ ຊັກກະເບີກ ໄດ້ກັບມາທີ່ມະຫາວິທະຍາໃນຖານະ ບັນດິດກິຕິມະສັກ ໂດຍປະທານ ບໍລິສັດ Fackbook ເຂົ້າຮ່ວມພິທີຈົບການສຶກສາຂອງບັນດິມະຫາວິທະຍາໄລ Havard ລຸ້ນທີ 336 ທີ່ເມືອງ ແຄມບຣິດ ສະຫະລັດ ເມື່ອວັນພະຫັດ ທີ 25 ພຶດສະພາ 2017 ໂດຍໃນໂອກາດນີ້ ທາງມະຫາວິທະຍາໄລ ໄດ້ມອບໃບປະລິນຍານິຕິສາດຸດຖິບັນດິດກິດຕິມະສັກ (ປະລິນຍາເອກ) ໃຫ້ແກ່ ມາກ ຊັກກະເບີກ ທີ່ອາຍຸດຽວນີ້ 33 ປີ ຊຶ່ງເຄີຍສຶກສາດ້ານຈິດວິທະຍາ ແລະ ວິທະຍາສາດຄອມພິວເຕີ ທີ່ມະຫາວິທະຍາໄລແຫ່ງນີ້ ກ່ອນທີ່ຈະລາອອກໄປເມື່ອເດືອນ ພຶດສະພາ 2004 ເພື່ອສ້າງ Fackbook. ຊຶ່ງ …

Read More »

ຮູ້ກັນຫຼືຍັງ? ຮ່ວມປະເວນີ ຫຼື ມີເພດສຳພັນກ່ອນການເປັນຜົວເມຍ ແມ່ຍິງມີກົດໝາຍຄຸ້ມຄອງ!!!

ແລງໆແບບນີ້ມາພົບກັນອີກແລ້ວກັບບົດຄວາມດີໆທີ່ຈະຊ່ວຍສ້າງຄວາມຮູ້ໃໝ່ໆ ສ້າງຄຸນຄ່າ ສ້າງພະລັງ ສ້າງແຮງບັນດານໃຈດີໆໃຫ້ກັບໝູ່ເພື່ອນທຸກຄົນ ເຊິ່ງມື້ນີ້ ຊະນີIndy ກໍໄດ້ໄປຊອກເຟັ້ນເອົາບົດຄວາມດີໆຈາກບົດຄວາມຂອງແມ່ຍິງເກັ່ງຂອງລາວເຮົາອີກໜຶ່ງທ່ານນັ້ນກໍຄືບົດຄວາມຈາກ ເອື້ອຍ ວັນທະວີ ສຸພານຸວົງ ເຊິ່ງເພິ່ນກໍເປັນແມ່ຍິງທີ່ເກັ່ງຮອບດ້ານ ນັກປົກປ້ອງສິດທິຂອງແມ່ຍິງ ແລະ ເດັກນ້ອຍ, ທີ່ປຶກສາທາງດ້ານກົດໝາຍ ແລະ ເພິ່ນກໍຍັງເປັນ ບັນນາທິການ ວາລະສານ ຂວັນໃຈ ຂອງເຮົານຳ, ເຊິ່ງບົດຄວາມທີ່ນຳມາຝາກກັນໃນມື້ນີ້ກໍຄື “ຮ່ວມປະເວນີກ່ອນການເປັນຜົວເມຍ ແມ່ຍິງມີກົດໝາຍຄຸ້ມຄອງ” ລອງມາອ່ານບົດຄວາມດີໆນີ້ໄດ້ເລີຍ!!! #ຢ່າລືມແຊຣບົດຄວາມດີໆເພື່ອເປັນກຳລັງໃຈໃຫ້ແມ່ຍິງທຸກໆຄົນ ເອື້ອຍວັນ ນ້ອງຄົບກັບແຟນຫຼາຍປີ ແລະມີຄວາມສຳພັນເລິກເຊິ່ງ ແຕ່ສຸດທ້າຍ ລາວກໍຖິ້ມນ້ອງ ໄປແຕ່ງດອງກັບຍິງອື່ນ ນ້ອງຄວນເຮັດແນວໃດດີ? … ເຖິງແມ່ນວ່າ ປະຈຸບັນສະຖານະພາບແມ່ຍິງເຮົາ ຈະເທົ່າທຽມກັບຜູ້ຊາຍ ໃນແງ່ຂອງກົດໝາຍ ແຕ່ໃນແງ່ຂອງຮີດຄອງ-ປະເພນີ ແມ່ຍິງເຮົາກໍຍັງເສຍປຽບຢູ່ຫຼາຍ … ໂດຍສະເພາະການໃຫ້ຄຸນຄ່າ ເລື່ອງການຮ່ວມປະເວນີ ຫຼືມີເພດສຳພັນ ຜູ້ຊາຍຈະຖືກຕັດສິນວ່າເປັນຝ່າຍ “ໄດ້” ສ່ວນແມ່ຍິງຈະຖືກບອກວ່າ ເປັນຝ່າຍ “ເສຍ” ໂດຍສະເພາະແມ່ນກຽດສັກສີ …

Read More »

ມາເບິ່ງ! ບັນຍາກາດຄວາມມ່ວນຊື່ນໃນງານ ບຸນບັ້ງໄຟລ້ານບ້ານນາໂພໄຕ້!!! (ມີຄລິບ)

ຊ່ວງນີ້ເຮົາຍັງຢູ່ໃນເທສະການບຸນປະເພນີບ້ານເຮົານັ້ນກໍຄື ບຸນບັ້ງໄຟ ເຊິ່ງໃນວັນທີ 21 ພຶດສະພາ 2017 ທີ່ຜ່ານມາ Dj ປ້ອມ ພິທີກອນຊື່ດັງກໍໄດ້ໂພສຮູບພາບ ແລະ ຄລິບບັນຍາກາດໃນງານບຸຸນບັ້ງໄຟ ບ້ານ ນາໂພໄຕ້  ເມືອງ ໂພນໂຮງ ແຂວງວຽງຈັນ, ເຊິ່ງບັນຍາກາດເຕັມໄປດ້ວຍຄວາມມ່ວນຊື່ນ ແລະ ຄວາມສາມັກຄີຂອງພໍ່ແມ່ປະຊາຊົນລາວ ແລະ ບັນຍາກາດຈະເປັນຢ່າງໃດລອງມາເບິ່ງກັນໄດ້!!! #ຢ່າລືມແຊຣໃຫ້ໂລກຮູ້ເຖິງເອກະລັກປະເພນີລາວ ຄລິບຕອນບັ້ງໄຟລ້ານຂຶ້ນສູ້ທ້ອງຟ້າ… โพสต์โดย ดีเจป้อม ลาวสตาร์ บน 21 พฤษภาคม 2017 โพสต์โดย ดีเจป้อม ลาวสตาร์ บน 21 พฤษภาคม 2017   ຮູບພາບບັນຍາກາດ…   ຂໍຂອບໃຈທີ່ມາຈາກ: DJpom Phafong

Read More »

ສາວໆກຣີດ…ຢ່າງໜັກ ເມື່ອພໍ້ກູ້ໄພສຸດເຈົ້າຊູ້ ແຖມເປັນຄົນດີຂອງສັງຄົມ!!!

ສາວໆ…ໃນໂລກອອນລາຍຮືຮາເມື່ອພໍ້ໜຸ່ມກູ້ໄພສຸດເຈົ້າຊູ້ນັ້ນກໍຄືໜຸ່ມ ສົມພອນ ເຮືອງບັນດິດ (ແອນ້ອຍ) ອາຍຸ 23 ປີ ເຊິ່ງເພິ່ນກໍຊ່ວຍວຽກທຸລະກິດຄອບຄົວ, ເປັນນາຍແບບ ແລະ ແຖມຍັງຊ່ວຍເຫຼືອສັງຄົມດ້ວຍການເປັນກູ້ໄພຢູ່ທີ່ ມູນລະນິທິກູ້ໄພ ຜາສຸກ, ກຣີດໆໆໆ…ຫຍັງນໍຈະມາເຈົ້າຊູ້ແຖມເປັນຄົນດີຂອງສັງຄົມແບບນີ້ ຊ້າຢູ່ເຮັດຫຍັງແຟນໆ ຢ່າລືມແຊຣ…ໃຫ້ກຳລັງໃຈຄົນເຈົ້າຊູ້ແລະເປັນຄົນດີຂອງສັງຄົມແບບນີ້ແດ່ເດີ້!!! #ແຊຣໄປໃຫ້ໂລກຮູ້ ຮູບພາບຈາກ: ວາລະສານ ຂວັນໃຈ ສະບັບທີ 114 ແລະ Airnoy Jumbo  

Read More »

ສາວນ້ອຍທັງງາມທັງເກັ່ງ NET IDOL ທີ່ຄ່ອງແຄ້ວ 3 ພາສາຫຼັງຈາກຮຽນ 1 ປີ ທີ່ຕ່າງປະເທດ!!!

  ສະບາຍດີແຟນໆທຸກໆຄົນມື້ນີ້ ຂວັນໃຈ ຈະມາແນະນຳໃຫ້ຮູ້ຈັກ ສາວນ້ອຍໜ້າຮັກ ສຸກພະໄທ ລັງສີ  ອາຍຸ 20 ປີ ສາວນ້ອຍຮຽນເກັ່ງຈາກເມືອງ ປາກເຊ ແຂວງ ຈຳປາສັກ, ສາວນ້ອຍຄົນນີ້ຮຽນເກັ່ງຫຼາຍ ແລະ ໄດ້ຮັບທຶນການສຶກສາ Bach Khoa University(ມະຫາວິທະຍາໄລບັດຄວາ)   ທີ່ປະເທດ ຫວຽດນາມ ຕັ້ງແຕ່ປີ 2015 – ປັດຈຸບັນ ແລະ ຍັງມີລາງວັນອື່ນອີກເຊັ່ນ: ນັກຮຽນດີເດັ່ນທີ່ BKU, ລາງວັນຊະນະເລີດ ສອບເສັງຄະນິດສາດລະດັບແຂວງ ປີ 2015, ລາງວັນຊະນະເລີດASEAN Quiz ລະດັບປະເທດ 2014, ອັນດັບທີ 1 ຂອງແຂວງໃນການສອບເສັງຈົບຊັ້ນ ດ້ວຍຄະແນນ 73/80 ກັນເລີຍ…(ຂໍຊົມເຊີຍເດີ້ເກັ່ງອີ່ຫລີ) ກ່ອນທີ່ຈະໄປຕ່າງປະເທດ ສຸກພະໄທ ລັງສີ (ຫຼືຮູ້ກັນໃນນາມ Amlex) ຊຳນານພຽງແຕ່ພາສາລາວ ແລະ …

Read More »