Breaking News

ຂ່າວສັງຄົມ

ອາຍຸ ພຽງ 14 ປີ ຄວ້າປະລິຍາຕີສໍາເລັດ

  ມາຮູ້ຈັກໜຸ່ມໜ້ອຍ ທີ່ມີຊື່ວ່າ: ຄາສັນ ຮິວອີຢູ (Carson Huey-You) ທີ່ເອີ້ນໄດ້ວ່າ: ເປັນອັດສະລິຍະກໍວ່າໄດ້ ເມື່ອລາວອາຍຸພຽງແຕ່ 14 ປີ ເທົ່ານັ້ນ ກໍສາມາດຮຽນຈົບລະດັບການສຶກສາປະລິຍາຕີທີ່ອາຍຸໜ້ອຍທີ່ສຸດຂອງມະຫາວິທະຍາໄລ ເທັກຊັສ ຄຣິດຕຽນ. ຊຶ່ງໜຸ່ມໜ້ອຍຄົນນີ້ ເລີ່ມເຂົ້າສຶກສາລະດັບປິລິນຍາຕີຕັ້ງແຕ່ອາຍຸ ພຽງ 11 ປີ ໃນສາຂາວິຊາ ຟີຊິກ ຮຽນຄວບຄູ່ກັບຄະນິດສາດ ແລະ ພາສາຈີນ ທີ່ມະຫາວິທະຍາໄລດັ່ງກ່າວ ແລະ ຈົບການສຶກສາຕາມຫຼັກສູດ 4 ປີ ພ້ອມກັນໝູ່ຄູ່ຮ່ວມລຸ້ນອີກ 2.000 ກວ່າຄົນ.

Read More »

ເພີ່ມໂອກາດໃຫ້ຄົນລາວເຂົ້າເຖິງວຽກເຮັດຫຼາຍຂຶ້ນ

  ໂຄງການເສີມສ້າງ ຄວາມອາດສາມາດທາງດ້ານ ວິຊາການ ເພື່ອພັດທະນາລະບົບການຈັດຫາງານຢູ່ລາວ. ທະນາຄານພັດທະນາອາຊີ ຮ່ວມກັບກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຈັດກອງປະຊຸມດັ່ງກ່າວຂຶ້ນເມື່ອວັນທີ 12 ພຶດສະພາ 2017 ໂດຍການເປັນທານຂອງທ່ານ ຫົວໜ້າກົມພັດທະນາສີມືແຮງງານ ແລະ ຈັດຫາງານ, ຜູ້ຮັກສາການຜູ້ຕ່າງໜ້າສໍານັກງານ ທະນາຄານອາຊີ ປະຈໍາລາວ. ທ່ານ ຊຸນສຸເກາະ ບັນໂດະ ຮັກສາການຜູ້ຕາງໜ້າທະນາຄານພັດທະນາອາຊີ ປະຈໍາລາວ ກ່າວວ່າ: ໂຄງການດັ່ງກ່າວສ້າງຂຶ້ນ ເພື່ອເປີດໂອກາດໃຫ້ຜູ້ສະແຫວງຫາວຽກເຮັດງານທໍາໄດ້ເຂົ້າເຖິງຂໍ້ມູນຂ່າວສານການຈ້າງງານ ທັງເຂດຕົວເມືອງ ແລະ ຊົນນະບົດ ຫຼາຍຂຶ້ນ, ໂດຍມີການປຶກສາຫາລືກັບຂະແໜງການເອກະຊົນ ແລະ ບັນດາສະຖາບັນທີ່ສະໜອງການຝຶກອົບຮົມທັກສະ ແລະ ສືມືແຮງງານ, ເພື່ອຂະຫຍາຍແຫຼ່ງຂໍ້ມູນຂ່າວສານ ແລະ ລະຫວ່າງຜູ້ຈ້າງງານ ແລະ ຜູ້ຊອກຫາວຽກເຮັດງານທໍາ. ແຫຼ່ງຂໍ້ມູນ: ລາວພັດທະນາ

Read More »

ຈັດເຕັມ! ມາເບິ່ງສີສັນໃນງານບຸນບັ້ງໄຟບ້ານເຮົາ…

ມື້ນີ້ນຳຮູບພາບ ແລະ ສີສັນບັນຍາກາດໃນງານບຸນປະເພນີ ບຸນບັ້ງໄຟ ບ້ານເຮົາ ເຊິ່ງງານນີ້ກໍຈັດຂຶ້ນໃນວັນທີ 14 ພຶດສະພາ 2017 ຢູ່ບ້ານ ຖິ່ມຕົມ ເມືອງ ຫາດຊາຍຟອງ  ນະຄອນຫຼວງວຽງຈັນ ບັນຍາກາດຈະມ່ວນຊື່ນພຽງໃດນັ້ນມາເບິ່ງ… ຖ້າໝູ່ເພື່ອນຄົນໃດມີຮູບພາບບັນຍາກາດໃນງານບຸນບັ້ງໄຟບ້ານອື່ນກໍສາມາດເອົາມາແຊຣໃຫ້ກັນເບິ່ງແດ່ເດີ້… ຂໍຂອບໃນຮູບພາບ: Opeth Sengsilivanh

Read More »

ເລື່ອງຂອງເມຍທີ່ສູ້ຊີວິດ ນີ້ຄືຊີວິດຈິງ ເລື່ອງຈິງ ບໍ່ແມ່ນລະຄອນ!!!

ບົດຄວາມສອນໃຈໃຫ້ແມ່ຍິງທຸກຄົນກັບມາຮັກຕົວເອງ!   ແຕ່ກ່ອນມີ2ຜົວເມຍ1 ພວກເຂົາກໍ່ຮັກກັນດີມີລູກນຳກັນ 1ຄົນ ທຸກມື້ເຂົາກໍ່ກັນທຳມາຫາກິນຢູ່ຕໍ່ມາ ເມຍລາວໄດ້ຖືພາລູກຜູ້ທີ2 ຜົວທີ່ເຄີຍຮັກຄອບຄົວ ເມື່ອເສດຖະກິດດີຂຶ້ນ ກໍ່ປ່ຽນໄປຈາກບໍ່ທ່ຽວ ກໍ່ໄປຫລິ້ນທຸກຄືນປະໃຫ້ເມຍ ແລະ ລູກນອນນຳກັນ ມີຄືນ1 ຜົວອອກໄປຫລິ້ນຮ້ານເບຍ ເມຍໄດ້ໂທນຳ ແຕ່ຜົວບໍ່ຍອມຮັບສາຍໂທຕະຫລອດຫລາຍຮ້ອຍສາຍໂທທຸກ 5ນາທີ ທຸກ 10ນາທີ ທຸກ 15ນາທີຈົນກວ່າຜົວຊິຮັບສາຍ ໃນທີ່ສຸດຜົວລາຍກໍ່ຮັບສາຍ ແຕ່ໃນສາຍນັ້ນມີສຽງຜູ້ຍິງເອາະແອະຢູ່ທາງຂ້າງ ສຽງເພງດັງແຮງໆເມຍກໍ່ໄດ້ຜົວວ່າຜົວຢູ່ໃສ ຜົວບອກວ່າຢູ່ຮ້ານ….ເມຍໄດ້ອູ້ມລູກນ້ອຍ 5ປີທີ່ນອນຫລັບຢູ່ ຂຶ້ນລົດໄປນຳທັງທີ່ຕົນເອງທ້ອງໃຫຍ່ກຽມຊິອອກລູກ ຫລັງຈາກຕິດຈັກລົດໄດ້ ລາວກໍ່ຮີບເລັງອອກໄປທັນທີຢຽບຄວາມໄວບໍ່ຮູ້ວ່າເທົ່າໃດ ແຊງລົດທຸກຄັນທີ່ຂວາງຫນ້າຈົນຂຶ້ນຮອດທາງດ່ວນ ລາວກໍ່ເລັ່ງເຕັມທີ່ເພາະລົດບໍ່ຫລາຍແຕ່ຕອນກຳລັງຈະລົງຄ້ອຍທາງດ່ວນນັ້ນ ໄດ້ມີລົດກະບະຄັນຫນຶ່ງຂີ່ມາຕັດພໍດີ ລາວພະຍາຍາມທີ່ຈະບີບແກໃຫ້ຄັນນັ້ນຫລີກ ໃນໃຈລາວຄິດວ່າຄືຈະບໍ່ລອດແລ້ວ ລາວຈຶ່ງຈັບມືລູກຂອງລາວໄວ້ແລ້ວບອກລູກຂອງລາວວ່າແມ່ຂໍໂທດ ແລ້ວລາວກໍ່ຫມຸນພວງມະໄລລົດ ຈາກນັ້ນລົດລາວໄດ້ຫມຸນຫລາຍຮອບຈົນໄປຕຳກັບຂ້າງທາງ ລາວໄດ້ຕັ້ງສະຕິໄດ້ ລາວລຸກຊອກລູກຂອງລາວ ແລະ ເຫັນລູກລາວລົງໄປນອນຢູ່ພື້ນລົດລາວໄດ້ອູ້ມລູກຂຶ້ນມານັ່ງກອດ ບອກລູກຂອງລາວວ່າແມ່ຂໍໂທດ ແມ່ບໍ່ຫນ້າຈະໃຈຮ້ອນປານນີ້ເຊື່ອບໍ່ວ່າ ຖ້າລາວກັບໄປເວລາກ່ອນຫນ້ານີ້ໄດ້ ລາວຈະບໍ່ອອກໄປແບບນີ້ເພາະຂະຫນາດລູກເມຍຈະເປັນຈັ່ງໃດ ຜົວບໍ່ເຄີຍສົນ ເມຍທ້ອງໃຫຍ່ຈະເກີດລູກແລ້ວຍັງໄປຫລິ້ນໄດ້ ຖ້າເຮົາ ແລະ ລູກ ເປັນຫຍັງໄປ ຜົວກໍ່ບໍ່ຮູ້ຢູ່ດີ, ສະນັ້ນເຮົາຄວນຈະຮັກໂຕເອງ ແລະ ລູກດີກວ່າຈະໄປເສຍເວລາກັບຜູ້ຊາຍຊົ່ວໆແນວນັ້ນ. ຢ່າລືມຄົນທີ່ເຄີຍຢູ່ທາງຂ້າງທ່ານກ່ອນຈະມາຮອດຈຸດນີ້ໄດ້ …

Read More »

ມາຮູ້ຈັກ! ໜິງ ສາຍສຸລິນທອນ ນັກເຄມີສາວລາວຄົນເກັ່ງ ຜູ້ກວດກາຄຸນນະພາບນໍ້າ!!!

ໝູ່ເພື່ອນຄົນໃດທີ່ກຳລັງເໝື່ອຍກັບຊີວິດ ຄິດຫຍັງບໍ່ອອກ ຊອກຫາຫົນທາງບໍ່ຖືກ, ມື້ນີ້ ຊະນີIndy ບໍ່ໄດ້ມາຫຼິ້ນໆເດີ້ ແຕ່ຈະມາເອົາບົດຄວາມດີໆທີ່ຊ່ວຍສ້າງແຮງບັນດານໃຈໃຫ້ແກ່ໝູ່ເພື່ອນທຸກຄົນ ເຊິ່ງບົດຄວາມນີ້ເປັນບົດຄວາມຂອງຄໍລຳສຳພາດພິເສດໃນ (Special Scoop) ໃນວາລະສານ ຂວັນໃຈ ສະບັບທີ 114, ເຊິ່ງເຮົາໄດ້ລວບລວມເອົາແມ່ຍິງເກັ່ງ ແມ່ຍິງລາວຍຸກໃໝ່ທີ່ມີຄວາມກ້າຫານ ຜູ້ທີ່ສາມາດອອກຈາກກອບເກົ່າໆ ມາແນະນຳໃຫ້ທຸກຄົນໄດ້ຮູ້ຈັກ ສຳລັບມື້ນີ້ຈະຂໍແນະນຳ ສາຍສຸລິນທອນ ສໍປຣະເສີດ (ໜິງ) ອາຍຸ 25 ປີ ຜູ້ກວດກາຄຸນນະພາບນໍ້າບໍລິສັດນໍ້າເທີນ 2 ສາວນັກຮຽນນອກດີກຼີ ປະລິນຍາໂທມາຈາກ ປະເທດ ຝຣັ່ງ. ດັງນັ້ນລອງມາອ່ານບົດສຳພາດຂອງ ໜິງ ສາຍສຸລິນທອນ ເບິ່ງເດີ້!!! #ແຊຣໄປໃຫ້ໂລກຮູ້ເຖິງຄວາມສາມາດຂອງແມ່ຍິງລາວ ຄວາມສຸກມັນຢູ່ລະຫວ່າງທາງ ຄວາມສຸກທີ່ໄດ້ເຮັດ ໄດ້ຢູ່ກັບສິ່ງທີ່ມັກ  ຄວາມຈິງແລ້ວໜິງເອງເປັນຄົນທີ່ມັກຮຽນວິຊາເຄມີມາຕັ້ງແຕ່ນ້ອຍໆແລ້ວ ຕັ້ງແຕ່ມັດທະຍົມພຸ້ນແຫຼະ ແຕ່ຕອນນັ້ນກໍບໍ່ດອກຮູ້ວ່າ ນອກຈາກການເປັນຄູເຄມີແລ້ວ ສາມາດເລືອກເຮັດວຽກຫຍັງໄດ້ອີກ ຮູ້ແຕ່ວ່ານາງມີຄວາມສຸກທີ່ໄດ້ຮຽນຮູ້ ມ່ວນທີ່ໄດ້ຢູ່ກັບມັນ ເລື່ອງຍາກກໍກາຍເປັນເລື່ອງງ່າຍໆ ຕອນໄດ້ທຶນໄປຮຽນຢູ່ຝະລັ່ງ ໜິງເອງກໍຂ້ອນຂ້າງຄິດໜັກ ເພາະວ່າສາຂານີ້ໃນເມືອງລາວຍັງບໍ່ທັນເປີດກວ້າງ …

Read More »