Breaking News

ຂ່າວສັງຄົມ

ຟ້າຜ່າບາດດຽວ ຄວາຍຕາຍ 20 ກວ່າໂຕ

ລາຍງານຈາກປະຊາຊົນຜ່ານເພສນາທີຊີວິດ ໃຫ້ຮູ້ວ່າ: ເມື່ອວັນທີ 9 ພຶດສະພາ 2017 ທີ່ຜ່ານມາໄດ້ເກີດເຫດຟ້າຜ່າ ລົງກາງທົ່ງນາຖືກຄວາຍເຮັດໃຫ້ຄວາມຕາຍພ້ອມກັນບາດດຽວເຖິງ 26 ໂຕ ເຫດການດັ່ງກ່າວເກີດຂຶ້ນທີ່ບ້ານ ນາຂາມ ເມືອງ ຄູນຄໍາ ແຂວງຄໍາມ່ວນ. ຊຶ່ງຄວາຍທັງ 26 ໂຕນີ້ມີ 3 ເຈົ້າທີ່ມີຄວາຍຫຼາຍ ແລະ ນອກຈາກນັ້ນກໍຍັງມີອີກຫຼາຍເຈົ້າ ທີ່ກໍາລັງກິນຫຍ້າຢູ່ທົ່ງນາໃນເວລາຝົນຕົກ ຟ້າໄດ້ຜ່າລົງທົ່ງນາ ເຮັດໃຫ້ກະແສໄຟຟ້າຊ໋ອດຄວາຍທັງ 26 ໂຕລົ້ມລົງກັບທີ່. ຂອບໃຈ: ນາທີຊີວິດ

Read More »

1 ພຶດສະພາ 2017 ເປັນຕົ້ນໄປ ຊອງ ຫຼື ຕຸດຢາສູບ ທັງຜະລິດພາຍໃນ ແລະ ຕ່າງປະເທດ ຕ້ອງມີຄໍາເຕືອນສຸຂະພາບ ທີ່ເປັນຮູບພາບຂະໜາດ 75%

  ວັນທີ 31 ພຶດສະພາ ຂອງແຕ່ລະປີ, ອົງການອະນາໄມໂລກ ພ້ອມດ້ວຍພາຕີສົນທິສັນຍາສາກົນ ວ່າດ້ວຍການຄວບຄຸມຢາສູບ, ລວມທັງ ສປປ ລາວ ໄດ້ພ້ອມກັນສະເຫຼີມສະຫຼອງ ວັນງົດຢາສູບໂລກດ້ວຍການວາງຄໍາຂວັນ ສໍາຫຼັບປີນີ້ແມ່ນ “ຢາສູບ ເປັນໄພຂົ່ມຂູ່ ຕໍ່ການພັດທະນາ” ທັງນີ້ກໍເພື່ອຊຸກຍູ້ບັນດາປະເທດ ນໍາເອົາບັນດານະໂຍບາຍການຄວບຄຸມ ບັນຈຸເຂົ້າໃນແຜນພັດທະນາແຫ່ງຊາດແບບຍືນຍົງ ຮອດປີ 2030, ເພື່ອເປັນການສະເຫຼີມສະຫຼອງ ວັນງົດສູບຢາ ວັນທີ 31 ພຶດສະພາ 2017 ແລະ ເປັນການສະໜອງຂໍ້ມູນຂ່າວສານກ່ຽວກັບຢາສູບໃຫ້ແກ່ສື່ມວນຊົນ ເພື່ອນໍາໄປສື່ສານ ແລະ ໂຄສະນາປະຊາສຳພັນໃຫ້ແກ່ ປະຊາຊົນລາວໃນຂອບເຂດທົ່ວປະເທດຮັບຮູ້. ໃນຕອນເຊົ້າຂອງວັນທີ 9 ພຶດສະພາ 2017 ກະຊວງສາທາລະນະສຸກ ຮ່ວມກັບກະຊວງຖະແຫຼງຂ່າວ ວັດທະນາທຳ ແລະ ທ່ອງທ່ຽວ, ໄດ້ຈັດງານສຳມະນາໃຫ້ສື່ມວນຊົນກ່ຽວກັບ ການຄວບຄຸມຢາສູບ ຊຶ່ງໄດ້ຈັດຂຶ້ນຢູ່ທີ່ຫ້ອງປະຊຸມໃຫຍ່ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ. ໂດຍການເປັນປະທານ …

Read More »

ແຈ້ງການເລື່ອງ: ການເພີ່ມຄວາມມີສະຕິລະວັງຕົວ ເພື່ອຫຼີກການຕົກເລ່ກົນອຸບາຍໂຄສະນາຊວນເຊື່ອກ່ຽວກັບການລະດົມເງິນຝາກ ແລະ ການປ່ອຍສິນເຊື້່ອ ທີ່ໄດ້ຮັບຜົນຕອບແທນສູງ ຂອງບັນດາບໍລິສັດ ແລະ ບຸກຄົນບໍ່ຫວັງດີ.

  ແຈ້ງການ ຈາກທະນາຄານແຫ່ງ ສປປ ລາວ ເລກທີ 252/ຫກ ນະຄອນຫຼວງວຽງຈັນ ລົງວັນທີ 27 ເມສາ 2017 ເລື່ອງ: ການເພີ່ມຄວາມມີສະຕິລະວັງຕົວ ເພື່ອຫຼີກການຕົກເລ່ກົນອຸບາຍໂຄສະນາຊວນເຊື່ອກ່ຽວກັບການລະດົມເງິນຝາກ ແລະ ການປ່ອຍສິນເຊື້່ອ ທີ່ໄດ້ຮັບຜົນຕອບແທນສູງ ຂອງບັນດາບໍລິສັດ ແລະ ບຸກຄົນບໍດີ. ທະນາຄານແຫ່ງ ສປປ ລາວ ຂໍແຈ້ງເພື່ອໃຫ້ຊາບທົ່ວເຖິງກັນ ເພື່ອໃຫ້ມີສະຕິລະວັງຕົວຂຶ້ນ ກ່ຽວກັບປະກົດການຫຍໍ້ທໍ້ໃນສັງຄົມປັດຈຸບັນທີ່ມີກຸ່ມຄົນບໍ່ດີຄື: ບັນດາບໍລິສັດທີ່ບໍ່ແມ່ນສະຖາບັນການເງິນ ທີ່ບໍ່ໄດ້ຮັບການອະນຸຍາດຈາກທະນາຄານແຫ່ງ ສປປ ລາວໄດ້ເຄື່ອນໄຫວໂຄສະນາຊວນເຊື່ອປຸກລະດົມໃຫ້ປະຊາຊົນຮ່ວມລົງທຶນ ຫຼື ຮູບແບບລະດົມທຶນເອົາຝາກ ແລະ ປ່ອຍເງິນກູ້ ທີ່ມີການເຄື່ອນໄຫວ ໂຄສະນາຜ່ານສືສິ່ງພິມ ແລະ ສັງຄົມອອນລາຍຕ່າງໆໃນປັດຈຸບັນ ໂດຍອ້າງວ່າ: ຈະໄດ້ຜົນຕອບແທນສູງ ຫຼື ຈາກອັດຕາດອກເບ້ຍຕ່າງໆ. ຊຶ່ງທີ່ຜ່ານເຮັດໃຫ້ພໍ່ແມ່ປະຊາຊົນຈໍານວນຫຼວງຫຼາຍ ໂດຍສະເພາະແມ່ນຢູ່ເຂດທ້ອງຖິ່ນ ໄດ້ຫຼົງເຊື່ອຕໍ່ກົນອຸບາຍໂຄສະນາດັ່ງກ່າວ ຊຶ່ງສ້າງຄວາມບໍ່ສະຫງົບໃຫ້ແກ່ສັງຄົມ ແລະ ເສດຖະກິດຂອງປະເທດຊາດ. ດັ່ງນັ້ນ …

Read More »

ຜົວຈັບໄດ້ເມຍກິນເງິນ

  ກາຍເປັນຂ່າວດັງ ກັນທັງໂຊຊ່ຽວ ເມື່ອເມຍຕັດສິນໃຈເຊື່ອງເງິນຜົວແບບນີ້… ແມ່ບ້ານຄົນໜຶ່ງໃນ ປະເທດ ໂຄລໍາເບຍ ຕັດສິນໃຈກືນກິນເງິນ ໃບ 100 ໂດລາ ເພື່ອບໍ່ໃຫ້ສາມີນໍາໄປຈ່າຍ ລວມທັງໝົດ 7.000 ໂດລາ ໂດຍແພດສາມາດ ນໍາເອົາມາໄດ້ພຽງ  57 ໃບ ເປັນມູນຄ່າ 5.700 ໂດລາ ສ່ວນທີ່ເຫຼືອນັ້ນ ບໍ່ສາມາດນໍາອອກມາໄດ້ ເນື່ອງຈາກວ່າ ມັນໄດ້ຜ່ານເຂົ້າໄປໃນລໍາໄສ້ໃຫຍ່ແລ້ວ. . ເລື່ອງມີຢູ່ວ່າ: ລາວໄດ້ນໍາເອົາເຄື່ອງໃຊ້ໄຟຟ້າໃນເຮືອນໄປຂາຍ ແລ້ວນໍາເງິນມາ ແລະ ຄິດວ່າຈະນໍາກ້ອນນີ້ພາສາມີໄປທ່ຽວໃນມື້ພັກຜ່ອນ ແຕ່ແລ້ວຜົວເມຍເລີຍຜິດຖຽງກັນເສຍກ່ອນ ຝ່າຍຍິງເລີຍກືນກິນເງິນເພືອເຮັດໃສ່ຜົວ ຜົນສຸດທ້າຍຄື ຕ້ອງນໍາສູ່ໂຮງໝໍ ເພື່ອຜ່າຕັດນໍາເອົາເງິນດັ່ງກ່າວອອກມາ .

Read More »

ໝູ່ບ້ານ ໃນອິນເດຍ ຫ້າມແມ່ຍິງໃຊ້ໂທລະສັບມືຖື

  ສະພາຜູ້ອາວຸໂສ ແຫ່ງໝູ່ບ້ານ ມາໂດລາ ໂດຍສ່ວນໃຫຍ່ເປັນຊາວ ມຸສະລິມ ຢູ່ທາງພາກເໜືອຂອງ ອິນເດຍ ໄດ້ມີຄໍາສັ່ງ ໃຫ້ ແມ່ຍິງທີ່ໃຊ້ໂທລະສັບ ມືຖືນອກເຮືອນ ຈະຕ້ອງຖືກປັບໃໝ ດ້ວຍມູນຄ່າເງິນ 21.000 ພັນ ຣູປີ. ໂດຍສະພາໃນໝູ່ບ້ານດັ່ງກ່າວເຊື່ອວ່າ: ໂທລະສັບມືຖື ຊ່ວຍໃຫ້ແມ່ຍິງທີ່ຍັງໂສດ ໂຕນໜີໄປນໍາຜູ້ຊາຍ ຂໍ້ຫ້າມດັ່ງກ່າວ ຈຶ່ງຊ່ວຍຈໍາກັດການຕິດຕໍ່ສໍາພັນຫວ່າງ ຍິງ ແລະ ຊາຍໄດ້. ສ່ວນເຈົ້າໜ້າທີ່ຕໍາຫຼວດທ້ອງຖິ່ນ ໄດ້ເວົ້າວ່າ: ໄດ້ຮັບລາຍງານເລື່ອງທີ່ສະພາໃນໝູ່ບ້ານດັ່ງກ່າວ ຫ້າມແມ່ຍິງໃຊ້ໂທລະສັບມືຖືແທ້. ເຖິງແມ່ນສະພາໃນໝູ່ບ້ານດັ່ງກ່າວ ຈະເປັນອົງກອນນອກກົດໝາຍ ແຕ່ກໍມີອິດທິພົນໃນສັງຄົມຊົນນະບົດຂອງ ອິນເດຍ ໂດຍມັກອອກ ຂໍ້ຫ້າມເພື່ອຮັກສາວິຖີຊີວິດແບບເກົ່າໆ ແລະ ຕໍ່ຕ້ານຄວາມທັນສະໄໝ ເຊັ່ນ: ຫ້າມແມ່ຍິງໃສ່ໂສ້ງຢິນ ເປັນຕົ້ນ.

Read More »