Breaking News

ຂ່າວສັງຄົມ

ໝູ່ບ້ານ ໃນອິນເດຍ ຫ້າມແມ່ຍິງໃຊ້ໂທລະສັບມືຖື

  ສະພາຜູ້ອາວຸໂສ ແຫ່ງໝູ່ບ້ານ ມາໂດລາ ໂດຍສ່ວນໃຫຍ່ເປັນຊາວ ມຸສະລິມ ຢູ່ທາງພາກເໜືອຂອງ ອິນເດຍ ໄດ້ມີຄໍາສັ່ງ ໃຫ້ ແມ່ຍິງທີ່ໃຊ້ໂທລະສັບ ມືຖືນອກເຮືອນ ຈະຕ້ອງຖືກປັບໃໝ ດ້ວຍມູນຄ່າເງິນ 21.000 ພັນ ຣູປີ. ໂດຍສະພາໃນໝູ່ບ້ານດັ່ງກ່າວເຊື່ອວ່າ: ໂທລະສັບມືຖື ຊ່ວຍໃຫ້ແມ່ຍິງທີ່ຍັງໂສດ ໂຕນໜີໄປນໍາຜູ້ຊາຍ ຂໍ້ຫ້າມດັ່ງກ່າວ ຈຶ່ງຊ່ວຍຈໍາກັດການຕິດຕໍ່ສໍາພັນຫວ່າງ ຍິງ ແລະ ຊາຍໄດ້. ສ່ວນເຈົ້າໜ້າທີ່ຕໍາຫຼວດທ້ອງຖິ່ນ ໄດ້ເວົ້າວ່າ: ໄດ້ຮັບລາຍງານເລື່ອງທີ່ສະພາໃນໝູ່ບ້ານດັ່ງກ່າວ ຫ້າມແມ່ຍິງໃຊ້ໂທລະສັບມືຖືແທ້. ເຖິງແມ່ນສະພາໃນໝູ່ບ້ານດັ່ງກ່າວ ຈະເປັນອົງກອນນອກກົດໝາຍ ແຕ່ກໍມີອິດທິພົນໃນສັງຄົມຊົນນະບົດຂອງ ອິນເດຍ ໂດຍມັກອອກ ຂໍ້ຫ້າມເພື່ອຮັກສາວິຖີຊີວິດແບບເກົ່າໆ ແລະ ຕໍ່ຕ້ານຄວາມທັນສະໄໝ ເຊັ່ນ: ຫ້າມແມ່ຍິງນຸ່ງໂສ້ງຢິນ ເປັນຕົ້ນ.

Read More »

ບໍ່ມີການຍືດເວລາອີກແລ້ວ! ສຳລັບບໍລິສັດຢາສູບ

ໃນປັດຈຸບັນມີຫຼາຍກວ່າ 100 ປະເທດໃນຂອບເຂດທົ່ວໂລກ ລວມທັງ 10 ປະເທດຂອງສະມາຊິກອາຊຽນ ໄດ້ອອກ ແລະ ບັງຄັບໃຊ້ກົດໝາຍວ່າດ້ວຍການພິມຄຳເຕືອນສຸຂະພາບທີ່ເປັນຮູບພາບ ໃສ່ວັດຖຸທີ່ຫຸ້ມຫໍ່ຜະລິດຕະພັນຢາສູບທີ່ ຜະລິດ ແລະ ຈຳໜ່າຍພາຍໃນປະເທດ. ອີງຕາມບົດລາຍງານການຄົ້ນຄວ້າຂອງ ITC (International Tabacco Control Policy Evaluation Project) ໃຫ້ຮູ້ວ່າ: ຄຳເຕືອນສຸຂະພາບທີ່ເປັນຮູບຂະໜາດໃຫຍ່ທີ່ພິມໃສ່ຊອງຢາສູບ ເປັນສື່ທີ່ມີປະສິດທິພາບສູງໃນການເພີ່ມຄວາມຮູ້ດ້ານສຸຂະພາບໃນກຸ່ມຜູ້ສູບຢາ (ຖ້າສູບຢາໜຶ່ງຊອງຕໍ່ມື້ ຜູ້ສູບຢາຈະເຫັນຂ່າວສານດັ່ງກ່າວຮອດ 7.000 ເທື່ອຕໍ່ປີ). ສະຫຼາກທີ່ມີຄຳເຕືອນທີ່ເປັນຮູບພາບ ຍັງເປັນເຄື່ອງມືທີ່ມີປະສິດທິພາບ ແລະ ປະຢັດ ສຳລັບການໃຫ້ຄວາມຮູ້ແກ່ຜູ້ສູບຢາ ແລະ ບໍ່ສູບຢາ ທີ່ຢູ່ອ້ອມຂ້າງກ່ຽວກັບຄວາມສ່ຽງດ້ານສຸຂະພາບ ຈາກການສູບຢາ ໂດຍສະເພາະປະເທດທີ່ມີແຫຼ່ງລາຍຮັບບໍ່ສູງ. ໂດຍເຫດຜົນດັ່ງກ່າວ, ລັດຖະບານແຫ່ງ ສປປ ລາວ ໂດຍສະເພາະກະຊວງສາທາລະນະສຸກ ຮ່ວມກັບຄະນະກຳມະການແຫ່ງຊາດ ເພື່ອການຄວບຄຸມຢາສູບຈຶ່ງໄດ້ອອກຂໍ້ຕົກລົງກ່ຽວກັບການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການຄວບຄຸມຢາສູບໃນເດືອນ ພຶດສະພາ 2016 ໂດຍລະບຸວ່າ “ຄຳເຕືອນສຸຂະພາບເປັນຮູບພິມໃສ່ຊອງ ແລະ …

Read More »

ຂໍເຊີນຊວນ ສັດທາຍາດໂຍມທັງຫຼາຍ ເຮັດບຸນດ້ວຍການແຍກປຶ້ມເຂົ້າຫ້ອງສະໝຸດທົ່ວປະເທດ

  ຂໍເຊີນຊວນ ສັດທາຍາດໂຍມທັງຫຼາຍ ເຮັດບຸນດ້ວຍການແຍກປຶ້ມເຂົ້າຫ້ອງສະໝຸດທົ່ວປະເທດ ສົງການລາວມາແຕ່ໃສ? ໂດຍ ພະອາຈານ ໄພວັນ ມາລາວົງ

Read More »

ກວດພົບສິນຄ້າປອມແປງເຄື່ອງໜາຍການຄ້າ

  ຜ່ານການລົງກວດກາໃນ 12 ຮ້ານ ສາມາດພົບເຫັນສິນຄ້າດັ່ງກ່າວ 7 ຮ້ານຄ້າ ໃນນັ້ນມີຮ້ານຄ້າ ທີ່ເປັນຄົນຕ່າງປະເທດ (ຮ້ານຄ້າຊາວຈີນ) ມີ 5 ຮ້ານຄ້າ, ຮ້ານຂອງຄົນລາວ 2 ຮ້ານຄ້າ ສາມາດຢຶດສິນຄ້າໄດ້ ທັງໝົດ 22 ລາຍການ, ລວມມູນຄ່າເກືອບ 30 ລ້ານກີບ ເຊິ່ງສິນຄ້າດັ່ງກ່າວ ເປັນສິນຄ້າປອມແປງເຄື່ອງ ໝາຍການຄ້າ ເປັນການລະເມີດລິຂະສິດ ໂດຍບໍ່ໄດ້ຮັບອະນຸຍາດ ຈາກເຈົ້າຂອງສິດ ແລະ ເປັນການລະເມີດ ກົດໜາຍຊັບສິນທາງປັນຍາ. ສ່ວນເຈົ້າຂອງຮ້ານຄ້າ ທີ່ປອມແປງເຄື່ອມໝາຍການຄ້າ ເຈົ້າໜ້າທີ່ໄດ້ເຮັດບົດບັນທຶກໄວ້ເປັນຫລັກຖານ ແລະ ເປັນການຮັບຮູ້ທັງສອງຝ່າຍ ພ້ອມທັງໄດ້ຍຶດ ສິນຄ້າດັ່ງກ່າວ ມາເກັບໄວ້ທີ່ພະແນກ ວິທະຍາສາດ ແລະ ເຕັກໂນໂລຊີ ແຂວງຄຳມ່ວນ ເພື່ອລໍຖ້າດຳເນີນ ຕາມລະບຽບກົດໜາຍທີ່ກຳນົດໄວ້. ການລົງກວດກາດັ່ງກ່າວແມ່ນມີຂຶ້ນ ເມື່ອວັນທີ 21 ເມສາ …

Read More »