Breaking News

ຂ່າວສັງຄົມ

ລົງເຄື່ອນໄຫວກວດກາສິນຄ້າ

  ເມື່ອວັນທີ 3 ເມສາ 2017 ເຈົ້າໜ້າທີ່ກວດກາການຄ້າ ແຂວງຈໍາປາສັກລົງເຄື່ອນໄຫວກວດກາສິນຄ້າປະເພດອາຫານ ຢູ່ຕະຫຼາດໃໝ່ ເມືອງປາກເຊ ພາຍຫລັງສົງໃສວ່າອາດມີການລັກລອບ ແລະ ຄ້າຂາຍສິນຄ້າບໍ່ຖືກລະບຽບ ໃນນີ້ ກວດກາໃບອະນຸຍາດນຳເຂົ້າ, ໃບຢັ້ງຢືນສຸຂະອະນາໄມຜະລິດຕະພັນກ່ຽວສັດ ເພື່ອເຮັດໃຫ້ການນຳເຂົ້າຖືກຕ້ອງຕາມລະບຽບກົດໝາຍ ແລະ ເຮັດໃຫ້ອາຫານມີຄວາມປອດໄພຕໍ່ຜູ້ບໍໂພກ. ແຫຼ່ງທີ່ມາ: ຂປລ ແລະ ທູນທອງໃຈ.

Read More »

ການແຂ່ງຂັນກິລາເພາະກາຍ ປະຈຳປີ 2017

  ສະຫະພັນກິລາເພາະກາຍແຫ່ງຊາດລາວ ແລະ ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດການແຂ່ງຂັນກິລາເພາະກາຍແຫ່ງຊາດ ປະຈຳປີ 2017 ເມື່ອວັນທີ 1 ເມສາ 2017, ທີ່ຫໍວັດທະນະທໍາແຫ່ງຊາດ, ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ບົວລານ ສິລິປັນຍາ ຮອງລັດຖະມົນຕີກະຊວງສຶກສາທິການແລະກິລາ, ທ່ານ ບຸນມີ ບັນນາວົງ ປະທານກິລາເພາະກາຍແຫ່ງຊາດລາວ, ບັນດາບໍລິສັດ ແລະ ຫ້າງຮ້ານຜູ້ໃຫ້ການສະໜັບສະໜູນຜູ້ເຂົ້າຮ່ວມ. ການແຂ່ງຂັນເພາະກາຍຊາຍ ປະຈຳປີ 2017 ມີການແຂ່ງຂັນທັງໝົດ 4 ລຸ້ນຄື: ເພາະກາຍຊາຍລຸ້ນ 68-85 ກິໂລ ແລະ ລຸ້ນ 55-67 ກິໂລ, ຊາຍຫຸ່ນດີ ແລະ ຍິງຫຸ່ນດີ. ການແຂ່ງຂັນປະກອບມີ 7 ທ່າບັງຄັບຄື: ກ້າມແຂນດ້ານໜ້າ, ກ້າມປີກດ້ານໜ້າ, ກ້າມເອິກດ້ານຂ້າງ, ໜ້າແຂ່ງດ້ານຫຼັງ, ກ້າມປີກດ້ານຫຼັງ, ກ້າມຊີ້ນຫຼັງແຂນ, …

Read More »

ເສດຖີໃໝ່ຂ້າມຄືນ! ໜຸ່ມລາວດວງເຮັງຖືກເລກລາງວັນທີ 1 ຢູ່ປະເທດໄທ ດີໃຈຫຼາຍກຽມພາເມຍກັບບ້ານ!!!

  ໝຸ່ມລາວເຂົ້າໄປເຮັດວຽກທີ່ ຈັງຫວັດ ຊົນບຸລີ (ປະເທດໄທ) ກາຍເປັນເສດຖີໃໝ່ ເພາະດວງເຮັງຖືກເລກລາງວັນທີ 1 ໄດ້ຮັບເງິນມູນຄ່າ 6 ລ້ານບາດ ແລະ ກຽມພາເມຍກັບປະເທດລາວ ເພື່ອເຮັດອາຊີບກະເສດ ແລະ ໃຊ້ຊີວິດຢ່າງພໍພຽງທີ່ບ້ານເກີດ ວັນທີ 2 ເມສາ 2017 ຜູ້ສື່ຂ່າວຂອງປະເທດໄທລາຍງານວ່າ ຢູ່ທີ່ສະຖານນີຕຳຫຼວດພູທອນ ເມືອງ ຊົນບຸລີ ທ້າວ ບຸນທະວີ ຂຸ່ນວັນທອງ ອາຍຸ 41 ປີ ປະຊາຊົນເມືອງ ປາກເຊ ແຂວງ ຈຳປາສັກ ເຊິ່ງເດີນທາງໄປເຮັດວຽກຢູ່ທີ່ໂຮງງານຮັບອັດດອກຍາງລົດແຫ່ງໜຶ່ງ ມາດົນເກືອບ 10 ປີ, ໄດ້ເດີນທາງມາພ້ອມກັບໝູ່ ພ້ອມນຳພັດສະປອດ ແລະ ບິນເລກ ງວດປະຈຳວັນທີ 1 ເມສາ 2017 ເພາະຕົນເອງໄດ້ຖືກເລກລາງວັນທີ 1 ຈຳນວນ 1 …

Read More »

ຊີ້ແຈງ! ເລື່ອງພະນັກງານ 96 ຄົນລາອອກ

ບັນດາພະນັກງານ ຈຳນວນ 96 ຄົນ ຂອງບໍລິສັດຣາຊ-ລາວ ບໍລິການ​ ຈຳກັດ ທີ່​ເຮັດໜ້າທີ່​ຮັບຜິດຊອບ​ເດີນ​ເຄື່ອງ ​ແລະ ບຳລຸງ​ຮັກສາ ໂຮງໄຟຟ້າພະລັງ​ຄວາມ​ຮ້ອນ ຖ່ານຫີນ ເປັນໜຶ່ງໃນບໍລິສັດທີ່ຮັບເໝົາ​ຍ່ອຍໃນໂຄງການໄຟຟ້າຟ້າຫົງສາ ເຊິ່ງບໍ່ໄດ້ກ່ຽວກັບບໍລິສັດອື່ນໆທີ່ເຮັດວຽກຢູ່ໂຄງການດຽວກັນນີ້.  ໄດ້ພ້ອມກັນ ຂຽນໃບລາອອກ ທັງໝົດ 96 ຄົນ ໃນວັນທີ 28 ມີນາ 2017 ຜ່ານມາ, ​ເນື່ອງ​ຈາກ​ບໍ່ພໍ​ໃຈ ທີ່ໄດ້ສະເໜີ ຂໍໃຫ້ພິຈາລະນາ ປັບ​ຂຶ້ນເງິນເດືອນ ແລະ ສະຫວັດດີການຕ່າງໆ ​ໃຫ້​ມີ​ຄວາມເໝາະສົມ ​ແຕ່ບໍ່ໄດ້ຮັບການແກ້ໄຂ. ​ໃນ​ຂະນະ​ທີ່ ບໍລິສັດ ຣາຊ-ລາວ ລະບຸ​ວ່າ​ມີ​ຄວາມ​ຍິນ​ດີ​ຮັບ​ຂໍ້​ສະ​ເໜີ ດັ່ງກ່າວ ​ແລະ ພ້ອມ​ທີ່​ຈະຮ່ວມ​ກັນ​ປຶກສາ​ຫາລື ກັບ​ທຸກ​ຝ່າຍ ​ເພື່ອ​ຫາ​ທາງ​ອອກ​ທີ່​ດີກ​ວ່າ​ນີ້. ໜຶ່ງ​ໃນຕົວ​ແທນ​ຜູ້​ອອກ​ແຮງ​ງານ ​ເປີດ​ເຜີຍ​ວ່າ: ກ່ອນທີ່ພະນັກງານທັງ 96 ຄົນຈະພ້ອມກັນສະໝັກໃຈຂຽນໃບລາອອກ ​ເກີດ​ຂຶ້ນ​ພາຍຫຼັງ​ທີ່​ໄດ້​ຍື່ນ​ຂໍ້​ສະ​ເໜີ ຮຽກຮ້ອງ​ໃຫ້ບໍລິສັດ ຣາຊ-ລາວ ​ເພື່ອ​ຂໍ​ປັບ​ຂຶ້ນເງິນເດືອນ …

Read More »

ດ່ວນ! ເກີດເຫດໄຟໃໝ້ທີ່ບ້ານ ທົ່ງຂັນຄຳ (ມີຄລິບຖ່າຍທອດສົດ)

ໃນວັນທີ 31 ມີນາ 2017 ເວລາ 10:50 ນາທີ ເກີດເຫດໄຟໃໝ້ຂຶ້ນທີ່ບ້ານ ທົ່ງຂັນຄຳ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ເຊິ່ງເພີງໄດ້ໃໝ້ລາມບ້ານເຮືອນປະຊາຊົນໄປແລ້ວກວ່າ 5 ຫຼັງຄາເຮືອນ , ຢ່າງໃດກໍຂໍສະແດງຄວາມເສຍໃຈມາຍັງພໍ່ແມ່ປະຊາຊົນ ຂໍເປັນກຳລັງໃຈໃຫ້ ສູ້ໆ… (ມີຄລິບຖ່າຍທອດສົດ) ທົ່ງຂັນຄຳ ສົດໆ31/03/2017ເວລາ10:50 โพสต์โดย ໜ່ວຍກູ້ໄພມູນນິທິຈີນ ແຈ້ງເຫດສຸກເສີນໂທ 1628 บน 30 มีนาคม 2017 ຍັງລາມຕໍ່ ໄຟໄໝ້ໄປແລ້ວຈຳນວນ5ຫຼັງຄາເຮືອນ โพสต์โดย ໜ່ວຍກູ້ໄພມູນນິທິຈີນ ແຈ້ງເຫດສຸກເສີນໂທ 1628 บน 30 มีนาคม 2017   ທີ່ມາ: ໜ່ວຍກູ້ໄພມູນນິທິຈີນ ແຈ້ງເຫດສຸກເສີນໂທ 1628

Read More »