Breaking News

ຂ່າວສັງຄົມ

ແຈ້ງການໃຫ້ຢຸດເຊົາການເກັບຄ່າທໍານຽມ ແລະ ຄ່າບໍລິການ

ແຈ້ງການເລື່ອງ : ການຮຽກເກັບຄ່າທໍານຽມ ຂອງເຈົ້າໜ້າທີ່ຕໍາຫຼວດກວດຄົນເຂົ້າເມືອງດ່ານຂົວມິດຕະພາບລາວ-ໄທ ແຫ່ງທີ່ 2 ແຂວງສະຫວັນນະເຂດ. ໃຫ້ຢຸດເຊົາການເກັບຄ່າທໍານຽມ ແລະ ຄ່າບໍລິການ ທີ່ເຈົ້າໜ້າທີ່ຕໍາຫຼວດກວດຄົນເຂົ້າເມືອງໄດ້ເກັບຄ່າໃນປັດຈຸບັນເພາະບໍ່ສອດຄ່ອງ ກັບລັດຖະບັນຍັດຂອງປະທານປະເທດ ສະບັບເລກທີ 003/ປປທ, ລົງວັນທີ 26 ທັນວາ 2012 ວ່າດ້ວຍຄ່າທໍານຽມ ແລະ ຄ່າບໍລິການ.   ຂໍຂອບໃຈ ຂໍ້ມູນຈາກ: ປະເທດລາວ

Read More »

ຈີນກໍມີຊາກຸຣະແລ້ວ

  ສວນສາທາລະນະໃນເມືອງ ອູ໋ຊີ ມົນທົນຈຽງຊູ ຂອງ ຈີນ ງົດງາມໄປດ້ວຍດອກຊາກຸຣະທີ່ກໍາລັງບານທີ່ຖ້າໃຫ້ຜູ້ຄົນໄປຊົມ ຊຶ່ງສວນແຫ່ງນີ້ ມີຕົ້ນຊາກຸຣະຫຼາຍກວ່າ 30.000 ຕົ້ນ ແລະ ເປັນສະຖານທີ່ດຶງດູດນັກທ່ອງທ່ຽວຈາກຕ່າງປະເທດ ແລະ ພາຍໃນໄດ້ເປັນຈໍານວນຫຼວງຫຼາຍ.  

Read More »

ຂໍຊົມເຊີຍ! ນັກສຶກສາລາວໃສ່ຊຸດປະຈຳຊາດຂຶ້ນຮັບໃບປະກາດຈົບປະລິນຍາເອກ ທີ່ປະເທດຍິປຸ່ນ!

ຂໍຊົມເຊີຍ!!! ນາງ ອິນທິພອນ ໄຊຍາວົງ  ນັກສຶກສາລາວ ໃສ່ຊຸດປະຈຳຊາດຂຶ້ນຮັບໃບປະກາດ ຈົບປະລິນຍາເອກຂະແໜງເສດຖະສາດມະຫາພາກ, ທີ່ Hiroshima Shudo University ປະເທດຍິປຸ່ນ ການສຶກສາຕໍ່ປະລິນຍາເອກ ແມ່ນມີຄວາມຫຍຸ້ງຍາກ ແລະ ເຄັ່ງຄຽດນຳຫຼາຍບັນຫາທີ່ເກີດຂຶ້ນ , ໂດຍສະເພາະແມ່ນການເຮັດບົດນິພົນຫົວຂໍ້ : ການວິເຄາະນະໂຍບາຍມະຫາພາກ ພາຍໃຕ້ລະບົບເສດຖະກິດທີ່ມີການນຳໃຊ້ເງິນຕາຫລາຍສະກຸນຢູ່ປະເທດລາວ . ຕ້ອງໄດ້ໃຊ້ສະມາທິ ແລະ ຄວາມຕັ້ງໃຈເປັນຢ່າງສູງຈຶ່ງສາມາດຜ່ານຜ່າອຸປະສັກຕ່າງໆເຫຼົ່ານັ້ນມາໄດ້ . ພ້ອມກັນນັ້ນສິ່ງທີ່ຂາດບໍ່ໄດ້ເລີຍກໍ່ຄື .. ກຳລັງໃຈຈາກຄອບຄົວ, ຄົນຮັກ ແລະ ເພື່ອນມິດສະຫາຍ.. ນາງ ອິນທິພອນ ກ່າວ. (ຮູບພາບເມື່ອປີ 2015 ແຕ່ຍັງສ້າງຄວາມປະທັບໃຈ ແລະ ພາກພູມໃຈແກ່ຊາວລາວເຮົາ ບໍ່ເຄີຍປ່ຽນແປງ) #ແຊຣໄປໃຫ້ໂລກຮູ້ເຖິງຄວາມສາມາດແລະຄວາມຮັກຊາດຂອງຄົນລາວເຮົາ ທີ່ມາ ແລະ ຮູບພາບຈາກ: ຢາກແຕ້ມ & ຢາກເວົ້າ

Read More »

ຜູ້ຖືກບາດເຈັບຈາກເຫດການລະເບີດແຕກໄດ້ຮັບຄວາມຊ່ວຍເຫຼືອ

ອົງການເວີລດ໌ເອດຢູເຄຊັນ (World Education Lao) ແລະ ສະມາຄົມຟື້ນຟູຄຸນນະພາບຊີວິດ ໄດ້ໃຫ້ການຊ່ວຍເຫຼືອ ຜູ້ຖືກເຄາະຖືກເຄາະຮ້າຍຈາກເຫດລະເບີດແຕກ ເມື່ອວັນທີ 21 ມີນາ 2017 ທີ່ຜ່ານມາ ຢູ່ທີ່ບ້ານຍອດງື່ມ (ໜອງເປັດ) ເມືອງແປກ, ແຂວງ ຊຶ່ງນາງ ຫຼາບ ລີ (ອາຍຸ 10 ປີ) ໄດ້ເສຍຊີວິດ ແລະ ບາດເຈັບອີກ 12 ຄົນ. ໂດຍການໃຫ້ຄວາມຊ່ວຍເຫຼືອໃນຄັ້ງນີ້ ຜູ້ຖືກເຄາະຮ້າຍ ແລະ ຄອບຄົວ, ຜູ້ລອດຊີວິດ ຈະໄດ້ຮັບການຊ່ວຍເຫຼືອຈ່າຍຄ່າປິ່ນປົວ ຕາມຄວາມສາມາດທີ່ເປັນໄປໄດ້ ແລະ ໃຫ້ການຊ່ວຍເຫຼືອສໍາລັບພິທີງານສົບໃຫ້ກັບຄອບຄົວນາງ ຫຼາບ ລີ ນອກນີ້, ພ້ອມທີ່ຈະອໍານວຍຄວາມສະດວກໃນການຊ່ວຍເຫຼືອໂດຍຜ່ານກອງທຶນປິ່ນປົວສຳລັບຜູ້ເຄາະຮ້າຍຈາກ ລບຕ,   ຂໍຂອບໃຈຂໍ້ມູນ ແລະ ຮູບຈາກ: World Education Laos ເວີລດ໌ເອດຢູເຄຊັນ …

Read More »

ມີໂຄງການດີໆມາບອກໝູ່ເພື່ອນ ເປີດຮັບສະໝັກນັກສຶກສາໄປຮຽນຕໍ່ USA

  ທ່ານສົນໃຈຢາກໄປຮຽນແລກປ່ຽນທີ່ສະຫະລັດອາເມລິກາບໍ່? ໂຄງການ YSEALI Professional Fellow 2017 ເປີດຮັບສະຫມັກແລ້ວ! ຢ່າລືມກົດໄລ້ ກົດແຊຣ ໃຫ້ໝູ່ເພື່ອນໄດ້ຮູ້ນຳກັນເດີ້! ຖ້າໝູ່ເພື່ອນທ່ານໃດມີອາຍຸລະຫວ່າງ 25-35 ປີ, ສະໝັກເລີຍເພື່ອຮຽນຮູ້ ແລະ ສຶກສາໃນຂົງເຂດເສດຖະກິດ ຢູ່ທີ່ສະຫະລັດອາເມລິກາ ເປັນໄລຍະເວລາ 5 ອາທິດ ໃນວັນທີ່ 10 ຕຸລາ ຫາ ວັນທີ່ 17 ພະຈິກ. ທ່ານສາມາດອ່ານລາຍລະອຽດເພີ່ມຕື່ມໄດ້ທີ່  https://goo.gl/XdCQMY ແລະ ສາມາດສະໝັກອອກລາຍໄດ້ຕາມລິ້ງນີ້ເລີຍ https://ais.americancouncils.org/pfp. ຢ່າພາດໂອກາດດີໆແບບນີ້ເດີ້! ປິດຮັບສະຫມັກວັນທີ່ 7 ເມສາ 2017 ນີ້! ຂໍຂອບໃຈຂໍ້ມູນ ແລະ ຮູບພາບຈາກ: U.S. Embassy Vientiane

Read More »