Breaking News

ຂ່າວສັງຄົມ

ມາແລ້ວ! ເມນູໃໝ່ປະຈຳໜ້າຮ້ອນ “ໝາກມ່ວງອົກລ້ອງທອງ ຊັນເດ” ຈາກຮ້ານ Swensen’s Laos

ເປີດໂຕຢ່າງເປັນທາງການແລ້ວ ສຳລັບກະແລັມລົດຊາດໃໝ່ຫຼ້າສຸດ “ໝາກມ່ວງອົກລ້ອງທອງ ຊັນເດ” ຈາກຮ້ານກະແລັມຍອດນິຍົມ Swensen’s Laos ເຊິ່ງໃນໜ້າຮ້ອນປີນີ້ຈະມີ 2 ລົດຊາດໃໝ່ຄື ແມງໂກ້ ອົກລ້ອງທອງ ແລະ ແມງໂກ້ ຊອດເບທ໌ ແລະ ຈະເສີບມາເປັນເມນູເຖິງ 6 ເມນູເຊັ່ນ: ແມງໂກ ດີໄລ້ (Mango Delight), ແມງໂກ້ໂບດ (Mango Boat),​ ແມງໂກ້ ເຮີລີເຄນ (Mango Hurricane), ແມງໂກ້ ສະມູດຕີ້ (Mango Smoothie), ແມງໂກ້ ເຄຣັບ (Mango Crepe), ແມງໂກ້ ທີໂອ້ (Mango Trio) ແລະ ລາຄາກໍເລີ່ມຕົ້ນຕັ້ງແຕ່ 28.000 ພັນກີບໄປຈົນເຖິງ 65.000 ພັນກີບ ຈາກການສຳພາດ ທ່ານ ນິກອນ ທ່ຽງທຳ …

Read More »

ເຕືອນໄພລົມພາຍຸລະດູຮ້ອນ 25-27 ມີນາ 2017

  ກົມອຸຕຸນິຍົມ ແລະ ອຸທົກກະສາດ ອອກແຈ້ງເຕືອນໃນມື້ນີ້ (23 ມີນາ) ວ່າ: ມວນອາກາດໜາວເຢັນຈາກ ສປ.ຈີນ ຈະເພີ່ມກຳລັງແຮງຂຶ້ນຕື່ມອີກເທື່ອໃໝ່ ແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວສົມທົບກັບ 2 ກະແສລົມຕາເວັນອອກສຽງໃຕ້ ແລະ ລົມຕາເວັນຕົກ-ຕາເວັນຕົກສຽງໃຕ້ ພັດປົກຄຸມໃນໄລຍະ ວັນທີ 25-27 ມີນາ 2017 ເຮັດໃຫ້ເກີດມີແລວປະທະຂອງມວນອາກາດຮ້ອນ ແລະ ອາກາດເຢັນ. ເຊິ່ງຈະເຮັດໃຫ້ມີລົມພາຍຸລະດູຮ້ອນເກີດຢູ່ບາງທ້ອງຖິ່ນແຂວງພາກເໜືອດ້ານຕາເວັນຕົກລົງຫາພາກກາງ ແລະ ພາກໃຕ້ໃນໄລຍະດັ່ງກ່າວ.   ດັ່ງນັ້ນ, ຈຶ່ງຂໍແຈ້ງເຕືອນເຖິງພໍ່ແມ່ປະຊາຊົນ, ອຳນາດການປົກຄອງ ແລະ ອົງການຈັດຕັ້ງທຸກພາກສ່ວນທີ່ອາໄສຢູ່ແຂວງຊຽງຂວາງ, ບໍ່ແກ້ວ, ຫຼວງພະບາງ,​ ໄຊຍະບູລີ, ນະຄອນຫຼວງວຽງຈັນ, ແຂວງວຽງຈັນ, ໄຊສົມບູນ, ບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ເຊກອງ ແລະ ຈໍາປາສັກ ຈົ່ງມີສະຕິກຽມພ້ອມຮັບມື້ກັບສະພາບຝົນຕົກຟ້າຮ້ອງຟ້າເຫຼື້ອມ, ໝາກເຫັບຕົກ, ລົມພັດແຮງທີ່ອາດຈະເຮັດໃຫ້ມີຕົ້ນໄມ້ຫັກ, ເສົາໄຟຟ້າຫັກ …

Read More »

ຜົນສໍາຫຼວດ 10 ເມືອງທີ່ມີຄ່າຄອງຊີບແພງສຸດ-ຖືກສຸດໃນໂລກ 2017

  ຈາກການຈັດອັນດັບຂອງ Economics Intelligent Unit (EIU) ຊຶ່ງເປັນໜ່ວຍງານວິເຄາະເສດຖະກິດຊັ້ນນໍາຂອງໂລກ ໄດ້ເປີດເຜີຍວ່າ: 10 ເມືອງຄ່າຄອງຊີບແພງສຸດ-ຖືກສຸດໃນໂລກປະຈໍາປີ 2017 ມີດັ່ງນີ້: ເມືອງຄ່າຄອງຊີບແພງສຸດໃນໂລກ 1 ສິງກະໂປ 2 ຮ່ອງກົງ 3 ເມືອງຊູຣິດ ໃນສະວິດເຊີແລນ 4 ໂຕກຽວ ຍີ່ປຸ່ນ 5 ໂອຊາກາ ຍີ່ປຸ່ນ 6 ໂຊລ ສ. ເກົາຫລີ 7 ເມືອງເຈນີວາ ສະວິດເຊີແລນ 8 ປາຣີ ຝຣັ່ງ 9 ນິວຢອກ ສະຫະລັດ ອາເມຣິກາ 10 ໂຄເປັນເຮເກນ ເດມາກ ເມືອງຄ່າຄອງຊີບຖືກສຸດໃນໂລກ 1 ອັລມາຕີ ຄາຊັດສະຖານ 2 ລາກອສ ໄນຈີເລຍ …

Read More »

ອັນດັບບຸກຄົນທີ່ລວຍທີ່ສຸດ ປະຈໍາປີ 2017

  ວາລະສານ Forbes. ວາລະສານ ທີ່ມີຊື່ສຽງຂອງ ສະຫະລັດ ອາເມິຣິກາ ເປີດເຜີຍຜົນການສໍາຫຼວດ ຜູ້ທີ່ມີຖານະລໍ່າລວຍທີ່ສຸດໃນໃນໂລກ ປະຈໍາປີ 2017. ໂດຍ ອັນດັບ 1 ຍັງຄົງເປັນ ທ່ານ ບິວເກດ (Bill Gates) ມະຫາເສດຖີ ຊາວອາເມຣິກາ ຜູ້ຮ່ວມກໍ່ຕັ້ງບໍລິສັດ ໄມໂຄຣຊອຟ ທີ່ມີມູນຄ່າຊັບສິນ 86.000 ລ້ານໂດລາ ແລະ ສາມາດຄອງຕໍາແໜ່ງນີ້ມາ 4 ຕິດຕໍ່ກັນແລ້ວ. ສ່ວນອັນດັບ 2 ເປັນຂອງ ທ່ານ ວໍເລັນ ບັຟເຟດ (Warren Buffett) ປະທານບໍລິສັດດ້ານການລົງທຶນ ຊຶ່ງປີ 2016 ຢູ່ອັນດັບ 3 ມີມູນຄ່າຊັບສິນ 75.600 ໂດລາ, ອັນດັບ 3 ທ່ານ ເຈຟ …

Read More »

ງານ Vientiane WOW Fashion Week 2017

  ໃນການສະເຫຼີມສະຫຼອງຄົບຮອບ 5 ປີ ກ້າວສູ່ປີທີ 6 ຂອງວາລສານ ວ້າວ (wow Magazine) ເມື່ອວັນເສົາ ທີ 18 ມີນາ 2017 ທີຜ່ານມາ ທີ່ໂຮງແຮມແລນມາກ ວາລະສານ ວ້າວ ໄດ້ຈັດ ກິດຈະກໍາການສະແດງ Fashion ສຸດພິເສດແຫ່ງປີ ໂດຍມີຊື່ວ່າ: “Vientiane WOW Fashion Week 2017” ຂຶ້ນຢ່າງຍິ່ງໃຫຍ່. ງານ “Vientiane WOW Fashion Week 2017” ເປັນກິດຈະກໍາການສະແດງ Fashion ຈາກນັກອອກແບບລະດັບ ແຖວໜ້າ ຂອງ 2 ປະເທດ ສປປ ລາວ-ໄທ ຊຶ່ງມາໃນເຄື່ອງແຕ່ງກາຍທີ່ຫຼູຫຼາ ໂດຍ Collection ຕ້ອນຮັບ Summer …

Read More »