ໃນທ້າຍອາທິດຜ່ານມາໄດ້ຈັດ ພິທີມອບ-ຮັບໂຄງການກໍ່ສ້າງ, ຕິດຕັ້ງ ແລະ ຕົບແຕ່ງເດີ່ນສວນອະນຸສາວະລີ ທ່ານ ຕູ້ຢ່າ ໄຊຈູ ທີ່ບ້ານໂພນງາມໃຕ້ ເມືອງແປກ ແຂວງຊຽງຂວາງ ໃນການກ່າວມອບໂດຍທ່ານ ບຸນຂຽນ ສຸລິວົງ ຮອງຫົວໜ້າຄະນະ ຮັບຜິດຊອບພິພິທະພັນ ໄກສອນ ພົມວິຫານ ກ່າວຮັບໂດຍທ່ານ ຄຳແສນ ມະນີວົງ ຮອງເຈົ້າແຂວງໆຊຽງຂວາງ ໂດຍມີການນຳ ຂອງສູນກາງ, ແຂວງ, ເມືອງ, ພະນັກງານ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ໂຄງການດັ່ງກ່າວນີ້ ຮັບເໝົາກໍ່ສ້າງໂດຍບໍລິສັດ ສີວອນ ພັດທະນາກໍ່ສ້າງຈຳກັດຜູ້ດຽວ ໄດ້ລິເລີ່ມກໍ່ສ້າງ ມາແຕ່ທ້າຍປີ 2014 ໂດຍໄດ້ບຸກເບີກສະຖານທີ່ ຖົມດິນອັດແໜ້ນ ວຽກເບຕົງກໍ່ໂບກ ລານອະເນກປະສົງ, ກໍ່ແທ່ນຕິດຕັ້ງຫີນແກ່ຣນິກ ຕິດຕັ້ງຮູບຫລໍ່ໝົດຄີງ, ຕິດຕັ້ງໄຟຟ້າ ນໍ້າປະປາ, ມີເນື້ອທີ່ທັງໝົດ 8.568 ຕາແມັດ ລວມມູນຄ່າທັງໝົດ 14 …
Read More »ຂ່າວສັງຄົມ
ດັດສະນີເງິນເດືອນໃໝ່ ຈະບໍ່ກະທົບຕໍ່ລາຄາສິນຄ້າ
ເພື່ອຄວບຄຸມລາຄາສິນຄ້າ ແລະ ປົກປ້ອງຜູ້ບໍລິໂພກກົມການຄ້າພາຍໃນ ກະຊວງອຸດສາຫະກຳ ແລະ ການຄ້າ ແມ່ນໄດ້ເອົາໃຈໃສ່ຢ່າງຈິງຈັງ ເພື່ອບໍ່ໃຫ້ແມ່ຄ້າຊາວຂາຍຕາມທ້ອງຕະຫຼາດ ໄດ້ສວຍໂອກາດຂຶ້ນລາຄາສິນຄ້າ ຕາມການປັບຂຶ້ນຂອງດັດສະນີເງິນເດືອນ ໂດຍລະບຸວ່າສິນຄ້າ 4 ປະເພດທີ່ຄວບຄຸມພາກສ່ວນທີ່ກ່ຽວຂ້ອງ ຈະຕ້ອງລາຍງານ ແລະ ຕິດລາຄາເປັນພາສາລາວຢ່າງເປັນປົກກະຕິ. ທ່ານ ບຸນທຽນ ແກ້ວສີພາ ຫົວໜ້າກົມການຄ້າພາຍໃນ ກະຊວງອຸດສາຫະກຳ ແລະ ການຄ້າ ກ່າວວ່າ: ການຈັດຕັ້ງປະຕິບັດວຽກງານຄຸ້ມຄອງລາຄາ ແລະ ຄ່າບໍລິການໃນໄລຍະຜ່ານມາຈົນເຖິງປັດຈຸບັນ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຄົ້ນຄວ້າ ແລະ ກໍານົດເອົາລາຍການສິນຄ້າຄວບຄຸມປະກອບມີ 4 ປະເພດ ລວມມີ 14 ລາຍການຄື: ນ້ຳມັນເຊື້ອໄຟມີ 3 ລາຍການ (ນໍ້າມັນແອັດຊັງພິເສດ ແອັດຊັງທຳມະດາ ແລະ ນ້ຳມັນກາຊວນ), ປະເພດເຂົ້າ 6 ລາຍການ, ປະເພດຊີ້ນ 4 …
Read More »ທຳລາຍໄຮ່ຢາຝິ່ນ 38 ເຮັກຕາ
ເຈົ້າໜ້າທີ່ ປກສ ທຳລາຍໄຮ່ຢາຝິ່ນ 38 ເຮັກຕາ ປກສ ແຂວງບໍ່ແກ້ວ, ສົມທົບກັບ ປກສ ເມືອງປາກທາ ແລະ ທະຫານເມືອງປາກທາ ລົງປະຕິບັດໜ້າທີ່ທຳລາຍໄຮ່ຢາຝິ່ນຂອງປະຊາຊົນຢູ່ເຂດເມືອງ ປາກທາ…ກົດເຂົ້າໄປອ່ານລາຍລະອຽດ… ໃນລະຫວ່າງວັນທີ 10-19 ກຸມພາ 2017 ນີ້. ຄະນະຄວບຄຸມຢາເສບຕິດ ປກສ ແຂວງບໍ່ແກ້ວ, ສົມທົບກັບ ປກສ ເມືອງປາກທາ ແລະ ທະຫານເມືອງປາກທາ ລົງປະຕິບັດໜ້າທີ່ທຳລາຍໄຮ່ຢາຝິ່ນຂອງປະຊາຊົນຢູ່ເຂດເມືອງ ປາກທາ ແຂວງບໍ່ແກ້ວ ຈໍານວນ 38 ເຮັກຕາ. ໃນນີ້, ໄຮ່ຝິ່ນເກັບກູ້ແລ້ວ 2 ເຮັກຕາ ສາມາດກັກຜູ້ຖືກຫາໄດ້ 5 ຄົນ, ກວດພົບຢາບ້າ 400 ເມັດ ແລະ ປືນລ່າເນື້ອ 6 ກະບອກ. ເຈົ້າໜ້າທີ່ ປກສ …
Read More »ສາເຫດປາຕາຍທີ່ແຂວງບໍ່ແກ້ວ
ເຈົ້າໜ້າທີ່ຈາກກົມຄວບຄຸມມົນລະພິດຢືນຢັນເຕັມປາກ ປາຕາຍຢູ່ວັງສະຫງວນນໍ້າງາວ ແຂວງບໍ່ແກ້ວເປັນຍ້ອນສານພິດ ບໍ່ແມ່ນ ຍ້ອນພະຍາດ ແຕ່ຍ້ອນສານພິດເຄມີປະເພດຢາປາບສັດຕູພືດກົງກັບກະປ່ອງຢາທີ່ພົບເຫັນຢູ່ແຄມນ້ຳງາວ ແທ້. ປາຕາຍປະມານ 1.000 ກິໂລທີ່ວັງສະຫງວນນໍ້າງາວ ບ້ານປຸ່ງນາໜູນ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວໃນວັນທີ 12 ກຸມພາ 2017 ຜ່ານມານີ້, ຍ້ອນມີສານເຄມີຕົກຄ້າງ ເຊິ່ງເປັນສານເຄມີຢາ ປາບສັດຕູພືດປະເພດ Fenpropathrin ຫລື Fenopropathin ຊື່ການຄ້າ Danitol/Meothrin ທີ່ປະຊາຊົນຜູ້ໜຶ່ງພົບເຫັນກະປ່ອງຢູ່ແຄມນ້ຳງາວ. ຜ່ານການວິໄຈປາຕາຍຈາກສູນວິໄຈພະຍາດປາທີ່ນ້ຳ ຊ່ວງ, ນະຄອນຫລວງວຽງຈັນໃຫ້ຮູ້ວ່າ: ປາຕາຍບໍ່ແມ່ນຍ້ອນເກີດພະຍາດລະບາດ ແຕ່ຍ້ອນສານພິດເຄມີ ປະເພດຢາປາບສັດຕູພືດດັ່ງກ່າວ. ຕາມການໃຫ້ຂໍ້ມູນຂອງທ່ານ ຄຳພັນ ນັນທະວົງ ຫົວໜ້າກົມຄວບຄຸມມົນລະພິດ, ກະຊວງຊັບພະຍາ ກອນທຳມະຊາດ ແລະ ສິ່ງແວດລ້ອມໃນວັນທີ 21 ກຸມພາ 2017 ນີ້ວ່າໄດ້ມີປະຊາຊົນຜູ້ໜຶ່ງຢູ່ບ້ານປຸ່ງນາໜູນ, ເມືອງຫ້ວຍຊາຍ, ແຂວງບໍ່ແກ້ວ ໄດ້ໄປພົບເຫັນ ປາຕາຍຈຳນວນຫລວງຫລາຍໃນຕອນກາງຄືນແລ້ວຈຶ່ງເກັບເອົາໄປໄວ້ …
Read More »ເປັນການລໍຄອຍມາ 20 ກວ່າປີແລ້ວ ແລະ ສຸດແສນດີໃຈ ທີ່ຈະໄດ້ເສັ້ນທາງເບຕົງໃໝ່
ໂຄງການສ້າງເສັ້ນທາງສາມແຍກຈີ່ນາຍໂມ້ ຫາ ສາມແຍກສີຖານໃຕ້ ຈະໃຫ້ສໍາເລັດໃນທ້າຍປີນີ້ ເປັນການລໍຄອຍມາ 20 ກວ່າປີແລ້ວ ແລະ ສຸດແສນດີໃຈ ທີ່ຈະໄດ້ເສັ້ນທາງເບຕົ້ງໃໝ່. ໂຄງການເພີ່ນກໍມີຄວາມເອົາໃຈໃສ່ດີ ເມື່ອສ້າງເສັ້ນທາງສຳເລັດ ກໍຈະເຮັດໃຫ້ການໄປມາ ຫາສູ່ຂອງປະຊາຊົນສະດວກສະບາຍຂຶ້ນ. ໂຄງການສ້າງເສັ້ນທາງເບຕົ້ງເສີມເຫລັກ ແຕ່ສາມແຍກຈິນາຍໂມ້ ຫາສາມແຍກ ບ້ານທ່າແຂກ (ເມືອງຫາດຊາຍຟອງ) ນະຄອນຫລວງວຽງຈັນ, ທີ່ມີຄວາມຍາວ 14 ກິໂລແມັດ, ມີ 4 ຊ່ອງທາງການສັນຈອນ, ກວ້າງ 12 ແມັດ ແລະ ທາງຍ່າງເບື້ອງລະ 1,50 Cm ມີມູນຄ່າການກໍ່ສ້າງທັງໝົດ 50 ລ້ານໂດລາ ໂດຍບໍລິສັດຫາຍຫານ ການທຸລະກິດ ຈຳກັດ ໂດຍເລີ່ມລົງມືການກໍ່ສ້າງມາແຕ່ເດືອນ 4 ປີ 2016 ແລະ ຄາດວ່າຈະສໍາເລັດ ໃນທ້າຍປີ 2017 ນີ້. ທ່ານ ພຸນສົມບັດ …
Read More »