Breaking News

ຂ່າວສັງຄົມ

ຫາລືແນວທາງໃນການຟື້ນຟູເສດຖະກິດ ແລະ ສັງຄົມຂອງອາຊຽນ

ຫາລືເສດຖະກິດ-ສັງຄົມອາຊຽນ ລັດຖະມົນຕີຕ່າງປະເທດຂອງສະມາຄົມປະຊາຊາດອາຊຽນ ຈະຈັດການປະຊຸມທີ່ເກາະໂບຣາເຄຂອງຟີລິບປິນ ໃນມື້ອື່ນນີ້ ເພື່ອຫາລືແນວທາງໃນການຟື້ນຟູເສດຖະກິດ ແລະ ສັງຄົມຂອງອາຊຽນ ຊຶ່ງມີອາຍຸຄົບຮອບ 50 ປີໃນປີນີ້. ການປະຊຸມດັ່ງກ່າວ ຈະເປັນການປະຊຸມຄັ້ງທໍາອິດຂອງອາຊຽນພາຍໃຕ້ການເປັນປະທານຂອງຟີລິບປິນໃນປີນີ້. ທ່ານ ຊານ ໂຮເຊ ລັດຖະມົນຕີຕ່າງປະເທດຟີລິບປິນ ເປີດເຜີຍວ່າ: ໃນການປະຊຸມຄັ້ງນີ້ ລັດຖະມົນຕີຕ່າງປະເທດອາຊຽນຈະຫາລືຈະແລກທັດສະນະກ່ຽວກັບຄວາມສໍາພັນຂອງອາຊຽນ ແລະ ປະເທດຄູ່ຄ້າ ລວມເຖິງທັດສະນະລະຫວ່າງປະເທດດ້ານຜົນປະໂຫຍດ, ນອກນີ້, ລັດຖະມົນຕີອາຊຽນຈະຫາລືກ່ຽວກັບການກໍ່ການຮ້າຍ, ການຄ້າມະນຸດ ແລະ ຢາເສບຕິດ

Read More »

ຕຸກກະຕາຂ້າມເພດ ໂຕທຳອິດຂອງໂລກ

ງານເປີດໂຕກະຕູນເພດຍິງຂ້າມເພດໂຕທໍາອິດຂອງໂລກ ໃນງານເທສະການຂອງຫຼິ້ນນິວຢອກ ທີ່ຈໍາລອງແບບມາຈາກ “ນາງສາວແຈັດ ເຈນນິ່ງ” ນັກກິດຈະກໍາຄົນດັງອາຍຸ 16 ປີ ຜູ້ລົນນະລົງເລື່ອງຄວາມຫຼາກຫຼາຍທາງເພດ ຫຼື LGBTQ ຊຶ່ງເປັນໄວໜຸ່ມຄົນທໍາອິດ ທີ່ໄດ້ຮັບເອກະສານຮັບຮອງຖານະ “ບຸກຄົນຂ້າມເພດ” ຢ່າງເປັນທາງການ. ຊຶ່ງລາວຍັງກ່າວອີກວ່າ: ໂຕກະຕູນໂຕນີ້ເປັນການບອກເລົ່າເລື່ອງດີໆຂອງການເປັນຄົນຂ້າມເພດ ແລະ ລາວເອງເປັນຄົນມັກຫຼິ້ນກະຕູນມາແຕ່ຕອນຍັງນ້ອຍແລ້ວ ເພາະມັນເປັນວິທີທີ່ດີໃນການບອກໃຫ້ພໍ່ແມ່ຮູ້ວ່າລາວເປັນຜູ້ຍິງ ເປັນການສະແດງຕົວຕົນທີ່ສະທ້ອນອອກມາ ຊຶ່ງມັນສໍາຄັນຕໍ່ການປ່ຽນແປງທາງຊີວິດ. ຊຶ່ງກະຕູນຂ້າມເພດຈະວາງຂາຍໃນຕົ້ນເດືອນ ມິຖຸນາ ໂດຍຂາຍທາງອອນໄລ໌ ແລະ ຮ້າຍຄ້າບາງຮ້ານເທົ່ານັ້ນ ໃນລາຄາ 90 ໂດລາ-100 ໂດລາ.

Read More »

ຮັບໄປແລ້ວໂຊກຄັ້ງຍິ່ງໃຫຍ່ຈາກ Beeline

ພິທີມອບລາງວັນໃຫ້ແກ່ທຜູ້ໂຊກດີຈາກການຂູກບັດ “Beeline” ໃນຕອນແລງຂອງວັນທີ 18 ຢູ່ທີ່ວຽງຈັນເຊັນເຕີ ໄດ້ມີພິທີມອບລາງວັນໃຫ້ແກ່ຜູ້ໂຊກດີຈາການຂູດບັດ “Beeline” ໂດຍການເປັນກຽດມອບລາງວັນໂດຍ ທ່ານ ຄໍາກ້າ ຫາດາວເຮືອງ ຫົວໜ້າຝ່າຍພົວພັນລັດທະບານ ຈາກບໍລິສັດ Beeline ນອກນັ້ນຍັງມີ ບັນດາລູກຄ້າຂອງ Beeline ແລະ ສື່ມວນຊົນເຂົ້າຮ່ວມເປນພະບຍານ ແລະ ສະແດງຄວາມຍິນດີກັບຜູ້ໂຊກດີ ໃນງານດັ່ງກ່າວໄດ້ມີການມອບລາງວັນໃຫ້ແກ່ ນາງ ວິໄລພອນ ສຸລິຈັນ ອາຍຸ 37 ປີ, ປັດຈຸບັນຢູ່ບ້ານດົງນາໂຊກເໜືອ ເມຶອງສີໂຄດຕະບອງ ແຂວງ ກໍາແພງນະຄອນ ເປັນຜູ້ໂຊກດີຄົນທໍາອິດທີ່ໄດ້ຮັບລາງວັນເປັນລົດ Ford Ecosport ຈາກການຂູດບັດ 50​,000 ກີບ ນອກຈາກນັ້ນພາຍໃນງານ ຍັງມີການສະແດງເຕັ້ນໂຊຈາກທີມເຕັ້ນ Miss Drink ແລະ ການສະແດງຄອນເສີດຈາກວົງ Black Eyes ສຸດທ້າຍ Beeline ໄດ້ຝາກເຖິງລູກຄ້າວ່າ: ທ່ານກໍສາມາດເປັນຜູ້ໂຊກດີໄດ້ຮັບໂຊກຄັ້ງຍິ່ງໃຫຍ່ແບບນີ້ໄດ້  …

Read More »

ອາຍຸ 94 ແລ້ວຍັງແຂງແຮງຢູ່!

ແມ່ຕູ້ ສຸດແຂງແຮງ ຝຶກກັງຟູ ມາເປັນເວລາ 90 ປີ ມາຮຽນຮູ້ກັບສູດອາຍຸຍືນຍາວ ແລະ ສຸຂະພາບທີ່ແຂງແຮງຂອງແມ່ຕູ້ຄົນຈີນຜູ້ນີ້. ແມ່ຕູ້ທວດຜູ້ນີ້ຊື່ວ່າ: ຈາງ ເຫີສຽນ ອາໄສຢູ່ໃນເຂດໜິງໄຫ່ ມົນທົນເຈີຈຽງ ລາວໄດ້ເປີດເຜີຍວ່າ: ຝຶກສິລິປະກັງຟູຕັ້ງແຕ່ອາຍຸ 4 ປີໂດຍການແນະນໍາຂອງພໍ່ ແລະ ຝຶກມາເລື້ອຍໆຈົນຮອດອາຍຸ 90 ປີ ຈົນທຸກມື້ນີ ລາວໄດ້ກາຍເປັນທີຮູ້ຈັກ ໃນສາຍາວ່າ “ແມ່ຕູ້ທວດກັງຟູ” ຊຶ່ງລາວຍັງໄດ້ບອກອີກວ່າ: ບ້ານທີ່ລາວອາໄສຢູ່ຕັ້ງແຕ່ຍັງນ້ອຍຖືກເອີ້ນວ່າ: “ບ້ານແຫ່ງສິລະປະການຕໍ່ສູ່” ເພາະຄົນໃນບ້ານຮຽນຝຶກວິຊາກັງຟູກັນໝົດທຸກຄົນ ແລະ ລາວກໍໄດ້ຮຽນສິລະປະການຕໍ່ສູ່ຂັ້ນພື້ນຖານແຕ່ຍັງນ້ອຍໆ. ລູກຊາຍລາວບອກວ່າ: ແມ່ຂອງລາວນັ້ນຕື່ນແຕ່ເຊົ້າໆເພື່ອບໍລິຫານຮ່າງກາຍ ແລະ ແລ່ນອ້ອມຮອບບ້ານເປັນປະຈໍາ ແຖມຍັງເປັນຄົນດີນໍາອີກ ມັກຊ່ວຍເຫຼືອຜູ້ອຶ່ນແຖມແມ່ຄູ້ທວດຜູ້ນີ້ຍັງເປັນຄົນທີ່ມີອາລົມດີ, ຄິດບວກຕະຫຼອດເວລາ ຈຶ່ງເຮັດສຸຂະພາບທາງກາຍ ແລະ ຈິດໃຈແມ່ຂອງລາວແຂງແຮງເຖິງວ່າ ອາຍຸຈະຮອດ 94 ປີແລ້ວ.

Read More »

ການຖືກແບ່ງແຍກຂອງເພດທີສາມຢູ່ໃນສັງຄົມລາວ (ມີຄຣິບ)

  ຄຣິບສະທ້ອນໃຫ້ເຫັນເຖິງການຖືກແບ່ງແຍກຂອງເພດທີສາມ ຢູ່ໃນສັງຄົມລາວປັດຈຸບັນ ແລະ ພວກເຂົາເຫຼົ່ານັ້ນຖືກຍອມຮັບຢ່າງແທ້ຈິງແລ້ວ ຫຼື ບໍ່?  

Read More »