Breaking News

ຂ່າວສັງຄົມ

ຊົມເຊີຍ! ສາວລາວມີນໍ້າໃຈຊ່ວຍເຫຼືອຜູ້ປະສົບໄພເຫດໄຟໄໝ້ທີ່ ເມືອງຮຸນ!

ຄົນລາວຄົນມີນໍ້າໃຈ ບໍ່ວ່າຍາມຕົກທຸກໄດ້ຍາກ ຫຼື ຈະລຳບາກພຽງໃດເຮົາກໍຍັງບໍ່ຖິ້ມກັນ, ໃນສັງຄົມໂຊຊ່ຽວທີ່ຜ່ານມາມີສາວງາມຈາກ ແຂວງ ອຸດົມໄຊ ໄດ້ໂພສຮູບພາບໃນວັນທີ 14 ກຸມພາ 2017 ທີ່ຜ່ານມາພ້ອມຂຽນຄຳອະທິບາຍເທິງຮູບທີ່ວ່າ: “ມາບໍລິຈາກເຄື່ອງໄຫ້ກັບຄອບຄົວທີ່ຖືກໄຟໄໝ້ ຢູ່ເມືອງຮຸນ ຂໍເຊີນຊວນພໍ່ແມ່ອ້າຍເອື້ອຍນ້ອງ ແລະ ໝູ່ເພືອນທຸກຄົນຜູ້ມີໃຈສັດທາຊ່ວຍເຫລືອທາງຄອບຄົວຜູ້ຖືອັກຄີໄພໄຟໄໝ້ ທີ່ບ້ານ ດອນຄຳ, ເມືອງຮຸນ, ເເຂວງອຸດົມໄຊ. ຈຳນວນ 26 ຄອບຄົວ ແມ່ນໄດ້ຮັບຜົນກະທົບຢ່າງໜັກ ດັ່ງນັ້ນຈຶງຂໍເຊີນຊວນພໍ່ແມ່ປະຊາຊົນ ແລະ ໝູ່ຄູ່ທັງຫຼາຍຊ່ວຍກັນຄົນລະເລັກລະໜ້ອຍບໍ່ວ່າຈະເປັນເຂົ້າສານອາຫານແຫ້ງ ຫຼື ເຄືອງນຸ່ງທີ່ບໍ່ໃຊ້ແລ້ວກໍໄດ້ ເພື່ອມາຊ່ວຍເຫຼືອປະຊາຊົນບ້ານດອນຄຳແນ່ເດີ້ #ວັນແຫ່ງຄວາມຮັກຂອງຂ້ອຍ“ ພຽງແຕ່ໂພສໄປເທົ່ານັ້ນ ເຮັດໃຫ້ມີຄົນໄປຊົມເຊີຍ ກົດໄລ້-ກົດແຊຣ ກັນເປັນຈຳນວນຫຼວງຫຼາຍ, ເຊິ່ງສາວງາມຜູ້ມີນໍ້າໃຈທ່ານນີ້ ທາງທີມງານເຮົາໄປສືບຫາຂໍ້ມູນມາແລ້ວນາງມີຊື່ວ່າ ວິລະຍາ ຫຼື ອາຕົງ ອາຍຸ 23 ປີ ກຳລັງເປັນນັກສຶກສາປະລິນຍາຕີຢູ່ທີ່ ສປຈີນ ແລະ ຍັງເປັນເຈົ້າຂອງແບຼນຂົນຕາປອມຟຣຸ້ງຟຣີ້ງຂົນຕາທີ່ໄດ້ຮັບຄວາມນິຍົມໃນເວລານີ້ ແຖມສາວລາວທ່ານນີ້ຍັງມີແຟນໆຕິດຕາມຢ່າງຫຼວງຫຼາຍ. #ແຊຣໄປໃຫ້ໂລກຮູ້ວ່າຄົນລາວເປັນຄົນມີນໍ້າໃຈບໍ່ເຄີຍຖິ້ມກັນ ທີມງານຂອງເຮົາຍັງສອບຖາມຂ່າວຕື່ມກ່ຽວກັບປະຊາຊົນທີ່ປະສົບໄພເຫດໄຟໃໝ້  ສາວຈາກແຂວງ ອຸດົມໄຊ ທ່ານນີ້ຍັງໃຫ້ຂໍ້ມູນວ່າ: …

Read More »

ສື່ມວນຊົນ ສໍາເລັດເຄື່ອນໄຫວມອບເຄື່ອງໃຫ້ຜູ້ດ້ອຍໂອກາດ

ໃນໂອກາດເດີນທາງ ໄປເກັບກໍາຂໍ້ມູນຂ່າວສານ ຢູ່ 4 ແຂວງພາກໃຕ້, ສື່ມວນຊົນ ຈາກຂ່າວສານປະເທດລາວ ກໍໄດ້ ມອບເຄື່ອງໃຫ້ປະຊາຊົນຜູ້ທຸກຍາກ ຢູ່ບ້ານຫຼັກ 52, ບ້ານຂຸມຄໍາ ເມືອງສາມັກຄີໄຊ ແຂວງອັດຕະປື ແລະ ສືບຕໍ່ເດີນທາງໄປມອບ ອຸປະກອນການສຶກສາ ໃຫ້ນ້ອງນັກຮຽນຜູ້ດ້ອຍໂອກາດ ຢູ່ໂຮງຮຽນປະຖົມສົມບູນບ້ານແບງ ເມືອງລະມາມ ແຂວງເຊກອງ ເຊິ່ງເຄື່ອງທີ່ນໍາມອບຄັ້ງນີ້ ໂດຍໄດ້ຮັບການສະໜັບສະໜູນ ຈາກບໍລິສັດ, ຫ້າງຮ້ານ, ບຸກຄົນ ແລະ ອື່ນໆລວມມູນຄ່າ 10 ລ້ານກວ່າກີບ.

Read More »

ເອເອັຟຊີ ປະກາດລົງໂທດນັກເຕະບານລາວ ຈາກກໍລະນີລົ້ມບານ ຫ້າມແຂ່ງຕະຫຼອດຊີວິດ!

ສະຫະພັນເຕະບານອາຊຽນ ຫຼື (AFC)  ປະກາດລົງໂທດນັກເຕະບານຂອງລາວ ກໍລະນີລົ້ມບານ ໃນວັນທີ 15 ກຸມພາ 2017 ທີ່ກົວລາລໍາເປີ ປະເທດ ມາເລຍເຊຍ ຄະນະກໍາມະການສະຫະພັນເຕະບານອາຊຽນ AFC ໄດ້ແຈ້ງການລົງໂທດ ຫ້າມແຂ່ງຂັນຕະຫຼອດຊີວິດ ນັກເຕະບານ ແລະ ຄູເຝິກສອນຂອງ ສປປ ລາວ ແລະ ກໍາປູເຈຍ ຈໍານວນ 22 ຄົນ ໃນຂໍ້ຫາ ເຮັດຜິດການແຂ່ງຂັນ ຊຶ່ງນັກເຕະລາວຈາກສະໂມສອນ Lao Toyota FC ປະກອບດ້ວຍ: ທ້າວ ວັດທະນາ ແກ້ວດວງເດດ, ທ້າວ ໂອດຽນ ສີຫາລາດ, ທ້າວ ສິດທິເດດ ກັນທະວົງ, ທ້າວ ອະນຸໄຊ ນ້ອຍວົງ, ທ້າວ ເທນທອງ ພົນເສດຖາ, ທ້າວ ປະເສີດສັກ ສິລິຍະວົງ, …

Read More »

ຖະແຫລງ ການຈັບກຸມ ແລະ ມ້າງກຸ່ມຄ້າຂາຍຢາເສບຕິດ-ອາວຸດເສິກລາຍໃຫຍ່

ກົມຕຳຫລວດສະກັດກັ້ນ ແລະ ຕ້ານຢາເສບຕິດ, ກົມໃຫຍ່ຕຳຫລວດ, ກະຊວງປ້ອງກັນຄວາມສະຫງົບ ໄດ້ເປັນເຈົ້າການດຳເນີນວຽກງານວິຊາສະເພາະຂອງຕົນ ເພື່ອເກັບກຳຂໍ້ມູນຢ່າງເປັນລະບົບ, ຈາກນັ້ນ ໄດ້ປະສານສົມທົບລະຫວ່າງ ເຈົ້າໜ້າທີ່ຕຳຫລວດຢູ່ສູນກາງ ກັບທ້ອງຖິ່ນບັນດາແຂວງ ໃນທົ່ວປະເທດ, ພ້ອມກັບອົງການທີ່ກ່ຽວຂ້ອງ ແລະ ອຳນາດການປົກຄອງທຸກຂັ້ນ ຈຶ່ງໄດ້ດຳເນີນການແກ້ໄຂ ເຄື່ອຂ່າຍກຸ່ມເປົ້າໝາຍຊື້-ຂາຍ ຢາເສບຕິດ ແລະ ຕິດພັນກັບອາວຸດເສີກ, ແຕ່ພາກເໜືອ ລົງຮອດ ພາກໃຕ້ ແລະ ສາມາດຈັບຕົວຜູ້ຖືກຫາທັງໝົດ ໄດ້ 33 ຄົນ, ຍິງ 11 ຄົນ. ທ່ານ ທອງເຫລັກ ມັງໜໍ່ເມກ ຫົວໜ້າກົມໃຫຍ່ຕຳຫລວດ, ກະຊວງປ້ອງກັນຄວາມສະຫງົບ ຖະແຫລງ ກ່ຽວກັບເຫດການດັ່ງກ່າວ ໃນວັນທີ 16 ກັນຍາ 2016 ເຖິງ ວັນທີ 24 ມັງກອນ 2017 ທີ່ຜ່ານມາວ່າ: ກຸ່ມທີ 1: …

Read More »

ສັງຄົມສ່ວນຫຼາຍ ສະໜັບສະໜູນ ແນວທາງຂອງລັດຖະບານ

ຖ້າພວກເຮົາຕິດຕາມຫາງສຽງໃນສື່ອອນລາຍເຫັນວ່າ ສັງຄົມ ສ່ວນຫຼາຍໄດ້ ສະໜັບສະໜູນແນວທາງນະໂຍບາຍຂອງພັກ-ລັດຖະບານໃນການສ້າງຄວາມເປັນແບບຢ່າງນຳໜ້າໃຫ້ແກ່ສັງຄົມໃນການຕ້ານການຟຸມເຟືອຍ ຊຶ່ງເປັນການສ້າງລາຍຮັບໃຫ້ແກ່ງົບປະມານຂອງຊາດເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ໃຫ້ມີຄວາມໝັ້ນຄົງກ້າວໜ້າຢ່າງຕໍ່ເນື່ອງ. ປັດຈຸບັນ, ແນວທາງຂອງພັກ-ລັດຖະບານໃນການຕ້າການຟຸມເຟືອຍປາກົດວ່າ ສັງຄົມສ່ວນຫຼາຍ ຕ່າງພາກັນຊື່ນຊົມ, ຍ້ອງຍໍ, ຍິນດີທີ່ລັດຖະບານເອົາໃຈໃສ່ແກ້ໄຂບັນຫາເສດຖະກິດຂອງຊາດເຮົາໃຫ້ດີຂຶ້ນ ໂດຍສະເພາະ ເລື່ອງທີ່ທ່ານນາຍົກ ທ່ານ ທອງລຸນ ໄດ້ອອກດຳລັດເລກທີ 15 ວ່າດ້ວຍການປະກອບ ແລະ ຄຸ້ມຄອງລົດປະຕໍາແໜງຂອງພະນັກງານຂອງພະນັກງານການນໍາຂັ້ນສູງໃນວັນທີ 5 ມັງກອນ 2017  ນີ້ກໍແມ່ນ ວຽກງານໜຶ່ງທີ່ສຳຄັນກ່ຽວກັບການຈັດຕັ້ງປະຕິບັດນະໂຍບາການປະຢັດ ແລະ ຕ້ານການຟຸມເຟືອຍຂອງພັກ ແລະ ລັດ. ແນ່ໃສ່ປະກອບລົດປະຈຳຕໍາແໜງພະນັກງານການນຳຂັ້ນສູງປະເພດຕ່າງໃຫ້ສອດຄ່ອງ ກັບສະພາບຕົວຈິງທາງດ້ານເສດຖະກິດ-ສັງຄົມຂອງປະເທດເຮົາ, ສະກັດກັ້ນ ແລະ ຕ້ານການຟຸມເຟືອຍໃນການນຳໃຊ້ງົບປະມານຂອງລັດສ້າງຄວາມເປັນແບບຢ່າງນຳໜ້າໃຫ້ສັງຄົມ. ດັ່ງນັ້ນ, ຈຶ່ງຢາກຮຽກຮ້ອງໃຫ້ພາກສ່ວນຕ່າງໆທັງອົງການລັດ, ເອກະຊົນ ລວມເຖິງພໍ່ແມ່ປະຊາຊົນ ກໍຕ້ອງມີມາດຕະການໃດໜຶ່ງຂອງຕົນເອງທີ່ຈະອອກມາຕ້ານການຟຸມເຟືອຍເພາະດຽວນີ້ ການນຳເພິນກໍໄດ້ເປັນແບບຢ່າງໃຫ້ພວກເຮົາແລ້ວ ສະນັ້ນ, ພວກເຮົາທຸກຄົນກໍຕ້ອງມີການປະຕິບັດພ້ອມໆກັນ.

Read More »