Breaking News

ຂ່າວສັງຄົມ

ມາເບິ່ງ!! ຄວາມເປັນກັນເອງຂອງທ່ານນາຍົກ ທອງລຸນ ສີສຸລິດ ກັບເດັກນ້ອຍ-ຊາວໜຸ່ມໃນວັນເດັກນ້ອຍສາກົນ…

ຄືທີ່ພວກເຮົາຮູ້ກັນແລ້ວວ່າ ວັນທີ 1 ມີຖຸນາ ຂອງທຸກໆປີນັ້ນ ແມ່ນຖືກແຕ່ງຕັ້ງໃຫ້ເປັນວັນປູກຕົ້ນໄມ້ແຫ່ງຊາດ ພ້ອມທັງເປັນວັນເດັກນ້ອຍສາກົນນໍາ… ປະຊາຊົນລາວຕ່າງກໍໃຫ້ຄວາມສໍາຄັນກັບວັນດັ່ງກ່າວ ແລະ ພ້ອມພຽງກັນອອກມາປູກຕົ້ນໄມ້ຄົນລະຕົ້ນເພື່ອເພີ່ມພື້ນທີ່ປ່າໃນປະເທດລາວ ແລະ ທີ່ສໍາຄັນກໍແມ່ນທາງການນໍາພັກ-ລັດຖະບານກໍໄດ້ໃຫ້ຄວາມສໍາຄັນກັບວັນດັ່ງກ່າວນີ້ຫຼາຍພໍສົມຄວນ ໂດຍສະເພາະ ທ່ານນາຍົກ ຂວັນໃຈປະຊາຊົນຄື ລຸງທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ. ລາວ ກໍໄດ້ໃຫ້ຄວາມສໍາຄັນຫຼາຍ ແລະ ໄດ້ລົງຮ່ວມກິດຈະກໍາປູກຕົ້ນໄມ້ກັບເດັກນ້ອຍຢູ່ທີ່ ສູນຊາວໜຸ່ມ-ເຍົາວະຊົນ, ບ້ານ ດົງໝາກຄາຍ, ນະຄອນຫຼວງ ດ້ວຍຕົນເອງ ເຊິ່ງບັນຍາກາດນັ້ນ ເຕັມໄປດ້ວຍຄວາມອົບອຸ່ນ ເປັນກັນເອງ… ລົງມືຂຸດດິນປູກຕົ້ນໄມ້ໃຫ້ເດັກນ້ອຍເບິ່ງເປັນຕົວຢ່າງ ໃນມື້ນັ້ນ ທ່ານຍັງໄດ້ໃຫ້ໂອວາດແກ່ເດັກນ້ອຍ-ເຍົາວະຊົນເພື່ອເປັນແນວທາງໃນອະນາຄົດອີກດ້ວຍ… ບົດຄວາມ: Kuanjai

Read More »

ຄົນດີຕ້ອງຍົກຍ່ອງ!! ກໍາປູເຈຍ ຍົກຍ່ອງໃຫ້ ນາຍົກລັດຖະມົນຕີ ຮຸນ ເຊນ ເປັນຮີໂຣ່ນໍາພາປະເທດໃຫ້ລອດພົ້ນຈາກໂຄວິດ-19 ໂດຍປາສະຈາກຜູ້ເສຍຊີວິດ…

ສຳນັກຂ່າວຕ່າງປະເທດລາຍງານ ເມື່ອວັນທີ່ 27 ພຶດສະພາ 2020 ວ່າ ທ່ານເປົາ ສົກ ຫນື່ງໃນທີ່ປຶກສາຂອງສົມເດັດຮຸນ ເຊັນ ນາຍົກລັດຖະມົນຕີກຳປູເຈຍ ແລະຍັງເປັນຫນື່ງໃນສະມາຊິກສະມາຄົມນັກຂຽນຂະເເມ (ເຄດັບເບິລຢູເອ) ເປີດເຜີຍເມື່ອວັນອັງຄານວ່າທີມທີ່ປຶກສາຂອງຜູ້ນຳກຳປູເຈຍ ແລະສະມາຊິກອີກຫລາຍຄົນຂອງເຄດັບເບິລຢູເອກຳລັງຮ່ວມກັນຂຽນຫນັງສືບອກເລົ່າພາລະກິດຂອງສົມເດັດຮຸນ ເຊັນ ໃນການນຳບ້ານເມືອງພົ້ນໄພວິກິດໂລກລະບາດໂຄວິດ-19 ທັງນີ້ ຫນັງສືເລື່ອງດັ່ງກ່າວຫນ້າຈະຕີພິມ ແລະວາງຈຳຫນ່າຍໄດ້ໄວທີ່ສຸດທ້າຍເດືອນມິຖຸນານີ້ ຫລືບໍ່ເກີນຕົ້ນເດືອນກໍລະກົດ ມີຄວາມຍາວ 270 ຫນ້າ ແລະຊື່ເລື່ອງທີ່ເປັນພາສາຂະເເມຊື່ງເມື່ອແປເປັນພາສາອັງກິດກົງຕົວໄດ້ຄວາມວ່າ ຮຸນເຊນ ຮີໂຣ່ຮູບງາມຜູ້ຝ່າຟັນກະແສໃນການຕໍ່ສູ້ກັບໂຄວິດ-19 ( Hun Sen : The Handsome Hero Who Went Against the Current to Fight COVID-19 ) ທ່ານເປົາ ສົກ ກ່າວຕໍ່ໄປວ່າ ຄະນະຜູ້ຈັດເຮັດຫນັງສືເຫຼັ້ມນີ້ຕ້ອງການບັນທຶກຊ່ວງເວລານີ້ໄວ້ເປັນ ປະຫວັດສາດ ວ່າກຳປູເຈຍສາມາດຕໍ່ສູ້ກັບພະຍາດຮ້າຍໄດ້ຢ່າງມີປະສິດທິພາບ ແລະຄວບຄຸມສະຖານະການໄດ້ຍອດຍ້ຽມກວ່າອີກຫລາຍປະເທດ …

Read More »

ເຕືອນເປັນອຸທານຫອນ ສໍາລັບຄົນທີ່ມັກຫຼິ້ນຫວຍ Online… ລູກມືແຈ້ງຈັບແມ່ຫວຍ Online ຕົ້ມຕຸ໋ນເງິນຫຼາຍກວ່າ 1.5 ຕື້ກີບ!!!

ໃນວັນທີ 28 ພຶດສະພາ 2020 ນີ້ ພັທ ສອນເພັດ ວິຈິດ ຮອງຫົວໜ້າກອງບັນຊາການ ປກສ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໄດ້ໃຫ້ສໍາພາດຕໍ່ນັກຂ່າວວ່າ: ພາຍຫຼັງໄດ້ຮັບຄໍາຮ້ອງຟ້ອງຈາກປະຊາຊົນຈໍານວນໜຶ່ງ ເລື່ອງການສໍ້ໂກງຊັບຂອງພົນລະເມືອງ ຈາກນັ້ນ ເຈົ້າໜ້າທີ່ພວກເຮົາຈຶ່ງໄດ້ກວດກາ ແລະ ເກັບກໍາຂໍ້ມູນຫຼັກຖານ ເຊິ່ງເຫັນວ່າຄົບອົງປະກອບໃນການດຳເນີນຄະດີ ຈຶ່ງໄດ້ກັກຕົວນາງ ລັດສະນິພອນ ຫຼື ເຈີ້ນ, ອາຍຸ 30 ປີ, ອາຊີບຄ້າຂາຍ ຢູ່ບ້ານ ໂພນຄໍາ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ມາດໍາເນີນການສືບສວນ. ນາງ ລັດສະນີພອນ ໄດ້ໃຫ້ການຍອມຮັບສາລະພາບວ່າ: ໄດ້ສໍ້ໂກງຊັບຂອງພົນລະເມືອງແທ້ ໂດຍໄດ້ເລີ່ມໂຄສະນາໂພດການຫຼິ້ນຫວຍທາງອອນລາຍລົງເຟດບຸກມາແຕ່ຕົ້ນເດືອນ ພະຈິກ 2019; ເຊິ່ງຂໍ້ຄວາມທີ່ໂພດລົງນັ້ນແມ່ນໄດ້ບອກກ່ຽວກັບການເຂົ້າຫຼິ້ນຫວຍ ແລະ ໃຫ້ດອກເບ້ຍສູງເພື່ອ ດຶງດູດຈິດໃຈຄົນມາຫຼີ້ນ ນັບແຕ່ 25 ລ້ານກີບ, 50 ລ້ານກີບ ແລະ …

Read More »

ຮ້າຍແຮງກວ່າໂຄວິດ-19… ຕົວເລກຜູ້ຕິດເຊື້ອໄຂ້ຍຸງລາຍຢູ່ ສປປ.ລາວ ເພີ່ມຂຶ້ນທຸກມື້ ທະລຸ 1.428 ຄົນ ເສຍຊີວິດແລ້ວ 4 ຄົນ!!

ສະຖານະການໂຄວິດ-19 ເລີ່ມຄີ່ຄາຍລົງ ແຕ່ກໍຍັງບໍ່ໝົດໄປ ທາງກະຊວງສາທາລະນະສຸກ ຍັງຕ້ອງເຮັດວຽກຢ່າງໜັກ ເພື່ອຕໍ່ສູ້ກັບພະຍາດລະບາດຕາມລະດູ ໂດຍສະເພາະໃນຊ່ວງລະດູຝົນຂອງທຸກໆປີ ນັ້ນກໍຄືພະຍາດ ໄຂ້ຍຸງລາຍ ທີ່ປັດຈຸບັນກໍາລັງລະບາດໜັກໃນບ້ານເຮົາ ເຊິ່ງອິງຕາມການລາຍງານຂອງ ສູນສື່ສານເພື່ອສຸຂະພາບ ແລະ ກະຊວງສາທາລະນະສຸກໃຫ້ຮູ້ວ່າ ໃນວັນທີ 28 ພຶດສະພາ 2020 ນີ້ ຢຸ່ລາວເຮົາແມ່ນມີຜູ້ຕິດເຊື້ອເພີ່ມຂຶ້ນອີກ 91 ຄົນ ປັດຈຸບັນຕົວເລກສະສົມທັງໝົດແມ່ນທະລຸ 1.428 ຄົນແລ້ວ ແລະ ມີຜູ້ເສຍຊີວິດແລ້ວ 4 ຄົນ… ໃນນັ້ນ ຢູ່ນະຄອນຫຼວງວຽງຈັນແມ່ນພົບຜູ້ຕິດເຊື້ອຫຼາຍກວ່າໝູ່ 358 ຄົນ ເສຍຊີວິດແລ້ວ 2 ຄົນ; ຮອງລົງມາແມ່ນ ແຂວງ ອັດຕະປື, ແຂວງ ວຽງຈັນ… ຕາມຕາລາງດ້ານລຸ່ມນີ້: ແນວໃດກໍຕາມ ດ້ວຍຄວາມເປັນຫ່ວງເປັນໄຍຈາກ ຂວັນໃຈ ຂໍໃຫ້ທຸກຄົນລະຈົ່ງລະມັດລະວັງ ຮັກສາຕົວເອງ ໝັ່ນທໍາຄວາມສະອາດອ້ອມເຮືອນ ເພື່ອປ້ອງກັນບໍ່ໃຫ້ຕິດເຊື້ອພະຍາດເພີ່ມຕຶ່ມອີກ… ບົດຄວາມ: …

Read More »