Breaking News

ຂ່າວສັງຄົມ

ແມ່ຊີສາຍພັນ Rock ໃນເປຣູ

ມາຮູ້ຈັກກຸ່ມແມ່ຊີຊາວຣ໋ອກໃນເປຣູທີ່ມີຄວາມສາມາດໃນດ້ານດົນຕີລວມຕົວຕັ້ງວົງດົນຕີແນວຣ໋ອກ  ວົງ “ຊິສເຕີ ໂມນີກາ ແອນ ເຊີຍບາສ” ເປັນວົງຣ໋ອກວົງໜຶ່ງໃນເປລູທີ່ກໍາລັງເປັນທີ່ໂດ່ງດັງໃນເວລານີ້ ກໍ່ຕັ້ງວົງຂຶ້ນໃນຄອນຫຼວງລີມ່າ ຈາກການຮ່ວມຕົວຂອງບັນດາແມ່ຊີ ຊຶ່ງມີຄວາມສາມາດໃນການຫຼິ້ນດົນຕີຫຼາຍປະເພດ ບັນດາແມ່ຊີທີ່ເປັນຊະມາຊິກວົງນີ້ມາຈາກຫຼາຍປະເທດ ຈາກເປຣູ, ຈີນ, ຍີ່ປຸ່ນ, ເອກວາດໍ, ຊີລີ, ອາເຈນຕີນາ, ຟີລິບປິນ ແລະ ເວເນຊູເອລາ. ວົງເຊີຍບາສ ເປັນວົງດົນຕີແນວຣ໋ອກ ມີເນື້ອເພງທັງໝົດເປັນພາສາແອັດສະປາຍທັງໝົດ ແລະ ຕອນນີ້ກໍາລັງເປັນທີນິຍົມຂອງຊາວເນັດທັງຫຼາຍ.  

Read More »

ງານທຶນການສຶກສາ ແລະ ການສຶກສາໃນຕ່າງປະເທດ

ໃນວັນເສົາ 11 ກຸມພາ 2017 ເວລາ 8.30-17.30 ນີ້. ລົງທະບຽນ ເຂົ້າງານເຂົ້າງານຟຣີ ໂຮງແຮມ Mercure ນະຄອນຫຼວງວຽງຈັນ.  ລົງທະບຽນໃນງານ ລຸ້ນທຶນການສຶກສາ ຄ່າຮຽນພາສາ ຟຣີ 1 ເດືອນ ປະເທດ ອົດສະຕາລີ 3 ທຶນ ແລະ ລາງວັນຕ່າງໆອີກ. Study Plus International Scholarships and Education Fair 2017  ການສຶກສາ ໃນຕ່າງປະເທດ 16 ປະເທດ. ເກຣດນ້ອຍ (ຄະແນນນ້ອຍ) ສາມາດສະຫມັກໄດ້ ທຶນການສຶກສາ ຮຽນພາສາ, ມັດທະຍົມ, ວິທະຍາໄລ, ມະຫາວິທະຍາໄລ ໃນທຸກໆລະດັບທັງໝົດ ຢູ່ຕ່າງປະເທດ ການສຶກສາ ໃນຕ່າງປະເທດ 16 ປະເທດ …

Read More »

ນັກອອກແບບເຊື້ອສາຍລາວໄດ້ຕົກແຕ່ງທຳນຽບຂາວ!

ສຸພາບສະຕີໝາຍເລກ 1 ສະຫະລັດເລືອກນັກອອກແບບເຊື້ອສາຍລາວຕົກແຕ່ງທໍານຽບຂາວ ເວັບໄຊ WWD ລາຍງານວ່າ: ທ່ານ ນາງ ເມລາເນຍ ທຼັມ ສຸພາບສະຕີໝາຍເລກ 1 ຂອງສະຫະລັດອາເມລິກາ ໄດ້ຈ້າງນັກອອກແບບ ຄົນອາເມລິກາເຊື້ອສາຍລາວ ນາງ ທໍາ ຂັນນາລີຄໍາ ມາຕົກແຕ່ງພາຍໃນທໍານຽບຂາວ. ນາງ ທໍາ ຂັນນາລີຄໍາ ເປັນຄົນທີ່ສອງທີ່ໄດ້ຮັບການແຕ່ງຕັ້ງຢ່າງເປັນທາງການໂດຍນາງເມລາເນຍ. ນາງ ທໍາ ຂັນນາລີຄໍາ ເປັນນັກອອກແບບພາຍໃນ ຢູ່ໃນມະຫານະຄອນນິວຍອກ ແລະ ເລີ່ມຕົ້ນເຮັດວຽກກັບ ຣາບ ລໍເລນ ໂຮມ ກ່ອນຈະມີບໍລິສັດເປັນຂອງຕົນເອງ.

Read More »

ພົບທະວີບທີ່ສາບສູນ ໃນມະຫາສະໝຸດອິນເດຍ

ຮືຮາ ທີມນັກວິທະຍາສາດໃນແອັບຟຣິກາໃຕ້ ພົບຫຼັກຖານໃໝ່ ພົບທະວີບທີ່ສາບສູນໃນມະຫາສະມຸດອິນເດຍ ຢູ່ໃຕ້ເກາະມໍລິເຊຍ ຈຶ່ງຕັ້ງຊື່ເກາະວ່າ: ທະວີບມໍລີເຊີຍ ເຊື່ອວ່າ: ກໍາເນີດຈາກລາວາພູເຂົາໄຟ ກ່ອນຈະຖືກນໍ້າໃນມະຫາສະໝຸດກືນກິນຈົນສາບສູນໄປຈາກແຜນທີ່ໂລກ 84 ລ້ານປີກ່ອນ. ວັນທີ 6 ກຸມພາ ສື່ຕ່າງປະເທດ ແລະ ສໍານັກຂ່າວ ຊີເອັນເອັນ ລາຍງານເລື່ອງທີ່ສ້າງຄວາມຮືຮາໃຫ້ແກ່ຊາວໂລກໃນຍຸດປັດຈຸບັນ ເມື່ອທີມນັກວິທະຍາສາດຂອງມະຫາວິທະຍາໄລເວີດສະແລນ ໃນແອັບຟຣິກາໃຕ້ ໄດ້ພົບຫຼັກຖານສໍາຄັນພົບທະວີບທີ່ສາບສູນຢູ່ໃຕ້ມະຫາສະໝຸດອິນເດຍເມື່ອ 84 ລ້ານປີກ່ອນ ແລະ ໄດ້ຕັ້ງຊື່ວ່າ “ມໍລີເຊຍ” ເນື່ອງຈາກບໍລິເວນທີ່ພົບທະວີບສາບສູນ ຢູ່ໃຕ້ເກາະ ມໍລິເຊຍ ເກາະທ່ອງທ່ຽວຊື່ດັງໃນມະຫາສະມຸດອິນເດຍຍຸດນີ້ ແລະ ທະວີບມໍລິເຊຍໄດ້ຖືກກືນກິນສາບສູນຈາກນໍ້າໃນມະຫາສະມຸດ. ທີມນັກວິທະຍາສາດກ່າວວ່າ: ຈາກການສຶກສາວິໄຈແຮ່ທາດຈາກກ້ອນຫີນທີ່ພົ້ນຈາກໜ້ານໍ້າໃນມະຫາສະມຸດອິນເດຍ ເຮັດໃຫ້ຮູ້ວ່າ: ທະວີບດັ່ງກ່າວນີ້ ເກີດຈາກລາວາຂອງພູເຂົາໄຟທີ່ເກີດລະເບີດໃນອະດີດ ແລະ ອີກຫຼັກຖານທີ່ສໍາຄັນຄື: ພົບແຮ່ຊີຄອນ ໃນກ້ອນຫີນອາຍຸ 3 ພັນລ້ານປີ ຊຶ່ງມີອາຍຸແກ່ກວ່າແຮ່ທາດທີ່ພົບໃນເກາະມໍລິເຊຍໃນປັດຈຸບັນ ທີ່ພົບກ້ອນຫີນຢູ່ເກາະແຫ່ງນີ້ອາຍຸດົນກວ່າ 9 ລ້ານປີ. ຈາກການວິໄຈຍັງພົບອີກວ່າ: …

Read More »

ບິນລັດຟ້າໂກອິນເຕີ້ເຮັດວຽກກັບສາຍການບິນກາຕ້າຄົນທໍາອິດ

ສົມກັບຄຳວ່າ ແມ່ຍິງລາວເກັ່ງບໍ່ນ້ອຍໜ້າຊາດໃດໃນໂລກແທ້ໆ ຂໍສະແດງຄວາມຊົມເຊີຍ ແລະ ຍິນດີນໍາ ນາງ ສຸມາໄລ ໂພທິສານ (ປຸ) ລູກເຮືອຍິງ ຄົນລາວຜູ້ທໍາອິດ ທີ່ເຮັດວຽກຢູ່ສາຍການບິນ ກາຕ້າ ແອເວ Qatar Airways ເຊິ່ງສາຍການບິນໂດ່ງດັງອັນດັບ 5 ດາວດີເດັ່ນຂອງໂລກ. ສາຍການບິນ Qatar Airways ເປັນສາຍການບິນ 5 ດາວຂອງໂລກ (ສູງສຸດຄື 5 ດາວ).   ເຊິ່ງສາຍການບິນທີ່ໄດ້ 5 ດາວກໍມີ 9 ສາຍການບິຄື: All Nippon Airways (ຍີ່ປຸ່ນ), Asiana Airlines (ເກົາຫລີ), Cathay Pacific Airways (ຮົງກົງ), Eitihad Airways (UAE), EVA Air (ໄຕ້ຫວັນ), …

Read More »