Breaking News

ຂ່າວສັງຄົມ

ມວນຊົນຫຼາຍພັນຄົນແຫ່ຊື້ປີ້ເຮືອບິນລາຄາຖືກ!

ດາລານັກສະແດງ ອໍ້າ ພັດຊະລາພາ ມາກໍວ່າຫຼາຍແລ້ວ ແຕ່ມາມື້ນື້ແຫ່ງຫຼາຍກວ່າ ໃນໂອກາດຄົບຮອບ 15 ປີຂອງສາຍການບິນ lao skyway ໃນບັນຍາກາດຂອງມວນຊົນຈໍານວນຫຼາຍພັນຄົນແຮ່ກັນໄປຊື້ປີ້ຍົນພາຍໃນປະເທດໃນລາຄາ 150,000 ກີບ ທີ່ສູນການຄ້າວຽງຈັນເຊັນເຕີ ເບິ່ງຈາກພາບຄົນຫຼາຍພິລຶກອີຫຼີ! ຮູບພາບ: Sengphachanh

Read More »

ພໍ່ຕູ້ອາຍຸ 80 ປີ ເຂົ້າພິທີວິວາກັບເດັກນ້ອຍອາຍຸ 12 (ມີຄຣິບ)

ພໍ່ຕູ້ອາຍຸ 80 ປີ ເຂົ້າພິທີວິວາກັບເດັກນ້ອຍອາຍຸ 12 (ມີຄຣິບ) ເຟສບຸກຂອງ Deplorables Inc ໄດ້ເຜີຍແຜ່ຄຣິບງານແຕ່ງດອງ ລະຫວ່າງ ຜູ້ອາວຸໂສອາຍຸ 80 ປີ ກັບເດັກນ້ອຍອາຍຸ 12. ຄຣິບດັ່ງກ່າວແມ່ນຈັບພາບຕອນເຈົ້າບ່າວຍ່າງເຂົ້າໄປໃນເຮືອນຂອງເຈົ້າທີ່ຍັງເປັນເດັກນ້ອຍຢູ່ ຂະນະທີ່ຍາດພີ່ນ້ອງຂອງເຈົ້າສາວອອກມາຕ້ອນຮັບເຈົ້າບ່າວ ແລະ ສົ່ງສຽງດ້ວຍຄວາມຍິນດີ ຈາກນັ້ນ ຝ່າຍຊາຍກໍບິດກະແຈຫ້ອງຕາມປະເພນີ ແລ້ວຍ່າງໄປຫາເຈົ້າສາວອາຍຸພຽງ 12 ປີ ທີ່ໃສ່ສຸດກະໂປງຍາວຢູ່ເທິງຕຽງ. ຊາວ Social Media ຕ່າງກໍສະແດງຄວາມເຫັນວ່າ ນັ້ນແມ່ນຄວາມໂຊກຮ້າຍຂອງເດັກນ້ອຍ ພ້ອມກັບເວົ້າລຸມໃສ່ເຈົ້າບ່າວ ແລະ ຄອບຄົວຂອງເຈົ້າສາວ ແລະ ກ່າວເປັນປະເພນີທີ່ຕໍ່າຊ້າທີ່ໃຫ້ເດັກນ້ອຍຜູ້ຍິງແຕ່ງດອງກັບຜູ້ເຖົ້າ. ແນວໃດກໍຕາມ ຜູ້ທີ່ເຫັນດ້ວຍປະເພນີເຕືອນວ່າ: ຢ່າຫຍຸ້ງທໍານຽມປະເພນີຂອງຄົນອຶ່ນ ແລະ ອະທິບາຍວ່າເປັນປະເພນີທ້ອງຖິ່ນທີ່ຈັດຂຶ້ນມາຕັ້ງແຕ່ສະໄໝບູຮານ. ທ່ານສາມາດເບິ່ງຄຣິບ! https://www.facebook.com/DeplorablesInc/videos/354763124909877/  

Read More »